ສິ່ງທີ່ມີຄ່າຈາກພະຄຳຂອງເຈົ້າ | ເຢເຣມີ 44-48
ຢ່າ “ຊອກຫາສິ່ງຂອງໃຫຍ່ສຳລັບຕົວເອງ”
ເບິ່ງຄືວ່າບາຣຶກເປັນພະນັກງານທີ່ມີຄວາມຮູ້ໃນວັງກະສັດ. ເຖິງວ່າລາວຮັບໃຊ້ພະເຢໂຫວາແລະຊ່ວຍວຽກເຢເຣມີຢ່າງສັດຊື່ ແຕ່ຮອດຈຸດໜຶ່ງໃນຊີວິດລາວມີບັນຫາ. ລາວເລີ່ມ “ຊອກຫາສິ່ງຂອງໃຫຍ່” ເຊິ່ງອາດແມ່ນຕຳແໜ່ງທີ່ສູງຂຶ້ນໃນວັງກະສັດຫຼືຢາກມີວັດຖຸເງິນຄຳຫຼາຍຂຶ້ນ. ດັ່ງນັ້ນ ເພື່ອຈະລອດຈາກການທຳລາຍເມືອງເຢຣຶຊາເລມທີ່ກຳລັງຈະເກີດຂຶ້ນ ລາວຕ້ອງປັບປ່ຽນຄວາມຄິດ.