ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ21 ມັງກອນ ໜ້າ 11
  • ເລືອກຮັບໃຊ້ພະເຢໂຫວາ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເລືອກຮັບໃຊ້ພະເຢໂຫວາ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
  • ເລື່ອງທີ່ຄ້າຍກັນ
  • ການ​ຮັບ​ບັບເຕມາ​ເປັນ​ເປົ້າໝາຍ​ສຳຄັນ!
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ການ​ຮັບ​ບັບເຕມາ​ແລະ​ສາຍ​ສຳພັນ​ຂອງ​ເຈົ້າ​ກັບ​ພະເຈົ້າ
    ຄຳພີໄບເບິນສອນແນວໃດແທ້ໆ?
  • ເຈົ້າ​ພ້ອມ​ແລ້ວ​ບໍ​ທີ່​ຈະ​ຮັບ​ບັບເຕມາ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2020
  • ຄວາມໝາຍແຫ່ງການຮັບບັບເຕມາຂອງເຮົາ
    ນະມັດສະການພະເຈົ້າທ່ຽງແທ້ແຕ່ອົງດຽວ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
ຄມປ21 ມັງກອນ ໜ້າ 11
ທາງ​ຍ່າງ​ນີ້​ປຽບ​ຄື​ກັບ​ເສັ້ນ​ທາງ​ຂອງ​ການ​ຮັບໃຊ້​ພະ​ເຢໂຫວາ. ປ້າຍ​ທີ່​ຢູ່​ຕາມ​ທາງ​ສະແດງ​ເຖິງ 4 ຂັ້ນ​ຕອນ​ຄື ການ​ສຶກສາ​ຄຳພີ​ໄບເບິນ ການ​ປະຊຸມ ການ​ປະກາດ ແລະ​ການ​ຮັບ​ບັບເຕມາ.

ເຈົ້າ​ຢູ່​ຈຸດ​ໃດ​ໃນ​ເສັ້ນ​ທາງ​ສູ່​ການ​ຮັບ​ບັບເຕມາ?

ຊີວິດ​ຄລິດສະຕຽນ

ເລືອກ​ຮັບໃຊ້​ພະ​ເຢໂຫວາ

ຖ້າ​ເຈົ້າ​ເປັນ​ຜູ້​ປະກາດ​ທີ່​ຍັງ​ບໍ່​ໄດ້​ຮັບ​ບັບເຕມາ​ແລະ​ອາຍຸ​ຍັງ​ນ້ອຍ​ຫຼື​ເປັນ​ນັກ​ສຶກສາ​ຄຳພີ​ໄບເບິນ ເຈົ້າ​ມີ​ເປົ້າ​ໝາຍ​ທີ່​ຈະ​ຮັບ​ບັບເຕມາ​ບໍ? ເປັນ​ຫຍັງ​ເຈົ້າ​ຄວນ​ຢາກ​ຮັບ​ບັບເຕມາ? ການ​ອຸທິດ​ຕົວ​ແລະ​ຮັບ​ບັບເຕມາ​ເປັນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ການ​ມີ​ສາຍ​ສຳພັນ​ທີ່​ພິເສດ​ກັບ​ພະ​ເຢໂຫວາ. (ເພງ 91:1) ການ​ອຸທິດ​ຕົວ​ແລະ​ຮັບ​ບັບເຕມາ​ຍັງ​ຊ່ວຍ​ເຈົ້າ​ໃຫ້​ລອດ​ນຳ. (1ປຕ 3:21) ເຈົ້າ​ຈະ​ກ້າວ​ໜ້າ​ຈົນ​ຮອດ​ຂັ້ນ​ຕອນ​ເຫຼົ່າ​ນີ້​ໄດ້​ແນວ​ໃດ?

