ສິ່ງທີ່ມີຄ່າຈາກຄຳສອນຂອງພະເຈົ້າ
ການເຮັດເກີນສິດເຮັດໃຫ້ໄດ້ຮັບຜົນເສຍ
ກະສັດຊາອູນຮູ້ສຶກວ່າລາວຢູ່ໃນສະຖານະການທີ່ບໍ່ມີທາງອອກ (1ຊາມ 13:5-7)
ແທນທີ່ຈະຈຽມຕົວເຮັດຕາມຄຳສັ່ງຂອງພະເຢໂຫວາ ຊາອູນພັດເຮັດເກີນສິດ (1ຊາມ 13:8, 9; w00-SI 1/8 ໜ້າ 13 ຂໍ້ 17)
ພະເຢໂຫວາສັ່ງສອນຊາອູນ (1ຊາມ 13:13, 14; w07-SI 15/6 ໜ້າ 27 ຂໍ້ 8)
ການເຮັດເກີນສິດແມ່ນການເຮັດໃນສິ່ງທີ່ເຮົາບໍ່ມີສິດຫຼືບໍ່ມີອຳນາດທີ່ຈະເຮັດ ບາງເທື່ອອາດເປັນຍ້ອນເຮົາຂາດຄວາມອົດທົນຫຼືເປັນຄົນຍິ່ງ. ການເຮັດເກີນສິດກົງກັນຂ້າມກັບຄວາມຈຽມຕົວ. ມີສະຖານະການໃດແດ່ທີ່ອາດເຮັດໃຫ້ເຮົາເຮັດເກີນສິດ?