ບົດຄວາມສຶກສາທີ 36
ເພງທີ 103 ຜູ້ບຳລຸງລ້ຽງຂອງຂວັນທີ່ເປັນມະນຸດ
ໃຫ້ຂໍຄວາມຊ່ວຍເຫຼືອຈາກຜູ້ເບິ່ງແຍງ
“ໃນພວກເຈົ້າມີຜູ້ໃດບໍ່ສະບາຍບໍ? ຖ້າມີ ໃຫ້ລາວເອີ້ນພວກຜູ້ເບິ່ງແຍງປະຊາຄົມໃຫ້ມາຫາ.”—ຢກບ. 5:14
ຈຸດສຳຄັນ
ໃຫ້ຂໍຄວາມຊ່ວຍເຫຼືອຈາກຜູ້ເບິ່ງແຍງເມື່ອເຈົ້າຕ້ອງການຄວາມຊ່ວຍເຫຼືອທາງຄວາມເຊື່ອ.
1. ພະເຢໂຫວາເຮັດໃຫ້ເຫັນແນວໃດວ່າຜູ້ຮັບໃຊ້ຂອງເພິ່ນມີຄ່າ?
ພະເຢໂຫວາຖືວ່າຜູ້ຮັບໃຊ້ຂອງເພິ່ນມີຄ່າຫຼາຍ. ເພິ່ນໃຫ້ພະເຢຊູລູກຊາຍທີ່ເພິ່ນຮັກຫຼາຍມາຕາຍເປັນຄ່າໄຖ່ເພື່ອເຂົາເຈົ້າ ແລະເພິ່ນໄດ້ຈັດໃຫ້ມີຜູ້ເບິ່ງແຍງໃນປະຊາຄົມເພື່ອເບິ່ງແຍງເຂົາເຈົ້າ. (ກຈກ. 20:28) ພະເຢໂຫວາຢາກໃຫ້ຜູ້ເບິ່ງແຍງປະຕິບັດກັບຜູ້ຮັບໃຊ້ຂອງເພິ່ນດ້ວຍຄວາມອ່ອນໂຍນ. ຜູ້ເບິ່ງແຍງເຮັດຕາມການຊີ້ນຳຂອງພະເຢຊູໂດຍໃຫ້ກຳລັງໃຈພີ່ນ້ອງແລະປົກປ້ອງເຂົາເຈົ້າຈາກອັນຕະລາຍທາງຄວາມເຊື່ອ.—ອຊຢ. 32:1, 2
2. ພະເຢໂຫວາເປັນຫ່ວງໃຜເປັນພິເສດ? (ເອເຊກຽນ 34:15, 16)
2 ພະເຢໂຫວາເປັນຫ່ວງຜູ້ຮັບໃຊ້ຂອງເພິ່ນທຸກຄົນຫຼາຍແທ້ໆ. ແຕ່ເພິ່ນເປັນຫ່ວງຄົນທີ່ກຳລັງທຸກໃຈເປັນພິເສດ. ໂດຍທາງຜູ້ເບິ່ງແຍງ ພະເຢໂຫວາຊ່ວຍຄົນເຫຼົ່ານີ້ທີ່ກຳລັງທຸກໃຈຍ້ອນເຂົາເຈົ້າໄດ້ເຮັດຜິດ. (ອ່ານເອເຊກຽນ 34:15, 16) ພະເຢໂຫວາຢາກຊ່ວຍເຮົາທຸກຄົນເມື່ອເຮົາຕ້ອງການຄວາມຊ່ວຍເຫຼືອ. ໃນເວລາແບບນັ້ນ ພະເຢໂຫວາບໍ່ພຽງແຕ່ຢາກໃຫ້ເຮົາອະທິດຖານຂໍຄວາມຊ່ວຍເຫຼືອຈາກເພິ່ນ ແຕ່ເພິ່ນຍັງຢາກໃຫ້ເຮົາຂໍຄວາມຊ່ວຍເຫຼືອຈາກ “ຜູ້ເບິ່ງແຍງແລະຜູ້ສອນ” ໃນປະຊາຄົມນຳ.—ອຟຊ. 4:11, 12
3. ເຮົາທຸກຄົນຈະໄດ້ຮັບປະໂຫຍດແນວໃດຈາກການຄິດເຖິງໜ້າທີ່ຂອງຜູ້ເບິ່ງແຍງ?
3 ໃນບົດນີ້ເຮົາຈະຮຽນວ່າພະເຢໂຫວາໃຊ້ຜູ້ເບິ່ງແຍງແນວໃດເພື່ອຊ່ວຍເຮົາທາງຄວາມເຊື່ອ. ເຮົາຈະຕອບ 3 ຄຳຖາມຕໍ່ໄປນີ້: (1) ຕອນໃດທີ່ເຮົາຄວນຂໍໃຫ້ຜູ້ເບິ່ງແຍງຊ່ວຍ? (2) ເປັນຫຍັງເຮົາຄວນຂໍໃຫ້ຜູ້ເບິ່ງແຍງຊ່ວຍ ແລະ (3) ຜູ້ເບິ່ງແຍງຊ່ວຍເຮົາແນວໃດ? ເຖິງວ່າຕອນນີ້ເຮົາບໍ່ມີບັນຫາທາງຄວາມເຊື່ອແລະບໍ່ຈຳເປັນຕ້ອງໃຫ້ຜູ້ເບິ່ງແຍງຊ່ວຍ. ແຕ່ສິ່ງທີ່ເຮົາຮຽນໃນບົດນີ້ຈະຊ່ວຍເຮົາໃຫ້ຮູ້ຄຸນຄ່າຫຼາຍຂຶ້ນໃນວິທີທີ່ພະເຢໂຫວາໃຊ້ຜູ້ເບິ່ງແຍງ ແລະຈະຊ່ວຍເຮົາໃຫ້ຮູ້ວ່າເຮົາຕ້ອງເຮັດແນວໃດເມື່ອຕ້ອງການຄວາມຊ່ວຍເຫຼືອຈາກເຂົາເຈົ້າ.
