ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ23 ພຶດສະພາ ໜ້າ 13
  • ເຈົ້າໄດ້ໃຊ້ປະໂຫຍດຈາກຟາຍສຽງການອ່ານຄຳພີໄບເບິນບໍ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເຈົ້າໄດ້ໃຊ້ປະໂຫຍດຈາກຟາຍສຽງການອ່ານຄຳພີໄບເບິນບໍ?
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2023
  • ເລື່ອງທີ່ຄ້າຍກັນ
  • ບັນທຶກ​ສຽງ​ການ​ອ່ານ—ວິທີ​ນຳ​ໃຊ້
    ວຽກຮັບໃຊ້ພະເຈົ້າ—2015
  • ວິທີ​ຕ່າງໆ​ທີ່​ຊ່ວຍ​ເຈົ້າ​ໃຫ້​ອ່ານ​ຄຳພີ​ໄບເບິນ​ທຸກ​ມື້
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
  • ໄດ້ຮັບອາຫານໃນຍາມຂາດແຄນ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2020
  • ຮັກ​ພະເຈົ້າ​ແລະ​ຮັກ​ຄົນ​ອື່ນ—ວິທີ​ປູກ​ຝັງ​ຄຸນ​ລັກສະນະ​ນີ້
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2018
ເບິ່ງຕື່ມ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2023
ຄມປ23 ພຶດສະພາ ໜ້າ 13
ຮູບ: ການ​ຟັງ​ຟາຍສຽງ​ການ​ອ່ານ​ຄຳພີໄບເບິນ. 1. ພີ່ນ້ອງ​ຊາຍ​ໃສ່​ຫູ​ຟັງ​ເພື່ອ​ຟັງ​ຟາຍສຽງ​ການ​ອ່ານ​ຄຳພີໄບເບິນ​ຕອນ​ທີ່​ຢູ່​ນອກ​ເຮືອນ. 2. ແມ່​ກັບ​ລູກສາວ​ໃຊ້​ອຸປະກອນ​ຄຳສັ່ງ​ສຽງ​ເພື່ອ​ເປີດ​ຟາຍສຽງ​ການ​ອ່ານ​ຄຳພີໄບເບິນ​ຂະນະ​ທີ່​ເຂົາເຈົ້າ​ອ່ານ​ຄຳພີໄບເບິນ​ໄປ​ນຳ. 3. ພີ່ນ້ອງ​ຍິງ​ໃສ່​ຫູ​ຟັງ​ເພື່ອ​ຟັງ​ຟາຍສຽງ​ການ​ອ່ານ​ຄຳພີໄບເບິນ​ໃນ​ໂທລະສັບ​ຕອນ​ທີ່​ຂີ່​ລົດ​ສາທາລະນະ.

ຊີວິດ​ຄລິດສະຕຽນ

ເຈົ້າ​ໄດ້​ໃຊ້​ປະໂຫຍດ​ຈາກ​ຟາຍສຽງ​ການ​ອ່ານ​ຄຳພີໄບເບິນ​ບໍ?

ຟາຍສຽງ​ການ​ອ່ານ​ຄຳພີໄບເບິນ​ແມ່ນ​ຫຍັງ? ຟາຍສຽງ​ການ​ອ່ານ​ຄຳພີໄບເບິນແມ່ນ​ຟາຍ​ທີ່​ມີ​ການ​ບັນທຶກ​ສຽງ​ການ​ອ່ານ​ຄຳພີໄບເບິນ​ສະບັບ​ແປ​ໂລກ​ໃໝ່ ສະບັບ​ປັບປຸງ. ຟາຍສຽງ​ແບບ​ນີ້​ຈະ​ຄ່ອຍໆ​ປ່ອຍ​ອອກ​ໄປ​ໃນ​ຫຼາຍໆ​ພາສາ​ເທົ່າ​ທີ່​ເປັນ​ໄປ​ໄດ້. ສິ່ງ​ໜຶ່ງ​ທີ່​ເປັນ​ຈຸດ​ເດັ່ນ​ໃນ​ຟາຍສຽງ​ການ​ອ່ານ​ຄຳພີໄບເບິນ​ກໍ​ຄື ຈະ​ມີການ​ພາກ​ສຽງ​ຂອງ​ແຕ່​ລະ​ຄົນ​ທີ່​ຢູ່​ໃນ​ຄຳພີໄບເບິນ​ໂດຍ​ໃຊ້​ສຽງ​ທີ່​ແຕກຕ່າງ​ກັນ. ນອກຈາກນັ້ນ ຍັງ​ເປັນ​ການ​ອ່ານ​ແບບ​ເນັ້ນ​ຄຳ​ແລະ​ສະແດງ​ອາລົມ​ຢ່າງ​ເໝາະສົມ​ເພື່ອ​ຈະ​ຖ່າຍ​ທອດ​ຂໍ້​ຄວາມ​ໃນ​ຄຳພີໄບເບິນ​ໄດ້​ຢ່າງ​ຖືກຕ້ອງ.

