ບົດຄວາມສຶກສາທີ 13
ໃຫ້ຮັກກັນສຸດຫົວໃຈ
“ຂໍໃຫ້ຮັກກັນຢ່າງສຸດຫົວໃຈ.”—1 ປຕ. 1:22
ເພງ 109 ຮັກທີ່ແຮງກ້າສຸດຫົວໃຈ
ໃຈຄວາມສຳຄັນa
ພະເຢຊູເນັ້ນເລື່ອງຄວາມຮັກກັບພວກອັກຄະສາວົກໃນຄືນສຸດທ້າຍ (ເບິ່ງຂໍ້ 1-2)
1. ຄຳສັ່ງທີ່ເຈາະຈົງຫຍັງທີ່ພະເຢຊູໃຫ້ກັບພວກລູກສິດ?
ໃນຄືນກ່ອນພະເຢຊູຕາຍ ເພິ່ນໄດ້ໃຫ້ຄຳສັ່ງທີ່ເຈາະຈົງກັບພວກລູກສິດວ່າ: “ຂ້ອຍຮັກພວກເຈົ້າແບບໃດ ກໍໃຫ້ພວກເຈົ້າຮັກກັນແບບນັ້ນ.” ຈາກນັ້ນ ເພິ່ນກໍເວົ້າຕື່ມວ່າ: “ທຸກຄົນຈະຮູ້ວ່າພວກເຈົ້າເປັນລູກສິດຂອງຂ້ອຍ ເມື່ອພວກເຈົ້າຮັກກັນ.”—ຢຮ. 13:34, 35
2. ເປັນຫຍັງຈຶ່ງສຳຄັນທີ່ເຮົາຈະສະແດງຄວາມຮັກຕໍ່ຄົນອື່ນ?
2 ພະເຢຊູບອກວ່າຄົນອື່ນຈະຮູ້ຈັກລູກສິດແທ້ຂອງເພິ່ນຖ້າພວກເຂົາສະແດງຄວາມຮັກຄືກັບທີ່ເພິ່ນສະແດງ. ນີ້ເປັນຈິງທັງໃນສະຕະວັດທຳອິດແລະໃນສະໄໝຂອງເຮົາ. ດັ່ງນັ້ນຈຶ່ງເປັນເລື່ອງສຳຄັນຫຼາຍແທ້ໆທີ່ເຮົາຈະສະແດງຄວາມຮັກຕໍ່ຄົນອື່ນເຖິງວ່າຈະມີບັນຫາ.
3. ເຮົາຈະຮຽນຮູ້ຫຍັງໃນບົດຄວາມນີ້?
3 ເນື່ອງຈາກເຮົາທຸກຄົນບໍ່ສົມບູນແບບ ດັ່ງນັ້ນຈຶ່ງເປັນເລື່ອງຍາກທີ່ເຮົາຈະຮັກກັນສຸດຫົວໃຈ. ແຕ່ເຮົາຕ້ອງພະຍາຍາມຮຽນແບບພະຄລິດ. ໃນບົດຄວາມນີ້ ເຮົາຈະຮຽນຮູ້ວ່າຄວາມຮັກຊ່ວຍເຮົາແນວໃດໃຫ້ເປັນຄົນທີ່ສ້າງສັນຕິສຸກ ບໍ່ລຳອຽງ ແລະມີນ້ຳໃຈຕ້ອນຮັບກັນ. ຕອນທີ່ເຮົາຮຽນບົດຄວາມນີ້ ຂໍໃຫ້ຖາມຕົວເອງວ່າ: ‘ຂ້ອຍໄດ້ຮຽນຮູ້ຫຍັງແດ່ຈາກພີ່ນ້ອງທີ່ສະແດງຄວາມຮັກກັບຄົນອື່ນຕໍ່ໆໄປເຖິງວ່າຈະມີບັນຫາ?’
ໃຫ້ເປັນຄົນສ້າງສັນຕິສຸກ
4. ຕາມມັດທາຍ 5:23, 24 ເປັນຫຍັງເຮົາຕ້ອງສ້າງສັນຕິສຸກກັບພີ່ນ້ອງທີ່ຄຽດໃຫ້ເຮົາ?
4 ພະເຢຊູສອນເຮົາວ່າເປັນເລື່ອງສຳຄັນທີ່ເຮົາຈະສ້າງສັນຕິສຸກກັບພີ່ນ້ອງທີ່ຄຽດໃຫ້ເຮົາ. (ອ່ານມັດທາຍ 5:23, 24) ເພິ່ນເນັ້ນວ່າ ເຮົາຕ້ອງຮັກສາຄວາມສຳພັນທີ່ດີກັບຄົນອື່ນຖ້າເຮົາຢາກໃຫ້ພະເຈົ້າພໍໃຈ. ພະເຢໂຫວາມີຄວາມສຸກຖ້າເຮົາພະຍາຍາມສຸດຄວາມສາມາດທີ່ຈະສ້າງສັນຕິສຸກກັບພີ່ນ້ອງແລະພະອົງຈະບໍ່ຍອມຮັບການນະມັດສະການຂອງເຮົາ ຖ້າເຮົາຍັງຄຽດໃຫ້ພີ່ນ້ອງຢູ່ແລະບໍ່ພະຍາຍາມຄືນດີກັນ.—1 ຢຮ. 4:20
5. ເປັນຫຍັງມາກຮູ້ສຶກວ່າຍາກທີ່ຈະສ້າງສັນຕິສຸກ?
5 ເປັນຫຍັງເຮົາອາດຮູ້ສຶກວ່າຍາກທີ່ຈະສ້າງສັນຕິສຸກ? ຂໍໃຫ້ເຮົາມາເບິ່ງສິ່ງທີ່ເກີດຂຶ້ນກັບມາກ.b ລາວຮູ້ສຶກເຈັບໃຈຕອນທີ່ພີ່ນ້ອງຊາຍຄົນໜຶ່ງວິພາກວິຈານລາວແລະເວົ້າສິ່ງທີ່ບໍ່ດີກ່ຽວກັບລາວໃຫ້ພີ່ນ້ອງໃນປະຊາຄົມຟັງ. ມາກເຮັດແນວໃດ? ລາວບອກວ່າ: “ຂ້ອຍໃຈຮ້າຍແຮງແລະລະເບີດໃສ່ລາວເລີຍ.” ຫຼັງຈາກນັ້ນ ມາກກໍຮູ້ສຶກເສຍໃຈກັບສິ່ງທີ່ລາວເຮັດແລະພະຍາຍາມຂໍໂທດແລະຄືນດີກັບພີ່ນ້ອງຄົນນັ້ນ. ແຕ່ພີ່ນ້ອງຄົນນັ້ນບໍ່ຢາກຄືນດີກັບລາວ. ທຳອິດ ມາກຄິດວ່າ: ‘ເປັນຫຍັງຂ້ອຍ ຕ້ອງພະຍາຍາມໄປຄືນດີກັບລາວທັງໆທີ່ລາວກໍຍັງບໍ່ຢາກຄືນດີກັບຂ້ອຍ?’ ແຕ່ຜູ້ດູແລໝວດໄດ້ຊ່ວຍມາກໃຫ້ພະຍາຍາມຄືນດີຕໍ່ໄປ. ແລ້ວມາກເຮັດແນວໃດ?
6. (ກ) ມາກເຮັດແນວໃດເພື່ອຈະພະຍາຍາມສ້າງສັນຕິສຸກ? (ຂ) ມາກໃຊ້ຫຼັກການໃນໂກໂລຊາຍ 3:13, 14 ແນວໃດ?
6 ເມື່ອມາກຄິດຄືນຫຼັງ ລາວກໍຮູ້ວ່າຕົວເອງຂາດຄວາມຖ່ອມແລະມັກຖືວ່າຕົວເອງດີກວ່າຄົນອື່ນ. ລາວຮູ້ວ່າລາວຈຳເປັນຕ້ອງປ່ຽນແປງຄວາມຄິດຂອງຕົວເອງ. (ກລຊ. 3:8, 9, 12) ມາກຖ່ອມຕົວໄປຄືນດີກັບພີ່ນ້ອງຄົນນັ້ນແລະຂໍໃຫ້ລາວຍົກໂທດໃຫ້. ມາກຍັງຂຽນຈົດໝາຍຫາພີ່ນ້ອງຄົນນັ້ນແລະບອກວ່າລາວເສຍໃຈແທ້ໆແລະຖ້າເປັນໄປໄດ້ກໍຢາກກັບມາເປັນໝູ່ກັນຄືເກົ່າ. ມາກເຖິງຂັ້ນໃຫ້ຂອງຂວັນນ້ອຍໆເຊິ່ງຄິດວ່າພີ່ນ້ອງຄົນນັ້ນຈະມັກ. ແຕ່ພີ່ນ້ອງຄົນນັ້ນກໍບໍ່ຍອມເຊົາຄຽດໃຫ້ລາວ. ເຖິງຢ່າງນັ້ນ ມາກກໍຍັງເຊື່ອຟັງຄຳສັ່ງຂອງພະເຢຊູຕໍ່ໆໄປທີ່ໃຫ້ຮັກພີ່ນ້ອງແລະໃຫ້ອະໄພກັນ. (ອ່ານໂກໂລຊາຍ 3:13, 14) ເຖິງວ່າຄົນອື່ນຈະບໍ່ຢາກຄືນດີກັບເຮົາ ແຕ່ຄວາມຮັກຂອງຄລິດສະຕຽນແທ້ຈະຊ່ວຍເຮົາໃຫ້ອະໄພຄົນອື່ນສະເໝີແລະອະທິດຖານຕໍ່ໆໄປເພື່ອທີ່ເຮົາຈະຄືນດີກັບພວກເຂົາອີກ.—ມທ. 18:21, 22; ຄລຕ. 6:9
ຖ້າມີບາງຄົນຄຽດໃຫ້ເຮົາ ເຮົາຕ້ອງພະຍາຍາມເຮັດທຸກສິ່ງເພື່ອຈະຄືນດີກັບຄົນນັ້ນ (ເບິ່ງຂໍ້ 7-8)c
7. (ກ) ພະເຢຊູບອກເຮົາໃຫ້ເຮັດຫຍັງ? (ຂ) ລາຣາໄດ້ເຈິບັນຫາຫຍັງ?
7 ພະເຢຊູບອກໃຫ້ເຮົາປະຕິບັດກັບຄົນອື່ນຄືກັບທີ່ຢາກໃຫ້ຄົນອື່ນປະຕິບັດກັບເຮົາ. ເພິ່ນບອກຕື່ມວ່າເຮົາຄວນຈະຮັກແມ່ນແຕ່ຜູ້ທີ່ບໍ່ຮັກເຮົາ. (ລູກາ 6:31-33) ເຖິງວ່າເລື່ອງແບບນີ້ບໍ່ຄ່ອຍເກີດຂຶ້ນ ແຕ່ຈະເຮັດແນວໃດຖ້າມີຜູ້ໜຶ່ງໃນປະຊາຄົມບໍ່ຢາກເວົ້ານຳເຮົາ? ເລື່ອງນີ້ເກີດຂຶ້ນກັບລາຣາ. ລາວອະທິບາຍວ່າ: “ພີ່ນ້ອງຍິງຄົນໜຶ່ງເຮັດຄືບໍ່ຮູ້ຈັກຂ້ອຍແລະບໍ່ຍອມລົມກັບຂ້ອຍເລີຍ ລາວເຮັດແບບນີ້ຫຼາຍເທື່ອແລ້ວ ຂ້ອຍກໍບໍ່ຮູ້ວ່າເປັນຫຍັງ. ຂ້ອຍຮູ້ສຶກບໍ່ຢາກໄປປະຊຸມເພາະໄປກໍບໍ່ມີຄວາມສຸກ.” ທຳອິດ ລາຣາຄິດວ່າ: ‘ຂ້ອຍບໍ່ໄດ້ເຮັດຫຍັງຜິດນ໋າ ແລະຄົນອື່ນໃນປະຊາຄົມກໍຮູ້ສຶກຄືກັນວ່າພີ່ນ້ອງຄົນນັ້ນເປັນຄົນແປກໆ.’
8. ລາຣາໄດ້ເຮັດຫຍັງເພື່ອສ້າງສັນຕິສຸກ ແລະເຮົາໄດ້ຮຽນຫຍັງຈາກປະສົບການຂອງລາວ?
8 ລາຣາພະຍາຍາມເຮັດບາງສິ່ງເພື່ອສ້າງສັນຕິສຸກ. ລາວອະທິດຖານເຖິງພະເຢໂຫວາແລະຕັດສິນໃຈໄປລົມກັບພີ່ນ້ອງຍິງຄົນນັ້ນ. ພວກເຂົາໄດ້ປັບຄວາມເຂົ້າໃຈກັນ ກອດກັນແລະຄືນດີກັນ. ທຸກຢ່າງເບິ່ງຄືວ່າເປັນໄປໄດ້ດີ. ລາຣາບອກວ່າ: “ແຕ່ຕໍ່ມາ ພີ່ນ້ອງຄົນນັ້ນກໍເຮັດແບບນັ້ນກັບຂ້ອຍຄືເກົ່າອີກລະ ຂ້ອຍຮູ້ສຶກທໍ້ໃຈຫຼາຍ.” ທຳອິດ ລາຣາຮູ້ສຶກວ່າລາວຈະມີຄວາມສຸກຖ້າພີ່ນ້ອງຄົນນັ້ນປ່ຽນຄວາມຄິດ. ແຕ່ໃນທີ່ສຸດ ລາຣາກໍເຂົ້າໃຈວ່າສິ່ງທີ່ດີທີ່ສຸດທີ່ລາວເຮັດໄດ້ກໍຄື ປະຕິບັດກັບພີ່ນ້ອງຄົນນັ້ນດ້ວຍຄວາມຮັກ ແລະ ‘ໃຫ້ອະໄພລາວຢ່າງໃຈກວ້າງ.’ (ອຟຊ. 4:32–5:2) ລາຣາຈື່ວ່າຄວາມຮັກແບບຄລິດສະຕຽນແທ້ “ບໍ່ຈົດຈຳເລື່ອງທີ່ເຮັດໃຫ້ເຈັບໃຈ. ຄວາມຮັກຍອມທົນຮັບທຸກສິ່ງ ເຊື່ອໃນທຸກສິ່ງ ຫວັງໃນທຸກສິ່ງ ອົດທົນໄດ້ທຸກສິ່ງ.” (1 ກຣ. 13:5, 7) ລາຣາບໍ່ໄດ້ຄິດເຖິງບັນຫານັ້ນອີກຕໍ່ໄປ. ເວລາຜ່ານໄປ ພີ່ນ້ອງຍິງຄົນນັ້ນກໍດີຂຶ້ນ. ເມື່ອເຈົ້າພະຍາຍາມສ້າງສັນຕິສຸກກັບພີ່ນ້ອງແລະສະແດງຄວາມຮັກກັບພວກເຂົາຕໍ່ໆໄປ ເຈົ້າກໍສາມາດໝັ້ນໃຈໄດ້ວ່າ “ພະເຈົ້າຜູ້ມີຄວາມຮັກແລະເປັນຜູ້ໃຫ້ສັນຕິສຸກຈະຢູ່ກັບພວກເຈົ້າ.”—2 ກຣ. 13:11
ເປັນຄົນບໍ່ລຳອຽງ
9. ຕາມກິດຈະການ 10:34, 35 ເປັນຫຍັງເຮົາຕ້ອງບໍ່ລຳອຽງ?
9 ພະເຢໂຫວາບໍ່ລຳອຽງ. (ອ່ານກິດຈະການ 10:34, 35) ເມື່ອເຮົາບໍ່ລຳອຽງ ເຮົາກໍສະແດງໃຫ້ເຫັນວ່າເຮົາເປັນລູກຂອງພະອົງ. ເຮົາເຊື່ອຟັງຄຳສັ່ງທີ່ໃຫ້ຮັກເພື່ອນບ້ານເໝືອນຮັກຕົວເອງ ແລະເຮົາກໍຈະຮັກສາສັນຕິສຸກກັບພີ່ນ້ອງຕໍ່ໆໄປ.—ຣມ. 12:9, 10; ຢກບ. 2:8, 9
10-11. ພີ່ນ້ອງຣຸດເອົາຊະນະອະຄະຕິໄດ້ແນວໃດ?
10 ບາງຄົນອາດຮູ້ສຶກວ່າຍາກທີ່ຈະບໍ່ລຳອຽງ. ໃຫ້ເຮົາມາເບິ່ງຕົວຢ່າງຂອງພີ່ນ້ອງຍິງຄົນໜຶ່ງທີ່ຊື່ ຣຸດ. ຕອນທີ່ລາວເປັນໄວລຸ້ນ ມີຄົນຈາກປະເທດໜຶ່ງເຮັດບໍ່ດີກັບຄອບຄົວຂອງລາວ. ເລື່ອງນີ້ສົ່ງຜົນຕໍ່ລາວແນວໃດ? ຣຸດບອກວ່າ: “ຂ້ອຍຊັງທຸກສິ່ງທຸກຢ່າງກ່ຽວກັບປະເທດນັ້ນ ຂ້ອຍຄິດວ່າທຸກຄົນໃນປະເທດນັ້ນບໍ່ດີຄືກັນໝົດເຖິງວ່າຈະເປັນພະຍານພະເຢໂຫວາກໍຕາມ.” ຣຸດເອົາຊະນະອະຄະຕິນີ້ໄດ້ແນວໃດ?
11 ຣຸດຮູ້ວ່າລາວຕ້ອງຕໍ່ສູ້ກັບຄວາມຄິດໃນແງ່ລົບນີ້. ລາວອ່ານປະສົບການແລະລາຍງານໃນປຶ້ມປະຈຳປີ ກ່ຽວກັບປະເທດນັ້ນ. ລາວບອກວ່າ: “ຂ້ອຍອອກຄວາມພະຍາຍາມຫຼາຍແທ້ໆທີ່ຈະຄິດໃນແງ່ບວກກ່ຽວກັບຄົນໃນປະເທດນັ້ນ. ຂ້ອຍເລີ່ມສັງເກດເຫັນວ່າ ພີ່ນ້ອງຊາຍຍິງຢູ່ຫັ້ນດຸໝັ່ນຫ້າວຫັນຮັບໃຊ້ພະເຢໂຫວາ. ນີ້ເຮັດໃຫ້ຂ້ອຍເຫັນແຈ້ງວ່າ ພວກເຂົາກໍເປັນສ່ວນໜຶ່ງຂອງສັງຄົມພີ່ນ້ອງທົ່ວໂລກ.” ຈາກນັ້ນ ຣຸດກໍເຂົ້າໃຈວ່າ ລາວຈຳເປັນຕ້ອງສະແດງຄວາມຮັກ. ລາວບອກວ່າ: “ເມື່ອໃດກໍຕາມທີ່ຂ້ອຍພົບພີ່ນ້ອງຈາກປະເທດນັ້ນ ຂ້ອຍໄດ້ພະຍາຍາມເປັນພິເສດທີ່ຈະເປັນໝູ່ກັບພວກເຂົາ. ຂ້ອຍໄດ້ລົມກັບພວກເຂົາແລະໄດ້ຮູ້ຈັກກັນຫຼາຍຂຶ້ນ.” ຜົນເປັນແນວໃດ? ຣຸດບອກວ່າ: “ເມື່ອເວລາຜ່ານໄປ ຄວາມຮູ້ສຶກທີ່ບໍ່ດີຂອງຂ້ອຍກໍໝົດໄປ.”
ຖ້າເຮົາ “ຮັກພີ່ນ້ອງຄລິດສະຕຽນທຸກຄົນ” ຢ່າງສຸດຫົວໃຈ ເຮົາກໍຈະບໍ່ເປັນຄົນລຳອຽງ (ເບິ່ງຂໍ້ 12-13)d
12. ພີ່ນ້ອງຊາຣາມີບັນຫາຫຍັງ?
12 ບາງຄົນອາດລຳອຽງແບບບໍ່ຮູ້ໂຕ. ຕົວຢ່າງ: ຊາຣາຄິດວ່າລາວເປັນຄົນບໍ່ລຳອຽງເພາະລາວບໍ່ໄດ້ຕັດສິນຄົນອື່ນຍ້ອນເຊື້ອຊາດ ເພດໄວ ຖານະທາງສັງຄົມ ຫຼືໜ້າທີ່ຮັບຜິດຊອບໃນອົງການ. ແຕ່ລາວບອກວ່າ: “ຂ້ອຍເລີ່ມຮູ້ວ່າ ທີ່ຈິງແລ້ວຂ້ອຍກໍເປັນຄົນລຳອຽງ.” ເປັນແບບນັ້ນໄດ້ແນວໃດ? ຊາຣາມາຈາກຄອບຄົວທີ່ມີການສຶກສາທີ່ດີ ແລະມັກຄົບຫາແຕ່ກັບຄົນທີ່ມີການສຶກສາທີ່ດີຄືກັນ. ມີເທື່ອໜຶ່ງລາວໄດ້ບອກໝູ່ວ່າ: “ຂ້ອຍຫຼິ້ນນຳແຕ່ພີ່ນ້ອງທີ່ມີການສຶກສາທີ່ດີ ແລະບໍ່ຫຼິ້ນນຳຄົນທີ່ບໍ່ໄດ້ຮຽນສູງ.” ເຫັນໄດ້ແຈ້ງວ່າ ຊາຣາຕ້ອງປ່ຽນແປງຄວາມຄິດຂອງຕົວເອງ. ແລ້ວລາວຈະປ່ຽນແນວໃດ?
13. ເຮົາໄດ້ບົດຮຽນຫຍັງຈາກວິທີທີ່ຊາຣາປ່ຽນແປງຄວາມຄິດຂອງລາວ?
13 ຜູ້ດູແລໝວດຊ່ວຍຊາຣາໃຫ້ກວດສອບຄວາມຄິດຂອງຕົວເອງ. ຊາຣາບອກວ່າ: “ຜູ້ດູແລໝວດໄດ້ຊົມເຊີຍຂ້ອຍກ່ຽວກັບວຽກຮັບໃຊ້ທີ່ຂ້ອຍເຮັດ ການອອກຄວາມຄິດເຫັນທີ່ດີ ແລະຄວາມຮູ້ໃນຄຳພີໄບເບິນ. ຈາກນັ້ນ ລາວກໍບອກວ່າ ເມື່ອເຮົາມີຄວາມຮູ້ເພີ່ມຂຶ້ນແລ້ວ ເຮົາກໍຍັງຕ້ອງພັດທະນາຄຸນລັກສະນະຕ່າງໆຂອງຄລິດສະຕຽນເຊັ່ນ: ຄວາມຖ່ອມຕົວ ຄວາມຈຽມຕົວ ແລະຄວາມເມດຕາ.” ຊາຣາໄດ້ໃຊ້ຄຳແນະນຳທີ່ຜູ້ດູແລໝວດບອກລາວ. ລາວບອກວ່າ: “ຂ້ອຍຮູ້ວ່າສິ່ງສຳຄັນທີ່ສຸດທີ່ຂ້ອຍຕ້ອງເຮັດກໍຄືຮັກແລະເຮັດດີກັບພີ່ນ້ອງທຸກຄົນ.” ນີ້ເຮັດໃຫ້ລາວເລີ່ມເບິ່ງພີ່ນ້ອງໃນແງ່ທີ່ດີຂຶ້ນ. ລາວບອກວ່າ: “ຂ້ອຍພະຍາຍາມເຂົ້າໃຈວ່າຄຸນລັກສະນະອັນໃດແດ່ທີ່ເຮັດໃຫ້ພີ່ນ້ອງເຫຼົ່ານັ້ນມີຄ່າຕໍ່ພະເຢໂຫວາ.” ເຮົາເດໄດ້ບົດຮຽນຫຍັງ? ເຮົາບໍ່ຢາກຄິດວ່າຕົວເອງດີກວ່າຄົນອື່ນຍ້ອນລະດັບການສຶກສາຂອງເຮົາ! ຖ້າເຮົາ “ຮັກພີ່ນ້ອງຄລິດສະຕຽນທຸກຄົນ” ຢ່າງສຸດຫົວໃຈ ເຮົາກໍຈະບໍ່ເປັນຄົນລຳອຽງ.—1 ປຕ. 2:17
ເປັນຄົນມີນ້ຳໃຈຕ້ອນຮັບແຂກ
14. ຕາມເຮັບເຣີ 13:16 ພະເຢໂຫວາຮູ້ສຶກແນວໃດເມື່ອເຮົາສະແດງນ້ຳໃຈຕ້ອນຮັບແຂກ?
14 ພະເຢໂຫວາພໍໃຈເມື່ອເຮົາສະແດງນ້ຳໃຈຕ້ອນຮັບແຂກ. (ອ່ານເຮັບເຣີ 13:16) ພະອົງເບິ່ງວ່າການຊ່ວຍເຫຼືອຄົນທີ່ລຳບາກກໍເປັນສ່ວນໜຶ່ງຂອງການນະມັດສະການພະອົງ. (ຢກບ. 1:27; 2:14-17) ຂໍ້ພະຄຳພີນີ້ບອກເຮົາ “ໃຫ້ມີນ້ຳໃຈຕ້ອນຮັບແຂກ.” (ຣມ. 12:13) ເມື່ອເຮົາມີນ້ຳໃຈຕ້ອນຮັບແຂກ ເຮົາກໍສະແດງໃຫ້ຄົນອື່ນເຫັນວ່າເຮົາຮັກ ຈິງໃຈ ແລະຢາກເປັນໝູ່ກັບພວກເຂົາ ແລະພະເຢໂຫວາກໍພໍໃຈເຮົາບໍ່ວ່າເຮົາຈະໃຫ້ພຽງແຕ່ເຂົ້າໜົມ ລ້ຽງເຂົ້າ ລ້ຽງນ້ຳ ຫຼືໃຫ້ເວລາແລະໃສ່ໃຈຄົນອື່ນດ້ວຍຄວາມຮັກ. (1 ປຕ. 4:8-10) ແຕ່ກໍອາດມີບາງຢ່າງທີ່ເຮັດໃຫ້ເຮົາຮູ້ສຶກວ່າຍາກທີ່ຈະສະແດງນ້ຳໃຈຕ້ອນຮັບແຂກ.
“ແຕ່ກີ້ຂ້ອຍບໍ່ກ້າສະແດງນ້ຳໃຈຕ້ອນຮັບແຂກ ແຕ່ເມື່ອຂ້ອຍປ່ຽນຄວາມຄິດຂ້ອຍກໍມີຄວາມສຸກຫຼາຍ” (ເບິ່ງຂໍ້ 16)e
15-16. (ກ) ເປັນຫຍັງບາງຄົນອາດຮູ້ສຶກລັງເລໃຈທີ່ຈະຕ້ອນຮັບແຂກ? (ຂ) ສິ່ງໃດຊ່ວຍອີດິດໃຫ້ກ້າສະແດງນ້ຳໃຈຕ້ອນຮັບແຂກ?
15 ເຮົາອາດຮູ້ສຶກລັງເລໃຈທີ່ຈະຕ້ອນຮັບແຂກຍ້ອນສະພາບການຂອງເຮົາ. ຂໍໃຫ້ມາເບິ່ງຕົວຢ່າງຂອງແມ່ໝ້າຍຄົນໜຶ່ງທີ່ຊື່ ອີດິດ. ກ່ອນທີ່ລາວຈະເຂົ້າມາເປັນພະຍານພະເຢໂຫວາ ລາວເປັນຄົນທີ່ບໍ່ຄ່ອຍກ້າຕ້ອນຮັບແຂກເພາະລາວຮູ້ສຶກວ່າຄົນອື່ນຮັບແຂກໄດ້ດີກວ່າລາວ.
