ຊີວິດຄລິດສະຕຽນ
ເຈົ້າມີເປົ້າໝາຍຫຍັງໃນປີການຮັບໃຊ້ໃໝ່?
ເປົ້າໝາຍໃນການຮັບໃຊ້ໝາຍເຖິງທຸກຢ່າງທີ່ເຮົາເຮັດໄດ້ເພື່ອຮັບໃຊ້ພະເຢໂຫວາຫຼາຍຂຶ້ນແລະເຮັດໃຫ້ເພິ່ນມີຄວາມສຸກ. ເປົ້າໝາຍເຫຼົ່ານີ້ຊ່ວຍເຮົາໃຫ້ກ້າວໜ້າໃນຄວາມຈິງແລະເປັນການໃຊ້ເວລາແລະກຳລັງຂອງເຮົາຢ່າງຄຸ້ມຄ່າທີ່ສຸດ. (1ຕມ 4:15) ເປັນຫຍັງເຮົາຄວນຄິດເຖິງເປົ້າໝາຍຂອງເຮົາເປັນໄລຍະໆ? ຍ້ອນສະພາບການໃນຊີວິດຂອງເຮົາອາດປ່ຽນໄປ. ເປົ້າໝາຍທີ່ເຄີຍຕັ້ງໄວ້ອາດເຮັດບໍ່ໄດ້ແລ້ວ ຫຼືອາດເຮັດສຳເລັດໄປແລ້ວແລະຕ້ອງຕັ້ງເປົ້າໝາຍໃໝ່.
ເວລາທີ່ເໝາະສົມທີ່ຈະຄິດເຖິງເປົ້າໝາຍໃນວຽກຮັບໃຊ້ຂອງເຮົາກໍຄືຕອນເລີ່ມປີການຮັບໃຊ້ໃໝ່. ເຈົ້າໜ້າຈະລົມເລື່ອງນີ້ໃນການນະມັດສະການປະຈຳຄອບຄົວເພື່ອຕັ້ງເປົ້າໝາຍໃນການຮັບໃຊ້ທັງຂອງເຈົ້າແລະຂອງຄອບຄົວ.
ເຈົ້າຢາກຕັ້ງເປົ້າໝາຍຫຍັງ ແລະເຈົ້າຕ້ອງເຮັດຫຍັງເພື່ອຈະບັນລຸເປົ້າໝາຍນັ້ນ?
ອ່ານຄຳພີໄບເບິນ ສຶກສາສ່ວນຕົວ ໄປປະຊຸມ ອອກຄວາມຄິດເຫັນ—w02-SI 15/6 ໜ້າ 15 ຂໍ້ 14-15
ວຽກຮັບໃຊ້—ຫ23.05 ໜ້າ 27 ຂໍ້ 4-5
ຄຸນລັກສະນະແບບຄລິດສະຕຽນ—ຫ22.04 ໜ້າ 23 ຂໍ້ 5-6
ອື່ນໆ: