ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ18 ກຸມພາ ໜ້າ 4
  • “ຈົ່ງ​ນັບຖື​ພໍ່​ແມ່​ຂອງ​ເຈົ້າ”

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • “ຈົ່ງ​ນັບຖື​ພໍ່​ແມ່​ຂອງ​ເຈົ້າ”
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2018
  • ເລື່ອງທີ່ຄ້າຍກັນ
  • ການ​ໃຫ້​ກຽດ​ພໍ່​ແມ່​ຜູ້​ສູງ​ອາຍຸ
    ເຄັດລັບສຳລັບຄວາມສຸກໃນຄອບຄົວ
  • ໃຫ້ຄວາມນັບຖືແກ່ຄົນທີ່ສົມຄວນໄດ້ຮັບ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2018
ຄມປ18 ກຸມພາ ໜ້າ 4

ຊີວິດ​ຄລິດສະຕຽນ

“ຈົ່ງ​ນັບຖື​ພໍ່​ແມ່​ຂອງ​ເຈົ້າ”

ຕອນ​ທີ່​ພະ​ເຍຊູ​ຢູ່​ໂລກ​ນີ້ ເພິ່ນ​ໄດ້​ເນັ້ນ​ຄຳ​ສັ່ງ​ທີ່​ວ່າ: “ຈົ່ງ​ນັບຖື​ພໍ່​ແມ່​ຂອງ​ເຈົ້າ” (ອົບ. 20:12; ມັດ. 15:4) ພະ​ເຍຊູ​ເວົ້າ​ແບບ​ນັ້ນ​ໄດ້​ກໍ​ຍ້ອນ​ວ່າ​ເພິ່ນ “ຖື​ຮັກສາ” ຫຼື​ເຊື່ອ​ຟັງ​ພໍ່​ແມ່​ຕັ້ງ​ແຕ່​ເປັນ​ເດັກ​ນ້ອຍ. (ລືກາ 2:51) ເມື່ອ​ເປັນ​ຜູ້​ໃຫຍ່ ພະ​ເຍຊູ​ໄດ້​ຈັດ​ກຽມ​ເພື່ອ​ໃຫ້​ແມ່​ຂອງ​ເພິ່ນ​ໄດ້​ຮັບ​ການ​ເບິ່ງ​ແຍງ​ຫຼັງ​ຈາກ​ທີ່​ເພິ່ນ​ຕາຍ.—ໂຢ. 19:26, 27

ສະໄໝ​ຂອງ​ເຮົາ​ກໍ​ຄື​ກັນ ຄລິດສະຕຽນ​ທີ່​ຍັງ​ນ້ອຍ​ເຊື່ອ​ຟັງ​ພໍ່​ແມ່​ແລະ​ເວົ້າ​ກັບ​ພວກ​ເພິ່ນ​ດ້ວຍ​ຄວາມ​ນັບຖື. ທີ່​ຈິງ ຄຳ​ສັ່ງ​ທີ່​ໃຫ້​ນັບຖື​ພໍ່​ແມ່​ສາມາດ​ໃຊ້​ໄດ້​ທຸກ​ຍຸກ​ທຸກ​ສະໄໝ. ເຖິງ​ວ່າ​ພວກ​ເພິ່ນ​ອາຍຸ​ຫຼາຍ​ແລ້ວ ແຕ່​ປະສົບການ​ແລະ​ຄວາມ​ຮູ້​ຂອງ​ເພິ່ນ​ກໍ​ຍັງ​ຊ່ວຍ​ເຮົາ​ໄດ້. (ສຸພາ. 23:22) ເຮົາ​ຍັງ​ນັບຖື​ພໍ່​ແມ່​ທີ່​ສູງ​ອາຍຸ​ໂດຍ​ເບິ່ງ​ແຍງ​ຄວາມ​ຈຳເປັນ​ດ້ານ​ອາລົມ​ແລະ​ດ້ານ​ການ​ເງິນ​ຂອງ​ເພິ່ນ. (1 ຕີໂມ. 5:8) ບໍ່​ວ່າ​ເຮົາ​ຈະ​ໜຸ່ມ​ຫຼື​ເຖົ້າ ການ​ເວົ້າ​ດີໆກັບ​ພໍ່​ແມ່​ຢູ່​ສະເໝີ​ເປັນ​ສິ່ງ​ສຳຄັນ​ໃນ​ການ​ສະແດງ​ຄວາມ​ນັບຖື​ຕໍ່​ພວກ​ເພິ່ນ.

ໃຫ້​ເບິ່ງ​ໝວດ​ສອນ​ດ້ວຍ​ພາບ​ວາດ​ເລື່ອງ ຂ້ອຍ​ຈະ​ລົມ​ກັບ​ພໍ່​ແມ່​ແນວ​ໃດ​ດີ? ແລະ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເປັນ​ຫຍັງ​ຈຶ່ງ​ເປັນ​ເລື່ອງ​ຍາກ​ທີ່​ເຈົ້າ​ຈະ​ລົມ​ກັບ​ພໍ່​ແມ່?

  • ເຈົ້າ​ຈະ​ນັບຖື​ພໍ່​ແມ່​ແນວ​ໃດ​ເມື່ອ​ລົມ​ກັບ​ເຂົາ​ເຈົ້າ?

    ລູກ​ຊາຍ​ຂຽນ​ຈົດ​ໝາຍ​ຫາ​ພໍ່​ແມ່, ເວົ້າ​ກັບ​ພໍ່​ແມ່, ແລະ​ເຕະ​ບານ​ນຳ​ພໍ່
  • ເປັນ​ຫຍັງ​ການ​ພະຍາຍາມ​ລົມ​ກັບ​ພໍ່​ແມ່​ຈຶ່ງ​ເປັນ​ສິ່ງ​ທີ່​ດີ? (ສຸພາ. 15:22)

    ພໍ່​ແມ່​ຊ່ວຍ​ລູກ​ຊາຍ​ໃນ​ການ​ກຽມ​ຕົວ​ເພື່ອ​ຮັບ​ມື​ກັບ​ຂໍ້​ທ້າທາຍ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ເມື່ອ​ໜ້າ

    ການ​ລົມ​ກັບ​ພໍ່​ແມ່​ສາມາດ​ຊ່ວຍ​ເຈົ້າ​ໃຫ້​ປະສົບ​ຜົນ​ສຳເລັດ​ໃນ​ຊີວິດ

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