ເລື່ອງຊີວິດຈິງ
ຂ້ອຍມີຄວາມສຸກທີ່ໄດ້ຮັບໃຊ້ພະເຢໂຫວາ
ໃນປີ 1958 ຂ້ອຍໄດ້ເປັນສະມາຊິກຄອບຄົວເບເທນຢູ່ການາດາ. ຕອນນັ້ນຂ້ອຍອາຍຸ 18 ປີ ແລະວຽກທຳອິດທີ່ຂ້ອຍເຮັດແມ່ນກວາດພື້ນຢູ່ຫ້ອງພິມ. ຂ້ອຍມີຄວາມສຸກກັບວຽກທີ່ເຮັດ ແລະບໍ່ດົນຂ້ອຍກໍໄດ້ໄປເຮັດວຽກຕັດຂອບປຶ້ມ. ຂ້ອຍມີຄວາມສຸກຫຼາຍທີ່ໄດ້ເຮັດວຽກຢູ່ເບເທນ!
ປີຕໍ່ມາຂ້ອຍກໍໄດ້ຍິນຄຳປະກາດວ່າສາຂາອາຝຼິກກາໃຕ້ຕ້ອງການອາສາສະໝັກໄປຊ່ວຍວຽກຢູ່ຫັ້ນ ເພາະຫາກໍມີການຕິດຕັ້ງເຄື່ອງພິມໃໝ່. ຂ້ອຍໄດ້ລົງຊື່ໄວ້ ແລະຂ້ອຍກໍຕື່ນເຕັ້ນທີ່ໄດ້ຖືກເລືອກໃຫ້ໄປ. ພີ່ນ້ອງອີກສາມຄົນທີ່ຖືກເລືອກໃຫ້ໄປນຳກັນມີ: ພີ່ນ້ອງເດນນິດສ໌ ລີດຈ໌ ພີ່ນ້ອງບິວ ແມັກເຄຼິເລັນ ແລະພີ່ນ້ອງເຄນ ນໍດິນ. ເຮົາຮູ້ວ່າເຮົາຄືຊິໄດ້ຢູ່ໃນອາຝຼິກກາໃຕ້ອີກດົນ!
ຂ້ອຍໄດ້ໂທບອກແມ່ວ່າ “ແມ່! ລູກມີຂ່າວຊິບອກ. ລູກຊິໄດ້ໄປອາຝຼິກກາໃຕ້ເດີ້!” ແມ່ຂ້ອຍເປັນຄົນທີ່ບໍ່ຄ່ອຍມັກເວົ້າ ແຕ່ລາວມີຄວາມເຊື່ອທີ່ເຂັ້ມແຂງຫຼາຍ. ເຖິງລາວຈະບໍ່ໄດ້ເວົ້າຫຍັງຫຼາຍ ແຕ່ຂ້ອຍກໍຮູ້ວ່າລາວພ້ອມທີ່ຈະຊ່ວຍຂ້ອຍ. ພໍ່ກັບແມ່ອາດຈະເສຍໃຈທີ່ຂ້ອຍໄປຢູ່ໄກ ແຕ່ເຂົາເຈົ້າກໍບໍ່ໄດ້ຂັດຂວາງການຕັດສິນໃຈຂ້ອງຂ້ອຍ.
ໄປອາຝຼິກກາໃຕ້!