ຕອນໃດທີ່ເຮົາຄວນຂໍໃຫ້ຜູ້ເບິ່ງແຍງຊ່ວຍ?
4. ເຮົາຮູ້ໄດ້ແນວໃດວ່າຢາໂກໂບ 5:14-16, 19, 20 ເວົ້າເຖິງຄົນທີ່ບໍ່ສະບາຍທາງຄວາມເຊື່ອ? (ເບິ່ງຮູບນຳ)
4 ຢາໂກໂບເວົ້າເຖິງວິທີທີ່ພະເຢໂຫວາໃຊ້ຜູ້ເບິ່ງແຍງເພື່ອຊ່ວຍເຮົາ. ລາວຂຽນວ່າ: “ໃນພວກເຈົ້າມີຜູ້ໃດບໍ່ສະບາຍບໍ? ຖ້າມີ ໃຫ້ລາວເອີ້ນພວກຜູ້ເບິ່ງແຍງປະຊາຄົມໃຫ້ມາຫາ.” (ອ່ານຢາໂກໂບ 5:14-16, 19, 20) ໃນແວດບົດນີ້ ຢາໂກໂບກຳລັງເວົ້າເຖິງຄົນທີ່ບໍ່ສະບາຍທາງຄວາມເຊື່ອ. ຕົວຢ່າງເຊັ່ນ: ຢາໂກໂບບອກຄົນທີ່ບໍ່ສະບາຍໃຫ້ໄປຂໍຄວາມຊ່ວຍເຫຼືອຈາກຜູ້ເບິ່ງແຍງໃນປະຊາຄົມ ບໍ່ແມ່ນໄປຫາທ່ານໝໍ. ນອກຈາກນັ້ນ ຢາໂກໂບຍັງເວົ້າວ່າຄົນທີ່ບໍ່ສະບາຍຈະດີເປັນປົກກະຕິເມື່ອຄວາມຜິດທີ່ລາວເຮັດໄດ້ຮັບການຍົກໂທດ. ໃນບາງແງ່ ຂັ້ນຕອນຕ່າງໆໃນການປິ່ນປົວຄົນທີ່ບໍ່ສະບາຍທາງຄວາມເຊື່ອຄ້າຍຄືກັບການປິ່ນປົວຄວາມເຈັບປ່ວຍທາງຮ່າງກາຍ. ເມື່ອເຮົາບໍ່ສະບາຍ ເຮົາກໍໄປຫາໝໍ ເລົ່າອາການໃຫ້ໝໍຟັງ ແລະເຮັດຕາມຄຳແນະນຳຂອງລາວ. ໃນວິທີທີ່ຄ້າຍໆກັນ ເມື່ອເຮົາບໍ່ສະບາຍທາງຄວາມເຊື່ອ ເຮົາກໍຄວນໄປຫາຜູ້ເບິ່ງແຍງ ເລົ່າບັນຫາຂອງເຮົາໃຫ້ເຂົາເຈົ້າຟັງ ແລະເຮັດຕາມຄຳແນະນຳຂອງເຂົາເຈົ້າທີ່ມາຈາກຄຳພີໄບເບິນ.
ເມື່ອເຮົາເຈັບປ່ວຍທາງຮ່າງກາຍ ເຮົາໄປຫາໝໍ. ເມື່ອຄວາມເຊື່ອຂອງເຮົາອ່ອນແອ ເຮົາກໍຕ້ອງຂໍໃຫ້ຜູ້ເບິ່ງແຍງຊ່ວຍ. (ເບິ່ງຂໍ້ 4)
5. ເຮົາຈະຮູ້ໄດ້ແນວໃດວ່າສາຍສຳພັນຂອງເຮົາກັບພະເຢໂຫວາບໍ່ແໜ້ນແຟ້ນ?
