ຊີວິດຄລິດສະຕຽນ
ປູກຝັງຄຸນລັກສະນະແບບພະເຈົ້າ—ຄວາມເຊື່ອ
ເປັນຫຍັງຈຶ່ງສຳຄັນ:
- ເຮົາຈຳເປັນຕ້ອງມີຄວາມເຊື່ອເພື່ອຈະເຮັດໃຫ້ພະເຈົ້າພໍໃຈ—ເຫບ. 11:6 
- ຄວາມເຊື່ອໃນຄຳສັນຍາຂອງພະເຢໂຫວາຊ່ວຍໃຫ້ເຮົາອົດທົນຕໍ່ການທົດສອບຕ່າງໆໄດ້—1 ເປ. 1:6, 7 
- ການຂາດຄວາມເຊື່ອຈະນຳໄປສູ່ການເຮັດບາບ—ເຫບ. 3:12, 13 
ສິ່ງທີ່ຄວນເຮັດ:
- ອະທິດຖານຂໍໃຫ້ມີຄວາມເຊື່ອຫຼາຍຂຶ້ນ—ລືກາ 11:9, 13; ຄລາ. 5:22 
- ອ່ານຄຳພີໄບເບິນແລະຄິດຕຶກຕອງ—ໂລມ 10:17; 1 ຕີໂມ. 4: 15 
- ຄົບຫາກັບຄົນທີ່ມີຄວາມເຊື່ອຢູ່ສະເໝີ—ໂລມ 1:11, 12 
ຂ້ອຍຈະເສີມສ້າງຄວາມເຊື່ອຕົນເອງແລະຄອບຄົວໃຫ້ເຂັ້ມແຂງຂຶ້ນໄດ້ແນວໃດ?
ເບິ່ງວິດີໂອ ເຮັດສິ່ງທີ່ສົ່ງເສີມຄວາມພັກດີ—ສະແດງຄວາມເຊື່ອ ແລະຕອບຄຳຖາມຕໍ່ໄປນີ້:
- ອັນໃດແມ່ນ “ຄວາມເຊື່ອທີ່ຈິງໃຈ”? (1 ຕີໂມ. 1:5, ລ.ມ.) 
- ເພື່ອຈະມີຄວາມເຊື່ອທີ່ເຂັ້ມແຂງເຮົາຕ້ອງຫຼີກລ່ຽງແນວໂນ້ມທີ່ບໍ່ດີອັນໃດ? 
- ເປັນຫຍັງຈຳເປັນທີ່ເຮົາຕ້ອງມີຄວາມເຊື່ອໃນໄລຍະຄວາມທຸກລຳບາກຄັ້ງໃຫຍ່? (ເຫບ. 10:39)