ປີ 1959 ຂີ່ລົດໄຟຈາກເມືອງເຄບທາວໄປໂຈຮານເນດສະເບີກກັບພີ່ນ້ອງເດນນິດສ໌ ລີດຈ໌, ພີ່ນ້ອງເຄນ ນໍດິນ ແລະພີ່ນ້ອງບິວ ແມັກເຄຼິເລັນ
ໃນປີ 2019 ພວກເຮົາ 4 ຄົນພົບກັນອີກໃນຮອບ 60 ປີຢູ່ສາຂາອາຝຼິກກາໃຕ້
ພວກເຮົາທັງ 4 ຄົນໄດ້ໄປຝຶກອົບຮົມກ່ຽວກັບວິທີໃຊ້ເຄື່ອງພິມຢູ່ເບເທນບຣຸກລິນ. ຈາກນັ້ນພວກເຮົາກໍໄດ້ຂີ່ເຮືອກຳປັ່ນບັນທຸກສິນຄ້າໄປເມືອງເຄບທາວທີ່ຢູ່ອາຝຼິກກາໃຕ້ ເຊິ່ງຕອນນັ້ນຂ້ອຍອາຍຸ 20 ປີ. ແລ້ວພວກເຮົາກໍຂີ່ລົດໄຟຈາກເມືອງເຄບທາວໄປເມືອງໂຈຮານເນດສະເບີກໃນຕອນແລງ. ບ່ອນທຳອິດທີ່ລົດໄຟຈອດແມ່ນຢູ່ເມືອງນ້ອຍໆໃນເຂດຄາຣູ ເຊິ່ງເປັນເຂດທີ່ແຫ້ງແລ້ງທີ່ມີທັງຄວັນ ຝຸ່ນ ແລະຮ້ອນຫຼາຍ. ພວກເຮົາທັງ 4 ຄົນຫຼຽວອອກໄປທາງປ່ອງຢ້ຽມແລະສົງໄສວ່າ ຖ້າເປັນແນວນີ້ບ່ອນທີ່ເຮົາຖືກມອບໝາຍຊິເປັນແນວໃດ. ຫຼາຍປີຜ່ານໄປພວກເຮົາໄດ້ກັບມາຢາມເຂດນີ້ອີກ ແລະເຫັນວ່າມັນກໍເປັນເມືອງນ້ອຍໆທີ່ງາມອີກແບບໜຶ່ງ ແລະປະຊາຊົນເຂດນັ້ນກໍໃຊ້ຊີວິດແບບມີຄວາມສຸກ.
ວຽກມອບໝາຍສອງສາມປີທຳອິດທີ່ຂ້ອຍເຮັດແມ່ນການວາງໂຕໜັງສືໃສ່ແມ່ພິມໂດຍໃຊ້ເຄື່ອງພິມລາຍໂນໄທເພື່ອພິມປຶ້ມຫໍສັງເກດການແລະຕື່ນເຖີດ! ສຳນັກງານສາຂາໄດ້ພິມປຶ້ມເປັນຫຼາຍໆພາສາຂອງອາຝຼິກກາ ບໍ່ພຽງແຕ່ພາສາຕ່າງໆທີ່ໃຊ້ຢູ່ປະເທດອາຝຼິກກາໃຕ້ເທົ່ານັ້ນ ແຕ່ອີກຫຼາຍປະເທດທີ່ຢູ່ທາງເໜືອນຳ. ພວກເຮົາດີໃຈຫຼາຍທີ່ເຫັນວ່າເຄື່ອງພິມແບບໃໝ່ທີ່ພວກເຮົາໄດ້ມາຊ່ວຍນັ້ນໄດ້ໃຊ້ຫຼາຍແທ້ໆ.
ຕໍ່ມາຂ້ອຍໄດ້ໄປເຮັດວຽກຢູ່ຫ້ອງການການພິມ ເຊິ່ງເບິ່ງແຍງທັງເລື່ອງການຈັດພິມ ການຂົນສົ່ງປຶ້ມ ແລະວຽກແປ. ຂ້ອຍມີຄວາມສຸກຫຼາຍທີ່ໄດ້ເຮັດວຽກຫຼາຍຢ່າງ!
ແຕ່ງດອງແລະໄດ້ວຽກມອບໝາຍໃໝ່
ໃນປີ 1968 ຂ້ອຍກັບລໍຣາຮັບໃຊ້ເປັນໄພໂອເນຍພິເສດ
ໃນປີ 1968 ຂ້ອຍໄດ້ແຕ່ງດອງກັບພີ່ນ້ອງໄພໂອເນຍຄົນໜຶ່ງຊື່ລໍຣາ ບໍເວັນ. ບ້ານລາວຢູ່ໃກ້ກັບເບເທນແລະລາວກໍມາຊ່ວຍວຽກພິມໃນພະແນກການແປຂອງເບເທນນຳ. ປົກກະຕິແລ້ວ ໃນຕອນນັ້ນຜູ້ທີ່ແຕ່ງດອງໃໝ່ຈະບໍ່ໄດ້ຢູ່ໃນເບເທນ. ດັ່ງນັ້ນ ສາຂາຈຶ່ງສົ່ງພວກເຮົາໄປເປັນໄພໂອເນຍພິເສດ. ຂ້ອຍຮູ້ສຶກກັງວົນໜ້ອຍໜຶ່ງເພາະຕອນຢູ່ເບເທນຂ້ອຍມີອາຫານແລະບ່ອນພັກຢ່າງດີ ແຕ່ເມື່ອເປັນໄພໂອເນຍພິເສດຂ້ອຍຕ້ອງຈັດການທຸກຢ່າງເອົາເອງດ້ວຍເງິນເບ້ຍລ້ຽງໜ້ອຍດຽວ. ເຮົາຈະໄດ້ຮັບເງິນເບ້ຍລ້ຽງແຕ່ລະເດືອນ 35 ໂດລາສະຫະລັດ ແຕ່ເຮົາຕ້ອງກັບໄປຢ້ຽມຢາມ ແຈກຢາຍປຶ້ມຕ່າງໆແລະເຮັດຊົ່ວໂມງໃຫ້ຄົບຕາມຈຳນວນທີ່ກຳນົດໄວ້. ແລະເຮົາຕ້ອງໃຊ້ເງິນນັ້ນສຳລັບຄ່າເຊົ່າເຮືອນ ຄ່າອາຫານ ຄ່າເດີນທາງ ລວມທັງຄ່າຢາແລະເຄື່ອງໃຊ້ສ່ວນຕົວ.
