ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ23 ມີນາ ໜ້າ 3
  • ວິທີຊ່ວຍເຫຼືອຫຼັງໄພພິບັດ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ວິທີຊ່ວຍເຫຼືອຫຼັງໄພພິບັດ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2023
  • ເລື່ອງທີ່ຄ້າຍກັນ
  • ວຽກ​ຮັບໃຊ້​ເພື່ອ​ບັນເທົາ​ທຸກ
    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ!
  • ເຮົາ​ຊ່ວຍ​ພີ່​ນ້ອງ​ຂອງ​ເຮົາ​ແນວ​ໃດ​ໃນ​ຍາມ​ຍາກ​ລຳບາກ?
    ໃຜກຳລັງເຮັດຕາມໃຈປະສົງຂອງພະເຢໂຫວາໃນທຸກມື້ນີ້?
  • ເຈົ້າກຽມພ້ອມແລ້ວບໍ?
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2020
  • ຕອນ 6: ການ​ສະໜັບສະໜູນ​ລາຊະອານາຈັກ—ການ​ສ້າງ​ສະຖານ​ທີ່​ນະມັດສະການ​ພະເຈົ້າ​ແລະ​ວຽກ​ບັນເທົາ​ທຸກ
    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ!
ເບິ່ງຕື່ມ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2023
ຄມປ23 ມີນາ ໜ້າ 3

ຊີວິດ​ຄລິດສະຕຽນ

ວິທີ​ຊ່ວຍເຫຼືອ​ຫຼັງ​ໄພພິບັດ

ໃນ​ທຸກ​ມື້​ນີ້​ໄພ​ທຳມະຊາດ​ມີ​ຫຼາຍ​ຂຶ້ນ​ເລື້ອຍໆ. ເມື່ອ​ເກີດ​ເຫດການ​ແບບ​ນີ້ ວຽກ​ບັນເທົາ​ທຸກ​ຈຶ່ງ​ຈຳເປັນ​ຕ້ອງ​ໄດ້​ຮັບ​ການ​ຈັດ​ກຽມ​ເປັນ​ຢ່າງ​ດີ​ແລະ​ຕ້ອງ​ມີ​ການ​ປະສານ​ງານ​ຢ່າງ​ມີ​ປະສິດທິພາບ. ດັ່ງນັ້ນ​ຄະນະ​ກຳມະການ​ປົກຄອງ​ໄດ້​ຈັດ​ໃຫ້​ມີ​ພະແນກ​ບັນເທົາ​ທຸກ​ໃນ​ແຕ່​ລະ​ສຳນັກງານ​ສາຂາ.

ເມື່ອ​ພີ່ນ້ອງ​ໃນ​ພະແນກ​ບັນເທົາ​ທຸກ​ຮູ້​ວ່າ​ມີ​ໄພ​ທຳມະຊາດ ເຂົາເຈົ້າ​ກໍ​ຈະ​ຕິດ​ຕໍ່​ກັບ​ຜູ້​ດູແລ​ທ້ອງຖິ່ນ​ທັນທີ​ເພື່ອ​ເບິ່ງ​ວ່າ​ພີ່ນ້ອງ​ທີ່​ຢູ່​ຫັ້ນ​ຕ້ອງການ​ຄວາມ​ຊ່ວຍເຫຼືອ​ຫຍັງ​ແດ່. ຖ້າ​ຢູ່​ບ່ອນ​ນັ້ນ​ເສຍຫາຍ​ຫຼາຍ​ຈົນ​ພີ່ນ້ອງ​ບໍ່​ສາມາດ​ຊ່ວຍເຫຼືອ​ຕົວເອງ​ໄດ້ ສຳນັກງານ​ສາຂາ​ກໍ​ຈະ​ແຕ່ງຕັ້ງ​ພີ່ນ້ອງ​ຊາຍ​ບາງຄົນ​ທີ່​ມີ​ຄຸນສົມບັດ​ໃຫ້​ເປັນ​ຜູ້​ນຳ​ໜ້າ​ໃນ​ວຽກ​ບັນເທົາ​ທຸກ. ພີ່ນ້ອງ​ຊາຍ​ທີ່​ຖືກ​ແຕ່ງຕັ້ງ​ອາດຈະ​ຂໍ​ໃຫ້​ພີ່ນ້ອງ​ອາສາ​ສະໝັກ​ມາ​ຊ່ວຍ​ແລະ​ຂໍ​ສິ່ງ​ຈຳເປັນ​ບາງ​ຢ່າງ ຫຼື​ເຂົາເຈົ້າ​ອາດຈະ​ຊື້​ສິ່ງ​ທີ່​ຈຳເປັນ​ເພື່ອ​ແຈກ​ຢາຍ​ໃຫ້​ພີ່ນ້ອງ​ໃນ​ທ້ອງຖິ່ນ​ນັ້ນ.

ເມື່ອ​ເຮັດ​ແບບ​ນີ້​ກໍ​ມີ​ຂໍ້​ດີ​ຫຼາຍ​ຢ່າງ ຍ້ອນ​ວ່າ​ຖ້າ​ພີ່ນ້ອງ​ຊ່ວຍ​ຕາມ​ວິທີ​ຂອງ​ຕົວເອງ​ອາດຈະ​ເຮັດ​ໃຫ້​ວຽກ​ຊ້ຳ​ກັນ​ຫຼື​ເກີດ​ຄວາມ​ສັບສົນ​ແລະ​ໃຊ້​ເງິນ​ຫຼື​ເຄື່ອງ​ຂອງ​ທີ່​ພີ່ນ້ອງ​ບໍລິຈາກ​ໂດຍ​ບໍ່​ຈຳເປັນ.

