ຄຳຖາມຈາກຜູ້ອ່ານ
ມີຫຼັກຖານຫຍັງທີ່ສະຫຼຸບໄດ້ວ່າເພງສັນລະເສີນ 12:7 ທີ່ເວົ້າວ່າ: “ພະອົງຈະຄຸ້ມຄອງເຂົາເຈົ້າ” ໝາຍເຖິງ “ຄົນທຸກຍາກ” ໃນຂໍ້ 5?
ແວດບົດຊ່ວຍເຮົາໃຫ້ຮູ້ວ່າຂໍ້ນີ້ກຳລັງເວົ້າເຖິງຄົນ.
ໃນເພງສັນລະເສີນ 12:1-4 ດາວິດເລີ່ມຕົ້ນໂດຍເວົ້າວ່າ: “ຄົນທີ່ໄວ້ໃຈໄດ້ກໍບໍ່ມີຈັກຄົນ.” ຈາກນັ້ນ ໃນເພງສັນລະເສີນ 12:5-7 ດາວິດເວົ້າຕໍ່ວ່າ:
“ພະເຢໂຫວາເວົ້າວ່າ: ‘ຍ້ອນຄົນທຸກຍາກຖືກກົດຂີ່ຂົ່ມເຫງ
ແລະເຂົາເຈົ້າພາກັນຖອນຫາຍໃຈ
ເຮົາຈຶ່ງຈະເຮັດຫຍັງຈັກຢ່າງ.
ເຮົາຈະຊ່ວຍເຂົາເຈົ້າຈາກຄົນທີ່ດູຖູກເຂົາເຈົ້າ.’
ຄຳເວົ້າຂອງພະເຢໂຫວາບໍລິສຸດ.
ຄຳເວົ້າຂອງເພິ່ນເປັນຄືກັບເງິນຢ່າງດີທີ່ຖືກຫຼອມ 7 ເທື່ອຢູ່ໃນເຕົາດິນເຜົາ.
ພະເຢໂຫວາ ພະອົງຈະຄຸ້ມຄອງເຂົາເຈົ້າ.
ພະອົງຈະປົກປ້ອງເຂົາເຈົ້າທຸກຄົນຈາກຄົນຊົ່ວຕະຫຼອດໄປ.”
ຂໍ້ 5 ເວົ້າເຖິງສິ່ງທີ່ພະເຢໂຫວາຈະເຮັດເພື່ອຄົນທຸກຍາກ. ເພິ່ນຈະຊ່ວຍເຂົາເຈົ້າ.
ຂໍ້ 6 ເວົ້າວ່າ: “ຄຳເວົ້າຂອງເພິ່ນເປັນຄືກັບເງິນຢ່າງດີທີ່ຖືກຫຼອມ.” ຜູ້ຮັບໃຊ້ຂອງພະເຢໂຫວາເຫັນດີກັບຄຳເວົ້ານີ້ແທ້ໆ.—ພສ. 18:30; 119:140
ຕອນນີ້ໃຫ້ເຮົາເບິ່ງເພງສັນລະເສີນ 12:7 ທີ່ເວົ້າວ່າ: “ພະເຢໂຫວາ ພະອົງຈະຄຸ້ມຄອງເຂົາເຈົ້າ. ພະອົງຈະປົກປ້ອງເຂົາເຈົ້າທຸກຄົນຈາກຄົນຊົ່ວຕະຫຼອດໄປ.” ເຮົາຮູ້ໄດ້ແນວໃດວ່າຄຳພາສາເຮັບເຣີດັ້ງເດີມຄວນຈະແປໃນແບບທີ່ໝາຍເຖິງ “ຄົນທຸກຍາກ” ບໍ່ແມ່ນໃນແບບທີ່ໝາຍເຖິງ “ຄຳເວົ້າຂອງພະເຢໂຫວາ”?
ບາງຄົນຄິດວ່າໜ້າຈະແປໃນແບບທີ່ໝາຍເຖິງ “ຄຳເວົ້າຂອງພະເຢໂຫວາ” ຍ້ອນຂໍ້ 6 ທີ່ຢູ່ໜ້າຂໍ້ 7 ຫາກໍເວົ້າເຖິງຄຳເວົ້າຂອງພະເຢໂຫວາ ແລະເຮົາຮູ້ວ່າພະເຢໂຫວາ “ຄຸ້ມຄອງ” ຄຳພີໄບເບິນເຖິງວ່າຜູ້ຕໍ່ຕ້ານຫຼາຍຄົນພະຍາຍາມຫ້າມແລະທຳລາຍຄຳພີໄບເບິນ.—ອຊຢ. 40:8; 1ປຕ. 1:25
ແຕ່ພະເຢໂຫວາກໍຄຸ້ມຄອງຄົນທີ່ເວົ້າເຖິງໃນຂໍ້ 5 ນຳ. ເພິ່ນໄດ້ຊ່ວຍແລະປົກປ້ອງ “ຄົນທຸກຍາກ” ທີ່ “ຖືກກົດຂີ່ຂົ່ມເຫງ” ມາແລ້ວ ແລະເພິ່ນຈະເຮັດແບບນັ້ນຕໍ່ໆໄປ.—ໂຢບ 36:15; ພສ. 6:4; 31:1, 2; 54:7; 145:20
ເຮົາໝັ້ນໃຈໄດ້ແນວໃດວ່າຂໍ້ 7 ໝາຍເຖິງຄົນ?
ແວດບົດຂອງເພງສັນລະເສີນບົດນີ້ບອກໃຫ້ເຮົາຮູ້ວ່າໝາຍເຖິງຄົນ.
ໃນຕອນຕົ້ນຂອງເພງສັນລະເສີນ 12:1 ເວົ້າເຖິງ “ຄົນທີ່ສັດຊື່” ວ່າມີຄົນເວົ້າຂີ້ຕົວະກ່ຽວກັບເຂົາເຈົ້າ. ໃນຂໍ້ 3 ບອກວ່າພະເຢໂຫວາຈະຈັດການຄົນທີ່ເວົ້າບໍ່ດີກ່ຽວກັບຜູ້ຮັບໃຊ້ຂອງເພິ່ນ. ເພງສັນລະເສີນບົດນີ້ຮັບຮອງກັບເຮົາວ່າເຮົາໝັ້ນໃຈໄດ້ເລີຍວ່າພະເຢໂຫວາຈະຊ່ວຍປະຊາຊົນຂອງເພິ່ນ ຍ້ອນຄຳເວົ້າຂອງເພິ່ນບໍລິສຸດ.
ດັ່ງນັ້ນ ຂໍ້ 7 ຈຶ່ງເວົ້າວ່າພະເຢໂຫວາຈະຄຸ້ມຄອງແລະປົກປ້ອງ “ຄົນທຸກຍາກ” ທີ່ເປັນເຫຍື່ອຂອງຄົນຊົ່ວ.
ສຳເນົາພະຄຳພີພາກພາສາເຮັບເຣີທີ່ເຊື່ອຖືໄດ້ໃຊ້ຄຳເວົ້າທີ່ໝາຍເຖິງຄົນໃນຂໍ້ນີ້. ນອກຈາກນັ້ນ ສະບັບພາສາກຣີກໃຊ້ຄຳວ່າ “ພວກເຮົາ” 2 ເທື່ອ ເຊິ່ງໝາຍເຖິງຄົນສັດຊື່ທີ່ທຸກຍາກແລະຖືກກົດຂີ່ຂົ່ມເຫງ. ໃນສ່ວນທ້າຍຂອງຂໍ້ 7 ຍັງບອກວ່າພະເຢໂຫວາຈະປົກປ້ອງເຂົາເຈົ້າທຸກຄົນຈາກ “ຄົນຊົ່ວ” ທີ່ສະໜັບສະໜູນຄວາມຊົ່ວ. (ພສ. 12:7, 8) ຂໍ້ 7 ໃນສະບັບແປພະຄຳພີພາກພາສາເຮັບເຣີເປັນພາສາອາຣາເມອິກເວົ້າວ່າ: “ພະອົງເຈົ້າເອີ້ຍ ພະອົງຈະປົກປ້ອງຄົນດີ ພະອົງຈະຄຸ້ມຄອງເຂົາເຈົ້າຈາກຄົນຊົ່ວຕະຫຼອດໄປ.” ການແປນີ້ແຮ່ງເປັນຫຼັກຖານຕື່ມອີກວ່າເພງສັນລະເສີນ 12:7 ບໍ່ໄດ້ໝາຍເຖິງຄຳເວົ້າຂອງພະເຢໂຫວາ.
ດັ່ງນັ້ນ ຂໍ້ຄຳພີນີ້ເຮັດໃຫ້ “ຄົນທີ່ສັດຊື່” ໝັ້ນໃຈໄດ້ເລີຍວ່າພະເຢໂຫວາຈະຊ່ວຍເຂົາເຈົ້າແນ່ນອນ.