ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ເອຊາອີ 29-33
“ກະສັດອົງໜຶ່ງທີ່ຈະສະເຫວີຍລາດດ້ວຍຍຸຕິທຳ”
ພະເຍຊູທີ່ເປັນກະສັດໄດ້ຈັດໃຫ້ “ເຈົ້ານາຍ” ຫຼືຜູ້ເຖົ້າແກ່ທີ່ເບິ່ງແຍງຝູງແກະ
ເປັນຄືກັບ ‘ບ່ອນຫຼົບໃຫ້ພົ້ນພາຍຸຝົນ, ລ.ມ.’ ເຂົາເຈົ້າເຮັດວຽກເພື່ອປົກປ້ອງຝູງແກະຈາກພາຍຸຂອງການຂົ່ມເຫງແລະຄວາມທໍ້ໃຈ.
ເປັນຄືກັບ “ຫ້ວຍນ້ຳໃນດິນແຫ້ງ [ແລ້ງ].” ເຂົາເຈົ້າເຮັດໃຫ້ຄົນທີ່ກະຫາຍຄວາມເຊື່ອຮູ້ສຶກສົດຊື່ນໂດຍສອນຄວາມຈິງລ້ວນໆຈາກພະຄຳພີ.
ເປັນຄືກັບ “ເງົາຂອງຫີນຜາໃນດິນແດນທີ່ແຫ້ງແລ້ງ, ລ.ມ.” ເຂົາເຈົ້າຊ່ວຍບັນເທົາທຸກໂດຍຈັດໃຫ້ມີການຊີ້ນຳແລະມີຄວາມສົດຊື່ນດ້ານຄວາມເຊື່ອ.