ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ17 ເມສາ ໜ້າ 2
  • ຕ້ອນຮັບພວກເຂົາເຈົ້າຢ່າງອົບອຸ່ນ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຕ້ອນຮັບພວກເຂົາເຈົ້າຢ່າງອົບອຸ່ນ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2017
  • ເລື່ອງທີ່ຄ້າຍກັນ
  • ຍິນດີຕ້ອນຮັບແຂກຂອງເຮົາ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2016
  • ເຈົ້າ​ຈະ​ໄດ້​ຮັບ​ປະໂຫຍດ​ຫຍັງ​ແດ່​ຈາກ​ການປະຊຸມ​ກັບ​ພະຍານ​ພະ​ເຢໂຫວາ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ຕ້ອນຮັບ​ກັນ​ດ້ວຍ​ຄວາມ​ຍິນດີ
    ຮ້ອງເພງສັນລະເສີນພະເຢໂຫວາຢ່າງມີຄວາມສຸກ
  • ຫົວ​ຂໍ້​ຈາກ​ຄຳພີ​ໄບເບິນ​ສຳລັບ​ການ​ສົນທະນາ
    ຫົວຂໍ້ຈາກຄຳພີໄບເບິນສຳລັບການສົນທະນາ
ເບິ່ງຕື່ມ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2017
ຄມປ17 ເມສາ ໜ້າ 2

ຊີວິດ​ຄລິດ​ສະຕຽນ

ຕ້ອນຮັບ​ຢ່າງ​ອົບອຸ່ນ

ຕ້ອນຮັບ​ໃຜ​ຢ່າງ​ອົບອຸ່ນ? ທຸກ​ຄົນ​ທີ່​ເຂົ້າ​ຮ່ວມ​ການ​ປະຊຸມ ທັງ​ຄົນ​ໃໝ່ໆແລະ​ຄົນ​ທີ່​ເຂົ້າ​ຮ່ວມ​ດົນ​ແລ້ວ. (ໂລມ 15:7; ເຫບ. 13:2) ນີ້​ລວມ​ເຖິງ​ພີ່​ນ້ອງ​ທີ່​ມາ​ຈາກ​ຕ່າງ​ປະເທດ ຫຼື​ຄົນ​ທີ່​ເຊົາ​ຮັບໃຊ້​ເຊິ່ງ​ເຂົ້າ​ຮ່ວມ​ປະຊຸມ​ເປັນ​ຄັ້ງ​ທຳອິດ​ໃນ​ໄລຍະ​ຫຼາຍ​ປີ​ທີ່​ຜ່ານ​ມາ. ໃຫ້​ນຶກ​ພາບ​ວ່າ​ເຈົ້າ​ຈະ​ຮູ້ສຶກ​ແນວ​ໃດ​ເມື່ອ​ຢູ່​ໃນ​ສະພາບ​ແບບ​ນັ້ນ? ເຈົ້າ​ຈະ​ຮູ້​ຄຸນຄ່າ​ທີ່​ມີ​ການ​ຕ້ອນຮັບ​ຢ່າງ​ອົບອຸ່ນ​ແມ່ນ​ບໍ? (ມັດ. 7:12) ດັ່ງ​ນັ້ນ ໃຫ້​ເຮົາ​ອອກ​ຄວາມ​ພະຍາຍາມ​ຫຼາຍ​ຂຶ້ນ​ໄດ້​ບໍ​ທີ່​ຈະ​ຍ່າງ​ໄປ​ລົມ​ກັບ​ຄົນ​ອື່ນ​ທັງ​ກ່ອນ​ແລະ​ຫຼັງ​ປະຊຸມ? ການ​ເຮັດ​ແບບ​ນີ້​ສົ່ງເສີມ​ບັນຍາກາດ​ທີ່​ອົບອຸ່ນ​ແລະ​ມີ​ຄວາມ​ຮັກ ແລະ​ໃຫ້​ກຽດ​ພະ​ເຢໂຫວາ. (ມັດ. 5:16) ແນ່ນອນ​ວ່າ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ລົມ​ກັບ​ທຸກ​ຄົນ​ຢູ່​ຫັ້ນ. ແຕ່​ທຸກ​ຄົນ​ຈະ​ຮູ້ສຶກ​ວ່າ​ໄດ້​ຮັບ​ການ​ຕ້ອນຮັບ ຖ້າ​ເຮົາ​ພະຍາຍາມ​ເຮັດ​ແບບ​ນັ້ນ.a

ນ້ຳໃຈ​ຕ້ອນຮັບ​ແຂກ​ບໍ່​ໄດ້​ສະແດງ​ອອກ​ໃນ​ໂອກາດ​ພິເສດ​ເທົ່າ​ນັ້ນ ເຊັ່ນ: ການ​ປະຊຸມ​ອະນຸສອນ ແຕ່​ຕ້ອງ​ສະແດງ​ອອກ​ທຸກ​ເວລາ. ເມື່ອ​ຄົນ​ໃໝ່ໆເຫັນ​ແລະ​ປະສົບ​ກັບ​ການ​ສະແດງ​ຄວາມ​ຮັກ​ແບບ​ຄລິດສະຕຽນ ເຂົາ​ເຈົ້າ​ອາດ​ຖືກ​ກະຕຸ້ນ​ໃຫ້​ສັນລະເສີນ​ພະເຈົ້າ​ແລະ​ເຂົ້າ​ຮ່ວມ​ໃນ​ການ​ນະມັດສະການ​ບໍລິສຸດ.—ໂຢ. 13:35.

a ຫຼັກ​ການ​ໃນ​ຄຳພີ​ໄບເບິນ​ຈຳກັດ​ການ​ຄົບຫາ​ກັບ​ຄົນ​ທີ່​ຖືກ​ຕັດ​ສຳພັນ​ຫຼື​ຄົນ​ທີ່​ຕັດ​ຕົວ​ເອງ​ເຊິ່ງ​ອາດ​ຈະ​ເຂົ້າ​ຮ່ວມ​ການ​ປະຊຸມ.—1 ໂກ. 5:11; 2 ໂຢ. 10

ພີ່​ນ້ອງ​ຊາຍ​ຕ້ອນຮັບ​ຄົນ​ໃໝ່​ເຂົ້າ​ຫໍ​ປະຊຸມ​ລາຊະອານາຈັກ

ຄຳ​ແນະນຳ​ສຳລັບ​ການ​ຊ່ວຍ​ຄົນ​ໃໝ່ໆ

  • ແນະນຳ​ຕົວ​ເອງ​ແລະ​ຖາມ​ຊື່​ເຂົາ​ເຈົ້າ

  • ຊວນ​ເຂົາ​ເຈົ້າ​ມາ​ນັ່ງ​ຂ້າງ​ເຈົ້າ

  • ໃຫ້​ເຂົາ​ເຈົ້າ​ເບິ່ງ​ຄຳພີ​ໄບເບິນ​ແລະ​ປຶ້ມ​ເພງ​ນຳ

  • ເມື່ອ​ປະຊຸມ​ຈົບ ໃຫ້​ກຽມ​ພ້ອມ​ຕອບ​ຄຳຖາມ​ຂອງ​ເຂົາ​ເຈົ້າ

  • ເມື່ອ​ເໝາະ​ສົມ​ກໍ​ໃຫ້​ສະເໜີ​ການ​ສຶກສາ​ຄຳພີ​ໄບເບິນ

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