ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ20 ສິງຫາ ໜ້າ 3
  • ມີຄວາມເຊື່ອທີ່ໝັ້ນຄົງເມື່ອຈຸດຈົບໃກ້ເຂົ້າມາ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ມີຄວາມເຊື່ອທີ່ໝັ້ນຄົງເມື່ອຈຸດຈົບໃກ້ເຂົ້າມາ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2020
  • ເລື່ອງທີ່ຄ້າຍກັນ
  • ປູກ​ຝັງ​ຄຸນ​ລັກສະນະ​ແບບ​ພະເຈົ້າ—ຄວາມ​ກ້າຫານ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2017
  • ການສະແດງຄວາມກ້າຫານບໍ່ຍາກເກີນໄປ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
  • ຈົ່ງກ້າຫານແລະລົງມືເຮັດ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
  • ຂໍ​ຊ່ວຍ​ໃຫ້​ຂ້ອຍ​ກ້າຫານ
    ຮ້ອງເພງສັນລະເສີນພະເຢໂຫວາຢ່າງມີຄວາມສຸກ
ເບິ່ງຕື່ມ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2020
ຄມປ20 ສິງຫາ ໜ້າ 3

ຊີວິດ​ຄລິດສະຕຽນ

ມີ​ຄວາມ​ເຊື່ອ​ທີ່​ໝັ້ນ​ຄົງ​ເມື່ອ​ຈຸດ​ຈົບ​ໃກ້​ເຂົ້າ​ມາ

ເປັນ​ຫຍັງ​ເລື່ອງ​ນີ້​ຈຶ່ງ​ສຳຄັນ: ອີກ​ບໍ່​ດົນ ສິ່ງ​ທີ່​ໜ້າ​ງຶດງໍ້​ຈະ​ເກີດ​ຂຶ້ນ​ເຊິ່ງ​ເຮົາ​ຕ້ອງ​ສະແດງ​ຄວາມ​ກ້າຫານ​ແລະ​ໄວ້​ໃຈ​ພະ​ເຢໂຫວາ​ຫຼາຍ​ກວ່າ​ແຕ່​ກ່ອນ. ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ຈະ​ເລີ່ມ​ຕົ້ນ​ຕອນ​ທີ່​ສາສະໜາ​ປອມ​ຖືກ​ທຳລາຍ. (ມທ 24:21; ພນມ 17:16, 17) ໃນ​ຊ່ວງ​ເວລາ​ທີ່​ສັບສົນ​ວຸ່ນວາຍ​ແບບ​ນັ້ນ ເຮົາ​ຈະ​ປະກາດ​ຄຳ​ພິພາກສາ​ຢ່າງ​ກ້າຫານ. (ພນມ 16:21) ເຮົາ​ຈະ​ຖືກ​ໂຈມຕີ​ໂດຍ​ໂຄກ​ແຫ່ງ​ມາໂຄກ. (ເອເຊກ 38:10-12, 14-16) ເພື່ອ​ປົກ​ປ້ອງ​ຄົນ​ຂອງ​ພະອົງ ພະ​ເຢໂຫວາ​ຈະ​ເລີ່ມ “ສົງຄາມ​ໃນ​ວັນ​ໃຫຍ່​ຂອງ​ພະເຈົ້າ​ຜູ້​ມີ​ລິດເດດ​ສູງ​ສຸດ.” (ພນມ 16:14, 16) ເພື່ອ​ເສີມ​ຄວາມ​ກ້າຫານ​ສຳລັບ​ເຫດການ​ເຫຼົ່າ​ນີ້​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ ເຮົາ​ຕ້ອງ​ຮັກສາ​ຄວາມ​ສັດ​ຊື່​ເມື່ອ​ຄວາມ​ເຊື່ອ​ຂອງ​ເຮົາ​ຖືກ​ທົດ​ສອບ​ຕັ້ງ​ແຕ່​ຕອນ​ນີ້.

ສິ່ງ​ທີ່​ຄວນ​ເຮັດ:

