ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ25 ຕຸລາ ໜ້າ 12-17
  • ພະ​ເຢໂຫວາ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ພະ​ເຢໂຫວາ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ໃຫ້​ຈື່​ໄວ້​ວ່າ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ເປັນ​ຄຳສອນ​ພື້ນຖານ​ໃນ​ຄຳພີ​ໄບເບິນ
  • ໃຫ້​ຄິດ​ຕຶກຕອງ​ວ່າ​ພະ​ເຢໂຫວາ ‘ຮັກ​ເຈົ້າ’
  • ໃຫ້​ຮູ້​ວ່າ​ອັນ​ໃດ​ທີ່​ເຮັດ​ໃຫ້​ເຈົ້າ​ສົງໄສ
  • ເລືອກ​ທີ່​ຈະ​ພັກດີ​ສະເໝີ
  • ພະ​ເຢໂຫວາ​ຮັກ​ເຮົາ​ຫຼາຍ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
  • ຂໍ​ໃຫ້​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຈົ້າ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
  • ຈະ​ເອົາ​ຊະນະ​ຄວາມ​ສົງໄສ​ໄດ້​ແນວ​ໃດ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
  • ຄວາມ​ຮັກ​ທີ່​ໝັ້ນ​ຄົງ​ຂອງ​ພະ​ເຢໂຫວາ​ສຳຄັນ​ຕໍ່​ເຈົ້າ​ແນວ​ໃດ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2021
ເບິ່ງຕື່ມ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
ຫ25 ຕຸລາ ໜ້າ 12-17

ບົດ​ຄວາມ​ສຶກສາ​ທີ 41

ເພງ​ທີ 108 ຄວາມ​ຮັກ​ທີ່​ໝັ້ນຄົງ​ຂອງ​ພະເຈົ້າ

ພະ​ເຢໂຫວາ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ

“ໃຫ້​ຂອບໃຈ​ພະ​ເຢໂຫວາ ຍ້ອນ​ເພິ່ນ​ດີ​ແທ້ໆ. ເພິ່ນ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕະຫຼອດ​ໄປ.”—ພສ. 136:1

ຈຸດ​ສຳຄັນ

ການ​ທີ່​ເຮົາ​ເຂົ້າໃຈ​ວ່າ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ເປັນ​ຄຳສອນ​ພື້ນຖານ​ຢ່າງ​ໜຶ່ງ​ໃນ​ຄຳພີ​ໄບເບິນ​ຈະ​ຊ່ວຍ​ເຮົາ​ໃຫ້​ຕໍ່ສູ້​ກັບ​ຄວາມ​ທໍ້ໃຈ​ໄດ້​ເມື່ອ​ເຈິ​ກັບ​ບັນຫາ.

1-2. ເມື່ອ​ເຈິ​ບັນຫາ ເຮົາ​ອາດ​ຮູ້ສຶກ​ແນວ​ໃດ?

ໃຫ້​ນຶກພາບ​ວ່າ​ເຮືອ​ລຳ​ໜຶ່ງ​ກຳລັງ​ເຈິ​ພາຍຸ. ຄື້ນ​ໃຫຍ່ໆ​ໃນ​ທະເລ​ຊັດ​ໃສ່​ເຮືອ​ໄກວ​ໄປ​ໄກວ​ມາ. ຖ້າ​ບໍ່​ມີ​ຄົນ​ໃນ​ເຮືອ​ໂຍນ​ສະໝໍ​ລົງ​ໄປ ເຮືອ​ກໍ​ຈະ​ຖືກ​ຄື້ນ​ຊັດ​ໄປ​ຊັດ​ມາ. ສະໝໍ​ເຮືອ​ເປັນ​ສິ່ງ​ທີ່​ສຳຄັນ​ຫຼາຍ​ຍ້ອນ​ມັນ​ຈະ​ຊ່ວຍ​ຍຶດ​ເຮືອ​ໄວ້​ຕອນ​ທີ່​ເຈິ​ພາຍຸ.

2 ຕອນ​ທີ່​ເຈົ້າ​ເຈິ​ກັບ​ບັນຫາ​ໜັກໆ​ໃນ​ຊີວິດ ເຈົ້າ​ອາດ​ຮູ້ສຶກ​ວ່າ​ໂຕເອງ​ເປັນ​ຄື​ກັບ​ເຮືອ​ລຳ​ນັ້ນ​ທີ່​ຖືກ​ຄື້ນ​ຊັດ​ໄປ​ຊັດ​ມາ. ອາລົມ​ຂອງ​ເຈົ້າ​ຈະ​ຂຶ້ນໆ​ລົງໆ. ມື້​ໜຶ່ງ​ເຈົ້າ​ອາດ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ແລະ​ພ້ອມ​ທີ່​ຈະ​ຊ່ວຍ​ເຫຼືອ​ເຈົ້າ. ແຕ່​ອີກ​ມື້​ໜຶ່ງ​ເຈົ້າ​ອາດ​ສົງໄສ​ວ່າ​ເພິ່ນ​ເຫັນ​ບໍ​ວ່າ​ເຈົ້າ​ກຳລັງ​ເຈິ​ກັບ​ຫຍັງ​ຢູ່. (ພສ. 10:1; 13:1) ຕອນ​ທີ່​ໝູ່​ປອບ​ໃຈ​ເຈົ້າ ເຈົ້າ​ອາດ​ຮູ້ສຶກ​ດີ​ຂຶ້ນ​ໄລຍະ​ໜຶ່ງ. (ສພສ. 17:17; 25:11) ແຕ່​ຕໍ່​ມາ​ເຈົ້າ​ກໍ​ອາດ​ກັບ​ມາ​ສົງໄສ​ອີກ. ເຈົ້າ​ອາດ​ເຖິງຂັ້ນ​ສົງໄສ​ວ່າ​ພະ​ເຢໂຫວາ​ບໍ່​ຮັກ​ເຈົ້າ​ແລ້ວ​ແລະ​ເຈົ້າ​ບໍ່​ມີ​ຄ່າ​ສຳລັບ​ເພິ່ນ. ຄັນຊັ້ນ ເຈົ້າ​ຈະ​ຮູ້ສຶກ​ໝັ້ນຄົງ​ຄື​ກັບ​ເຮືອ​ທີ່​ຖືກ​ສະໝໍ​ຍຶດ​ໄວ້​ແນວ​ໃດ​ຕອນ​ທີ່​ເຈິ​ບັນຫາ? ເວົ້າ​ອີກ​ແບບ​ໜຶ່ງ​ກໍ​ຄື ເຈົ້າ​ຈະ​ໝັ້ນໃຈ​ຢູ່​ສະເໝີ​ໄດ້​ແນວ​ໃດ​ວ່າ​ພະ​ເຢໂຫວາ​ຮັກ​ເຈົ້າ​ແລະ​ຈະ​ຊ່ວຍ​ເຈົ້າ​ແທ້ໆ?

3. (ກ) ເພງ​ສັນລະເສີນ 31:7 ແລະ 136:1 ສອນ​ຫຍັງ​ເຮົາ​ກ່ຽວກັບ​ຄວາມ​ຮັກ​ແລະ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຂອງ​ພະ​ເຢໂຫວາ? (ຂ) ເປັນ​ຫຍັງ​ເຮົາ​ຈຶ່ງ​ເວົ້າ​ໄດ້​ວ່າ​ພະ​ເຢໂຫວາ​ເປັນ​ຕົວຢ່າງ​ທີ່​ດີ​ທີ່​ສຸດ​ໃນ​ການ​ສະແດງ​ຄວາມ​ຮັກ​ແບບ​ນີ້? (ເບິ່ງ​ຮູບ​ນຳ)

3 ຕອນ​ທີ່​ເຈິ​ບັນຫາ ວິທີ​ໜຶ່ງ​ທີ່​ເຈົ້າ​ຈະ​ຮູ້ສຶກ​ໝັ້ນຄົງ​ຄື​ກັບ​ເຮືອ​ທີ່​ຖືກ​ສະໝໍ​ຍຶດ​ໄວ້​ແມ່ນ​ໃຫ້​ຈື່​ໄວ້​ວ່າ​ພະ​ເຢໂຫວາ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ. (ອ່ານ​ເພງ​ສັນລະເສີນ 31:7; 136:1) ຄຳ​ວ່າ “ຄວາມ​ຮັກ​ທີ່​ໝັ້ນຄົງ” ເປັນ​ຄວາມ​ຮັກ​ທີ່​ຜູກພັນ​ເລິກ​ເຊິ່ງ​ແລະ​ຍາວ​ນານ​ທີ່​ຄົນ​ໜຶ່ງ​ມີ​ຕໍ່​ອີກ​ຄົນ​ໜຶ່ງ. ພະ​ເຢໂຫວາ​ເປັນ​ຕົວຢ່າງ​ທີ່​ດີ​ທີ່​ສຸດ​ໃນ​ການ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນຄົງ. ທີ່​ຈິງ ຄຳພີ​ໄບເບິນ​ບອກ​ວ່າ​ພະ​ເຢໂຫວາ “ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຫຼາຍ​ທີ່​ສຸດ.” (ອພຍ. 34:6, 7) ຄຳພີ​ໄບເບິນ​ຍັງ​ເວົ້າ​ເຖິງ​ພະ​ເຢໂຫວາ​ວ່າ: “ພະອົງ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຫຼາຍ​ຕໍ່​ທຸກ​ຄົນ​ທີ່​ຮ້ອງ​ຫາ​ພະອົງ.” (ພສ. 86:5) ພະຄຳພີ 2 ຂໍ້​ນີ້​ເວົ້າ​ເຖິງ​ເລື່ອງ​ຫຍັງ? ພະ​ເຢໂຫວາ​ຈະ​ບໍ່​ປະ​ບໍ່​ຖິ້ມ​ຜູ້​ຮັບໃຊ້​ທີ່​ສັດຊື່​ຂອງ​ເພິ່ນ. ຖ້າ​ເຈົ້າ​ຈື່​ໄວ້​ສະເໝີ​ວ່າ​ພະ​ເຢໂຫວາ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ ເຈົ້າ​ກໍ​ຈະ​ເປັນ​ຄື​ກັບ​ເຮືອ​ທີ່​ຖືກ​ສະໝໍ​ຍຶດ​ໄວ້​ຕອນ​ທີ່​ເຈິ​ກັບ​ບັນຫາ​ໜັກໆ.—ພສ. 23:4

ສະໝໍ​ເຮືອ​ທີ່​ຢູ່​ໃນ​ທະເລ​ເຊິ່ງ​ຕິດ​ກັບ​ເຮືອ​ໃບ​ຊ່ວຍ​ຍຶດ​ເຮືອ​ໄວ້​ຕອນ​ທີ່​ເຈິ​ພາຍຸ.

ຄື​ກັບ​ທີ່​ສະໝໍ​ເຮືອ​ຍຶດ​ເຮືອ​ໄວ້​ຕອນ​ທີ່​ເຈິ​ພາຍຸ ການ​ທີ່​ເຮົາ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້ສຶກ​ໝັ້ນຄົງ​ຕອນ​ທີ່​ເຈິ​ບັນຫາ (ເບິ່ງ​ຂໍ້ 3)


ໃຫ້​ຈື່​ໄວ້​ວ່າ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ເປັນ​ຄຳສອນ​ພື້ນຖານ​ໃນ​ຄຳພີ​ໄບເບິນ

4. ຂໍ​ໃຫ້​ຍົກ​ຕົວຢ່າງ​ວ່າ​ຄຳສອນ​ພື້ນຖານ​ໃນ​ຄຳພີ​ໄບເບິນ​ມີ​ຫຍັງ​ແດ່ ແລະ​ເປັນ​ຫຍັງ​ເຮົາ​ຈຶ່ງ​ເຊື່ອ​ຄຳສອນ​ເຫຼົ່າ​ນັ້ນ?

4 ຕອນ​ທີ່​ເຈິ​ບັນຫາ ອີກ​ວິທີ​ໜຶ່ງ​ທີ່​ເຈົ້າ​ຈະ​ຮູ້ສຶກ​ໝັ້ນຄົງ​ຄື​ກັບ​ເຮືອ​ທີ່​ຖືກ​ສະໝໍ​ຍຶດ​ໄວ້​ແມ່ນ​ໃຫ້​ຈື່​ໄວ້​ວ່າ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ເປັນ​ຄຳສອນ​ພື້ນຖານ​ໃນ​ຄຳພີ​ໄບເບິນ. ເມື່ອ​ເຈົ້າ​ໄດ້​ຍິນ​ຄຳ​ວ່າ “ຄຳສອນ​ພື້ນຖານ” ໃນ​ຄຳພີ​ໄບເບິນ ເຈົ້າ​ຄິດ​ເຖິງ​ເລື່ອງ​ຫຍັງ? ເຈົ້າ​ອາດ​ຈະ​ຄິດ​ເຖິງ​ຄຳສອນ​ທີ່​ເຈົ້າ​ໄດ້​ຮຽນ​ໃນ​ຄຳພີ​ໄບເບິນ. ຕົວຢ່າງ​ເຊັ່ນ: ເຈົ້າ​ໄດ້​ຮຽນ​ວ່າ​ພະເຈົ້າ​ຊື່​ເຢໂຫວາ ພະ​ເຢຊູ​ເປັນ​ລູກ​ຂອງ​ພະເຈົ້າ ຄົນ​ຕາຍ​ແລ້ວ​ບໍ່​ຮູ້ສຶກ​ຫຍັງ ໂລກ​ຈະ​ເປັນ​ສວນ​ທີ່​ງາມໆ ແລະ​ມະນຸດ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ. (ພສ. 83:18; ປຍຈ. 9:5; ຢຮ. 3:16; ພນມ. 21:3, 4) ເມື່ອ​ເຈົ້າ​ເຊື່ອ​ວ່າ​ຄຳສອນ​ເຫຼົ່າ​ນີ້​ເປັນ​ຄວາມ​ຈິງ​ກໍ​ບໍ່​ມີ​ຫຍັງ​ເຮັດ​ໃຫ້​ເຈົ້າ​ຫວັ່ນໄຫວ​ໄດ້. ເປັນ​ຫຍັງ​ຈຶ່ງ​ເປັນ​ແບບ​ນັ້ນ? ຍ້ອນ​ເຈົ້າ​ເຂົ້າໃຈ​ວ່າ​ຄຳສອນ​ເຫຼົ່າ​ນີ້​ມີ​ຫຼັກຖານ​ຢືນຢັນ​ວ່າ​ເປັນ​ຄວາມ​ຈິງ. ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ການ​ຈື່​ໄວ້​ວ່າ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ເປັນ​ຄຳສອນ​ພື້ນຖານ​ໃນ​ຄຳພີ​ໄບເບິນ​ຈະ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ເອົາ​ຊະນະ​ຂໍ້​ສົງໄສ​ທີ່​ວ່າ​ພະ​ເຢໂຫວາ​ບໍ່​ຮັກ​ຫຼື​ບໍ່​ສົນໃຈ​ວ່າ​ເຮົາ​ກຳລັງ​ເຈິ​ກັບ​ບັນຫາ​ຫຍັງ​ຢູ່.

5. ຂໍ​ໃຫ້​ອະທິບາຍ​ວ່າ​ເຮົາ​ຈະ​ເຊົາ​ເຊື່ອ​ຄຳສອນ​ຕົວະ​ໄດ້​ແນວ​ໃດ?

5 ເມື່ອ​ເຈົ້າ​ເລີ່ມ​ຮຽນ​ຄຳພີ​ໄບເບິນ ອັນ​ໃດ​ຊ່ວຍ​ເຈົ້າ​ໃຫ້​ເຊົາ​ເຊື່ອ​ຄຳສອນ​ຕົວະ? ສິ່ງ​ທີ່​ໄດ້​ຊ່ວຍ​ເຈົ້າ​ແມ່ນ​ການ​ເອົາ​ສິ່ງ​ທີ່​ສາສະໜາ​ຂອງ​ເຈົ້າ​ສອນ​ມາ​ສົມທຽບ​ກັບ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ. ຕົວຢ່າງ​ເຊັ່ນ: ສົມມຸດ​ວ່າ​ເຈົ້າ​ເຄີຍ​ເຊື່ອ​ວ່າ​ພະ​ເຢຊູ​ເປັນ​ພະເຈົ້າ ແຕ່​ເມື່ອ​ໄດ້​ຮຽນ​ຄຳພີ​ໄບເບິນ​ເຈົ້າ​ກໍ​ຖາມ​ໂຕເອງ​ວ່າ: ‘ຄຳສອນ​ນີ້​ຖືກ​ແທ້ໆ​ບໍ?’ ຫຼັງ​ຈາກ​ເບິ່ງ​ຂໍ້​ຄຳພີ​ຕ່າງໆ​ເຈົ້າ​ກໍ​ໄດ້​ຄຳ​ຕອບ​ວ່າ​ພະ​ເຢຊູ​ບໍ່​ແມ່ນ​ພະເຈົ້າ. ຈາກ​ນັ້ນ ແທນ​ທີ່​ຈະ​ເຊື່ອ​ຄຳສອນ​ຕົວະ​ທີ່​ເຈົ້າ​ເຄີຍ​ເຊື່ອ ເຈົ້າ​ກໍ​ເຊື່ອ​ໃນ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ​ທີ່​ວ່າ ພະ​ເຢຊູ​ເປັນ “ຜູ້​ທຳອິດ​ທີ່​ຖືກ​ສ້າງ​ກ່ອນ​ທຸກ​ສິ່ງ” ແລະ​ເປັນ “ລູກ​ຄົນ​ດຽວ​ຂອງ​ພະເຈົ້າ.” (ກລຊ. 1:15; ຢຮ. 3:18) ແນ່ນອນ​ວ່າ​ຄຳສອນ​ຕົວະ​ບາງ​ເລື່ອງ​ອາດ “ຝັງ​ຮາກ​ເລິກ” ແລະ​ເຊົາ​ເຊື່ອ​ໄດ້​ຍາກ. (2ກຣ. 10:4, 5) ແຕ່​ຫຼັງ​ຈາກ​ເຈົ້າ​ຮຽນ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ແລ້ວ ເຈົ້າ​ກໍ​ຈະ​ບໍ່​ເຊື່ອ​ເລື່ອງ​ຄຳສອນ​ຕົວະ​ອີກ.—ຟລປ. 3:13

6. ເປັນ​ຫຍັງ​ເຈົ້າ​ຈຶ່ງ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ “ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕະຫຼອດ​ໄປ”?