ພວກເຮົາຖືກມອບໝາຍໃຫ້ໄປສົມທົບກັບກຸ່ມນ້ອຍໆທີ່ຢູ່ໃກ້ເມືອງເດີບັນໃນມະຫາສະໝຸດອິນເດຍ. ປະຊາກອນຢູ່ຫັ້ນສ່ວນຫຼາຍເປັນຄົນອິນເດຍ ເພາະເຂົາເຈົ້າເປັນລູກຫຼານຂອງຄົນທີ່ຍ້າຍມາເຮັດວຽກຢູ່ອາຝຼິກກາໃຕ້ປະມານປີ 1875 ແລະເຂົາເຈົ້າເຮັດວຽກຢູ່ໂຮງງານນ້ຳຕານ. ເຖິງວ່າຕອນນີ້ເຂົາເຈົ້າຈະມີວຽກອື່ນໆໃຫ້ເຮັດ ແຕ່ເຂົາເຈົ້າກໍຍັງຮັກສາວັດທະນະທຳແລະອາຫານການກິນທີ່ເປັນບ້ານເກີດຂອງຕົວເອງ ເຊັ່ນ ແກງກະຫຼີ່ແຊບໆ. ແລະເຂົາເຈົ້າກໍເວົ້າພາສາອັງກິດໄດ້ ດັ່ງນັ້ນ ເຮົາຈຶ່ງບໍ່ຕ້ອງໄປຮຽນພາສາໃໝ່ເພື່ອຈະປະກາດກັບເຂົາເຈົ້າ.
ໄພໂອເນຍພິເສດຕ້ອງປະກາດໃຫ້ໄດ້ 150 ຊົ່ວໂມງໃນແຕ່ລະເດືອນ. ດັ່ງນັ້ນ ຂ້ອຍກັບລໍຣາຈຶ່ງຈັດຕາຕະລາງທີ່ຈະປະກາດໃຫ້ໄດ້ 6 ຊົ່ວໂມງໃນມື້ທຳອິດ. ອາກາດຢູ່ຫັ້ນຮ້ອນອົບເອົ້າຫຼາຍ. ຍ້ອນເຮົາບໍ່ມີລາຍຢ້ຽມແລະນັກສຶກສາ ເຮົາຈຶ່ງຕ້ອງປະກາດຕາມບ້ານໃຫ້ໄດ້ 6 ຊົ່ວໂມງ. ຫຼັງຈາກທີ່ເລີ່ມປະກາດໄດ້ໄລຍະໜຶ່ງແລ້ວ ຂ້ອຍກໍຫຼຽວເບິ່ງໂມງແລະເຫັນວ່າຫາກໍຜ່ານໄປແຕ່ 40 ນາທີ. ຂ້ອຍຈຶ່ງສົງໄສວ່າເຮົາຊິເປັນໄພໂອເນຍພິເສດຕໍ່ໄປໄດ້ຢູ່ຫວາ?
