ຊີວິດຄລິດສະຕຽນ
“ໃຫ້ຄິດເຖິງສິ່ງເຫຼົ່ານັ້ນສະເໝີ”
ສິ່ງເຫຼົ່ານັ້ນແມ່ນຫຍັງ? ຟີລິບ 4:8 (ລ.ມ.) ບອກໃຫ້ຄິດເຖິງສິ່ງທີ່ຈິງ ສິ່ງທີ່ສຳຄັນ ສິ່ງທີ່ຖືກຕ້ອງ ສິ່ງທີ່ບໍລິສຸດ ສິ່ງທີ່ໜ້າຮັກ ສິ່ງທີ່ໜ້າຊົມເຊີຍ ສິ່ງທີ່ດີ ແລະສິ່ງທີ່ໜ້າຍົກຍ້ອງ. ນີ້ບໍ່ໄດ້ໝາຍຄວາມວ່າຄລິດສະຕຽນຕ້ອງຄິດກ່ຽວກັບຄຳພີໄບເບິນຕະຫຼອດເວລາ ແຕ່ສິ່ງທີ່ເຮົາຄິດຄວນເຮັດໃຫ້ພະເຢໂຫວາພໍໃຈ ບໍ່ແມ່ນເຮັດໃຫ້ຍາກຂຶ້ນທີ່ເຮົາຈະຮັກສາຄວາມສັດຊື່ຕໍ່ພະອົງ.—ເພງ. 19:14.
ການຫຼີກລ່ຽງຄວາມຄິດທີ່ບໍ່ດີອາດເປັນເລື່ອງຍາກ ເພາະເຮົາຕ້ອງຕໍ່ສູ້ກັບຄວາມບໍ່ສົມບູນແບບຂອງຕົວເອງແລະຕໍ່ສູ້ກັບຊາຕານ “ພະຂອງໂລກນີ້.” (2 ໂກ. 4:4) ເນື່ອງຈາກຊາຕານຄວບຄຸມສື່ຕ່າງໆໃນໂລກ ເນື້ອໃນສ່ວນຫຼາຍໃນໂທລະທັດ ວິທະຍຸ ອິນເຕີເນັດ ແລະປຶ້ມຕ່າງໆຈຶ່ງບໍ່ສະອາດ. ຖ້າເຮົາບໍ່ເລືອກດີໆກ່ຽວກັບສິ່ງທີ່ເຮົາເອົາເຂົ້າໄປໃນໃຈ ມັນກໍຈະສົ່ງຜົນກະທົບຕໍ່ຄວາມຄິດແລະໃນທີ່ສຸດກໍຕໍ່ການກະທຳຂອງເຮົາ.—ຢໂກ. 1:14, 15.
ເບິ່ງວິດີໂອຫຼີກລ່ຽງສິ່ງທີ່ກັດເຊາະຄວາມພັກດີ—ຄວາມບັນເທີງທີ່ບໍ່ເໝາະສົມ ແລ້ວຕອບຄຳຖາມຕໍ່ໄປນີ້:
ພີ່ນ້ອງຊາຍຄົນໜຶ່ງເບິ່ງຫຍັງໃນໂທລະສັບ ແລະສິ່ງນັ້ນສົ່ງຜົນກະທົບຕໍ່ລາວແນວໃດ?
ຄາລາຊີ 6:7, 8 ແລະ ຄຳເພງ 119:37 ຊ່ວຍລາວແນວໃດ?