ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ21 ພຶດສະພາ ໜ້າ 13
  • ສະແດງຄວາມຮັກໃນຄອບຄົວ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ສະແດງຄວາມຮັກໃນຄອບຄົວ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
  • ເລື່ອງທີ່ຄ້າຍກັນ
  • ຄອບຄົວ​ຂອງ​ເຈົ້າ​ຈະ​ມີ​ຄວາມ​ສຸກ​ໄດ້​ແນວ​ໃດ?
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ວິທີ​ເຮັດ​ໃຫ້​ຊີວິດ​ຄອບຄົວ​ຂອງ​ເຈົ້າ​ມີ​ຄວາມ​ສຸກ
    ຄຳພີໄບເບິນສອນແນວໃດແທ້ໆ?
  • ຊີວິດ​ຄອບຄົວ​ທີ່​ເຮັດ​ໃຫ້​ພະ​ຜູ້​ສ້າງ​ພໍ​ພະໄທ
    ພະຜູ້ສ້າງຮຽກຮ້ອງສິ່ງໃດຈາກເຮົາ?
  • ປັດໄຈ​ສອງ​ປະການ​ສຳລັບ​ຊີວິດ​ສົມລົດ​ທີ່​ຍືນຍົງ
    ເຄັດລັບສຳລັບຄວາມສຸກໃນຄອບຄົວ
ເບິ່ງຕື່ມ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2021
ຄມປ21 ພຶດສະພາ ໜ້າ 13
ຄອບຄົວ​ຮ້ອງ​ເພງ​ນຳ​ກັນ​ໃນ​ການ​ປະຊຸມ.

ຊີວິດ​ຄລິດສະຕຽນ

ສະແດງ​ຄວາມ​ຮັກ​ໃນ​ຄອບຄົວ

ຄວາມ​ຮັກ​ແມ່ນ​ກາວ​ທີ່​ເຮັດ​ໃຫ້​ຄອບຄົວ​ຜູກ​ພັນ​ກັນ. ຖ້າ​ບໍ່​ມີ​ຄວາມ​ຮັກ ຄອບຄົວ​ກໍ​ຈະ​ບໍ່​ເປັນ​ໜຶ່ງ​ດຽວ​ກັນ​ແລະ​ບໍ່​ຮ່ວມ​ມື​ກັນ. ຜົວ ເມຍ ແລະ​ພໍ່​ແມ່​ຈະ​ສະແດງ​ຄວາມ​ຮັກ​ໃນ​ຄອບຄົວ​ໄດ້​ແນວ​ໃດ?

ຜົວ​ທີ່​ມີ​ຄວາມ​ຮັກ​ຈະ​ຄິດ​ເຖິງ​ຄວາມ​ຕ້ອງການ ຄວາມ​ຄິດ ແລະ​ຄວາມ​ຮູ້ສຶກ​ຂອງ​ເມຍ. (ອຟຊ 5:28, 29) ລາວ​ຈະ​ຈັດ​ຫາ​ສິ່ງ​ຈຳເປັນ​ທາງ​ດ້ານ​ຮ່າງກາຍ​ແລະ​ດ້ານ​ຄວາມ​ເຊື່ອ ລວມ​ທັງ​ຈັດ​ໃຫ້​ມີ​ການ​ນະມັດສະການ​ປະຈຳ​ຄອບຄົວ​ເປັນ​ປະຈຳ. (1ຕມ 5:8) ເມຍ​ທີ່​ມີ​ຄວາມ​ຮັກ​ຈະ​ເຊື່ອ​ຟັງ​ຜົວ​ແລະ ‘ນັບຖື​ຜົວ​ຈາກ​ໃຈ.’ (ອຟຊ 5:22, 33; 1ປຕ 3:1-6) ຜົວ​ເມຍ​ຕ້ອງ​ເຕັມ​ໃຈ​ໃຫ້​ອະໄພ​ກັນ. (ອຟຊ 4:32) ພໍ່​ແມ່​ທີ່​ມີ​ຄວາມ​ຮັກ​ຈະ​ສົນ​ໃຈ​ລູກ​ແຕ່​ລະ​ຄົນ​ແລະ​ສອນ​ເຂົາ​ເຈົ້າ​ໃຫ້​ຮັກ​ພະ​ເຢໂຫວາ. (ບັນຍັດ 6:6, 7; ອຟຊ 6:4) ລູກ​ເຈິ​ບັນຫາ​ຫຍັງ​ແດ່​ຢູ່​ໂຮງ​ຮຽນ? ເຂົາ​ເຈົ້າ​ຮັບ​ມື​ແນວ​ໃດ​ເມື່ອ​ຖືກ​ໝູ່​ກົດ​ດັນ? ເມື່ອ​ຄອບຄົວ​ສະແດງ​ຄວາມ​ຮັກ​ຕໍ່​ກັນ ທຸກ​ຄົນ​ກໍ​ຈະ​ຮູ້ສຶກ​ໝັ້ນ​ຄົງ​ແລະ​ປອດໄພ.

