ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ19 ມິຖຸນາ ໜ້າ 7
  • ເລືອກຄວາມບັນເທີງຢ່າງສະຫຼາດ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເລືອກຄວາມບັນເທີງຢ່າງສະຫຼາດ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2019
  • ເລື່ອງທີ່ຄ້າຍກັນ
  • ເລືອກ​ຄວາມ​ບັນເທີງ​ໃນ​ແບບ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ວິທີ​ເລືອກ​ຄວາມ​ບັນເທີງ​ທີ່​ດີ​ງາມ
    “ຈົ່ງຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າ”
  • ນະມັດສະການ​ພະ​ເຢໂຫວາ​ພຽງ​ຜູ້​ດຽວ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2019
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2019
ຄມປ19 ມິຖຸນາ ໜ້າ 7

ວັນ​ທີ 24-30 ມິຖຸນາ

ເລືອກ​ຄວາມ​ບັນເທີງ​ຢ່າງ​ສະຫຼາດ

ເປັນ​ຫຍັງ​ເຮົາ​ຕ້ອງ​ເລືອກ​ຄວາມ​ບັນເທີງ​ຢ່າງ​ສະຫຼາດ? ເພາະ​ວ່າ​ເມື່ອ​ເຮົາ​ເລືອກ​ເບິ່ງ​ໜັງ ຟັງ​ເພງ ເບິ່ງ​ເວັບໄຊ ອ່ານ​ປຶ້ມ ຫຼື​ຫຼິ້ນ​ເກມ ເຮົາ​ກໍ​ກຳລັງ​ເອົາ​ຂໍ້​ມູນ​ເຂົ້າ​ໄປ​ໃນ​ຄວາມ​ຄິດ​ຈິດ​ໃຈ​ຂອງ​ເຮົາ. ການ​ເລືອກ​ຂອງ​ເຮົາ​ມີ​ຜົນ​ກະທົບ​ຕໍ່​ນິດໄສ​ແລະ​ການ​ກະທຳ​ຂອງ​ເຮົາ. ຄວາມ​ບັນເທີງ​ສ່ວນ​ຫຼາຍ​ໃນ​ທຸກ​ມື້​ນີ້​ມີ​ສິ່ງ​ທີ່​ພະ​ເຢໂຫວາ​ກຽດ​ຊັງ​ປົນ​ຢູ່​ນຳ. (ເພງ. 11:5; ຄລາ. 5:19-21) ດ້ວຍ​ເຫດ​ນີ້ ຄຳພີ​ໄບເບິນ​ຈຶ່ງ​ກະຕຸ້ນ​ເຮົາ​ໃຫ້​ເຮັດ​ສິ່ງ​ທີ່​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ກຽດ.—ຟີລິບ 4:8

ເບິ່ງ​ວິດີໂອ ຂ້ອຍ​ຄວນ​ເລືອກ​ຄວາມ​ບັນເທີງ​ແບບ​ໃດ? ຈາກ​ນັ້ນ ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ເກມ​ນັກ​ຮົບ​ໂລມ

    ເກມ​ການ​ຕໍ່​ສູ້​ທີ່​ໂຫດ​ຮ້າຍ​ໃນ​ສະໄໝ​ໂລມ​ບູຮານ​ຄ້າຍ​ຄື​ກັບ​ຄວາມ​ບັນເທີງ​ໃນ​ທຸກ​ມື້​ນີ້​ແນວ​ໃດ?

  • ພີ່​ນ້ອງ​ຊາຍ​ໄພໂອເນຍ​ກັບ​ພີ່​ຊາຍ​ທີ່​ເປັນ​ໄວ​ໜຸ່ມ​ໃນ​ປະຊາຄົມ​ກຳລັງ​ຮັບໃຊ້​ນຳ​ກັນ

    ພີ່​ນ້ອງ​ໃນ​ປະຊາຄົມ​ຈະ​ຊ່ວຍ​ເດັກ​ນ້ອຍ​ແລະ​ໄວລຸ້ນ​ໃຫ້​ເລືອກ​ຄວາມ​ບັນເທີງ​ຢ່າງ​ສະຫຼາດ​ໄດ້​ແນວ​ໃດ?

  • ທະຫານ

    ເຮົາ​ຈະ​ໃຊ້​ຫຼັກ​ການ​ໃນ​ໂລມ 12:9 ແນວ​ໃດ​ເມື່ອ​ເລືອກ​ຄວາມ​ບັນເທີງ?

  • ພະຍານ​ໄວ​ໜຸ່ມ​ກຳລັງ​ຫຼິ້ນ​ບານ

    ມີ​ຄວາມ​ບັນເທີງ​ທີ່​ດີ​ແບບ​ໃດ​ແດ່​ທີ່​ເຮົາ​ສາມາດ​ເຮັດ​ໄດ້?

ເຮົາ​ຈະ​ຮັບ​ຫຼື​ສ້າງ​ຄວາມ​ບັນເທິງ?

ຄວາມ​ບັນເທີງ​ສ່ວນ​ຫຼາຍ​ທີ່​ຄົນ​ນິຍົມ​ໃນ​ທຸກ​ມື້​ນີ້​ເຮັດ​ໃຫ້​ເຮົາ​ກາຍ​ເປັນ​ຄົນ​ມັກ​ເບິ່ງ​ຫຼື​ອ່ານ​ກ່ຽວ​ກັບ​ສິ່ງ​ທີ່​ຄົນ​ອື່ນ​ເຮັດ ແທນ​ທີ່​ຈະ​ເຮັດ​ສິ່ງ​ນັ້ນ​ດ້ວຍ​ຕົວ​ເອງ. ຕົວຢ່າງ​ເຊັ່ນ: ໜັງ ປຶ້ມ ແລະ​ລາຍການ​ໂທລະທັດ ມັກ​ຈະ​ສະເໜີ​ຄວາມ​ຄິດ​ຂອງ​ຄົນ​ອື່ນ​ບໍ່​ແມ່ນ​ຂອງ​ເຮົາ​ເອງ. ເຖິງ​ວ່າ​ເຈົ້າ​ອາດ​ຈະ​ມັກ​ຄວາມ​ບັນເທີງ​ແບບ​ນີ້​ແດ່ ແຕ່​ຫຼາຍ​ຄົນ​ກໍ​ພົບ​ວ່າ​ຄວາມ​ບັນເທີງ​ທີ່​ເຮົາ​ໄດ້​ລົງ​ມື​ເຮັດ​ມີ​ປະໂຫຍດ​ຫຼາຍ​ກວ່າ. ເຊັ່ນ​ວ່າ ບາງ​ຄົນ​ມັກ​ຫຼິ້ນ​ດົນຕີ​ຫຼື​ແຕ້ມ​ຮູບ. ບາງ​ຄົນ​ກໍ​ມັກ​ກິດຈະກຳ​ກາງ​ແຈ້ງ ເຊັ່ນ: ຫຼິ້ນ​ກິລາ ໄປ​ທ່ຽວ​ປ່າ ຫຼື​ໄປ​ຕັ້ງ​ແຄັມ. ບໍ່​ວ່າ​ເຮົາ​ຈະ​ເລືອກ​ຄວາມ​ບັນເທີງ​ແບບ​ໃດ ຂໍ​ໃຫ້​ເຮົາ “ກະທຳ​ທຸກ​ສິ່ງ​ໃຫ້​ເປັນ​ທີ່​ຖວາຍ​ລັດ​ສະໝີ​ແກ່​ພະເຈົ້າ.”—1 ໂກ. 10:31

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