ຊີວິດຄລິດສະຕຽນ
“ໂປໂລຂອບໃຈພະເຈົ້າແລະມີກຳລັງໃຈ”
ເມື່ອພີ່ນ້ອງໃນປະຊາຄົມໂລມໄດ້ຍິນວ່າໂປໂລກຳລັງມາພວກເຂົາບາງຄົນກໍອອກເດີນທາງປະມານ 64 ກິໂລແມັດເພື່ອໄປຕ້ອນຮັບລາວ. ຄວາມຮັກແບບເສຍສະລະຂອງພວກເຂົາເຮັດໃຫ້ໂປໂລຮູ້ສຶກແນວໃດ? “ເມື່ອໂປໂລເຫັນພີ່ນ້ອງກໍຂອບໃຈພະເຈົ້າແລະມີກຳລັງໃຈ.” (ກິດ. 28:15, ລ.ມ.) ເຖິງໂປໂລມີຊື່ສຽງວ່າເປັນຄົນທີ່ໃຫ້ກຳລັງໃຈພີ່ນ້ອງໃນປະຊາຄົມທີ່ລາວເຄີຍໄປຢາມ ແຕ່ຕອນນີ້ລາວຖືກຄຸມຕົວຢູ່ ແລະລາວໄດ້ຮັບກຳລັງໃຈຈາກພີ່ນ້ອງແທນ.—2 ໂກ. 13:10
ໃນທຸກມື້ນີ້ຜູ້ດູແລໝວດຫຼາຍຄົນເດີນທາງຈາກປະຊາຄົມໜຶ່ງໄປອີກປະຊາຄົມໜຶ່ງເພື່ອໃຫ້ກຳລັງໃຈພີ່ນ້ອງ. ຄືກັບຜູ້ຮັບໃຊ້ຂອງພະເຈົ້າທຸກຄົນ ບາງຄັ້ງພວກເຂົາຮູ້ສຶກເມື່ອຍ ກັງວົນ ແລະໝົດກຳລັງໃຈ. ເທື່ອໜ້າເມື່ອຜູ້ດູແລໝວດແລະເມຍຂອງລາວມາຢາມປະຊາຄົມຂອງເຈົ້າ ເຈົ້າສາມາດເຮັດຫຍັງໄດ້ເພື່ອຊ່ວຍພວກເຂົາໃຫ້ມີກຳລັງໃຈ ເພື່ອວ່າຈະໄດ້ “ໃຫ້ກຳລັງໃຈກັນແລະກັນ”?—ໂລມ 1:11, 12
ເຂົ້າຮ່ວມການປະຊຸມເພື່ອການປະກາດ. ຜູ້ດູແລໝວດໄດ້ຮັບກຳລັງໃຈເມື່ອຜູ້ປະກາດຫຼາຍຄົນເຕັມໃຈເສຍສະລະເພື່ອຮັບປະໂຫຍດຢ່າງເຕັມທີ່ຈາກອາທິດທີ່ພິເສດນີ້. (1 ເທ. 1:2, 3; 2:20) ລອງຕັ້ງເປົ້າໝາຍເປັນໄພໂອເນຍສົມທົບໃນເດືອນທີ່ລາວມາຢາມ. ເຈົ້າສາມາດຊວນຜູ້ດູແລໝວດແລະເມຍໄປຮັບໃຊ້ ຫຼືເລືອກຜູ້ໃດຜູ້ໜຶ່ງໄປຮ່ວມສຶກສານຳໄດ້ບໍ? ພວກເຂົາມີຄວາມສຸກທີ່ໄດ້ຮັບໃຊ້ກັບຜູ້ປະກາດຫຼາຍຄົນ ເຊິ່ງລວມເຖິງຜູ້ປະກາດໃໝ່ ຫຼືຜູ້ທີ່ຮູ້ສຶກວ່າປະກາດບໍ່ຄ່ອຍເກັ່ງ.
ສະແດງນ້ຳໃຈຕ້ອນຮັບແຂກ. ເຈົ້າສາມາດໃຫ້ທີ່ພັກແລະອາຫານໄດ້ບໍ? ນີ້ສະແດງໃຫ້ຜູ້ດູແລໝວດແລະເມຍເຫັນວ່າເຈົ້າຮັກພວກເຂົາ. ພວກເຂົາກໍບໍ່ໄດ້ຄາດໝາຍໃຫ້ເຮົາຕ້ອນຮັບແບບຫຼູຫຼາ.—ລືກາ 10:38-42
ເຊື່ອຟັງແລະເຮັດຕາມຄຳແນະນຳຂອງລາວ. ຜູ້ດູແລໝວດຢາກຊ່ວຍເຮົາໃຫ້ຮູ້ວິທີທີ່ຈະປັບປຸງວຽກຮັບໃຊ້ພະເຢໂຫວາ. ບາງເທື່ອລາວອາດຈະຕ້ອງໃຫ້ຄຳແນະນຳທີ່ໜັກແໜ້ນ. (1 ໂກ. 5:1-5) ລາວມີຄວາມສຸກເມື່ອເຮົາເຊື່ອຟັງແລະເຮັດຕາມ.—ເຫບ. 13:17
ສະແດງຄວາມຮູ້ຄຸນຄ່າ. ບອກຜູ້ດູແລໝວດແລະເມຍຂອງລາວວ່າເຈົ້າໄດ້ຮັບປະໂຫຍດຫຍັງແດ່ຈາກວຽກຂອງພວກເຂົາ. ເຈົ້າສາມາດເຮັດແບບນີ້ໄດ້ໂດຍການເວົ້າຫຼືຂຽນຈົດໝາຍໃຫ້ພວກເຂົາ.—ໂກໂລ. 3:15