ເບິ່ງ​ວິດີໂອ​ສະແດງ​ຄວາມ​ຮັກ​ສະເໝີ​ໃນ​ຄອບຄົວ ແລ້ວ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ສາກ​ໜຶ່ງ​ຈາກ​ວິດີໂອ ‘ສະແດງ​ຄວາມ​ຮັກ​ສະເໝີ​ໃນ​ຄອບຄົວ.’ ຫຼັງ​ຈາກ​ທີ່​ກັບ​ມາ​ຈາກ​ຫໍ​ປະຊຸມ ຜົວ​ເມຍ​ລົມ​ກັນ​ກ່ຽວ​ກັບ​ຄຳພີ​ຂໍ້​ໜຶ່ງ.

    ຜົວ​ທີ່​ມີ​ຄວາມ​ຮັກ​ຈະ​ເບິ່ງ​ແຍງ​ແລະ​ໃສ່​ໃຈ​ເມຍ​ແນວ​ໃດ?

  • ສາກ​ໜຶ່ງ​ຈາກ​ວິດີໂອ ‘ສະແດງ​ຄວາມ​ຮັກ​ສະເໝີ​ໃນ​ຄອບຄົວ.’ ຫຼັງ​ຈາກ​ທີ່​ກັບ​ມາ​ຈາກ​ຫໍ​ປະຊຸມ ພີ່ນ້ອງ​ຍິງ​ຟັງ​ຜົວ​ທີ່​ບໍ່​ແມ່ນ​ພະຍານ​ຢ່າງ​ອົດ​ທົນ​ແລະ​ເວົ້າ​ດີໆ​ກັບ​ລາວ.

    ເມຍ​ທີ່​ມີ​ຄວາມ​ຮັກ​ຈະ​ນັບຖື​ຜົວ​ຈາກ​ໃຈ​ແນວ​ໃດ?

  • ສາກ​ໜຶ່ງ​ຈາກ​ວິດີໂອ ‘ສະແດງ​ຄວາມ​ຮັກ​ສະເໝີ​ໃນ​ຄອບຄົວ.’ ຄອບຄົວ​ນັ່ງ​ກິນ​ເຂົ້າ​ໜົມ​ແລະ​ລົມ​ກັນ​ເລື່ອງ​ຈຸດ​ທີ່​ເຂົາ​ເຈົ້າ​ມັກ​ຈາກ​ການ​ປະຊຸມ.

    ພໍ່​ແມ່​ທີ່​ມີ​ຄວາມ​ຮັກ​ຈະ​ຊ່ວຍ​ລູກ​ໃຫ້​ຮັກ​ຄຳ​ສອນ​ຂອງ​ພະເຈົ້າ​ແນວ​ໃດ?

ຂໍ້​ຄວນ​ລະວັງ​ກ່ຽວ​ກັບ​ເຕັກໂນໂລຊີ

ອຸປະກອນ​ເອເລັກໂຕຣນິກ​ສາມາດ​ເຮັດ​ໃຫ້​ເຮົາ​ເສຍ​ເວລາ​ທີ່​ຄວນ​ໃຊ້​ກັບ​ຄອບຄົວ​ໄປ​ໄດ້​ງ່າຍໆ. ພໍ່​ແມ່​ອາດ​ກຳນົດ​ເວລາ​ໃນ​ການ​ໃຊ້​ອຸປະກອນ​ເອເລັກໂຕຣນິກ​ຂອງ​ໂຕ​ເອງ​ແລະ​ຂອງ​ລູກ​ນຳ. ນອກ​ຈາກ​ນັ້ນ ພໍ່​ແມ່​ຕ້ອງ​ເບິ່ງ​ວ່າ​ລາວ​ຈະ​ອະນຸຍາດ​ໃຫ້​ລູກ​ຕິດ​ຕໍ່​ກັບ​ຄົນ​ອື່ນ​ທາງ​ອອນລາຍ​ຫຼື​ບໍ່​ແລະ​ຕິດ​ຕໍ່​ກັບ​ໃຜ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