5 ໃນຢາໂກໂບບົດ 5 ຢາໂກໂບກະຕຸ້ນເຮົາໃຫ້ລົມກັບຜູ້ເບິ່ງແຍງເມື່ອເຮົາຮູ້ສຶກວ່າເຮົາບໍ່ສະບາຍທາງຄວາມເຊື່ອ. ເປັນເລື່ອງສຳຄັນຫຼາຍທີ່ເຮົາຕ້ອງໄດ້ຮັບຄວາມຊ່ວຍເຫຼືອກ່ອນທີ່ເຮົາຈະເຮັດໃຫ້ສາຍສຳພັນຂອງເຮົາກັບພະເຢໂຫວາເສຍຫາຍຮ້າຍແຮງ. ເຮົາຕ້ອງສັດຊື່ກັບໂຕເອງ. ຄຳພີໄບເບິນເຕືອນວ່າຖ້າເຮົາບໍ່ລະວັງເຮົາອາດຄິດວ່າເຮົາຍັງສະໜິດກັບພະເຢໂຫວາ. ແຕ່ທີ່ຈິງແລ້ວມັນບໍ່ໄດ້ເປັນແນວນັ້ນ. (ຢກບ. 1:22) ເລື່ອງນີ້ເກີດຂຶ້ນກັບຄລິດສະຕຽນບາງຄົນໃນເມືອງຊາເດ ແລະພະເຢຊູໄດ້ເຕືອນເຂົາເຈົ້າກ່ຽວກັບສະພາບຄວາມເຊື່ອຂອງເຂົາເຈົ້າ. (ພນມ. 3:1, 2) ເຮົາຈະຮູ້ໄດ້ແນວໃດວ່າເຮົາໃກ້ຊິດກັບພະເຢໂຫວາ? ວິທີໜຶ່ງແມ່ນໂດຍສົມທຽບຄວາມກະຕືລືລົ້ນຂອງເຮົາໃນການນະມັດສະການພະເຢໂຫວາໃນຕອນນີ້ກັບທີ່ເຮົາເຄີຍຮູ້ສຶກຜ່ານມາ. (ພນມ. 2:4, 5) ໃຫ້ຖາມໂຕເອງວ່າ: ‘ຂ້ອຍມ່ວນໃນການອ່ານຄຳພີໄບເບິນແລະຄິດຕຶກຕອງໃນສິ່ງທີ່ອ່ານຫຼາຍຄືກັບແຕ່ກີ້ບໍ? ຂ້ອຍເຂົ້າຮ່ວມການປະຊຸມແລະກຽມການປະຊຸມແຕ່ບາງເທື່ອເທົ່ານັ້ນບໍ? ຂ້ອຍຖືວ່າວຽກປະກາດຍັງສຳຄັນຕໍ່ຂ້ອຍບໍ ຫຼືຂ້ອຍມັກໃຊ້ເວລາເພື່ອເຮັດແນວອື່ນ? ຂ້ອຍຄິດເຖິງເລື່ອງເງິນຄຳຫຼາຍກວ່າທີ່ຜ່ານມາບໍ?’ ຖ້າມີຂໍ້ໃດຂໍ້ໜຶ່ງທີ່ເຈົ້າຕອບວ່າແມ່ນ ມັນອາດເປັນສັນຍານບອກໃຫ້ຮູ້ວ່າສາຍສຳພັນຂອງເຈົ້າກັບພະເຢໂຫວາບໍ່ແໜ້ນແຟ້ນ ແລະເລື່ອງນີ້ອາດຮ້າຍແຮງຂຶ້ນຖ້າເຮົາບໍ່ລົງມືເຮັດບາງຢ່າງ. ຖ້າເຮົາບໍ່ສາມາດເຮັດໃຫ້ສາຍສຳພັນຂອງເຮົາກັບພະເຢໂຫວາແໜ້ນແຟ້ນດ້ວຍໂຕເອງ ຫຼືຖ້າເຮົາໄດ້ເຮັດບາງຢ່າງທີ່ຂັດກັບຫຼັກການຂອງພະເຢໂຫວາ ເຮົາຄວນຂໍຄວາມຊ່ວຍເຫຼືອຈາກຜູ້ເບິ່ງແຍງ.
6. ຄົນທີ່ເຮັດຜິດຮ້າຍແຮງຄວນເຮັດຫຍັງ?
6 ຄວາມຜິດບາງຢ່າງຮ້າຍແຮງຫຼາຍຈົນຜູ້ທີ່ເຮັດຜິດຕ້ອງຖືກຕັດອອກຈາກປະຊາຄົມຖ້າລາວບໍ່ກັບໃຈ. ຖ້າເຮົາເຮັດຜິດຮ້າຍແຮງ ເຮົາຄວນໄປລົມກັບຜູ້ເບິ່ງແຍງ. (1ກຣ. 5:11-13) ຄົນທີ່ເຮັດຜິດຮ້າຍແຮງບໍ່ສາມາດຟື້ນຟູສາຍສຳພັນຂອງລາວກັບພະເຢໂຫວາໄດ້ດ້ວຍໂຕເອງ. ເພື່ອພະເຢໂຫວາຈະຍົກໂທດໃຫ້ເຮົາໂດຍອາໄສຄ່າໄຖ່ ເຮົາຕ້ອງ “ເຮັດສິ່ງທີ່ສະແດງວ່າກັບໃຈແທ້ໆ.” (ກຈກ. 26:20) ວິທີໜຶ່ງທີ່ສະແດງວ່າເຮົາກັບໃຈແທ້ໆແມ່ນການບອກຜູ້ເບິ່ງແຍງວ່າເຮົາໄດ້ເຮັດຜິດຮ້າຍແຮງໃນເລື່ອງໃດເລື່ອງໜຶ່ງ.
7. ມີໃຜອີກທີ່ຕ້ອງການໃຫ້ຜູ້ເບິ່ງແຍງຊ່ວຍ?
