ການບຳລຸງຮັກສາຫໍປະຊຸມໃນປະເທດສະວິດ
ຕົວຢ່າງການສະເໜີ
ຫໍສັງເກດການ
ຄຳນຳ: ຫຼາຍຄົນໄດ້ຍິນຄຳພະຍາກອນເລື່ອງໂລກແຕກຈາກໂທລະທັດຫຼືເຫັນໃນໜັງ. ດັ່ງນັ້ນບາງຄົນຈຶ່ງຢ້ານ ແລະບາງຄົນກໍຢາກຮູ້ວ່າຈະເປັນຈິງບໍ.
ຂໍ້ພະຄຳພີ: ຄຳປ. 1:3
ການສະເໜີ: ຫໍສັງເກດການສະບັບນີ້ອະທິບາຍຄວາມໝາຍຂອງສັນຍະລັກກ່ຽວກັບຄົນຂີ່ມ້າສີ່ຄົນເຊິ່ງແມ່ນຂ່າວດີສຳລັບພວກເຮົາ.
ສອນຄວາມຈິງ:
ຄຳຖາມ: ໃຜສາມາດບອກໃຫ້ເຮົາຮູ້ວ່າຈະເກີດຫຍັງຂຶ້ນໃນອະນາຄົດ?
ຂໍ້ພະຄຳພີ: ເອຊາ. 46:10
ຄວາມຈິງ: ພະເຢໂຫວາບອກໃຫ້ເຮົາຮູ້ກ່ຽວກັບອະນາຄົດໂດຍທາງຄຳພີໄບເບິນ.
ຄອບຄົວຂອງທ່ານຈະມີຄວາມສຸກໄດ້ແນວໃດ?
ຄຳນຳ: ຂ້ອຍມີວິດີໂອກ່ຽວກັບເລື່ອງຄອບຄົວ. [ເປີດວິດີໂອຄອບຄົວຂອງທ່ານຈະມີຄວາມສຸກໄດ້ແນວໃດ?]
ການສະເໜີ: ຖ້າເຈົ້າສົນໃຈຢາກອ່ານປຶ້ມທີ່ວິດີໂອນີ້ເວົ້າເຖິງ ຂ້ອຍເອົາຫົວໜຶ່ງໃຫ້ເຈົ້າກໍໄດ້ ຫຼືຂ້ອຍຈະໃຫ້ເຈົ້າເບິ່ງວິທີດາວໂຫຼດຈາກເວັບໄຊ.
ລອງຂຽນວິທີການສະເໜີຂອງເຈົ້າ
ໃຊ້ຕົວຢ່າງການສະເໜີເພື່ອປັບເປັນຮູບແບບຂອງຕົວເອງ.