ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ19 ພະຈິກ ໜ້າ 3
  • ຫຼີກລ່ຽງຄວາມຄິດແບບໂລກເມື່ອວາງແຜນແຕ່ງດອງ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຫຼີກລ່ຽງຄວາມຄິດແບບໂລກເມື່ອວາງແຜນແຕ່ງດອງ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2019
  • ເລື່ອງທີ່ຄ້າຍກັນ
  • ວາງ​ແຜນ​ງານ​ແຕ່ງດອງ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ກຽດ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2019
ຄມປ19 ພະຈິກ ໜ້າ 3
ຮູບ​ຄອບຄົວ​ຢູ່​ງານ​ແຕ່ງ​ດອງ

ຊີວິດ​ຄລິດສະຕຽນ

ຫຼີກ​ລ່ຽງ​ຄວາມ​ຄິດ​ແບບ​ໂລກ​ເມື່ອ​ວາງ​ແຜນ​ແຕ່ງ​ດອງ

ຄລິດສະຕຽນ​ທີ່​ກຳລັງ​ວາງ​ແຜນ​ຈະ​ແຕ່ງ​ດອງ​ກັນ​ມີ​ຫຼາຍ​ເລື່ອງ​ທີ່​ຕ້ອງ​ຕັດສິນ​ໃຈ. ພວກ​ເຂົາ​ອາດ​ຖືກ​ກົດ​ດັນ​ໃຫ້​ຈັດ​ງານ​ແຕ່ງ​ດອງ​ແບບ​ຟຸ່ມ​ເຟືອຍ​ຄື​ກັບ​ຄົນ​ທົ່ວໄປ​ໃນ​ສັງຄົມ. ໝູ່​ເພື່ອນ​ແລະ​ຄົນ​ໃນ​ຄອບຄົວ​ທີ່​ຫວັງ​ດີ​ອາດ​ຈະ​ແນະນຳ​ຫຼາຍ​ຢ່າງ​ກ່ຽວ​ກັບ​ການ​ຈັດ​ງານ. ຫຼັກ​ການ​ຂໍ້​ໃດ​ໃນ​ພະ​ຄຳພີ​ທີ່​ຊ່ວຍ​ຄົນ​ທີ່​ຈະ​ແຕ່ງ​ດອງ​ກັນ​ໃຫ້​ວາງ​ແຜນ​ຈັດ​ງານ​ໃນ​ແບບ​ທີ່​ບໍ່​ມີ​ຫຍັງ​ເຮັດ​ໃຫ້​ຮູ້ສຶກ​ຜິດ​ແລະ​ບໍ່​ຕ້ອງ​ເສຍໃຈ​ພາຍ​ຫຼັງ?

ເບິ່ງ​ວິດີໂອ​ງານ​ແຕ່ງ​ດອງ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ຄຳ​ສັນລະເສີນ ແລ້ວ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ຫຼັກ​ການ​ໃນ​ພະ​ຄຳພີ​ຂໍ້​ຕໍ່​ໄປ​ນີ້​ຊ່ວຍ​ນິກ​ແລະ​ຈູເລຍ​ນ້າ​ແນວ​ໃດ?

    • 1 ໂກ 10:31

    • 1 ໂຢ 2:15, 16

    • ຄລາ 5:19-21

    • 1 ຕີ​ໂມ 2:9

  • ເປັນ​ຫຍັງ​ຄົນ​ທີ່​ໝັ້ນ​ກັນ​ແລ້ວ​ຄວນ​ເລືອກ​ພີ່​ນ້ອງ​ຄລິດສະຕຽນ​ທີ່​ເປັນ​ຜູ້​ໃຫຍ່​ທາງ​ຄວາມ​ເຊື່ອ​ໃຫ້​ເປັນ “ຜູ້​ເບິ່ງ​ແຍງ​ງານ​ລ້ຽງ”?—ໂຢ 2:9, 10, ລ.ມ.

  • ນິກ​ແລະ​ຈູເລຍ​ນ້າ​ມີ​ເຫດຜົນ​ຫຍັງ​ແດ່​ທີ່​ຕັດສິນ​ໃຈ​ຈັດ​ງານ​ແຕ່ງ​ດອງ​ແບບ​ນັ້ນ?

  • ໃຜ​ເປັນ​ຄົນ​ຕັດສິນ​ໃຈ​ຂັ້ນ​ສຸດ​ທ້າຍ​ກ່ຽວ​ກັບ​ງານ​ແຕ່ງ​ດອງ​ແລະ​ງານ​ລ້ຽງ?—w06-SI 15/10 ໜ້າ 25, 26 ຂໍ້ 10

ຮູບ​ພາບ: ຮູບ​ຈາກ​ວິດີໂອ ‘ງານ​ແຕ່ງດອງ​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ຄຳ​ສັນລະເສີນ.’ ນິກ​ກັບ​ຈູ​ເລຍ​ນ້າ ແລະ​ຜົວ​ເມຍ​ຄລິດ​ສະຕຽນ​ຄູ່​ໜຶ່ງ​ກຳລັງ​ວາງ​ແຜນ​ງານ​ແຕ່ງດອງ ເຊິ່ງ​ມີ​ຫຼາຍ​ເລື່ອງ​ທີ່​ພວກ​ເຂົາ​ຕ້ອງ​ຕັດ​ສິນ​ໃຈ. 1. ນິກ​ກັບ​ຈູ​ເລຍ​ນ້າອະທິດ​ຖານ​ເປັນ​ສ່ວນ​ຕົວ. 2. ມີ​ແທັບ​ເລັດ​ແລະ​ເຈ້ຍ​ຕ່າງໆ​ທີ່​ສະແດງ​ວ່າ​ພວກ​ເຂົາ​ໄດ້​ຄົ້ນ​ຄວ້າ​ຂໍ້​ມູນ. 3. ນິກ​ກັບ​ຈູ​ເລຍ​ນ້າ​ລົມ​ກັບ​ຄອບ​ຄົວ​ເລື່ອງ​ແຜນ​ການ​ຈັດ​ງານ​ແຕ່ງດອງ. 4. ນິກ​ກັບ​ຈູ​ເລຍ​ນ້າກຽມບັດເຊີນ​ດອງ​ກັບ​ຄອບ​ຄົວ​ແລະ​ໝູ່.
    ໜັງສືພາສາລາວ (1993-2026)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