ການປະຊຸມພາກຢູ່ເມືອງອິນເດຍນາໂພລິດສ໌ ລັດອິນເດຍນາ ປີ 1925
1925—ໜຶ່ງຮ້ອຍປີທີ່ຜ່ານມາ
ຫໍສັງເກດການ 1 ມັງກອນ 1925 ເວົ້າວ່າ:“ເຮົາຄາດໝາຍວ່າຈະມີສິ່ງທີ່ສຳຄັນເກີດຂຶ້ນໃນປີນີ້.” ຫໍສັງເກດການ ສະບັບນັ້ນຍັງເວົ້າຕື່ມວ່າ: “ແຕ່ເຮົາບໍ່ຄວນກັງວົນຫຼາຍເກີນໄປວ່າຈະເກີດຫຍັງຂຶ້ນ. ຖ້າເຮົາກັງວົນແບບນັ້ນ ເຮົາອາດຈະບໍ່ມີຄວາມສຸກໃນການຮັບໃຊ້ພະເຢໂຫວາຕາມທີ່ເພິ່ນຢາກໃຫ້ເຮົາເຮັດ.” ນັກສຶກສາຄຳພີໄບເບິນຄາດໝາຍວ່າຈະເກີດຫຍັງຂຶ້ນໃນປີ 1925? ເຂົາເຈົ້າຍັງປະກາດຕໍ່ໆໄປໄດ້ແນວໃດເຖິງວ່າສິ່ງທີ່ຄາດຫວັງໄວ້ບໍ່ໄດ້ເກີດຂຶ້ນ?
ຄວາມຄາດຫວັງທີ່ຖືກເລື່ອນອອກໄປ
ໃນປີ 1925 ນັກສຶກສາຄຳພີໄບເບິນຫຼາຍຄົນເຊື່ອວ່າໂລກຈະກາຍເປັນສວນທີ່ງາມໆ. ເປັນຫຍັງຈຶ່ງເຊື່ອແບບນັ້ນ? ພີ່ນ້ອງອໍເບີດ ສະໂຣເດີ້ທີ່ເປັນສະມາຊິກຄະນະກຳມະການປົກຄອງບອກວ່າ: “ເຮົາເຊື່ອວ່າໃນປີ 1925 ຜູ້ຖືກເລືອກຈະໄປສະຫວັນເພື່ອຮ່ວມປົກຄອງກັບພະເຢຊູ ແລະຄົນທີ່ສັດຊື່ ເຊັ່ນ: ອັບຣາຮາມ ດາວິດ ແລະຄົນອື່ນໆຈະຖືກປຸກໃຫ້ຄືນມາຈາກຕາຍໃນຖານະເຈົ້ານາຍເພື່ອໃຫ້ນຳໜ້າຢູ່ໂລກນີ້ເຊິ່ງເປັນສ່ວນໜຶ່ງຂອງການປົກຄອງຂອງພະເຈົ້າ.” ເມື່ອເວລາຜ່ານໄປແລະເລື່ອງນີ້ບໍ່ເປັນໄປຕາມທີ່ຄາດຫວັງໄວ້ ພີ່ນ້ອງບາງຄົນຈຶ່ງຜິດຫວັງຫຼາຍ.—ສພສ. 13:12
ເຖິງວ່າຈະຜິດຫວັງຫຼາຍ ແຕ່ນັກສຶກສາຄຳພີໄບເບິນສ່ວນຫຼາຍຍັງປະກາດຕໍ່ໆໄປ. ເຂົາເຈົ້າເລີ່ມເຂົ້າໃຈວ່າການປະກາດເລື່ອງຂອງພະເຢໂຫວາເປັນສິ່ງສຳຄັນທີ່ສຸດສຳລັບເຂົາເຈົ້າ. ໃຫ້ເຮົາມາເບິ່ງວ່າເຂົາເຈົ້າເຮັດແນວໃດເພື່ອໃຫ້ຄວາມຈິງກະຈາຍອອກໄປໄກໆ.
ສ້າງສະຖານີວິທະຍຸຕື່ມອີກ
ຍ້ອນຄວາມສຳເລັດຂອງການສ້າງສະຖານີວິທະຍຸດັບເບິນຢູບີບີອາ (WBBR) ໃນປີ 1924 ແລະມີຫຼາຍຄົນຟັງຈາກສະຖານີນີ້. ສະນັ້ນ ໃນປີ 1925 ນັກສຶກສາຄຳພີໄບເບິນຈຶ່ງສ້າງສະຖານີວິທະຍຸອີກສະຖານີໜຶ່ງໃກ້ເມືອງຊິຄາໂກລັດອິລິນອຍ. ຊື່ຂອງສະຖານີໃໝ່ແມ່ນດັບເບິນຢູໂອອາດີ (WORD). ພີ່ນ້ອງຣາບ ເລັບເລີທີ່ເປັນວິສະວະກອນດ້ານວິທະຍຸທີ່ຊ່ວຍກໍ່ສ້າງສະຖານີນີ້ເວົ້າວ່າ: “ໃນຄືນທີ່ໜາວໆໃນລະດູໜາວ ຄົນໃນຫຼາຍໆບ່ອນທີ່ຢູ່ໄກໆຟັງວິທະຍຸຈາກສະຖານີນີ້.” ຕົວຢ່າງເຊັ່ນ: ຄອບຄົວໜຶ່ງທີ່ຢູ່ໄກ 5.000 ກິໂລແມັດໃນເມືອງພາຍລັອດ ສະເຕຊັນ ລັດອາລັດສະກາໄດ້ຟັງລາຍການທຳອິດລາຍການໜຶ່ງທີ່ອອກອາກາດ. ຫຼັງຈາກຟັງຈົບ ຄອບຄົວນີ້ໄດ້ຂຽນຈົດໝາຍໄປຫາຄົນທີ່ເຮັດວຽກຢູ່ສະຖານີເພື່ອຂອບໃຈເຂົາເຈົ້າທີ່ກຽມລາຍການທີ່ໃຫ້ກຳລັງໃຈແລະຊ່ວຍເຂົາເຈົ້າໃຫ້ຮູ້ຈັກພະເຈົ້າແລະຄຳພີໄບເບິນຫຼາຍຂຶ້ນ.
ຮູບເບື້ອງຊ້າຍ: ເສົາສົ່ງສັນຍານຂອງດັບເບິນຢູໂອອາດີຢູ່ເມືອງບາທາເວຍລັດອິລິນອຍ
ຮູບເບື້ອງຂວາ: ພີ່ນ້ອງຣາບ ເລັບເລີເຮັດວຽກຢູ່ສະຖານີວິທະຍຸ
ຫໍສັງເກດການ 1 ທັນວາ 1925 ອະທິບາຍເຫດຜົນທີ່ວ່າເປັນຫຍັງສະຖານີວິທະຍຸນີ້ຈຶ່ງສາມາດອອກອາກາດໄປຮອດບ່ອນທີ່ຢູ່ໄກໆ. ຫໍສັງເກດການ ສະບັບນັ້ນເວົ້າວ່າ: “ສະຖານີວິທະຍຸນີ້ເປັນສະຖານີໜຶ່ງທີ່ກະຈາຍສັນຍານໄດ້ໄກທີ່ສຸດໃນປະເທດອາເມຣິກາ ເຊິ່ງຄວາມແຮງແມ່ນ 5.000 ວັດ. ສະຖານີວິທະຍຸນີ້ມີສັນຍານແຮງຢູ່ທົ່ວປະເທດອາເມຣິກາ ຢູ່ປະເທດກູບາ ແລະແມ່ນແຕ່ຢູ່ທາງເໜືອສຸດຂອງອາລັດສະກາ. ຫຼາຍຄົນທີ່ບໍ່ເຄີຍໄດ້ຍິນຄວາມຈິງໃນຄຳພີໄບເບິນຢາກຮຽນຮູ້ຫຼາຍຂຶ້ນຍ້ອນເຂົາເຈົ້າໄດ້ຟັງຈາກສະຖານີນີ້.”
ພີ່ນ້ອງຈອດ ເນດຊ໌
ໃນເວລາດຽວກັນ ນັກສຶກສາພະຄຳພີຍັງພະຍາຍາມທີ່ຈະໃຊ້ວິທະຍຸເພື່ອປະກາດຂ່າວດີຢູ່ປະເທດການາດາ. ໃນປີ 1924 ນັກສຶກສາພະຄຳພີໄດ້ຕັ້ງສະຖານີວິທະຍຸຊີເອັດຢູຊີ (CHUC) ຢູ່ເມືອງຊັດສ໌ຄາທູນ ແຂວງຊັດສ໌ແຄັດເຊວັນ. ມັນເປັນໜຶ່ງໃນສະຖານີທຳອິດຢູ່ການາດາທີ່ກ່ຽວກັບເລື່ອງສາສະໜາ. ໃນປີ 1925 ສະຖານີນ້ອຍໆນີ້ຕ້ອງຍ້າຍໄປຢູ່ບ່ອນໃໝ່ທີ່ໃຫຍ່ກວ່າ. ສະນັ້ນ ສະມາຄົມວັອດສ໌ທາວເວີ້ຈຶ່ງຊື້ຕຶກຣີເຈັນທີ່ເປັນໂຮງລະຄອນເກົ່າໃນເມືອງຊັດສ໌ຄາທູນແລະໄດ້ສ້ອມແປງເພື່ອໃຫ້ເປັນສະຖານີວິທະຍຸບ່ອນໃໝ່ ແລ້ວກໍຍ້າຍຫ້ອງອອກອາກາດໄປຢູ່ຫັ້ນ.
ຂອບໃຈສະຖານີນີ້ ຍ້ອນຫຼາຍຄົນທີ່ຢູ່ຕາມເມືອງນ້ອຍໆແລະຕາມເຂດຊົນນະບົດໃນແຂວງຊັດສ໌ແຄັດເຊວັນໄດ້ຍິນຂ່າວດີເປັນເທື່ອທຳອິດ. ຕົວຢ່າງເຊັ່ນ: ໃນເມືອງໜຶ່ງທີ່ຢູ່ຫ່າງໄກ ມີຜູ້ຍິງຄົນໜຶ່ງໄດ້ຂຽນຈົດໝາຍມາຂໍປຶ້ມກ່ຽວກັບຄຳພີໄບເບິນຫຼັງຈາກທີ່ລາວໄດ້ຟັງລາຍການວິທະຍຸ. ພີ່ນ້ອງຈອດ ເນດຊ໌ເວົ້າວ່າ: “ຄຳຂໍຂອງລາວທີ່ວ່າ ‘ສອນພວກເຮົາແດ່!’ ເບິ່ງຄືວ່າຮີບດ່ວນແທ້ໆ. ເຮົາຈຶ່ງສົ່ງປຶ້ມຄູ່ມືການຮຽນພະຄຳພີ ໝົດຊຸດໄປໃຫ້ລາວ.” ຕໍ່ມາບໍ່ດົນ ຜູ້ຍິງຄົນນີ້ກໍປະກາດຂ່າວດີເລື່ອງການປົກຄອງຂອງພະເຈົ້າອອກໄປໄກຕື່ມອີກຈາກບ່ອນທີ່ລາວຢູ່.
ການປັບຄວາມເຂົ້າໃຈໃໝ່
ຫໍສັງເກດການ 1 ມີນາ 1925 ມີບົດຄວາມທີ່ສຳຄັນທີ່ຊື່ວ່າ “ການກຳເນີດຊົນຊາດໜຶ່ງ.” ເປັນຫຍັງບົດຄວາມນີ້ຈຶ່ງສຳຄັນ? ເປັນເວລາຫຼາຍປີແລ້ວທີ່ນັກສຶກສາພະຄຳພີຮູ້ວ່າຊາຕານມີອົງການເຊິ່ງປະກອບດ້ວຍພວກປີສາດແລະລວມທັງສາສະໜາປອມ ການເມືອງ ແລະການຄ້າ. ແຕ່ໂດຍທາງບົດຄວາມນີ້ “ທາດທີ່ສັດຊື່ແລະສຸຂຸມ” ໄດ້ຊ່ວຍພີ່ນ້ອງໃຫ້ເຂົ້າໃຈວ່າພະເຢໂຫວາກໍມີອົງການຄືກັນ ເຊິ່ງແຕກຕ່າງແທ້ໆກັບອົງການຂອງຊາຕານແລະຜູ້ທີ່ຢູ່ຝ່າຍມັນ. (ມທ. 24:45) ນອກຈາກນັ້ນ “ທາດທີ່ສັດຊື່ແລະສຸຂຸມ” ຍັງໄດ້ອະທິບາຍວ່າ ການປົກຄອງຂອງພະເຈົ້າຖືກຕັ້ງຂຶ້ນໃນປີ 1914 ແລະໃນປີນັ້ນໄດ້ເກີດ “ສົງຄາມໃນສະຫວັນ.” ສະນັ້ນ ຊາຕານແລະພວກປີສາດຈຶ່ງຖືກໄລ່ອອກຈາກສະຫວັນ ແລະຕອນນີ້ພວກມັນຢູ່ໃນໂລກ.—ພນມ. 12:7-9
ນັກສຶກສາພະຄຳພີບາງຄົນບໍ່ເຫັນດີກັບຄວາມເຂົ້າໃຈໃໝ່ນີ້. ສະນັ້ນ ໃນບົດຄວາມນັ້ນຈຶ່ງເວົ້າວ່າ: “ເຮົາຂໍແນະນຳວ່າຖ້າຜູ້ອ່ານຫໍສັງເກດການ ຄົນໃດບໍ່ເຫັນດີກັບສິ່ງທີ່ຂຽນໃນບົດຄວາມນີ້ ເຂົາເຈົ້າຄວນສະແດງຄວາມອົດທົນແລະໄວ້ວາງໃຈພະເຢໂຫວາເມື່ອຮັບໃຊ້ເພິ່ນຕໍ່ໆໄປຢ່າງສັດຊື່.”
ພີ່ນ້ອງທອມ ແອຣ໌ທີ່ເປັນຄໍລ໌ພໍເຕີ້ (ຕອນນີ້ເອີ້ນວ່າໄພໂອເນຍ) ຈາກປະເທດອັງກິດເວົ້າເຖິງຄວາມຮູ້ສຶກຂອງນັກສຶກສາພະຄຳພີສ່ວນຫຼາຍກ່ຽວກັບບົດຄວາມນັ້ນ. ລາວເວົ້າວ່າ: “ພີ່ນ້ອງຕື່ນເຕັ້ນຫຼາຍຕໍ່ກັບຄຳອະທິບາຍນີ້ກ່ຽວກັບພະນິມິດບົດ 12. ເມື່ອເຮົາເຂົ້າໃຈວ່າການປົກຄອງຂອງພະເຢໂຫວາຖືກຕັ້ງຂຶ້ນແລ້ວໃນສະຫວັນ ເຮົາກໍຕື່ນເຕັ້ນຫຼາຍທີ່ຈະບອກຄົນອື່ນໃຫ້ຮູ້ເລື່ອງນີ້. ການຮູ້ແບບນີ້ເຮັດໃຫ້ເຮົາຢາກປະກາດຫຼາຍຂຶ້ນແລະມັນຊ່ວຍເຮົາໃຫ້ເຫັນວ່າພະເຢໂຫວາກຳລັງຊີ້ນຳປະຊາຊົນຂອງເພິ່ນແນວໃດໃນເລື່ອງຕ່າງໆທີ່ສຳຄັນ.”
ເປັນພະຍານໃຫ້ພະເຢໂຫວາ
ປັດຈຸບັນນີ້ ພະຍານພະເຢໂຫວາມັກເວົ້າເຖິງເອຊາຢາ 43:10 ທີ່ວ່າ: “ພະເຢໂຫວາບອກວ່າ: ‘ເຈົ້າເປັນພະຍານຂອງເຮົາ. ເຈົ້າເປັນຜູ້ຮັບໃຊ້ທີ່ເຮົາໄດ້ເລືອກ.’” ແຕ່ກ່ອນປີ 1925 ປຶ້ມຕ່າງໆຂອງເຮົາບໍ່ໄດ້ເວົ້າເຖິງຂໍ້ຄຳພີນີ້ຫຼາຍປານໃດ. ເລື່ອງນີ້ກຳລັງຈະປ່ຽນໄປ. ໃນປີ 1925 ຫໍສັງເກດການ ເວົ້າເຖິງເອຊາຢາ 43:10 ແລະຂໍ້ 12 ໃນ 11 ສະບັບ!
ໃນທ້າຍເດືອນສິງຫາ ປີ 1925 ນັກສຶກສາຄຳພີໄບເບິນມາລວມກັນຢູ່ການປະຊຸມພາກໃນເມືອງອິນເດຍນາໂພລິດສ໌ ລັດອິນເດຍນາ. ໃນຂໍ້ຄວາມຕ້ອນຮັບທີ່ພິມໃສ່ໃບລາຍການການປະຊຸມພາກ ພີ່ນ້ອງໂຈເຊບ ຣັດເທີຝອດເວົ້າວ່າ: “ພວກເຮົາມາການປະຊຸມນີ້ເພື່ອຮັບເອົາ . . . ກຳລັງຈາກພະເຢໂຫວາເພື່ອພວກເຮົາຈະກັບໄປເຮັດວຽກປະກາດດ້ວຍຄວາມກະຕືລືລົ້ນຫຼາຍຂຶ້ນໃນການເປັນພະຍານຂອງເພິ່ນ.” ໃນການປະຊຸມຕະຫຼອດ 8 ມື້ ຜູ້ເຂົ້າຮ່ວມທຸກຄົນຖືກກະຕຸ້ນໃຫ້ປະກາດເລື່ອງຂອງພະເຢໂຫວາໃນທຸກໂອກາດ.
ໃນວັນເສົາທີ 29 ເດືອນສິງຫາ ພີ່ນ້ອງໂຈເຊບ ຣັດເທີຝອດບັນລະຍາຍໃນຫົວເລື່ອງທີ່ຊື່ວ່າ: “ຄຳເຊີນທີ່ກະຕຸ້ນໃຫ້ລົງມືເຮັດ.” ໃນຄຳບັນລະຍາຍນັ້ນ ລາວເນັ້ນວ່າວຽກປະກາດເປັນເລື່ອງທີ່ສຳຄັນຫຼາຍ. ລາວເວົ້າວ່າ: “ພະເຢໂຫວາເວົ້າກັບປະຊາຊົນຂອງເພິ່ນວ່າ: ‘ພວກເຈົ້າເປັນພະຍານຂອງເຮົາແລະເຮົາເປັນພະເຈົ້າທ່ຽງແທ້.’ ຈາກນັ້ນ ລາວສັ່ງຜູ້ເຂົ້າຮ່ວມດ້ວຍຄຳເວົ້າທີ່ຈະແຈ້ງແລະໜັກແໜ້ນວ່າ:‘ໃຫ້ [ມີ] ເສົາໃຫ້ສັນຍານເພື່ອໃຫ້ປະເທດຕ່າງໆເຫັນ.’ຄົນກຸ່ມດຽວໃນໂລກທີ່ສາມາດເປັນພະຍານໃຫ້ພະເຢໂຫວາໄດ້ແມ່ນຄົນທີ່ເພິ່ນຊີ້ນຳດ້ວຍພະລັງບໍລິສຸດຍ້ອນເຂົາເຈົ້າເປັນປະຊາຊົນຂອງເພິ່ນ.”—ອຊຢ. 43:12; 62:10, ໄຂເງື່ອນ
ແຜ່ນພັບຂ່າວດີທີ່ໃຫ້ຄວາມຫວັງ
ຫຼັງຈາກພີ່ນ້ອງໂຈເຊບ ຣັດເທີຝອດບັນລະຍາຍຈົບ ລາວອ່ານເອກະສານໜຶ່ງທີ່ຊື່ວ່າ: “ຂ່າວດີທີ່ໃຫ້ຄວາມຫວັງ” ເຊິ່ງບອກໃຫ້ຮູ້ວ່າການປົກຄອງຂອງພະເຈົ້າເປັນຄວາມຫວັງດຽວເທົ່ານັ້ນທີ່ເຮົາຈະໄດ້ຮັບ “ຄວາມສະຫງົບສຸກ ຄວາມຈະເລີນຮຸ່ງເຮືອງ ສຸຂະພາບທີ່ດີ ຊີວິດຕະຫຼອດໄປ ອິດສະຫຼະ ແລະຄວາມສຸກຖາວອນ.” ຕໍ່ມາ ມີການແປເອກະສານນີ້ເປັນຫຼາຍພາສາແລະມີການພິມໃນຮູບແບບເປັນແຜ່ນພັບເພື່ອໃຊ້ໃນການປະກາດ. ມີການແຈກຢາຍເອກະສານນີ້ປະມານ 40 ລ້ານສະບັບ.
ນັກສຶກສາຄຳພີໄບເບິນບໍ່ໄດ້ປ່ຽນຊື່ເປັນພະຍານພະເຢໂຫວາຈົນຫຼາຍປີຕໍ່ມາ. ແຕ່ເຂົາເຈົ້າກໍເລີ່ມເຂົ້າໃຈວ່າເປັນເລື່ອງສຳຄັນແທ້ໆສຳລັບເຂົາເຈົ້າທີ່ຈະປະກາດເລື່ອງຂອງພະເຢໂຫວາ.
ກັບໄປຢາມຄົນທີ່ສົນໃຈ
ຍ້ອນຈຳນວນນັກສຶກສາພະຄຳພີໄດ້ເພີ່ມຂຶ້ນຢູ່ທົ່ວໂລກ ອົງການຈຶ່ງສະໜັບສະໜູນເຂົາເຈົ້າວ່າ ຢ່າມີແຕ່ແຈກຢາຍປຶ້ມເທົ່ານັ້ນ ແຕ່ໃຫ້ກັບໄປຢາມຄົນທີ່ໄດ້ສະແດງຄວາມສົນໃຈໃນຂ່າວດີນຳ. ຫຼັງຈາກຈົບໂຄງການພິເສດເພື່ອແຈກຢາຍແຜ່ນພັບຂ່າວດີທີ່ໃຫ້ຄວາມຫວັງ ຈົດໝາຍຂ່າວaບອກວ່າ: “ໃຫ້ກັບໄປຢາມຄົນທີ່ເຮົາໄດ້ປະແຜ່ນພັບຂ່າວດີທີ່ໃຫ້ຄວາມຫວັງ ໄວ້ນຳເຂົາເຈົ້າ.”
ຈົດໝາຍຂ່າວ ເດືອນມັງກອນ ປີ 1925 ເວົ້າເຖິງລາຍງານໜຶ່ງຈາກນັກສຶກສາຄຳພີໄບເບິນໃນເມືອງພລາໂນ ລັດເທັກຊັດສ໌. ລາວເວົ້າວ່າ: “ເຮົາແປກໃຈຫຼາຍເມື່ອກັບໄປເຂດທີ່ເຄີຍປະກາດມາກ່ອນ ຍ້ອນມີຄົນຕອບຮັບຫຼາຍກວ່າໃນເຂດຕ່າງໆທີ່ເຮົາຫາກໍໄປປະກາດ. ເຮົາໄປປະກາດຢູ່ເມືອງນ້ອຍໆເມືອງໜຶ່ງໃນເຂດປະກາດຂອງເຮົາ 5 ເທື່ອໃນໄລຍະ 10 ປີຜ່ານມາ. . . . ແຕ່ບໍ່ດົນມານີ້ ພີ່ນ້ອງເຮັນດຣິກສ໌ກັບແມ່ຂອງຂ້ອຍກັບໄປປະກາດຢູ່ຫັ້ນອີກ ແລະເຂົາເຈົ້າໄດ້ແຈກຢາຍປຶ້ມຕ່າງໆຫຼາຍກວ່າທີ່ຜ່ານມາ.”
ຢູ່ປະເທດປານາມາ ຄໍລ໌ພໍເຕີ້ຜູ້ໜຶ່ງຂຽນວ່າ: “ຫຼາຍຄົນທີ່ບໍ່ຟັງໃນເທື່ອທຳອິດທີ່ຂ້ອຍໄປຫາເຂົາເຈົ້າໄດ້ປ່ຽນຄວາມຄິດເມື່ອຂ້ອຍກັບໄປຫາເທື່ອທີ 2 ຫຼືເທື່ອທີ 3. ວຽກປະກາດສ່ວນຫຼາຍທີ່ຂ້ອຍເຮັດໃນປີນີ້ແມ່ນກັບໄປຢາມຄົນທີ່ຂ້ອຍເຄີຍໄປຫາກ່ອນໜ້ານີ້. ຂ້ອຍມີປະສົບການດີໆຫຼາຍຢ່າງກັບຄົນເຫຼົ່ານັ້ນ.”
ເບິ່ງໄປທີ່ອະນາຄົດ
ໃນຈົດໝາຍປະຈຳປີທີ່ພີ່ນ້ອງໂຈເຊບ ຣັດເທີຝອດຂຽນໄປຫາໄພໂອເນຍທຸກຄົນ ລາວເວົ້າເຖິງສິ່ງທີ່ເຂົາເຈົ້າໄດ້ເຮັດໃນວຽກປະກາດໃນປີນັ້ນແລະສິ່ງທີ່ຄວນຈະເຮັດໃນປີຕໍ່ໄປ. ລາວເວົ້າວ່າ: “ໃນປີນີ້ ພວກເຈົ້າມີສິດທິພິເສດໄດ້ໃຫ້ກຳລັງໃຈຫຼາຍຄົນທີ່ໂສກເສົ້າໂດຍການປະກາດຂ່າວດີ. ວຽກນີ້ເຮັດໃຫ້ພວກເຈົ້າມີຄວາມສຸກຫຼາຍ . . . ໃນປີຕໍ່ໄປ ພວກເຈົ້າຈະມີຫຼາຍໂອກາດທີ່ຈະເປັນພະຍານໃຫ້ພະເຈົ້າແລະການປົກຄອງຂອງເພິ່ນ ແລະສະແດງໃຫ້ຄົນອື່ນເຫັນວ່າແມ່ນໃຜແທ້ໆທີ່ເປັນຜູ້ນະມັດສະການຂອງເພິ່ນ. . . . ຂໍໃຫ້ພວກເຮົາທຸກຄົນເປັ່ງສຽງດັງໆຕໍ່ໆໄປເພື່ອສັນລະເສີນພະເຈົ້າແລະກະສັດຂອງພວກເຮົາ.”
ໃນທ້າຍປີ 1925 ພີ່ນ້ອງໄດ້ວາງແຜນທີ່ຈະຂະຫຍາຍເບເທນຢູ່ບຸກລິນໃຫ້ໃຫຍ່ຂຶ້ນ. ໃນປີ 1926 ເຂົາເຈົ້າຈະເລີ່ມໂຄງການກໍ່ສ້າງທີ່ໃຫຍ່ທີ່ສຸດເຊິ່ງອົງການຂອງເຮົາເຄີຍເຮັດມາ.
ການກໍ່ສ້າງຢູ່ຖະໜົນອາດາມສ໌ ເມືອງບຸກລິນ ລັດນິວຢອກ ປີ 1926
a ປັດຈຸບັນແມ່ນຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ.