ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ22 ມັງກອນ ໜ້າ 7
  • ໝັ້ນໃຈໃນຄວາມຮັກທີ່ໝັ້ນຄົງຂອງພະເຢໂຫວາ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ໝັ້ນໃຈໃນຄວາມຮັກທີ່ໝັ້ນຄົງຂອງພະເຢໂຫວາ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2022
  • ເລື່ອງທີ່ຄ້າຍກັນ
  • ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຂອງ​ພະ​ເຢໂຫວາ​ສຳຄັນ​ຕໍ່​ເຈົ້າ​ແນວ​ໃດ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2021
  • ຮຽນແບບຄວາມຮັກທີ່ໝັ້ນຄົງຂອງພະເຢໂຫວາ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2023
  • ພະ​ເຢໂຫວາ​ພໍ​ໃຈ​ໃນ​ຄວາມ​ຮັກ​ພັກດີ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2017
  • ສັດ​ຊື່​ຕະຫຼອດ​ໄປ
    ຮ້ອງເພງສັນລະເສີນພະເຢໂຫວາຢ່າງມີຄວາມສຸກ
ເບິ່ງຕື່ມ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2022
ຄມປ22 ມັງກອນ ໜ້າ 7
ພີ່ນ້ອງ​ຢືນ​ຢູ່​ນອກ​ຫໍ​ປະຊຸມ​ພ້ອມ​ເຄື່ອງ​ບັນເທົາ​ທຸກ.

ຊີວິດ​ຄລິດສະຕຽນ

ໝັ້ນ​ໃຈ​ໃນ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຂອງ​ພະ​ເຢໂຫວາ

ພະ​ເຢໂຫວາ​ເບິ່ງ​ວ່າ​ເຈົ້າ​ມີ​ຄ່າ​ຫຼາຍ. (ເອຊາ 43:4) ເພິ່ນ​ຊັກ​ນຳ​ເຈົ້າ​ໃຫ້​ມາ​ຫາ​ເພິ່ນ​ແລະ​ເຂົ້າ​ມາ​ໃນ​ອົງການ. ເມື່ອ​ເຈົ້າ​ອຸທິດ​ຕົວ​ແລະ​ຮັບ​ບັບເຕມາ ເຈົ້າ​ກໍ​ເປັນ​ຄົນ​ຂອງ​ພະ​ເຢໂຫວາ. ແມ່ນ​ແຕ່ຕອນ​ທີ່​ເຈິ​ກັບ​ຄວາມ​ຍາກ​ລຳບາກ​ເພິ່ນ​ກໍ​ຈະ​ເບິ່ງ​ແຍງ​ເຈົ້າ​ຄື​ກັບ​ເປັນ​ຊັບ​ສົມບັດ​ທີ່​ມີ​ຄ່າ​ຂອງ​ເພິ່ນ. ແລະ​ເພິ່ນ​ຈະ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນຄົງຕໍ່ເຈົ້າ​ຜ່ານ​ທາງ​ອົງການ​ຂອງ​ເພິ່ນ.—ເພງ 25:10

ເຮົາ​ເຫັນ​ຄ່າ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຂອງ​ພະ​ເຢໂຫວາ​ຫຼາຍ​ຂຶ້ນ​ເມື່ອ​ໄດ້​ເຫັນ​ວ່າ​ອົງການ​ຂອງ​ເພິ່ນ​ເຮັດ​ຫຍັງ​ແດ່​ຕອນ​ທີ່​ເກີດ​ໄພ​ພິບັດ​ເມື່ອ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້.

ເບິ່ງ​ວິດີໂອ​ລາຍງານ​ຈາກ​ຄະນະ​ກຳມະການ​ຜູ້​ປະສານ​ງານ​ປີ 2019 ແລ້ວ​ຕອບ​ຄຳຖາມ​ຕໍ່​ໄປ​ນີ້:

  • ສາກ​ໜຶ່ງ​ຈາກ​ວິດີໂອ “ລາຍງານ​ຈາກ​ຄະນະ​ກຳມະການ​ຜູ້​ປະສານ​ງານ​ປີ 2019.” ພີ່ນ້ອງ​ຈາກ​ຄະນະ​ກຳມະການ​ບັນເທົາ​ທຸກ​ລົມ​ກັບ​ພີ່ນ້ອງ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ທຳມະຊາດ.

    ຄະນະ​ກຳມະການ​ຜູ້​ປະສານ​ງານ​ໄດ້​ກຽມ​ສາຂາ​ຕ່າງໆທົ່ວ​ໂລກ​ໃຫ້​ພ້ອມ​ສຳລັບ​ໄພພິບັດ​ແນວ​ໃດ?

  • ສາກ​ໜຶ່ງ​ຈາກ​ວິດີໂອ “ລາຍງານ​ຈາກ​ຄະນະ​ກຳມະການ​ຜູ້​ປະສານ​ງານ​ປີ 2019.” ພີ່ນ້ອງ​ກໍ່​ສ້າງ​ເຮືອນ​ທີ່​ເສຍຫາຍ​ຈາກ​ໄພ​ທຳມະຊາດ​ຂຶ້ນ​ມາ​ໃໝ່​ໃນ​ອິນໂດເນເຊຍ.

    ອົງການ​ຂອງ​ພະ​ເຢໂຫວາ​ໃຫ້​ຄຳ​ແນະນຳ​ແລະ​ຊ່ວຍ​ເຫຼືອ​ວຽກ​ບັນເທົາ​ທຸກ​ໃນ​ອິນໂດເນເຊຍ​ແລະ​ນີເຊເຣຍ​ແນວ​ໃດ?

  • ສາກ​ໜຶ່ງ​ຈາກ​ວິດີໂອ “ລາຍງານ​ຈາກ​ຄະນະ​ກຳມະການ​ຜູ້​ປະສານ​ງານ​ປີ 2019.” ພະຍາບານ​ຄົນ​ໜຶ່ງ​ໃນ​ອາຝຼິກກາ​ໃຊ້​ຫູ​ຟັງ​ຫົວໃຈ​ເພື່ອ​ກວດ​ຄົນ​ເຈັບ.

    ເຈົ້າ​ປະທັບ​ໃຈ​ອັນ​ໃດ​ກ່ຽວ​ກັບ​ສິ່ງ​ທີ່​ອົງການ​ຂອງ​ພະ​ເຢໂຫວາ​ໄດ້​ເຮັດ​ໃນ​ໄລຍະ​ທີ່​ເກີດ​ການ​ລະ​ບາດ​ໃຫຍ່​ຂອງ​ໂຄວິດ-19?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