ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຄມປ23 ກັນຍາ ໜ້າ 13
  • ຊ່ວຍຄົນທີ່ບໍ່ມີສາສະໜາໃຫ້ຮູ້ຈັກຜູ້ສ້າງ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຊ່ວຍຄົນທີ່ບໍ່ມີສາສະໜາໃຫ້ຮູ້ຈັກຜູ້ສ້າງ
  • ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2023
  • ເລື່ອງທີ່ຄ້າຍກັນ
  • ເຂົ້າ​ເຖິງ​ຫົວໃຈ​ຄົນ​ທີ່​ບໍ່​ເຊື່ອ​ຖື​ສາສະໜາ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2019
  • ໃຊ້​ເຄື່ອງ​ມື​ຕ່າງໆ​ຈາກ​ກ່ອງ​ເຄື່ອງ​ມື​ຢ່າງ​ຊຳນານ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2018
  • ສອນ​ຄວາມ​ຈິງ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2018
  • ຄົນ​ໜຸ່ມ​ນ້ອຍ​ທັງ​ຫຼາຍ, ເສີມ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2016
ເບິ່ງຕື່ມ
ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2023
ຄມປ23 ກັນຍາ ໜ້າ 13
ພີ່​ນ້ອງ​ຍິງ​ປະກາດ​ກັບ​ຜູ້​ຍິງ​ຄົນ​ອາຊີ.

ຊີວິດ​ຄລິດສະຕຽນ

ຊ່ວຍ​ຄົນ​ທີ່​ບໍ່​ມີ​ສາສະໜາ​ໃຫ້​ຮູ້​ຈັກ​ຜູ້​ສ້າງ

ເຈົ້າ​ຮູ້ສຶກ​ວ່າ​ບໍ່​ຄ່ອຍ​ຢາກ​ປະກາດ​ກັບ​ຄົນ​ທີ່​ບອກ​ວ່າ​ລາວ​ບໍ່​ມີ​ສາສະໜາ​ບໍ ຍ້ອນ​ບາງ​ເທື່ອ​ເຈົ້າ​ອາດຈະ​ຄິດ​ວ່າ​ເຂົາ​ເຈົ້າ​ຄື​ຊິ​ຈະ​ບໍ່​ສົນໃຈ? ຖ້າ​ເປັນ​ແນວ​ນັ້ນ ຢາກ​ໃຫ້​ຈື່​ໄວ້​ວ່າ​ມີ​ຫຼາຍ​ຄົນ​ທີ່​ເຄີຍ​ເປັນ​ຄົນ​ບໍ່​ມີ​ສາສະໜາ​ຫຼື​ເຄີຍ​ບອກ​ວ່າ​ບໍ່​ເຊື່ອ​ພະເຈົ້າ​ໄດ້​ເຂົ້າ​ມາ​ເປັນ​ພະຍານ​ພະ​ເຢໂຫວາ. ສິ່ງ​ທີ່​ເຈົ້າ​ຕ້ອງ​ເຮັດ​ກໍ​ຄື​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເຫັນ​ຫຼັກຖານ​ວ່າ​ພະເຈົ້າ​ມີ​ຢູ່​ແທ້.—ຣມ 1:20; 10:14

ເບິ່ງ​ວິດີໂອ ຄົນ​ທີ່​ບໍ່​ມີ​ຄວາມ​ເຊື່ອ​ສາມາດ​ມີ​ຄວາມ​ເຊື່ອ​ເພີ່ມ​ຂຶ້ນ​ໄດ້!—ຄົນ​ທີ່​ບໍ່​ມີ​ສາສະໜາ ແລ້ວ​ຕອບ​ຄຳ​ຖາມ​ຕໍ່​ໄປ​ນີ້:

ປະສົບການ​ຂອງ​ໂທມາໂຊ​ຊ່ວຍ​ເຈົ້າ​ໃຫ້​ຄິດ​ໃນ​ແງ່​ບວກ​ແນວ​ໃດ​ເມື່ອ​ຕ້ອງ​ປະກາດ​ກັບ​ຄົນ​ທີ່​ບໍ່​ມີ​ສາສະໜາ?

ຈະ​ຊ່ວຍ​ແນວ​ໃດ?

ຖ້າ​ມີ​ຄົນ​ບອກ​ວ່າ​ບໍ່​ເຊື່ອ​ເລື່ອງ​ພະເຈົ້າ ຂໍ​ໃຫ້​ເຈົ້າ​ໃຈ​ເຢັນ​ໆ​ກ່ອນ ລົມ​ກັບ​ລາວ​ດີ​ໆ​ແລະ​ຕັ້ງໃຈ​ຟັງ​ຄວາມ​ຄິດ​ເຫັນ​ຂອງ​ລາວ. (2ຕມ 2:24) ໃຫ້​ລົມ​ເລື່ອງ​ທີ່​ລາວ​ໜ້າ​ຈະ​ສົນໃຈ ເຊັ່ນ ລາວ​ຢາກ​ເຫັນ​ຫຼັກຖານ​ທີ່​ເຮັດ​ໃຫ້​ຫຼາຍ​ຄົນ​ເຊື່ອ​ວ່າ​ມີ​ຜູ້​ສ້າງ​ບໍ? ຖ້າ​ລາວ​ສົນໃຈ​ກໍ​ໃຫ້​ໃຊ້​ວິດີໂອ​ຫຼື​ບົດ​ຄວາມ​ທີ່​ອະທິບາຍ​ເລື່ອງ​ນີ້. ຈຸນລະສານ​ມີ​ຜູ້​ສ້າງ​ສິ່ງ​ທີ່​ມີ​ຊີວິດ​ບໍ? ແລະ​ຕົ້ນກຳເນີດ​ຊີວິດ—ຫ້າ​ຄຳ​ຖາມ​ທີ່​ໜ້າ​ຄິດ (ພາສາ​ໄທ) ອາດ​ຊ່ວຍ​ລາວ​ໄດ້. ຈຸນລະສານ​ທັງ 2 ຢ່າງ​ນີ້​ມີ​ຢູ່​ໃນ​ກ່ອງ​ເຄື່ອງມື​ສຳລັບ​ການ​ສອນ.

ທຳອິດ​ເຈົ້າ​ອາດ​ບໍ່​ກ້າ​ລົມ​ກັບ​ຄົນ​ທີ່​ບໍ່​ເຊື່ອ​ເລື່ອງ​ພະເຈົ້າ ຖ້າ​ເຈົ້າ​ຮູ້ສຶກ​ແບບ​ນີ້​ກໍ​ໃຫ້​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພີ່​ນ້ອງ​ທີ່​ມີ​ປະສົບການ. ຈື່​ໄວ້​ວ່າ​ພະ​ເຢໂຫວາ​ສາມາດ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ເຖິງ​ຫົວໃຈ​ຄົນ​ທີ່​ເຕັມໃຈ​ຕອບ​ຮັບ​ຄວາມ​ຈິງ ແມ່ນ​ແຕ່​ຕອນ​ທຳອິດ​ຄົນ​ເຫຼົ່າ​ນັ້ນ​ຈະ​ບໍ່​ເຊື່ອ​ວ່າ​ມີ​ພະເຈົ້າ.—ກຈກ 13:48

ຈຸນລະສານ “ມີ​ຜູ້​ສ້າງ​ສິ່ງ​ທີ່​ມີ​ຊີວິດ​ບໍ?”
ຈຸນລະສານ “ຕົ້ນກຳເນີດ​ຊີວິດ—ຫ້າ​ຄຳ​ຖາມ​ທີ່​ໜ້າ​ຄິດ”
    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