7 ຜູ້ເບິ່ງແຍງບໍ່ພຽງແຕ່ຊ່ວຍຄົນທີ່ເຮັດຜິດຮ້າຍແຮງເທົ່ານັ້ນ ແຕ່ເຂົາເຈົ້າຍັງຊ່ວຍຄົນທີ່ຮູ້ສຶກວ່າມັນຍາກຫຼາຍທີ່ຈະຕໍ່ສູ້ກັບຄວາມຕ້ອງການທີ່ຜິດໆຂອງໂຕເອງນຳ. (ກຈກ. 20:35) ມັນອາດຍາກຫຼາຍກວ່າສຳລັບເຈົ້າທີ່ຈະຕໍ່ສູ້ກັບຄວາມຕ້ອງການທີ່ຜິດໆຖ້າກ່ອນທີ່ຈະມາເປັນພະຍານພະເຢໂຫວາເຈົ້າເຄີຍຕິດຢາເສບຕິດ ເຄີຍເບິ່ງຮູບໂປ້ ຫຼືເຄີຍໃຊ້ຊີວິດແບບຜິດສິນລະທຳທາງເພດ. ຢ່າຮູ້ສຶກວ່າເຈົ້າຕ້ອງຕໍ່ສູ້ກັບເລື່ອງເຫຼົ່ານີ້ພຽງຄົນດຽວ. ໃຫ້ລົມກັບຜູ້ເບິ່ງແຍງຜູ້ທີ່ເຈົ້າສະດວກໃຈທີ່ຈະລົມນຳແລະເຈົ້າໝັ້ນໃຈວ່າລາວຈະຟັງກ່ຽວກັບບັນຫາຂອງເຈົ້າ ສາມາດໃຫ້ຄຳແນະນຳທີ່ເປັນປະໂຫຍດ ແລະຊ່ວຍເຈົ້າໃຫ້ໝັ້ນໃຈວ່າເຈົ້າສາມາດເຮັດໃຫ້ພະເຢໂຫວາພໍໃຈໄດ້ໂດຍປະຕິເສດທີ່ຈະບໍ່ເຮັດຕາມຄວາມຕ້ອງການທີ່ຜິດໆ. (ປຍຈ. 4:12) ຖ້າເຈົ້າຮູ້ສຶກທໍ້ໃຈຍ້ອນເຈົ້າຍັງມີຄວາມຕ້ອງການທີ່ຜິດໆຢູ່ ຜູ້ເບິ່ງແຍງສາມາດເຕືອນເຈົ້າໃຫ້ຈື່ວ່າການຮູ້ສຶກແບບນີ້ສະແດງໃຫ້ເຫັນວ່າເຈົ້າເປັນຫ່ວງຄວາມຮູ້ສຶກຂອງພະເຢໂຫວາແລະເຈົ້າບໍ່ໄດ້ໄວ້ວາງໃຈກຳລັງຂອງໂຕເອງ.—1ກຣ. 10:12
8. ເຮົາຕ້ອງລົມກັບຜູ້ເບິ່ງແຍງກ່ຽວກັບຄວາມຜິດທຸກຢ່າງທີ່ເຮົາເຮັດບໍ? ຂໍໃຫ້ອະທິບາຍ
8 ເຈົ້າບໍ່ຈຳເປັນຕ້ອງລົມກັບຜູ້ເບິ່ງແຍງກ່ຽວກັບຄວາມຜິດທຸກຢ່າງທີ່ເຈົ້າເຮັດ. ຕົວຢ່າງເຊັ່ນ: ສົມມຸດວ່າເຈົ້າເວົ້າບາງຢ່າງທີ່ເຮັດໃຫ້ພີ່ນ້ອງເສຍໃຈ ຫຼືເຖິງຂັ້ນໃຈຮ້າຍໃຫ້ເຂົາເຈົ້າຫຼາຍ. ແທນທີ່ຈະໄປລົມກັບຜູ້ເບິ່ງແຍງ ໃຫ້ເຈົ້າເຮັດຕາມຄຳແນະນຳຂອງພະເຢຊູໃນເລື່ອງການຄືນດີກັບພີ່ນ້ອງ. (ມທ. 5:23, 24) ໃຫ້ເຈົ້າຄົ້ນຄວ້າໃນປຶ້ມຕ່າງໆຂອງອົງການໃນຫົວຂໍ້ກ່ຽວກັບຄວາມອ່ອນໂຍນ ຄວາມອົດທົນ ແລະການຄວບຄຸມໂຕເອງເພື່ອເຈົ້າຈະສະແດງຄຸນລັກສະນະທີ່ດີເຫຼົ່ານີ້ໄດ້ດີຂຶ້ນໃນອະນາຄົດ. ຖ້າເຈົ້າບໍ່ສາມາດຄືນດີກັບພີ່ນ້ອງໄດ້ໃຫ້ເຈົ້າໄປຂໍໃຫ້ຜູ້ເບິ່ງແຍງຊ່ວຍ. ໃນຈົດໝາຍທີ່ໂປໂລຂຽນໄປຫາພີ່ນ້ອງຢູ່ເມືອງຟີລິບປອຍ ລາວຂໍພີ່ນ້ອງຊາຍຄົນໜຶ່ງໃຫ້ຊ່ວຍຢູໂອເດຍແລະຊີນຕີເຂແກ້ໄຂຄວາມເຂົ້າໃຈຜິດລະຫວ່າງເຂົາເຈົ້າ. ຜູ້ເບິ່ງແຍງໃນປະຊາຄົມຂອງເຈົ້າກໍສາມາດຊ່ວຍເຈົ້າແບບນີ້ໄດ້ຄືກັນ.—ຟລປ. 4:2, 3
ເປັນຫຍັງເຮົາຄວນຂໍໃຫ້ຜູ້ເບິ່ງແຍງຊ່ວຍ?