ເຈົ້າ​ຕ້ອງ​ໝັ້ນ​ໃຈ​ວ່າ​ນີ້​ແມ່ນ​ຄວາມ​ຈິງ. ເມື່ອ​ເຈົ້າ​ມີ​ຂໍ້​ສົງໄສ ໃຫ້​ຄົ້ນ​ຄວ້າ​ເລື່ອງ​ນັ້ນ. (ຣມ 12:2) ເບິ່ງ​ວ່າ​ມີ​ຫຍັງ​ທີ່​ເຈົ້າ​ຕ້ອງ​ປ່ຽນ​ແປງ ແລະ​ເຮັດ​ຕາມ​ນັ້ນ​ຍ້ອນ​ຢາກ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ. (ສຸພາ 27:11; ອຟຊ 4:23, 24) ອະທິດຖານ​ຂໍ​ໃຫ້​ເພິ່ນ​ຊ່ວຍ​ຢູ່​ເລື້ອຍໆ. ໃຫ້​ໝັ້ນ​ໃຈ​ວ່າ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ເຈົ້າ​ເຂັ້ມແຂງ​ແລະ​ສະໜັບສະໜູນ​ເຈົ້າ​ດ້ວຍ​ພະລັງ​ບໍລິສຸດ​ຂອງ​ເພິ່ນ. (1ປຕ 5:10, 11) ຄວາມ​ພະຍາຍາມ​ຂອງ​ເຈົ້າ​ຈະ​ຄຸ້ມ​ຄ່າ. ການ​ຮັບໃຊ້​ພະ​ເຢໂຫວາ​ເປັນ​ຊີວິດ​ທີ່​ດີ​ທີ່​ສຸດ!—ເພງ 16:11

ເບິ່ງ​ວິດີໂອ​ເສັ້ນ​ທາງ​ສູ່​ການ​ຮັບ​ບັບເຕມາ ແລ້ວ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ບາງ​ຄົນ​ຕ້ອງ​ເອົາ​ຊະນະ​ອຸປະສັກ​ຫຍັງ​ແດ່​ເພື່ອ​ຈະ​ຮັບ​ບັບເຕມາ​ໄດ້?

  • ເຈົ້າ​ຕ້ອງ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ມີ​ຄວາມ​ເຊື່ອ​ຫຼາຍ​ຂຶ້ນ​ຈົນ​ຢາກ​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ?

  • ອັນ​ໃດ​ກະຕຸ້ນ​ບາງ​ຄົນ​ໃຫ້​ເຮັດ​ສິ່ງ​ທີ່​ຈຳເປັນ​ເພື່ອ​ຈະ​ຮັບ​ບັບເຕມາ​ໄດ້?

  • ຄົນ​ທີ່​ເລືອກ​ຮັບໃຊ້​ພະ​ເຢໂຫວາ​ໄດ້​ຮັບ​ພອນ​ຫຍັງ?

  • ການ​ອຸທິດ​ຕົວ​ແລະ​ຮັບ​ບັບເຕມາ​ໝາຍ​ເຖິງ​ຫຍັງ?

ໃນ​ຕອນ​ທ້າຍ​ຂອງ​ຄຳ​ບັນຍາຍ​ຮັບ​ບັບເຕມາ ຜູ້​ບັນຍາຍ​ຈະ​ຂໍ​ໃຫ້​ຜູ້​ທີ່​ຈະ​ຮັບ​ບັບເຕມາ​ຢືນ​ຂຶ້ນ​ແລະ​ຕອບ​ຄຳຖາມ​ສອງ​ຂໍ້​ຕໍ່​ໄປ​ນີ້​ດ້ວຍ​ສຽງ​ດັງໆແລະ​ຈະ​ແຈ້ງ:

ເຈົ້າ​ໄດ້​ກັບ​ໃຈ​ຈາກ​ບາບ ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ ແລະ​ຍອມ​ຮັບ​ວິທີ​ທີ່​ເພິ່ນ​ຊ່ວຍ​ເຈົ້າ​ໃຫ້​ລອດ​ໂດຍ​ທາງ​ພະ​ເຢຊູ​ຄລິດ​ບໍ?

ການ​ທີ່​ເຈົ້າ​ຮັບ​ບັບເຕມາ​ສະແດງ​ວ່າ​ເຈົ້າ​ເປັນ​ພະຍານ​ພະ​ເຢໂຫວາ​ຄົນ​ໜຶ່ງ​ທີ່​ຮັບໃຊ້​ຮ່ວມ​ກັບ​ອົງການ​ຂອງ​ພະ​ເຢໂຫວາ ເຈົ້າ​ເຂົ້າ​ໃຈ​ແບບ​ນັ້ນ​ບໍ?

ຄຳຕອບ​ຢືນຢັນ​ສຳລັບ​ຄຳຖາມ​ສອງ​ຂໍ້​ນີ້​ເປັນ​ການ “ປະກາດ​ຢ່າງ​ເປີດ​ເຜີຍ” ວ່າ ຜູ້​ຂໍ​ຮັບ​ບັບເຕມາ​ເຊື່ອ​ໃນ​ຄ່າ​ໄຖ​ແລະ​ອຸທິດ​ຕົວ​ໃຫ້​ພະ​ເຢໂຫວາ​ແບບ​ບໍ່​ມີ​ເງື່ອນ​ໄຂ.—ຣມ 10:9, 10

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