ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ໂຢຮັນ 9-10
ພະເຍຊູສົນໃຈແກະຂອງເພິ່ນ
ຄວາມຜູກພັນລະຫວ່າງແກະກັບຜູ້ລ້ຽງແມ່ນອາໄສຄວາມຮູ້ແລະຄວາມໄວ້ໃຈ. ພະເຍຊູເປັນຜູ້ລ້ຽງແກະທີ່ດີ ເພິ່ນຮູ້ຈັກແກະແຕ່ລະຕົວວ່າຕ້ອງການຫຍັງ ຮູ້ຈັກຈຸດແຂງແລະຈຸດອ່ອນຂອງແກະ. ສ່ວນແກະກໍຮູ້ຈັກຜູ້ລ້ຽງເປັນຢ່າງດີແລະໄວ້ວາງໃຈໃນການຊີ້ນຳຂອງເພິ່ນ.
ພະເຍຊູເປັນຜູ້ລ້ຽງແກະທີ່ດີແນວໃດແດ່ໃນການ . . .
ລວບລວມແກະ?
ຊີ້ນຳແກະ?
ປົກປ້ອງແກະ?
ລ້ຽງແກະ?