16 ຫຼັງຈາກທີ່ອີດິດເຂົ້າມາເປັນພະຍານພະເຢໂຫວາ ລາວກໍປ່ຽນຄວາມຄິດ. ລາວໄດ້ເຮັດບາງສິ່ງເພື່ອຈະສະແດງນ້ຳໃຈຕ້ອນຮັບແຂກ. ລາວບອກວ່າ: “ຕອນທີ່ກຳລັງສ້າງຫໍປະຊຸມຫຼັງໃໝ່ ຜູ້ດູແລຖາມຂ້ອຍວ່າຈະໃຫ້ພີ່ນ້ອງຜົວເມຍຄູ່ໜຶ່ງທີ່ມາຊ່ວຍໂຄງການນີ້ພັກຢູ່ເຮືອນຂ້ອຍໄດ້ບໍຈັກສອງອາທິດ? ຂ້ອຍຈື່ໄດ້ວ່າພະເຢໂຫວາອວຍພອນແມ່ໝ້າຍຄົນໜຶ່ງທີ່ເມືອງຊາເຣຟັດ.” (1 ກະ. 17:12-16) ອີດິດຕົກລົງໃຫ້ພີ່ນ້ອງຄູ່ນັ້ນພັກຢູ່ເຮືອນຂອງລາວ. ແລ້ວພະເຢໂຫວາອວຍພອນລາວບໍ? ລາວບອກວ່າ: “ຈາກສອງອາທິດກໍກາຍເປັນສອງເດືອນ. ໃນໄລຍະນັ້ນ ພວກເຮົາໄດ້ສະໜິດກັນຫຼາຍແທ້ໆ.” ບໍ່ພຽງແຕ່ເທົ່ານັ້ນ ພະອົງຍັງອວຍພອນລາວໃຫ້ມີໝູ່ສະໜິດຫຼາຍຄົນໃນປະຊາຄົມນຳ. ຕອນນີ້ລາວເປັນໄພໂອເນຍແລະກໍມັກຊວນພີ່ນ້ອງທີ່ຮັບໃຊ້ນຳກັນມາຫຼິ້ນນຳຢູ່ເຮືອນ. ລາວບອກວ່າ: “ການໃຫ້ເຮັດໃຫ້ຂ້ອຍມີຄວາມສຸກ! ແລະກໍເປັນຄວາມຈິງ ຂ້ອຍໄດ້ຮັບພອນກັບຄືນມາຫຼາຍແທ້ໆ.”—ຮຣ. 13:1, 2
17. ລຸກແລະເມຍໄດ້ມາຮູ້ຫຍັງ?
17 ເຮົາອາດມີນ້ຳໃຈຕ້ອນຮັບແຂກຢູ່ແລ້ວ ແຕ່ເຮົາເຮັດໃຫ້ດີຂຶ້ນໄດ້ບໍ? ຕົວຢ່າງ: ພີ່ນ້ອງລຸກແລະເມຍເປັນຄົນທີ່ມີນ້ຳໃຈຕ້ອນຮັບແຂກ. ພວກເຂົາມັກຊວນພໍ່ແມ່ ຍາດພີ່ນ້ອງ ໝູ່ສະໜິດ ຜູ້ດູແລໝວດແລະເມຍມາເຮືອນຂອງພວກເຂົາ. ແຕ່ລຸກບອກວ່າ: “ເຮົາຮູ້ວ່າເຮົາມັກຊວນແຕ່ຄົນທີ່ເຮົາສະໜິດນຳເທົ່ານັ້ນ.” ລຸກແລະເມຍຈະສະແດງນ້ຳໃຈຕ້ອນຮັບແຂກຫຼາຍຂຶ້ນແນວໃດ?
18. ລຸກແລະເມຍສະແດງນ້ຳໃຈຕ້ອນຮັບແຂກຫຼາຍຂຶ້ນແນວໃດ?
