ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ19 ເມສາ ໜ້າ 4-5
  • ເຈົ້າຈະກຽມຕົວສຳລັບການປະຊຸມອະນຸສອນແນວໃດ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຈົ້າຈະກຽມຕົວສຳລັບການປະຊຸມອະນຸສອນແນວໃດ?
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2019
  • ເລື່ອງທີ່ຄ້າຍກັນ
  • ຂ12-ກ ເຫດການໃນອາທິດສຸດທ້າຍທີ່ພະເຢຊູຕາຍ (ສ່ວນ 1)
    ຄຳພີໄບເບິນສະບັບແປໂລກໃໝ່
  • ຂ12-ຂ ເຫດການໃນອາທິດສຸດທ້າຍທີ່ພະເຢຊູຕາຍ (ສ່ວນ 2)
    ຄຳພີໄບເບິນສະບັບແປໂລກໃໝ່
  • ຕາຕະລາງການປະຊຸມອະນຸສອນປີ 2023
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2023
  • ຕາຕະລາງການອ່ານຄຳພີໄບເບິນໃນໄລຍະການປະຊຸມອະນຸສອນປີ 2022
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2022
ເບິ່ງຕື່ມ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2019
ຄມປ19 ເມສາ ໜ້າ 4-5

ຊີວິດ​ຄລິດສະຕຽນ

ເຈົ້າ​ຈະ​ກຽມ​ຕົວ​ສຳລັບ​ການ​ປະຊຸມ​ອະນຸສອນ​ແນວ​ໃດ?

ເລີ່ມ​ຕັ້ງ​ແຕ່​ປີ​ນີ້​ເຮົາ​ຈະ​ໃຊ້​ເວລາ​ຫຼາຍ​ຂຶ້ນ​ໃນ​ການ​ກຽມ​ຕົວ​ເພື່ອ​ລະນຶກ​ເຖິງ​ການ​ຕາຍ​ຂອງ​ພະ​ຄລິດ. ຖ້າ​ການ​ປະຊຸມ​ອະນຸສອນ​ກົງ​ກັບ​ກາງ​ອາທິດ​ກໍ​ຈະ​ບໍ່​ມີ​ການ​ປະຊຸມ​ຊີວິດ​ຄລິດສະຕຽນ​ແລະ​ວຽກ​ຮັບໃຊ້. ຖ້າ​ການ​ປະຊຸມ​ອະນຸສອນ​ກົງ​ກັບ​ທ້າຍ​ອາທິດ​ກໍ​ຈະ​ບໍ່​ມີ​ຄຳ​ບັນລະຍາຍ​ສາທາລະນະ​ແລະ​ການ​ສຶກສາ​ຫໍສັງເກດການ. ເຈົ້າ​ຈະ​ໃຊ້​ເວລາ​ທີ່​ມີ​ຫຼາຍ​ຂຶ້ນ​ໃຫ້​ເປັນ​ປະໂຫຍດ​ທີ່​ສຸດ​ບໍ? ຄື​ກັບ​ໃນ​ສະຕະວັດ​ທຳອິດ ຕ້ອງ​ມີ​ການ​ຈັດ​ກຽມ​ຫຼາຍ​ສິ່ງ​ສຳລັບ​ໂອກາດ​ທີ່​ພິເສດ​ນີ້. (ລືກາ 22:7-13; ວຮ 3/15 ໜ້າ 1) ແຕ່​ເຮົາ​ທຸກ​ຄົນ​ຄວນ​ກຽມ​ຫົວໃຈ​ໃຫ້​ພ້ອມ. ເຮົາ​ຈະ​ເຮັດ​ແບບ​ນັ້ນ​ໄດ້​ແນວ​ໃດ?

  • ຄິດ​ເຖິງ​ວ່າ​ການ​ເຂົ້າ​ຮ່ວມ​ການ​ປະຊຸມ​ນີ້​ສຳຄັນ​ແນວ​ໃດ.—1 ໂກ. 11:23-26

  • ອະທິດຖານ​ແລະ​ກວດ​ເບິ່ງ​ວ່າ​ສາຍ​ສຳພັນ​ຂອງ​ເຈົ້າ​ກັບ​ພະ​ເຢໂຫວາ​ເປັນ​ແນວ​ໃດ.—1 ໂກ. 11:27-29; 2 ໂກ. 13:5

  • ອ່ານ​ແລະ​ຄິດ​ຕຶກຕອງ​ຂໍ້​ຄຳພີ​ຫຼື​ບົດ​ຄວາມ​ທີ່​ເວົ້າ​ເຖິງ​ຄວາມ​ໝາຍ​ຂອງ​ການ​ປະຊຸມ​ອະນຸສອນ.—ໂຢ. 3:16; 15:13

ຜູ້​ປະກາດ​ບາງ​ຄົນ​ອ່ານ​ແລະ​ຄິດ​ຕຶກຕອງ​ຂໍ້​ພະ​ຄຳພີ​ໃນ​ໄລຍະ​ການ​ປະຊຸມ​ອະນຸສອນ​ທີ່​ຢູ່​ໃນ​ປຶ້ມ​ການ​ພິຈາລະນາ​ຂໍ້​ພະ​ຄຳພີ​ປະຈຳ​ວັນ. ບາງ​ຄົນ​ຈະ​ອ່ານ​ຂໍ້​ຄຳພີ​ທີ່​ຢູ່​ໃນ​ແຜນ​ພູມ​ທີ່​ໃຫ້​ມາ​ນີ້. ສ່ວນ​ພີ່​ນ້ອງ​ຄົນ​ອື່ນໆຈະ​ທົບ​ທວນ​ຫໍສັງເກດການ​ບົດ​ຄວາມ​ທີ່​ເວົ້າ​ເຖິງ​ການ​ປະຊຸມ​ອະນຸສອນ​ແລະ​ຄວາມ​ຮັກ​ທີ່​ພະ​ເຢໂຫວາ​ແລະ​ພະ​ເຍຊູ​ໄດ້​ສະແດງ​ຕໍ່​ເຮົາ. ບໍ່​ວ່າ​ເຈົ້າ​ຈະ​ໃຊ້​ວິທີ​ໃດ​ໃນ​ການ​ສຶກສາ ນັ້ນ​ອາດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ໃກ້​ຊິດ​ກັບ​ພະ​ເຢໂຫວາ​ແລະ​ລູກ​ຊາຍ​ຂອງ​ພະອົງ​ຫຼາຍ​ຂຶ້ນ.

ອາທິດ​ສຸດ​ທ້າຍ​ທີ່​ພະ​ເຍຊູ​ມີ​ຊີວິດ​ຢູ່​ເທິງ​ໂລກ (ຕອນ​ທີ 1 ແລະ​ຕອນ​ທີ 2)
    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