9. ເຖິງວ່າເຮົາຮູ້ສຶກອາຍຍ້ອນເຮັດຜິດ ແຕ່ເປັນຫຍັງເຮົາຄວນຂໍໃຫ້ຜູ້ເບິ່ງແຍງຊ່ວຍ? (ສຸພາສິດ 28:13)
9 ເຮົາຕ້ອງມີຄວາມເຊື່ອແລະຄວາມກ້າເພື່ອຈະຂໍຄວາມຊ່ວຍເຫຼືອຈາກຜູ້ເບິ່ງແຍງເມື່ອເຮົາເຮັດຜິດຮ້າຍແຮງຫຼືເມື່ອເຮົາຮູ້ສຶກວ່າເຮົາບໍ່ສາມາດຕໍ່ສູ້ກັບຄວາມຕ້ອງການທີ່ຜິດໆຂອງໂຕເອງໄດ້. ເຖິງວ່າຮູ້ສຶກອາຍ ເຮົາກໍຄວນລົມກັບຜູ້ເບິ່ງແຍງ. ເປັນຫຍັງເຮົາຄວນເຮັດແບບນັ້ນ? ຍ້ອນພະເຢໂຫວາຈັດໃຫ້ມີຜູ້ເບິ່ງແຍງເພື່ອຊ່ວຍເຮົາໃຫ້ໃກ້ຊິດກັບເພິ່ນຕໍ່ໆໄປແລະໃຫ້ເຮົາມີຄວາມເຊື່ອເຂັ້ມແຂງ. ສະນັ້ນ ເມື່ອເຮົາລົມກັບຜູ້ເບິ່ງແຍງກໍສະແດງວ່າເຮົາໄວ້ວາງໃຈພະເຢໂຫວາແລະເຊື່ອຟັງເພິ່ນ. ເຮົາຍອມຮັບວ່າເຮົາຕ້ອງໃຫ້ພະເຢໂຫວາຊ່ວຍຖ້າເຮົາກຳລັງຈະລົ້ມ. (ພສ. 94:18) ເຮົາໝັ້ນໃຈວ່າພະເຢໂຫວາຈະຍົກໂທດໃຫ້ເຮົາຖ້າເຮົາບອກຜູ້ເບິ່ງແຍງວ່າເຮົາໄດ້ເຮັດຜິດຫຍັງແລະບໍ່ເຮັດຜິດແບບນັ້ນອີກ.—ອ່ານສຸພາສິດ 28:13
10. ຈະເປັນແນວໃດຖ້າເຮົາພະຍາຍາມປົກປິດຄວາມຜິດໄວ້?
10 ເມື່ອເຮົາບອກຜູ້ເບິ່ງແຍງກ່ຽວກັບຄວາມຜິດທີ່ເຮົາໄດ້ເຮັດ ພະເຢໂຫວາສາມາດຍົກໂທດໃຫ້ເຮົາແລະເຮົາສາມາດມີສາຍສຳພັນທີ່ດີກັບເພິ່ນອີກ. ແຕ່ຖ້າເຮົາປົກປິດຄວາມຜິດໄວ້ ເຮົາຈະເຮັດໃຫ້ສະຖານະການຮ້າຍແຮງກວ່າເກົ່າ. ກະສັດດາວິດພະຍາຍາມປົກປິດຄວາມຜິດຂອງໂຕເອງໄວ້. ຜົນກໍຄື ລາວທຸກໃຈແລະຮູ້ສຶກເຈັບປວດຍ້ອນລາວຮູ້ວ່າພະເຢໂຫວາບໍ່ພໍໃຈລາວ. (ພສ. 32:3-5) ເມື່ອເຮົາບໍ່ສະບາຍຫຼືບາດເຈັບ ແຮ່ງເຮົາປະໄວ້ດົນໆແລະບໍ່ໄປຫາໝໍເຮົາກໍຈະເຈັບຫຼາຍຂຶ້ນ. ຄ້າຍຄືກັນ ຖ້າເຮົາເຮັດຜິດຮ້າຍແຮງແລະບໍ່ໄດ້ຂໍຄວາມຊ່ວຍເຫຼືອຈາກຜູ້ເບິ່ງແຍງ ເຮົາອາດສູນເສຍສາຍສຳພັນທີ່ດີກັບພະເຢໂຫວາ. ພະເຢໂຫວາບໍ່ຢາກໃຫ້ເປັນແບບນັ້ນ ເພິ່ນຈຶ່ງບອກເຮົາໃຫ້ໄປ “ລົມກັນ” ກັບຜູ້ເບິ່ງແຍງເຊິ່ງເປັນຜູ້ທີ່ເພິ່ນໃຊ້ເພື່ອຊ່ວຍເຮົາໃຫ້ມາເປັນໝູ່ກັບເພິ່ນອີກ.—ອຊຢ. 1:5, 6, 18
11. ຖ້າເຮົາປົກປິດຄວາມຜິດຮ້າຍແຮງໄວ້ ຄົນອື່ນອາດໄດ້ຮັບຜົນກະທົບແນວໃດ?
11 ຖ້າເຮົາປົກປິດຄວາມຜິດຮ້າຍແຮງໄວ້ ຄົນອື່ນອາດໄດ້ຮັບຜົນກະທົບ. ເຮົາອາດເຮັດໃຫ້ພີ່ນ້ອງໃນປະຊາຄົມບໍ່ມີຄວາມສະຫງົບສຸກແລະບໍ່ໄດ້ຮັບພະລັງບໍລິສຸດຈາກພະເຢໂຫວາເຕັມທີ. (ອຟຊ. 4:30) ຖ້າເຮົາຮູ້ວ່າບາງຄົນໃນປະຊາຄົມເຮັດຜິດຮ້າຍແຮງ ເຮົາຈະມີຄວາມຜິດຄືກັນຖ້າເຮົາຊ່ວຍປົກປິດຄວາມຜິດທີ່ຜູ້ນັ້ນເຮັດ. (ລລວ. 5:1) ເຮົາຄວນບອກລາວໃຫ້ໄປລົມກັບຜູ້ເບິ່ງແຍງກ່ຽວກັບຄວາມຜິດທີ່ລາວເຮັດ. ຫຼັງຈາກຜ່ານໄປໄລຍະໜຶ່ງ ຖ້າຜູ້ເຮັດຜິດຍັງບໍ່ໄປລົມກັບຜູ້ເບິ່ງແຍງ ຄວາມຮັກແລະຄວາມພັກດີທີ່ເຮົາມີຕໍ່ພະເຢໂຫວາຄວນກະຕຸ້ນເຮົາໃຫ້ກ້າບອກຄວາມຈິງກັບຜູ້ເບິ່ງແຍງ. ເມື່ອເຮັດແບບນັ້ນ ເຮົາກໍຈະຊ່ວຍຮັກສາປະຊາຄົມໃຫ້ສະອາດແລະຊ່ວຍຄົນທີ່ເຮັດຜິດໃຫ້ກັບມາມີສາຍສຳພັນທີ່ດີກັບພະເຢໂຫວາ.