18 ລຸກແລະເມຍໄດ້ຮຽນຮູ້ວ່າການມີນ້ຳໃຈຕ້ອນຮັບແຂກໝາຍຄວາມວ່າແນວໃດແທ້ໆເມື່ອພວກເຂົາຄິດກ່ຽວກັບຄຳເວົ້າຂອງພະເຢຊູທີ່ວ່າ: “ຖ້າພວກເຈົ້າຮັກແຕ່ຄົນທີ່ຮັກພວກເຈົ້າ ພວກເຈົ້າກໍບໍ່ໄດ້ດີກວ່າຄົນອື່ນແມ່ນບໍ?” (ມທ. 5:45-47) ພວກເຂົາຮູ້ວ່າພວກເຂົາຕ້ອງຮຽນແບບພະເຢໂຫວາທີ່ໃຈກວ້າງຕໍ່ທຸກຄົນ. ດັ່ງນັ້ນ ພວກເຂົາຈຶ່ງຕັດສິນໃຈຊວນພີ່ນ້ອງທີ່ບໍ່ເຄີຍຊວນມາກ່ອນໃຫ້ມາເຮືອນພວກເຂົາ. ລຸກບອກວ່າ: “ຕອນນີ້ພວກເຮົາທຸກຄົນມີຄວາມສຸກຫຼາຍທີ່ໄດ້ໃຊ້ເວລາຢູ່ນຳກັນ. ນີ້ໄດ້ເຮັດໃຫ້ເຮົາສະໜິດກັນຫຼາຍຂຶ້ນແລະກໍສະໜິດກັບພະເຢໂຫວານຳ.”
19. ເຮົາຈະພິສູດໃຫ້ເຫັນແນວໃດວ່າເຮົາເປັນລູກສິດຂອງພະເຢຊູ ແລະເຈົ້າເດ ເຈົ້າຕັ້ງໃຈທີ່ຈະເຮັດຫຍັງ?
19 ເຮົາໄດ້ຮຽນຮູ້ວ່າການຮັກພີ່ນ້ອງສຸດຫົວໃຈສາມາດຊ່ວຍເຮົາເປັນຄົນທີ່ສ້າງສັນຕິສຸກ ເປັນຄົນບໍ່ລຳອຽງ ແລະເປັນຄົນທີ່ມີນ້ຳໃຈຕ້ອນຮັບແຂກ. ເຮົາຕ້ອງກຳຈັດອະຄະຕິ ແລະຮັກພີ່ນ້ອງຂອງເຮົາສຸດຫົວໃຈ. ຖ້າເຮົາເຮັດແບບນັ້ນ ເຮົາກໍຈະມີຄວາມສຸກແລະເຮົາກໍພິສູດໃຫ້ເຫັນວ່າເຮົາເປັນລູກສິດຂອງພະເຢຊູ.—ຢຮ. 13:17, 35
ເພງ 88 ຂໍໃຫ້ເຮົາຮູ້ທາງຂອງພະອົງ
a ພະເຢຊູບອກວ່າຄວາມຮັກເປັນສັນຍາລັກຂອງຄລິດສະຕຽນແທ້. ຄວາມຮັກທີ່ເຮົາມີຕໍ່ພີ່ນ້ອງຈະກະຕຸ້ນເຮົາໃຫ້ສ້າງສັນຕິສຸກ ບໍ່ລຳອຽງ ແລະມີນ້ຳໃຈຕ້ອນຮັບກັນ ເຊິ່ງການເຮັດແບບນີ້ອາດບໍ່ງ່າຍ. ໃນບົດຄວາມນີ້ ເຮົາຈະຮຽນຮູ້ວ່າເຮົາຈະຮັກຄົນອື່ນຢ່າງສຸດຫົວໃຈຕໍ່ໆໄປໄດ້ແນວໃດ.
b ບາງຊື່ໃນບົດຄວາມນີ້ເປັນຊື່ສົມມຸດ
c ຄຳອະທິບາຍຮູບພາບ: ພີ່ນ້ອງຍິງຄົນໜຶ່ງພະຍາຍາມຄືນດີ. ທຳອິດກໍບໍ່ໄດ້ຜົນ ແຕ່ລາວກໍພະຍາຍາມເຮັດຕໍ່ໆໄປ. ເນື່ອງຈາກລາວສະແດງຄວາມຮັກສະເໝີ ໃນທີ່ສຸດພວກເຂົາຈຶ່ງມີສັນຕິສຸກອີກຄັ້ງ.
d ຄຳອະທິບາຍຮູບພາບ: ພີ່ນ້ອງຊາຍສູງອາຍຸຄົນໜຶ່ງຮູ້ສຶກວ່າພີ່ນ້ອງໃນປະຊາຄົມບໍ່ສົນໃຈລາວ.
e ຄຳອະທິບາຍຮູບພາບ: ພີ່ນ້ອງຍິງຄົນໜຶ່ງທີ່ທຳອິດຮູ້ສຶກບໍ່ກ້າທີ່ຈະຕ້ອນຮັບແຂກໄດ້ປ່ຽນແປງຄວາມຄິດຂອງລາວ ແລະນີ້ເຮັດໃຫ້ລາວມີຄວາມສຸກຫຼາຍຂຶ້ນ.