  • ກ້າ​ປົກ​ປ້ອງ​ແລະ​ເຮັດ​ຕາມ​ມາດຕະຖານ​ສູງ​ດ້ານ​ສິນລະທຳ​ຂອງ​ພະ​ເຢໂຫວາ.—ເອຊາ 5:20

  • ນະມັດສະການ​ພະ​ເຢໂຫວາ​ຮ່ວມ​ກັບ​ພີ່ນ້ອງ​ຄລິດສະຕຽນ​ຕໍ່​ໄປ.—ຮຣ 10:24, 25

  • ເຊື່ອ​ຟັງ​ການ​ຊີ້​ນຳ​ທີ່​ມາ​ຈາກ​ອົງການ​ຂອງ​ພະ​ເຢໂຫວາ​ທັນທີ.—ຮຣ 13:17

  • ຄິດ​ຕຶກຕອງ​ກ່ຽວ​ກັບ​ວິທີ​ທີ່​ພະ​ເຢໂຫວາ​ຊ່ວຍ​ຄົນ​ຂອງ​ພະອົງ​ໃນ​ອະດີດ.—2ປຕ 2:9

  • ອະທິດຖານ​ຫາ​ພະ​ເຢໂຫວາ ແລະ​ໄວ້​ໃຈ​ພະອົງ.—ເພງ 112:7, 8

ເບິ່ງ​ວິດີໂອ​ສັ້ນ​ເຫດການ​ຕ່າງໆທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ​ຮຽກ​ຮ້ອງ​ໃຫ້​ມີ​ຄວາມ​ກ້າຫານ ແລ້ວ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ສາກ​ໜຶ່ງ​ໃນ​ວິດີໂອ ‘ເຫດການ​ຕ່າງ​ໆ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ​ຮຽກ​ຮ້ອງ​ໃຫ້​ມີ​ຄວາມ​ກ້າຫານ.’ ຫຼັງ​ຈາກ​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ໄດ້​ອ່ານ​ຄຳ​ປະກາດ​ຢູ່​ຫໍ​ປະຊຸມ​ວ່າ​ຈະ​ມີ​ການ​ຍຸບ​ປະຊາຄົມ​ແລະ​ແຍກ​ກັນ​ໄປ​ຢູ່​ປະຊາຄົມ​ອື່ນ​ລາວ​ກໍ​ຮູ້ສຶກ​ກັງວົນ.

    ຜູ້​ປະກາດ​ຖືກ​ທົດ​ສອບ​ເລື່ອງ​ການ​ເຊື່ອ​ຟັງ​ແນວ​ໃດ ເມື່ອ​ປະຊາຄົມ​ຂອງ​ເຂົາ​ເຈົ້າ​ຖືກ​ຍຸບ​ແລະ​ຕ້ອງ​ຍ້າຍ​ໄປ​ລວມ​ເຂົ້າ​ກັບ​ປະຊາຄົມ​ອື່ນໆ?

  • ສາກ​ໜຶ່ງ​ໃນ​ວິດີໂອ ‘ເຫດການ​ຕ່າງ​ໆ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ​ຮຽກ​ຮ້ອງ​ໃຫ້​ມີ​ຄວາມ​ກ້າຫານ.’ ພີ່ນ້ອງ​ຍິງ​ຄົນ​ດຽວ​ກັນ​ນັ້ນ​ລົມ​ເລື່ອງ​ຄຳ​ປະກາດ​ຂອງ​ປະຊາຄົມ​ກັບ​ພີ່ນ້ອງ​ຍິງ​ສອງ​ຄົນ.

    ຄວາມ​ກ້າຫານ​ແລະ​ການ​ເຊື່ອ​ຟັງ​ກ່ຽວ​ຂ້ອງ​ກັນ​ແນວ​ໃດ?

  • ສາກ​ໜຶ່ງ​ໃນ​ວິດີໂອ ‘ເຫດການ​ຕ່າງ​ໆ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ​ຮຽກ​ຮ້ອງ​ໃຫ້​ມີ​ຄວາມ​ກ້າຫານ.’ ເດັກ​ນ້ອຍ​ຄົນ​ໜຶ່ງ​ຮູ້ສຶກ​ກັງວົນ​ຫຼັງ​ຈາກ​ຄິດ​ກ່ຽວ​ກັບ​ຮູບ​ຂອງ​ວັນ​ອາມາເຄໂດນ​ໃນ​ປຶ້ມ ‘ລາຊະອານາຈັກ​ຂອງ​ພະເຈົ້າ​ປົກຄອງ​ແລ້ວ!’

    ເປັນ​ຫຍັງ​ເຮົາ​ຕ້ອງ​ມີ​ຄວາມ​ກ້າຫານ​ເມື່ອ​ອາມາເຄໂດນ​ມາ?

  • ສາກ​ໜຶ່ງ​ໃນ​ວິດີໂອ ‘ເຫດການ​ຕ່າງ​ໆ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ​ຮຽກ​ຮ້ອງ​ໃຫ້​ມີ​ຄວາມ​ກ້າຫານ.’ ເຢໂຮຊາຟັດ​ກັບ​ຄົນ​ອື່ນ​ໆ​ໃນ​ຕະກູນ​ຢູດາ​ອອກ​ໄປ​ສະ​ໜາມ​ຮົບ​ແລະ​ເຫັນ​ວ່າ​ທະຫານ​ຝ່າຍ​ສັດຕູ​ຕາຍ​ໝົດ.

    ກຽມ​ພ້ອມ​ໃນ​ຕອນ​ນີ້​ເພື່ອ​ຮັບ​ມື​ກັບ​ເຫດການ​ຕ່າງໆທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ​ເຊິ່ງ​ເຮົາ​ຕ້ອງ​ມີ​ຄວາມ​ກ້າຫານ

    ເລື່ອງ​ໃດ​ໃນ​ຄຳພີ​ໄບເບິນ​ທີ່​ຊ່ວຍ​ເຮົາ​ໃຫ້​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ສາມາດ​ຊ່ວຍ​ເຮົາ​ໃຫ້​ລອດ​ໄດ້?—2​ຂ່າວ 20:1-24

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