ຜູ້ເບິ່ງແຍງຊ່ວຍເຮົາແນວໃດ?
12. ຜູ້ເບິ່ງແຍງຊ່ວຍຄົນທີ່ອ່ອນແອທາງຄວາມເຊື່ອແນວໃດ?
12 ຄຳພີໄບເບິນບອກຜູ້ເບິ່ງແຍງໃຫ້ຊ່ວຍຄົນທີ່ອ່ອນແອທາງຄວາມເຊື່ອ. (1ທຊ. 5:14) ຖ້າເຈົ້າໄດ້ເຮັດຜິດ ຜູ້ເບິ່ງແຍງອາດຖາມເຈົ້າເພື່ອຈະຮູ້ວ່າເຈົ້າຄິດແນວໃດແລະຮູ້ສຶກຈັ່ງໃດ. (ສພສ. 20:5) ເຈົ້າສາມາດຊ່ວຍເຂົາເຈົ້າໄດ້ໂດຍເລົ່າໃຫ້ເຂົາເຈົ້າຟັງທຸກຢ່າງ ເຖິງວ່າເຈົ້າຮູ້ສຶກວ່າການເຮັດແບບນີ້ມັນຍາກຍ້ອນວັດທະນະທຳຂອງເຈົ້າ ນິດໄສສ່ວນໂຕຂອງເຈົ້າ ຫຼືເຈົ້າອາດຮູ້ສຶກອາຍທີ່ຈະເວົ້າກ່ຽວກັບສິ່ງທີ່ເກີດຂຶ້ນ. ເຈົ້າບໍ່ຕ້ອງຢ້ານວ່າເຈົ້າຈະເວົ້າບາງຢ່າງຜິດ. (ໂຢບ 6:3) ຜູ້ເບິ່ງແຍງຈະບໍ່ຟ້າວຕັດສິນສິ່ງທີ່ເຈົ້າເວົ້າ ແຕ່ເຂົາເຈົ້າຈະຕັ້ງໃຈຟັງເຈົ້າເພື່ອຈະຮູ້ຄວາມຈິງທຸກຢ່າງກ່ອນຈະໃຫ້ຄຳແນະນຳເຈົ້າຈາກຄຳພີໄບເບິນ. (ສພສ. 18:13) ຜູ້ເບິ່ງແຍງຮູ້ວ່າຕ້ອງໄດ້ໃຊ້ເວລາເພື່ອຈະຊ່ວຍບາງຄົນ ເຂົາເຈົ້າຈຶ່ງບໍ່ໄດ້ຄາດໝາຍວ່າຈະແກ້ໄຂບັນຫາໄດ້ຈາກການລົມກັນແຕ່ເທື່ອດຽວ.
13. ເມື່ອຜູ້ເບິ່ງແຍງອະທິດຖານເພື່ອເຮົາແລະໃຫ້ຄຳແນະນຳຈາກຄຳພີໄບເບິນ ມັນຊ່ວຍເຮົາແນວໃດ? (ເບິ່ງຮູບນຳ)
13 ເມື່ອເຈົ້າຂໍໃຫ້ຜູ້ເບິ່ງແຍງຊ່ວຍ ເຂົາເຈົ້າຈະບໍ່ເຮັດໃຫ້ເຈົ້າຮູ້ສຶກຜິດຕື່ມອີກ. ແຕ່ເຂົາເຈົ້າຈະອະທິດຖານເພື່ອເຈົ້າ. ຄຳອະທິດຖານຂອງເຂົາເຈົ້າ ‘ມີພະລັງຫຼາຍແລະຊ່ວຍໄດ້ແທ້ໆ’ ແລະເຈົ້າຈະຮູ້ສຶກໄດ້ກຳລັງໃຈແລະໄດ້ຮັບການປອບໂຍນຫຼາຍກວ່າທີ່ເຈົ້າຄາດຄິດໄວ້. ການຊ່ວຍເຫຼືອຈາກຜູ້ເບິ່ງແຍງຍັງລວມເຖິງການ “ເອົານ້ຳມັນທາໃຫ້ [ເຈົ້າ] ໃນນາມຂອງພະເຢໂຫວາ.” (ຢກບ. 5:14-16) “ນ້ຳມັນ” ນີ້ໝາຍເຖິງຄວາມຈິງທີ່ຢູ່ໃນຄຳພີໄບເບິນ. ຜູ້ເບິ່ງແຍງຮູ້ຈັກໃຊ້ຄຳພີໄບເບິນຢ່າງຊຳນານ ເຂົາເຈົ້າຈຶ່ງສາມາດໃຫ້ກຳລັງໃຈແລະປອບໂຍນເຈົ້າ ແລະຊ່ວຍເຈົ້າໃຫ້ກັບມາມີສາຍສຳພັນທີ່ດີກັບພະເຢໂຫວາອີກ. (ອຊຢ. 57:18) ຄຳແນະນຳຂອງເຂົາເຈົ້າຈາກຄຳພີໄບເບິນຊ່ວຍເຈົ້າໃຫ້ມີກຳລັງເພື່ອເຮັດສິ່ງທີ່ຖືກຕ້ອງຕໍ່ໆໄປ. ໂດຍທາງຜູ້ເບິ່ງແຍງ ເຈົ້າຈະໄດ້ຍິນສຽງຂອງພະເຢໂຫວາທີ່ບອກເຈົ້າວ່າ: “ທາງທີ່ຖືກຕ້ອງຢູ່ພີ້. ໃຫ້ຍ່າງໄປທາງນີ້.”—ອຊຢ. 30:21
ຜູ້ເບິ່ງແຍງໃຊ້ຄຳພີໄບເບິນເພື່ອໃຫ້ກຳລັງໃຈແລະປອບໂຍນເຮົາ (ເບິ່ງຂໍ້ 13-14)
14. ຕາມຄາລາເຕຍ 6:1 ຜູ້ເບິ່ງແຍງຊ່ວຍຄົນທີ່ກຳລັງໄປ “ຜິດທາງ” ແນວໃດ? (ເບິ່ງຮູບນຳ)
