ສິ່ງທີ່ມີຄ່າຈາກຄຳສອນຂອງພະເຈົ້າ
ກົດໝາຍຂອງພະເຢໂຫວາສະແດງໃຫ້ເຫັນແນວໃດວ່າເພິ່ນສົນໃຈຄົນທຸກຍາກ
ຄົນທຸກຍາກແລະຄົນທີ່ບໍ່ມີມູນມໍລະດົກໄດ້ຮັບຄວາມຊ່ວຍເຫຼືອຈາກຊາດອິດສະຣາເອນ (ບັນຍັດ 14:28, 29; it-2-E ໜ້າ 1110 ຫຍໍ້ໜ້າ 3)
ໃນປີສະບາໂຕ ຄົນອິດສະຣາເອນທຸກຄົນທີ່ເປັນໜີ້ຈະໄດ້ຮັບການ “ຍົກໜີ້” (ບັນຍັດ 15:1-3; it-2-E ໜ້າ 833)
ໃນປີທີ 7 ຄົນອິດສະຣາເອນທີ່ຂາຍໂຕເອງໄປເປັນທາດຈະໄດ້ຮັບການປ່ອຍໃຫ້ເປັນອິດສະລະ ແລະນາຍທາດຈະຕ້ອງເອົາບາງສິ່ງບາງຢ່າງໃຫ້ລາວນຳ (ບັນຍັດ 15:12-14; it-2-E ໜ້າ 978 ຫຍໍ້ໜ້າ 6)
ຖາມໂຕເອງວ່າ ‘ເຮົາຈະເຮັດຫຍັງໄດ້ແດ່ເພື່ອຊ່ວຍເຫຼືອພີ່ນ້ອງຄລິດສະຕຽນທີ່ທຸກຍາກ?’