ຊີວິດຄລິດສະຕຽນ
ວຽກທີ່ດີທີ່ຈະບໍ່ມີວັນຖືກລືມ
ຜູ້ຮັບໃຊ້ຂອງພະເຢໂຫວາທຸກຄົນສາມາດເຮັດວຽກທີ່ດີທີ່ພະອົງຈະຈື່ຕະຫຼອດໄປ. ຄືກັບພໍ່ແມ່ທີ່ບໍ່ລືມສິ່ງທີ່ດີທີ່ລູກເຮັດ ພະເຢໂຫວາກໍບໍ່ລືມວຽກຮັບໃຊ້ທີ່ເຮົາເຮັດແລະຄວາມຮັກທີ່ເຮົາສະແດງຕໍ່ຊື່ຂອງພະອົງ. (ມັດ. 6:20; ເຫບ. 6:10) ແນ່ນອນ ເຮົາແຕ່ລະຄົນມີຄວາມສາມາດແລະສະພາບການທີ່ແຕກຕ່າງກັນ. ແຕ່ຖ້າເຮົາຮັບໃຊ້ພະເຢໂຫວາໃຫ້ດີທີ່ສຸດເທົ່າທີ່ເຮັດໄດ້ ເຮົາກໍຈະມີຄວາມສຸກ. (ຄລາ. 6:4; ໂກໂລ. 3:23) ເປັນເວລາຫຼາຍປີທີ່ພີ່ນ້ອງຊາຍຍິງຫຼາຍຄົນຮັບໃຊ້ຢູ່ເບເທນ ເຈົ້າຍິນດີໄປຮັບໃຊ້ຢູ່ເບເທນບໍ? ຖ້າເຮັດບໍ່ໄດ້ ເຈົ້າຈະສະໜັບສະໜູນຄົນອື່ນ ຫຼືຊ່ວຍສະມາຊິກຄອບຄົວເບເທນໃຫ້ຮັບໃຊ້ໃນວຽກທີ່ພິເສດນີ້ຕໍ່ໄປໄດ້ບໍ?
ເບິ່ງວິດີໂອເຮັດຕົວເອງໃຫ້ຢູ່ພ້ອມສຳລັບວຽກຮັບໃຊ້ຢູ່ເບເທນ ແລ້ວຕອບຄຳຖາມຕໍ່ໄປນີ້:
ອັນໃດເປັນແຮງກະຕຸ້ນໃຫ້ເຈົ້າຢາກຮັບໃຊ້ຢູ່ເບເທນ?
ບາງຄົນເວົ້າແນວໃດກ່ຽວກັບພະພອນທີ່ໄດ້ຮັບຈາກການຮັບໃຊ້ຢູ່ເບເທນ?
ຄົນທີ່ຮັບໃຊ້ຢູ່ເບເທນຕ້ອງມີຄຸນສົມບັດຫຍັງແດ່?
ຖ້າເຈົ້າຢາກສະໝັກໄປຮັບໃຊ້ຢູ່ເບເທນ ເຈົ້າຕ້ອງເຮັດແນວໃດ?