14 ອ່ານຄາລາເຕຍ 6:1. ເມື່ອຜູ້ໃດຜູ້ໜຶ່ງ “ກຳລັງໄປຜິດທາງ” ລາວກໍກຳລັງໃຊ້ຊີວິດບໍ່ສອດຄ່ອງກັບມາດຕະຖານທີ່ຖືກຕ້ອງຂອງພະເຢໂຫວາ. ການໄປຜິດທາງອາດໝາຍເຖິງການຕັດສິນໃຈທີ່ບໍ່ສະຫຼາດຫຼືການເຮັດຜິດຮ້າຍແຮງທີ່ຂັດກັບກົດໝາຍຂອງພະເຢໂຫວາ. ຍ້ອນຜູ້ເບິ່ງແຍງຮັກພີ່ນ້ອງ ເຂົາເຈົ້າຈຶ່ງ “ພະຍາຍາມຊ່ວຍຜູ້ນັ້ນໃຫ້ກັບມາໃນທາງທີ່ຖືກຕ້ອງດ້ວຍຄວາມອ່ອນໂຍນ.” ຄຳພາສາກຣີກທີ່ແປວ່າ “ຊ່ວຍ” ຍັງໝາຍເຖິງການປັບກະດູກທີ່ເຄື່ອນໃຫ້ມາຢູ່ບ່ອນເກົ່າ. ຄືກັບທ່ານໝໍທີ່ດີຈະພະຍາຍາມປັບກະດູກທີ່ເຄື່ອນໃຫ້ເຈັບໜ້ອຍທີ່ສຸດເທົ່າທີ່ເປັນໄປໄດ້ ຜູ້ເບິ່ງແຍງກໍຈະພະຍາຍາມຊ່ວຍຄົນທີ່ໄປຜິດທາງບໍ່ໃຫ້ເຈັບຕື່ມອີກ. ຄຳພີໄບເບິນຍັງບອກຜູ້ເບິ່ງແຍງວ່າ ໃຫ້ “ລະວັງໂຕເອງນຳ.” ເມື່ອຜູ້ເບິ່ງແຍງຊ່ວຍເຮົາໃຫ້ເອົາຄຳແນະນຳໃນຄຳພີໄບເບິນໄປໃຊ້ ເຂົາເຈົ້າຈະຈື່ໄວ້ສະເໝີວ່າເຂົາເຈົ້າເອງກໍບໍ່ສົມບູນແບບແລະເຮັດຜິດພາດ. ສະນັ້ນ ເຂົາເຈົ້າຈະບໍ່ຄິດວ່າເຂົາເຈົ້າເໜືອກວ່າເຮົາ ດີກວ່າເຮົາ ແລະຈະບໍ່ຕຳໜິເຮົາ ແຕ່ເຂົາເຈົ້າຈະຖ່ອມໂຕແລະສະແດງຄວາມເຫັນອົກເຫັນໃຈ.—1ປຕ. 3:8
15. ເຮົາຄວນເຮັດຫຍັງຖ້າມີບັນຫາ?
15 ເຮົາໄວ້ວາງໃຈຜູ້ເບິ່ງແຍງໄດ້. ເຂົາເຈົ້າຖືກຝຶກໃຫ້ຮັກສາເລື່ອງຂອງເຮົາເປັນຄວາມລັບ ໃຫ້ຄຳແນະນຳທີ່ມາຈາກຄຳພີໄບເບິນບໍ່ແມ່ນຈາກຄວາມຄິດຂອງເຂົາເຈົ້າເອງ ແລະໃຫ້ຊ່ວຍເຮົາຕໍ່ໆໄປກ່ຽວກັບບັນຫາທີ່ເຮົາເຈິຢູ່. (ສພສ. 11:13; ຄລຕ. 6:2) ຜູ້ເບິ່ງແຍງແຕ່ລະຄົນມີນິດໄສແລະປະສົບການແຕກຕ່າງກັນ ແຕ່ເຮົາລົມກັບຜູ້ເບິ່ງແຍງຄົນໃດກໍໄດ້ເມື່ອມີບັນຫາ. ເປັນເລື່ອງສຳຄັນທີ່ຈະຈື່ໄວ້ວ່າເຮົາບໍ່ຄວນຂໍຄຳແນະນຳຈາກຜູ້ເບິ່ງແຍງຜູ້ນັ້ນແດ່ຜູ້ນີ້ແດ່ແລະຫວັງວ່າຜູ້ໃດຜູ້ໜຶ່ງໃນເຂົາເຈົ້າຈະບອກເຮົາໃຫ້ເຮັດໃນສິ່ງທີ່ເຮົາຢາກເຮັດ. ຖ້າເຮົາເຮັດແບບນັ້ນ ເຮົາຈະເປັນຄືກັບຄົນທີ່ “ຢາກຟັງ” ແຕ່ສິ່ງທີ່ຖືກໃຈເຮົາ ແຕ່ບໍ່ຢາກຟັງ “ຄຳສອນທີ່ເປັນປະໂຫຍດ” ຈາກຄຳພີໄບເບິນ. (2ຕມ. 4:3) ເມື່ອເຮົາໄປລົມກັບຜູ້ເບິ່ງແຍງກ່ຽວກັບບັນຫາໃດໜຶ່ງ ລາວອາດຈະຖາມເຮົາວ່າ ໄດ້ລົມເລື່ອງນີ້ກັບຜູ້ເບິ່ງແຍງຄົນອື່ນແລ້ວບໍແລະເຂົາເຈົ້າແນະນຳວ່າແນວໃດ. ຜູ້ເບິ່ງແຍງທີ່ຖ່ອມໂຕຈະຂໍຄຳແນະນຳຈາກຜູ້ເບິ່ງແຍງຄົນອື່ນ.—ສພສ. 13:10
ຄວາມຮັບຜິດຊອບສ່ວນໂຕຂອງເຮົາ
16. ເຮົາທຸກຄົນມີຄວາມຮັບຜິດຊອບສ່ວນໂຕໃນເລື່ອງຫຍັງ?