ພີ່ນ້ອງ​ທີ່​ຖືກ​ແຕ່ງຕັ້ງ​ຈະ​ກຳນົດ​ວ່າ​ຈະ​ໃຊ້​ເງິນ​ບໍລິຈາກ​ເທົ່າ​ໃດ​ແລະ​ໃຊ້​ອາສາ​ສະໝັກ​ຈັກ​ຄົນ​ເພື່ອ​ຊ່ວຍ​ໃນ​ວຽກ​ບັນເທົາ​ທຸກ. ເຂົາເຈົ້າ​ອາດຈະ​ຮູ້ຈັກ​ກັບ​ເຈົ້າ​ໜ້າທີ່​ໃນ​ທ້ອງຖິ່ນ​ເພື່ອ​ຊ່ວຍ​ໃຫ້​ເຮັດ​ວຽກ​ບັນເທົາ​ທຸກ​ໄດ້​ໄວ​ຂຶ້ນ ດັ່ງນັ້ນ​ຂໍ​ໃຫ້​ເຮົາ​ຢ່າ​ຊ່ວຍເຫຼືອ​ພີ່ນ້ອງ​ຕາມ​ວິທີ​ຂອງ​ເຮົາ​ໂດຍ​ການ​ລະ​ດົມ​ທຶນ ສົ່ງ​ເຄື່ອງ​ບັນເທົາ​ທຸກ​ຫຼື​ເດີນທາງ​ໄປ​ບ່ອນ​ທີ່​ໄດ້​ຮັບ​ຜົນ​ກະທົບ ເວັ້ນເສຍ​ແຕ່​ວ່າ​ເຮົາ​ຖືກ​ຂໍ​ໃຫ້​ເຮັດ​ແບບນັ້ນ.

ຍ້ອນ​ເຮົາ​ຮັກ​ພີ່ນ້ອງ​ເຮົາ​ຈຶ່ງ​ຢາກ​ຊ່ວຍ​ເຂົາເຈົ້າ​ເມື່ອ​ເກີດ​ໄພພິບັດ. (ຮຣ 13:16) ແລ້ວ​ເຮົາ​ຈະ​ເຮັດ​ແບບນັ້ນ​ໄດ້​ແນວໃດ? ສິ່ງ​ສຳຄັນ​ທີ່​ເຮົາ​ສາມາດ​ເຮັດ​ໄດ້​ແມ່ນ ການ​ອະທິດຖານ​ເພື່ອ​ພີ່ນ້ອງ​ທີ່​ປະສົບ​ໄພ​ທຳມະຊາດ​ແລະ​ເພື່ອ​ພີ່ນ້ອງ​ທີ່​ໄປ​ຊ່ວຍ​ເຂົາເຈົ້າ. ນອກຈາກນັ້ນ ເຮົາ​ຍັງ​ສາມາດ​ບໍລິຈາກ​ເງິນ​ເພື່ອ​ວຽກ​ງານ​ທົ່ວ​ໂລກ. ພາຍ​ໃຕ້​ການ​ຊີ້ນຳ​ຂອງ​ຄະນະ​ກຳມະການ​ປົກຄອງ ສຳນັກງານ​ສາຂາ​ຮູ້​ດີ​ວ່າ​ຈະ​ໃຊ້​ເງິນ​ບໍລິຈາກ​ເພື່ອ​ຊ່ວຍເຫຼືອ​ພີ່ນ້ອງ​ຢູ່​ບ່ອນ​ໃດ​ແລະ​ຖ້າ​ເຮົາ​ຢາກ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ນີ້ ເຮົາ​ສາມາດ​ຂຽນ​ໃບ​ສະໝັກ​ເປັນ​ອາສາ​ສະໝັກ​ຊ່ວຍ​ພະແນກ​ອອກແບບ/ກໍ່​ສ້າງ​ທ້ອງຖິ່ນ (DC-50).

ເບິ່ງ​ວິດີໂອ​ນ້ຳຖ້ວມ​ໃຫຍ່​ໃນ​ເບຣຊິນ ແລ້ວ​ຕອບ​ຄຳຖາມ​ຕໍ່ໄປ​ນີ້:

ຮູບພາບ​ໃນ​ວິດີໂອ “ນ້ຳຖ້ວມ​ໃຫຍ່​ໃນ​ເບຣຊິນ.” ພາບ​ທີ່​ຖ່າຍ​ຈາກ​ມຸມ​ສູງ ເຮືອນ​ແລະ​ຕົ້ນ​ໄມ້​ບາງ​ສ່ວນ​ຖືກ​ນ້ຳຖ້ວມ.

ເຈົ້າ​ປະທັບໃຈ​ຈຸດ​ໃດ​ເມື່ອ​ເຫັນ​ວ່າ​ພະຍານ​ພະເຢໂຫວາ​ຈັດ​ກຽມ​ວຽກ​ບັນເທົາ​ທຸກ​ຕອນ​ທີ່​ເກີດ​ນ້ຳຖ້ວມ​ໃຫຍ່​ໃນ​ເບຣຊິນ​ປີ 2020?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