ຫຼາຍ​ຄົນ​ໄດ້​ຮັບ​ປະໂຫຍດ​ແນວໃດ​ຈາກ​ຟາຍສຽງ​ການ​ອ່ານ​ຄຳພີໄບເບິນ? ຫຼາຍ​ຄົນ​ທີ່​ມັກ​ຟັງ​ຟາຍ​ສຽງ​ການ​ອ່ານ​ຄຳພີໄບເບິນ​ເປັນ​ປະຈຳ​ຮູ້ສຶກ​ວ່າ ການ​ໄດ້​ຟັງ​ສຽງ​ຂອງ​ຫຼາຍ​ຄົນ​ທີ່​ຢູ່​ໃນ​ຄຳພີໄບເບິນ​ຊ່ວຍ​ໃຫ້​ເຂົາເຈົ້າ​ເຫັນ​ພາບ​ເຫດການ​ໄດ້​ດີ​ຂຶ້ນ ເຂົ້າໃຈ​ຄວາມ​ຮູ້ສຶກ​ຂອງ​ຄົນ​ທີ່​ຢູ່​ໃນ​ຄຳພີໄບເບິນ ແລະ​ເຂົ້າໃຈ​ສິ່ງ​ຂຽນ​ໄວ້​ໃນ​ນັ້ນ​ໄດ້​ຈະ​ແຈ້ງ​ຂຶ້ນ. (ສຸພາ 4:5) ຫຼາຍ​ຄົນ​ຍັງ​ເຫັນ​ວ່າ​ການ​ຟັງ​ຟາຍ​ສຽງ​ການ​ອ່ານ​ຄຳພີໄບເບິນ​ຊ່ວຍ​ໃຫ້​ເຂົາເຈົ້າ​ຮູ້ສຶກ​ສະບາຍ​ໃຈ​ຕອນ​ທີ່​ອຸກໃຈ.—ເພງ 94:19

ການ​ຟັງ​ຟາຍ​ສຽງ​ການ​ອ່ານ​ຄຳພີໄບເບິນ​ມີ​ຜົນ​ຕໍ່​ຊີວິດ​ຂອງ​ເຮົາ​ຫຼາຍ. (2ຂຄ 34:19-21) ຖ້າ​ມີ​ຟາຍ​ສຽງ​ການ​ອ່ານ​ຄຳພີໄບເບິນ​ໃນ​ພາສາ​ທີ່​ເຈົ້າ​ເຂົ້າໃຈ ກໍ​ຂໍ​ໃຫ້​ເຈົ້າ​ຈັດ​ເວລາ​ທີ່​ຈະ​ຟັງ​ຟາຍສຽງ​ນີ້​ເປັນ​ປະຈຳ.

ເບິ່ງ​ວິດີໂອ​ສັ້ນ​ຂັ້ນ​ຕອນ​ກ່ອນ​ຈະ​ມາ​ເປັນ​ສຽງ​ການ​ອ່ານ​ຄຳພີໄບເບິນ ແລ້ວ​ຕອບ​ຄຳຖາມ​ຕໍ່ໄປ​ນີ້:

ເຈົ້າ​ປະທັບໃຈ​ຫຍັງ​ກ່ຽວກັບ​ຂັ້ນ​ຕອນ​ກ່ອນ​ຈະ​ມາ​ເປັນ​ສຽງ​ການ​ອ່ານ​ຄຳພີໄບເບິນ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