ບໍ່ດົນພວກເຮົາກໍປັບໂຕໄດ້. ແຕ່ລະມື້ເຮົາຈະກຽມແຊນວິດແລະເອົາແກງຫຼືກາເຟໃສ່ໄວ້ໃນກະຕິກນ້ຳຮ້ອນ. ຕອນທີ່ພັກຜ່ອນເຮົາກໍຈະໄປຈອດລົດອີເຕົ່າໄວ້ກ້ອງຮົ່ມໄມ້. ບາງເທື່ອກໍມີເດັກນ້ອຍອິນເດຍມາແນມເບິ່ງເຮົາ ເພາະເຮົາໜ້າຕາບໍ່ຄືເຂົາເຈົ້າ. ເມື່ອເຮົາເຮັດແບບນີ້ໄປໄດ້ສອງສາມມື້ແລ້ວ ເຮົາກໍເຫັນວ່າຫຼັງຈາກທີ່ປະກາດໄດ້ສອງສາມຊົ່ວໂມງທຳອິດ ເວລາທີ່ເຫຼືອຂອງມື້ນັ້ນກໍຜ່ານໄປບັກໄວໆ.
ເຮົາດີໃຈຫຼາຍແທ້ໆທີ່ໄດ້ປະກາດກັບຄົນທີ່ມີນ້ຳໃຈໃນເຂດນັ້ນ. ສ່ວນຫຼາຍແລ້ວຄົນອິນເດຍເປັນຄົນທີ່ນັບຖືຄົນອື່ນ ມີນ້ຳໃຈເອື້ອເຟື້ອ ແລະຢຳເກງພະເຈົ້າ. ຫຼາຍຄົນທີ່ນັບຖືສາສະໜາຮິນດູສົນໃຈເລື່ອງທີ່ເຮົາປະກາດ. ເຂົາເຈົ້າມັກຮຽນຮູ້ກ່ຽວກັບພະເຢໂຫວາ ພະເຢຊູ ຄຳພີໄບເບິນ ອະນາຄົດທີ່ມີຄວາມສຸກ ແລະຄວາມຫວັງສຳລັບຄົນທີ່ຕາຍແລ້ວ. ພາຍໃນປີດຽວ ເຮົາກໍມີນັກສຶກສາ 20 ຄົນແລ້ວ. ເຮົາໄດ້ໄປກິນເຂົ້າກັບຄອບຄົວຂອງນັກສຶກສາທຸກມື້. ເຮົາມີຄວາມສຸກຫຼາຍ.
ບໍ່ດົນ ເຮົາກໍໄດ້ວຽກມອບໝາຍໃໝ່ໂດຍຖືກສົ່ງໄປເປັນຜູ້ດູແລໝວດຢູ່ແຖວແຄມຝັ່ງມະຫາສະໝຸດອິນເດຍ. ທຸກອາທິດ ເຮົາຈະໄດ້ໄປຢາມແລະພັກຢູ່ເຮືອນພີ່ນ້ອງ ແລະເຮັດວຽກປະກາດເພື່ອໃຫ້ກຳລັງໃຈເຂົາເຈົ້າ. ພີ່ນ້ອງໄດ້ປະຕິບັດກັບເຮົາຄືກັບຄົນໃນຄອບຄົວ ແລະເຮົາກໍມີຄວາມສຸກຫຼາຍທີ່ໄດ້ໃຊ້ເວລາກັບເຂົາເຈົ້າ. ເຮົາມ່ວນຫຼາຍທີ່ໄດ້ຫຼິ້ນກັບລູກຂອງພີ່ນ້ອງແລະສັດລ້ຽງຂອງເຂົາເຈົ້າ. 2 ປີຕໍ່ມາສຳນັກງານສາຂາກໍໂທມາຫາເຮົາແລ້ວບອກວ່າ “ເຮົາຢາກໃຫ້ພວກເຈົ້າເຂົ້າມາເຮັດວຽກຢູ່ເບເທນ.” ແລ້ວຂ້ອຍກໍຕອບໄປວ່າ “ພວກເຮົາມີຄວາມສຸກຫຼາຍທີ່ໄດ້ເຮັດວຽກຮັບໃຊ້ຢູ່ນີ້.” ແຕ່ເຮົາກໍເຕັມໃຈໄປທຸກບ່ອນທີ່ຖືກມອບໝາຍໃຫ້ໄປ.
ກັບໄປເບເທນຢູ່ອາຝຼິກກາໃຕ້
ຂ້ອຍຖືກມອບໝາຍໃຫ້ເຮັດວຽກຢູ່ພະແນກວຽກຮັບໃຊ້ ເຊິ່ງເຮັດໃຫ້ຂ້ອຍໄດ້ມີໂອກາດເຮັດວຽກຮ່ວມກັບພີ່ນ້ອງທີ່ມີຄວາມເຊື່ອເຂັ້ມແຂງແລະມີປະສົບການຫຼາຍ. ໃນຕອນນັ້ນປະຊາຄົມຕ່າງໆຈະໄດ້ຮັບຈົດໝາຍຈາກສາຂາຫຼັງຈາກທີ່ຜູ້ດູແລໝວດຢ້ຽມແລ້ວ. ໃນຈົດໝາຍນັ້ນຈະໃຫ້ກຳລັງໃຈແລະຄຳແນະນຳທີ່ຈຳເປັນກັບພີ່ນ້ອງ. ນີ້ເຮັດໃຫ້ເລຂາມີວຽກຫຼາຍແທ້ໆເພາະເຂົາເຈົ້າຕ້ອງແປລາຍງານຂອງຜູ້ດູແລໝວດຈາກພາສາໂຄຊາ ພາສາຊູລູ ແລະພາສາອື່ນໆໄປເປັນພາສາອັງກິດ. ຈາກນັ້ນ ກໍແປຈົດໝາຍຂອງສາຂາຈາກພາສາອັງກິດໄປເປັນພາສາຕ່າງໆຂອງອາຝຼິກກາ. ຂ້ອຍຮູ້ຄຸນຄ່າວຽກຂອງຜູ້ແປຫຼາຍແທ້ໆທີ່ຊ່ວຍຂ້ອຍໃຫ້ເຂົ້າໃຈສະພາບການທີ່ຫຍຸ້ງຍາກຂອງພີ່ນ້ອງອາຝຼິກກາຜິວດຳ.
ຕອນນັ້ນ ການປົກຄອງຂອງອາຝຼິກກາໃຕ້ເປັນລະບົບແບບແບ່ງແຍກສີຜິວ. ມີການກຳນົດບ່ອນຢູ່ໃຫ້ກັບແຕ່ລະເຊື້ອຊາດ. ດັ່ງນັ້ນ ຄົນທີ່ເຊື້ອຊາດແຕກຕ່າງກັນຈະຫຼິ້ນນຳກັນບໍ່ໄດ້. ພີ່ນ້ອງອາຝຼິກກາຜິວດຳຈະລົມກັນ ປະກາດ ແລະປະຊຸມໂດຍໃຊ້ພາສາຂອງຕົວເອງເທົ່ານັ້ນ.
ຂ້ອຍບໍ່ຄ່ອຍຮູ້ຈັກພີ່ນ້ອງອາຝຼິກກາຜິວດຳປານໃດ ເພາະສ່ວນຫຼາຍຂ້ອຍຖືກມອບໝາຍໃຫ້ໄປສົມທົບກັບພີ່ນ້ອງທີ່ໃຊ້ພາສາອັງກິດ. ຕອນນີ້ ຂ້ອຍມີໂອກາດໄດ້ຮູ້ຈັກ ວັດທະນະທຳແລະປະເພນີຂອງຄົນອາຝຼິກກາຜິວດຳ ແລ້ວຂ້ອຍກໍຮູ້ວ່າພີ່ນ້ອງເຫຼົ່ານັ້ນມີບັນຫາຫຼາຍຢ່າງຍ້ອນຄວາມເຊື່ອແລະປະເພນີຕ່າງໆຂອງເຂົາເຈົ້າ. ພີ່ນ້ອງອາຝຼິກກາຜິວດຳຕ້ອງກ້າຫານຫຼາຍແທ້ໆເພາະເຂົາເຈົ້າບໍ່ເຮັດຕາມສິ່ງທີ່ກ່ຽວຂ້ອງກັບຜີແລະປະເພນີຕ່າງໆທີ່ຂັດກັບຫຼັກການໃນຄຳພີໄບເບິນ ເຖິງວ່າຈະຖືກຄອບຄົວແລະຄົນແຖວບ້ານຕໍ່ຕ້ານ. ໃນເຂດຊົນນະບົດມີຫຼາຍຄົນທີ່ທຸກຍາກ. ບາງຄົນກໍໄດ້ຮຽນໜັງສືໜ້ອຍໜຶ່ງ ບາງຄົນກໍບໍ່ໄດ້ຮຽນເລີຍ ແຕ່ເຂົາເຈົ້າກໍນັບຖືຄຳພີໄບເບິນ.
ຂ້ອຍຍັງມີໂອກາດໄດ້ເຮັດວຽກກ່ຽວກັບກົດໝາຍເລື່ອງເສລີພາບໃນການນະມັດສະການແລະຄວາມເປັນກາງ. ນີ້ເຮັດໃຫ້ຂ້ອຍມີຄວາມເຊື່ອເຂັ້ມແຂງຫຼາຍຂຶ້ນທີ່ເຫັນວ່າເດັກນ້ອຍພະຍານພະເຢໂຫວາໄດ້ສັດຊື່ແລະກ້າຫານໂດຍບໍ່ຍອມເຂົ້າຮ່ວມການສວດມົນແລະຮ້ອງເພງເຖິງວ່າຈະຖືກໄລ່ອອກຈາກໂຮງຮຽນ.
ພີ່ນ້ອງທີ່ຢູ່ປະເທດນ້ອຍໆໃນອາຝຼິກກາເຊິ່ງເອີ້ນວ່າສະວາຊີລັງໄດ້ຮັກສາຄວາມສັດຊື່ເຖິງວ່າຈະມີບັນຫາຫຼາຍຢ່າງເຊັ່ນ: ຕອນທີ່ກະສັດໂຊບຸຊາ ທີ II ຕາຍ ປະຊາຊົນທຸກຄົນຕ້ອງໄດ້ເຮັດພິທີກຳໄຫວ້ທຸກໃຫ້ລາວ. ຜູ້ຊາຍຕ້ອງແຖຫົວແລະຜູ້ຍິງຕ້ອງຕັດຜົມສັ້ນ. ພີ່ນ້ອງຫຼາຍຄົນຖືກຂົ່ມເຫງຍ້ອນບໍ່ເຮັດພິທີກຳເຫຼົ່ານີ້ ເຊິ່ງກ່ຽວຂ້ອງກັບການໄຫວ້ບັນພະບຸລຸດ. ເຮົາດີໃຈຫຼາຍແທ້ໆທີ່ເຫັນພີ່ນ້ອງເຫຼົ່ານີ້ສັດຊື່ຕໍ່ພະເຢໂຫວາ! ເຮົາໄດ້ຮຽນຮູ້ຫຼາຍຢ່າງກ່ຽວກັບຄວາມສັດຊື່ແລະຄວາມອົດທົນຂອງພີ່ນ້ອງອາຝຼິກກາ ແລະເລື່ອງນີ້ເຮັດໃຫ້ພວກເຮົາມີຄວາມເຊື່ອເຂັ້ມແຂງຫຼາຍຂຶ້ນ.
ກັບໄປເຮັດວຽກຢູ່ໂຮງພິມອີກ
ໃນປີ 1981 ຂ້ອຍໄດ້ໄປເຮັດວຽກຢູ່ໂຮງພິມອີກເທື່ອໜຶ່ງແລະໄດ້ຊ່ວຍໃນການໃຊ້ຄອມພິວເຕີເຂົ້າໃນວຽກການພິມ. ຂ້ອຍຮູ້ສຶກຕື່ນເຕັ້ນຫຼາຍ ເພາະວິທີການພິມໄດ້ປ່ຽນໄປຫຼາຍແທ້ໆ! ຕົວແທນຈຳນາຍໄດ້ເອົາເຄື່ອງພິມແບບໃໝ່ມາໃຫ້ສາຂາທົດລອງໃຊ້ຟຣີ. ນີ້ເຮັດໃຫ້ເຄື່ອງພິມແບບໃໝ່ 5 ໜ່ວຍມາແທນທີ່ເຄື່ອງພິມລາຍໂນໄທ 9 ໜ່ວຍ. ນອກຈາກນັ້ນ ຍັງມີການຕິດຕັ້ງເຄື່ອງພິມອັອບເຊັດແບບໃໝ່ ເຊິ່ງເຮັດໃຫ້ເຮົາພິມໄດ້ໄວກວ່າແຕ່ກ່ອນ!
ຄອມພິວເຕີຍັງຊ່ວຍໃນວິທີການຈັດໜ້າແບບໃໝ່ໂດຍໃຊ້ລະບົບເມັບສ໌ (MEPS) ເຊິ່ງເປັນລະບົບການຈັດພິມເອເລັກໂຕຣນິກຫຼາຍພາສາ. ຕອນນີ້ ເຕັກໂນໂລຊີໄດ້ພັດທະນາຫຼາຍແລ້ວເພາະຕັ້ງແຕ່ຂ້ອຍແລະໝູ່ 3 ຄົນຍ້າຍໄປຊ່ວຍວຽກຢູ່ອາຝຼິກກາໃຕ້! (ເອຊາ. 60:17) ພວກເຮົາໄດ້ໃຊ້ເຄື່ອງພິມລາຍໂນໄທ ແລະເຄື່ອງພິມຮ໋ອດເລັດທີ່ຊ້າແລະຫຍຸ້ງຍາກຫຼາຍ. ພວກເຮົາທັງ 4 ຄົນໄດ້ແຕ່ງດອງກັບພີ່ນ້ອງໄພໂອເນຍທີ່ດີແລະຮັກພະເຢໂຫວາຫຼາຍ. ຂ້ອຍກັບບິວຍັງຮັບໃຊ້ຢູ່ເບເທນ ສ່ວນເຄນກັບເດນນິດສ໌ກໍຮັບໃຊ້ພະເຢໂຫວາຮູບແບບອື່ນ.
ສາຂາມີວຽກຫຼາຍຂຶ້ນເລື້ອຍໆ. ມີການແປແລະພິມປຶ້ມຕ່າງໆຂອງອົງການອອກເປັນຫຼາຍພາສາ ແລະສົ່ງອອກໄປສາຂາອື່ນ. ດັ່ງນັ້ນ ຈຶ່ງຈຳເປັນຕ້ອງມີການສ້າງເບເທນໃໝ່. ພີ່ນ້ອງໄດ້ສ້າງຢູ່ທາງທິດຕາເວັນຕົກຂອງເມືອງໂຈຮານເນດສະເບີກ ແລະໄດ້ອຸທິດເບເທນນີ້ໃນປີ 1987. ຂ້ອຍຮູ້ສຶກມີກຽດຫຼາຍແທ້ໆທີ່ໄດ້ມີສ່ວນໃນການຂະຫຍາຍເບເທນແລະຮັບໃຊ້ເປັນຄະນະກຳມະການສາຂາຢູ່ອາຝຼິກກາໃຕ້ເປັນເວລາຫຼາຍປີ.
ໄດ້ວຽກມອບໝາຍໃໝ່ອີກແລ້ວ
ໃນປີ 2001 ເຮົາດີໃຈຫຼາຍແທ້ໆທີ່ຖືກເຊີນໄປເປັນຄະນະກຳມະການສາຂາຢູ່ສະຫະລັດອາເມຣິກາທີ່ຫາກໍສ້າງຕັ້ງຂຶ້ນມາ. ເຖິງວ່າເຮົາຈະຄິດຮອດພີ່ນ້ອງແລະວຽກງານທີ່ເຄີຍເຮັດຢູ່ອາຝຼິກກາໃຕ້ ແຕ່ເຮົາກໍຕື່ນເຕັ້ນທີ່ຈະໄດ້ເລີ່ມວຽກໃໝ່ເປັນສະມາຊິກຄອບຄົວເບເທນຢູ່ສະຫະລັດອາເມຣິກາ.
ແຕ່ສິ່ງທີ່ເຮັດໃຫ້ພວກເຮົາເປັນຫ່ວງແມ່ນການທີ່ເຮົາໄດ້ຢູ່ໄກຈາກແມ່ຂອງລໍຣາທີ່ເຖົ້າແລ້ວ. ພວກເຮົາມາຢູ່ນິວຢອກ ກໍເລີຍຊ່ວຍລາວຫຼາຍບໍ່ໄດ້. ແຕ່ວ່ານ້ອງສາວຂອງລໍຣາ 3 ຄົນຈະຊ່ວຍແມ່ໄດ້ທາງຮ່າງກາຍ ທາງອາລົມ ແລະທາງດ້ານການເງິນ. ເຂົາເຈົ້າບອກວ່າ “ພວກເຮົາຮັບໃຊ້ເຕັມເວລາບໍ່ໄດ້ ແຕ່ເຮົາສາມາດເບິ່ງແຍງແມ່ໄດ້ເພື່ອຈະຊ່ວຍພວກເຈົ້າໃຫ້ຮັບໃຊ້ເຕັມເວລາຕໍ່ໆໄປໄດ້.” ຂ້ອຍກັບລໍຣາຮູ້ສຶກຂອບໃຈເຂົາເຈົ້າຫຼາຍແທ້ໆ.
ຄ້າຍຄືກັນ ອ້າຍຂ້ອຍກັບເມຍຂອງລາວທີ່ຢູ່ເມືອງໂຕຣອນໂຕ ປະເທດການາດາໄດ້ເບິ່ງແຍງແມ່ທີ່ເປັນແມ່ໝ້າຍຫຼາຍກວ່າ 20 ປີແລ້ວ. ເຮົາຮູ້ຄຸນຄ່າເຂົາເຈົ້າຫຼາຍແທ້ໆທີ່ຮັກແລະເບິ່ງແຍງແມ່ຈົນຮອດມື້ທີ່ແມ່ຕາຍບໍ່ດົນຫຼັງຈາກທີ່ເຮົາມາຮອດນິວຢອກ. ເຮົາຖືວ່າເປັນພະພອນຈາກພະເຢໂຫວາແທ້ໆທີ່ມີຄົນໃນຄອບຄົວເຕັມໃຈປັບຊີວິດເພື່ອຈະເບິ່ງແຍງພໍ່ແມ່ທີ່ເຖົ້າແລ້ວ ເຊິ່ງບາງເທື່ອມັນອາດຈະຍາກຫຼາຍສຳລັບເຂົາເຈົ້າ!
ວຽກມອບໝາຍທີ່ຂ້ອຍເຮັດຫຼາຍປີຢູ່ສະຫະລັດອາເມຣິກາແມ່ນການຈັດພິມປຶ້ມ ເຊິ່ງທັນສະໄໝແລະງ່າຍຫຼາຍກວ່າເກົ່າ. ແຕ່ໃນມໍ່ໆນີ້ຂ້ອຍເຮັດວຽກຢູ່ພະແນກຈັດຊື້. ຂ້ອຍຮູ້ສຶກເປັນກຽດຫຼາຍແທ້ໆທີ່ 20 ປີຜ່ານມາຂ້ອຍໄດ້ເຮັດວຽກຢູ່ສາຂາໃຫຍ່ນີ້ເຊິ່ງມີສະມາຊິກຄອບຄົວເບເທນປະມານ 5.000 ຄົນ ແລະມີອາສາສະໝັກທີ່ເດີນທາງໄປກັບປະມານ 2.000 ຄົນ!
ເມື່ອເບິ່ງຄືນໄປ 60 ປີຫຼັງ ຂ້ອຍບໍ່ຄິດເລີຍວ່າຊີວິດຂ້ອຍຈະເປັນແບບນີ້. ຕະຫຼອດ 60 ປີນັ້ນລໍຣາຊ່ວຍຂ້ອຍໄດ້ຫຼາຍແທ້ໆແລະເຮັດໃຫ້ຊີວິດຂອງຂ້ອຍມີສີສັນ! ພວກເຮົາຮູ້ສຶກເປັນກຽດຫຼາຍທີ່ໄດ້ເຮັດວຽກຮັບໃຊ້ພະເຢໂຫວາຫຼາຍຮູບແບບ ແລະທີ່ໄດ້ເຮັດວຽກຮັບໃຊ້ກັບພີ່ນ້ອງທີ່ໜ້າຮັກຫຼາຍຄົນ ບໍ່ວ່າຈະເປັນພີ່ນ້ອງທີ່ຢູ່ໃນສຳນັກງານສາຂາແລະພີ່ນ້ອງຄົນອື່ນໆທີ່ຢູ່ຫຼາຍປະເທດທີ່ເຮົາໄດ້ໄປ. ປັດຈຸບັນນີ້ຂ້ອຍບໍ່ໄດ້ເຮັດວຽກຫຼາຍຄືແຕ່ກ່ອນແລ້ວເພາະຂ້ອຍອາຍຸ 80 ປາຍປີ ແລະກໍມີພີ່ນ້ອງຄົນໜຸ່ມໆທີ່ເຮັດວຽກນີ້ໄດ້ແລະກໍກຳລັງເຮັດຢູ່.
ຄຳເວົ້າຂອງຜູ້ຂຽນຄຳເພງເປັນຈິງແທ້ໆທີ່ບອກວ່າ: “ຊາດທີ່ມີພະເຢໂຫວາເປັນພະເຈົ້າກໍມີຄວາມສຸກ.” (ເພງ. 33:12, ລ.ມ.) ຂ້ອຍຂອບໃຈພະເຢໂຫວາຫຼາຍແທ້ໆທີ່ໃຫ້ຂ້ອຍມີຄວາມສຸກທີ່ໄດ້ຮັບໃຊ້ຮ່ວມກັບປະຊາຊົນຂອງເພິ່ນ.