16 ເຖິງວ່າຜູ້ເບິ່ງແຍງມີໜ້າທີ່ເບິ່ງແຍງເຮົາ ແຕ່ເຂົາເຈົ້າຈະບໍ່ບອກເຮົາວ່າຄວນຕັດສິນໃຈແນວໃດ. ເຮົາມີຄວາມຮັບຜິດຊອບສ່ວນໂຕທີ່ຈະໃຊ້ຊີວິດໃນແບບທີ່ເຮັດໃຫ້ພະເຢໂຫວາພໍໃຈ ແລະເຮົາຕ້ອງຮັບຜິດຊອບຕໍ່ພະເຢໂຫວາໃນສິ່ງທີ່ເຮົາເວົ້າແລະເຮັດ. (ຣມ. 14:12) ດ້ວຍຄວາມຊ່ວຍເຫຼືອຈາກພະເຢໂຫວາ ເຮົາສາມາດຮັກສາຄວາມສັດຊື່ຕໍ່ເພິ່ນຕໍ່ໆໄປໄດ້. ແທນທີ່ຜູ້ເບິ່ງແຍງຈະບອກເຮົາວ່າຄວນເຮັດແນວນັ້ນແນວນີ້ ເຂົາເຈົ້າຈະໃຊ້ຄຳພີໄບເບິນເພື່ອຊ່ວຍເຮົາໃຫ້ເຂົ້າໃຈວ່າພະເຢໂຫວາຄິດແນວໃດກ່ຽວກັບເລື່ອງນັ້ນ ແລ້ວກໍໃຫ້ເຮົາຕັດສິນໃຈເອົາເອງ. ເມື່ອເຮົາເຮັດຕາມຄຳແນະນຳຂອງຜູ້ເບິ່ງແຍງທີ່ມາຈາກຄຳພີໄບເບິນ ເຮົາກໍຈະ “ຝຶກໃຊ້ຄວາມຄິດຈົນແຍກອອກໄດ້ວ່າອັນໃດຖືກອັນໃດຜິດ” ເພື່ອຈະຕັດສິນໃຈຢ່າງຖືກຕ້ອງ.—ຮຣ. 5:14
17. ເຮົາຄວນຕັ້ງໃຈທີ່ຈະເຮັດຫຍັງ?
17 ເຮົາຖືວ່າເປັນສິດທິພິເສດແທ້ໆທີ່ໄດ້ເປັນຜູ້ຮັບໃຊ້ຂອງພະເຢໂຫວາ. ພະເຢໂຫວາໄດ້ສົ່ງພະເຢຊູທີ່ເປັນ “ຜູ້ລ້ຽງແກະທີ່ດີ” ໃຫ້ມາເປັນຄ່າໄຖ່ສຳລັບເຮົາເພື່ອເຮົາຈະມີໂອກາດທີ່ຈະໄດ້ຊີວິດຕະຫຼອດໄປ. (ຢຮ. 10:11) ນອກຈາກນັ້ນ ພະເຢໂຫວາຍັງໃຫ້ມີຜູ້ເບິ່ງແຍງໃນປະຊາຄົມເພື່ອເບິ່ງແຍງເຮົາ ເພິ່ນເຮັດຕາມຄຳສັນຍາທີ່ວ່າ: “ເຮົາຈະໃຫ້ເຈົ້າມີຜູ້ລ້ຽງແກະທີ່ເຮັດຕາມຄວາມຕ້ອງການຂອງເຮົາ. ເຂົາເຈົ້າຈະລ້ຽງເຈົ້າດ້ວຍຄວາມຮູ້ແລະຄວາມເຂົ້າໃຈ.” (ຢຣມ. 3:15) ເມື່ອຄວາມເຊື່ອຂອງເຮົາອ່ອນແອຫຼືເມື່ອເຮົາບໍ່ສະບາຍທາງຄວາມເຊື່ອ ເຮົາບໍ່ຄວນຢ້ານທີ່ຈະຂໍຄວາມຊ່ວຍເຫຼືອຈາກຜູ້ເບິ່ງແຍງ. ຂໍໃຫ້ເຮົາຕັ້ງໃຈທີ່ຈະຮັບປະໂຫຍດຢ່າງເຕັມທີຈາກການຈັດກຽມຂອງພະເຢໂຫວາທີ່ໃຫ້ມີຜູ້ເບິ່ງແຍງໃນປະຊາຄົມ.
ເພງທີ 31 ເດີນກັບພະເຈົ້າ!