ຊີວິດຄລິດສະຕຽນ
ມາລະຍາດທີ່ດີໃນການປະກາດຕາມບ້ານເຮືອນ
ຄລິດສະຕຽນ “ຢູ່ໃນສາຍຕາຂອງຄົນທັງໂລກ” (1 ໂກ. 4:9, ລ.ມ.) ນີ້ບໍ່ຄວນເຮັດໃຫ້ເຮົາຕົກໃຈຖ້າເຈົ້າຂອງເຮືອນຈະເບິ່ງເຮົາຈາກປ່ອງຢ້ຽມ ຫຼືຟັງຢູ່ໃນເຮືອນ. ບາງເຮືອນອາດມີກ້ອງວົງຈອນປິດ ແລະມີໄມໂຄຣໂຟນທີ່ເຮັດໃຫ້ເຈົ້າຂອງເຮືອນສາມາດສັງເກດ ຟັງ ແລະບັນທຶກສຽງຂອງເຮົາໄດ້. ດັ່ງນັ້ນ ເຮົາຄວນຈະສະແດງມາລະຍາດທີ່ດີເມື່ອໄປປະກາດຕາມບ້ານເຮືອນ.—2 ໂກ. 6:3
ການປະພຶດຂອງເຈົ້າ (ຟີລິບ 1:27):
ນັບຖືຄວາມເປັນສ່ວນຕົວຂອງເຈົ້າຂອງເຮືອນໂດຍບໍ່ພະຍາຍາມເຂົ້າໄປໃນເຮືອນ ບໍ່ກິນ ດື່ມ ໃຊ້ໂທລະສັບມືຖື ຫຼືສົ່ງຂໍ້ຄວາມໃນຂະນະທີ່ຢືນຢູ່ໜ້າປະຕູ
ການໃຊ້ຄຳເວົ້າ (ເອເຟ. 4:29):
ໃນຂະນະທີ່ຢືນຢູ່ໜ້າປະຕູ ບໍ່ຄວນເວົ້າສິ່ງໃດກໍຕາມທີ່ເຈົ້າບໍ່ຢາກໃຫ້ເຈົ້າຂອງເຮືອນໄດ້ຍິນ. ຜູ້ປະກາດບາງຄົນອາດເວົ້າບາງຢ່າງທີ່ເຮັດໃຫ້ການສົນທະນາຢຸດທັນທີ ດັ່ງນັ້ນ ພວກເຂົາຕ້ອງຄິດໃຫ້ດີກ່ອນທີ່ຈະເວົ້າ.