6 ເຈົ້າ​ສາມາດ​ເຮັດ​ຄ້າຍໆ​ກັນ​ໄດ້​ໃນ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ​ກ່ຽວກັບ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ. ຕອນ​ທີ່​ເຈິ​ບັນຫາ ຖ້າ​ເຈົ້າ​ເລີ່ມ​ສົງໄສ​ໃນ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ ໃຫ້​ຖາມ​ໂຕເອງ​ວ່າ: ‘ຂ້ອຍ​ຄິດ​ແບບ​ນີ້​ຖືກ​ແລ້ວ​ບໍ?’ ໃຫ້​ສົມທຽບ​ສິ່ງ​ທີ່​ເຈົ້າ​ສົງໄສ​ກ່ຽວກັບ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ກັບ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ເພງ​ສັນລະເສີນ 136:1 ເຊິ່ງ​ເປັນ​ຂໍ້​ຄຳພີ​ຫຼັກ​ຂອງ​ບົດ​ນີ້. ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ເວົ້າ​ເຖິງ​ຄວາມ​ຮັກ​ຂອງ​ເພິ່ນ​ວ່າ “ໝັ້ນຄົງ”? ເປັນ​ຫຍັງ​ໃນ​ເພງ​ສັນລະເສີນບົດ 136 ບົດ​ດຽວ​ຈຶ່ງ​ມີ​ຄຳ​ວ່າ “ເພິ່ນ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕະຫຼອດ​ໄປ” ຕັ້ງ 26 ເທື່ອ? ຄື​ກັບ​ທີ່​ເຮົາ​ໄດ້​ເບິ່ງ​ມາ​ແລ້ວ ຄວາມ​ຮັກ​ທີ່​ໝັ້ນຄົງ​ທີ່​ພະ​ເຢໂຫວາ​ມີ​ຕໍ່​ຜູ້​ຮັບໃຊ້​ຂອງ​ເພິ່ນ​ເປັນ​ຄຳສອນ​ພື້ນຖານ​ໃນ​ຄຳພີ​ໄບເບິນ​ເຊິ່ງ​ຄື​ກັບ​ຄຳສອນ​ພື້ນຖານ​ອື່ນໆ​ໃນ​ຄຳພີ​ໄບເບິນ​ທີ່​ເຈົ້າ​ໄດ້​ເຊື່ອ. ຄວາມ​ຄິດ​ທີ່​ວ່າ​ພະ​ເຢໂຫວາ​ບໍ່​ຮັກ​ເຈົ້າ​ແລ້ວ​ແລະ​ເຈົ້າ​ບໍ່​ມີ​ຄ່າ​ສຳລັບ​ເພິ່ນ​ບໍ່​ແມ່ນ​ຄວາມ​ຈິງ. ໃຫ້​ເຈົ້າ​ປະຕິເສດ​ຄວາມ​ຄິດ​ແບບ​ນັ້ນ​ຄື​ກັບ​ທີ່​ເຈົ້າ​ໄດ້​ປະຕິເສດ​ຄຳສອນ​ຕົວະ​ອື່ນໆ.

7. ໃຫ້​ຍົກ​ຕົວຢ່າງ​ຂໍ້​ຄຳພີ​ບາງ​ຂໍ້​ທີ່​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ.

7 ໃນ​ຄຳພີ​ໄບເບິນ​ມີ​ຂໍ້​ຄຳພີ​ຫຼາຍ​ຂໍ້​ທີ່​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ. ຕົວຢ່າງ​ເຊັ່ນ: ພະ​ເຢຊູ​ເວົ້າ​ກັບ​ລູກສິດ​ຂອງ​ເພິ່ນ​ວ່າ: “ພວກ​ເຈົ້າ​ມີ​ຄ່າ​ຫຼາຍ​ກວ່າ​ນົກ​ກະຈອກ​ຫຼາຍ​ໂຕ​ລວມ​ກັນ.” (ມທ. 10:31) ພະ​ເຢໂຫວາ​ເວົ້າ​ກັບ​ປະຊາຊົນ​ຂອງ​ເພິ່ນ​ວ່າ: “ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເຂັ້ມແຂງ​ແລະ​ເຮົາ​ຈະ​ຊ່ວຍ​ເຈົ້າ. ເຮົາ​ຈະ​ໃຊ້​ມື​ຂວາ​ຂອງ​ເຮົາ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ຈັບ​ເຈົ້າ​ໄວ້​ແໜ້ນໆ.” (ອຊຢ. 41:10) ຂໍ​ໃຫ້​ສັງເກດ​ວ່າ​ຄຳເວົ້າ​ເຫຼົ່າ​ນີ້​ໜັກແໜ້ນ​ຫຼາຍ​ແທ້ໆ. ພະ​ເຢຊູ​ບໍ່​ໄດ້​ເວົ້າ​ວ່າ: ‘ພວກ​ເຈົ້າ​ອາດ​ຈະ​ມີ​ຄ່າ​ຫຼາຍ​ກວ່າ’ ແລະ​ພະ​ເຢໂຫວາ​ກໍ​ບໍ່​ໄດ້​ເວົ້າ​ວ່າ: ‘ເຮົາ​ອາດ​ຈະ​ຊ່ວຍ​ເຈົ້າ’ ແຕ່​ພະ​ເຢຊູ​ເວົ້າ​ວ່າ: “ພວກ​ເຈົ້າ​ມີ​ຄ່າ​ຫຼາຍ​ກວ່າ” ແລະ​ພະ​ເຢໂຫວາ​ເວົ້າ​ວ່າ: “ເຮົາ​ຈະ​ຊ່ວຍ​ເຈົ້າ.” ຕອນ​ທີ່​ເຈິ​ບັນຫາ ຖ້າ​ເຈົ້າ​ສົງໄສ​ວ່າ​ພະ​ເຢໂຫວາ​ຮັກ​ເຈົ້າ​ຫຼື​ບໍ່ ຂໍ້​ຄຳພີ​ເຫຼົ່າ​ນີ້​ບໍ່​ພຽງ​ແຕ່​ຊ່ວຍ​ເຈົ້າ​ໃຫ້​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ຮັກ​ເຈົ້າ ແຕ່​ຍັງ​ເຮັດ​ໃຫ້​ເຈົ້າ​ໝັ້ນໃຈ​ວ່າ​ເພິ່ນ​ຮັກ​ເຈົ້າ​ແທ້ໆ. ຂໍ້​ຄຳພີ 2 ຂໍ້​ນີ້​ເວົ້າ​ຄວາມ​ຈິງ. ຖ້າ​ເຈົ້າ​ອະທິດຖານ​ຫາ​ພະ​ເຢໂຫວາ​ກ່ຽວກັບ​ສິ່ງ​ທີ່​ເຈົ້າ​ສົງໄສ​ແລະ​ຄິດ​ຕຶກຕອງ​ກ່ຽວກັບ​ຂໍ້​ຄຳພີ​ເຫຼົ່າ​ນີ້ ເຈົ້າ​ກໍ​ຈະ​ສາມາດ​ເວົ້າ​ແບບ​ດຽວ​ກັບ​ທີ່​ຢູ່​ໃນ 1 ໂຢຮັນ 4:16 ທີ່​ວ່າ: “ພວກ​ເຮົາ​ຮູ້​ແລະ​ເຊື່ອ​ໝັ້ນ​ວ່າ​ພະເຈົ້າ​ຮັກ​ພວກ​ເຮົາ.”a

8. ເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ບາງ​ເທື່ອ​ເຈົ້າ​ຍັງ​ສົງໄສ​ວ່າ​ພະ​ເຢໂຫວາ​ຮັກ​ເຈົ້າ​ຫຼື​ບໍ່?

8 ຖ້າ​ບາງ​ເທື່ອ​ເຈົ້າ​ຍັງ​ສົງໄສ​ວ່າ​ພະ​ເຢໂຫວາ​ຮັກ​ເຈົ້າ​ຫຼື​ບໍ່ ໃຫ້​ເຈົ້າ​ສົມທຽບ​ຄວາມ​ຮູ້ສຶກ​ຂອງ​ເຈົ້າ​ກັບ​ສິ່ງ​ທີ່​ເຈົ້າ​ຮູ້​ກ່ຽວກັບ​ພະ​ເຢໂຫວາ. ຄວາມ​ຮູ້ສຶກ​ເປັນ​ສິ່ງ​ທີ່​ເຊື່ອຖື​ບໍ່​ໄດ້​ຍ້ອນ​ມັນ​ປ່ຽນ​ໄປ​ປ່ຽນ​ມາ​ຕະຫຼອດ ແຕ່​ຄວາມ​ຈິງ​ປ່ຽນແປງ​ບໍ່​ໄດ້. ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ທີ່​ເວົ້າ​ເຖິງ​ໃນ​ຄຳພີ​ໄບເບິນ​ເປັນ​ຄວາມ​ຈິງ. ຖ້າ​ເຮົາ​ບໍ່​ເຊື່ອ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ ເຮົາ​ກໍ​ກຳລັງ​ເບິ່ງ​ຂ້າມ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ເຊິ່ງ​ເປັນ​ຄຸນລັກສະນະ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ເພິ່ນ.—1ຢຮ. 4:8

ໃຫ້​ຄິດ​ຕຶກຕອງ​ວ່າ​ພະ​ເຢໂຫວາ ‘ຮັກ​ເຈົ້າ’

9-10. ໃນ​ໂຢຮັນ 16:26, 27 ເມື່ອ​ພະ​ເຢຊູ​ເວົ້າ​ວ່າ “ພະເຈົ້າ​ຜູ້​ເປັນ​ພໍ່​ຮັກ​ພວກ​ເຈົ້າ” ເພິ່ນ​ກຳລັງ​ເວົ້າ​ເລື່ອງ​ຫຍັງ? (ເບິ່ງ​ຮູບ​ນຳ)

9 ເຮົາ​ສາມາດ​ຮຽນ​ຮູ້​ຫຼາຍ​ຂຶ້ນ​ກ່ຽວກັບ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ໂດຍ​ເບິ່ງ​ຈາກ​ຄຳເວົ້າ​ຂອງ​ພະ​ເຢຊູ​ທີ່​ເວົ້າ​ກັບ​ພວກ​ລູກສິດ. ເພິ່ນ​ເວົ້າ​ກັບ​ເຂົາເຈົ້າ​ວ່າ: “ພະເຈົ້າ​ຜູ້​ເປັນ​ພໍ່​ຮັກ​ພວກ​ເຈົ້າ.” (ອ່ານ​ໂຢຮັນ 16:26, 27) ພະ​ເຢຊູ​ເວົ້າ​ແບບ​ນີ້​ບໍ່​ແມ່ນ​ເພື່ອ​ໃຫ້​ພວກ​ລູກສິດ​ຮູ້ສຶກ​ດີ. ທີ່​ຈິງ ແວດບົດ​ຂອງ​ຂໍ້​ຄຳພີ​ນີ້​ພະ​ເຢຊູ​ບໍ່​ໄດ້​ເວົ້າ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ພວກ​ລູກສິດ ແຕ່​ເພິ່ນ​ກຳລັງ​ເວົ້າ​ກັບ​ເຂົາເຈົ້າ​ເລື່ອງ​ການ​ອະທິດຖານ.

10 ພະ​ເຢຊູ​ຫາກໍ​ບອກ​ພວກ​ລູກສິດ​ວ່າ​ເຂົາເຈົ້າ​ຄວນ​ອະທິດຖານ​ໃນ​ນາມ​ຂອງ​ເພິ່ນ ບໍ່​ແມ່ນ​ອະທິດຖານ​ຫາ​ເພິ່ນ. (ຢຮ. 16:23, 24) ນີ້​ເປັນ​ເລື່ອງ​ສຳຄັນ​ທີ່​ເຂົາເຈົ້າ​ຕ້ອງ​ຮູ້. ຫຼັງ​ຈາກ​ພະ​ເຢຊູ​ຟື້ນ​ຄືນ​ມາ​ຈາກ​ຕາຍ ພວກ​ລູກສິດ​ອາດ​ຢາກ​ອະທິດຖານ​ຫາ​ເພິ່ນ​ຍ້ອນ​ເຂົາເຈົ້າ​ຖື​ວ່າ​ເພິ່ນ​ເປັນ​ໝູ່​ຂອງ​ເຂົາເຈົ້າ. ເຂົາເຈົ້າ​ອາດ​ຈະ​ຄິດ​ວ່າ​ຍ້ອນ​ພະ​ເຢຊູ​ຮັກ​ເຂົາເຈົ້າ​ຫຼາຍ​ເພິ່ນ​ຄື​ຊິ​ຢາກ​ໃຫ້​ເຂົາເຈົ້າ​ອະທິດຖານ​ຫາ​ເພິ່ນ ແລ້ວ​ເພິ່ນ​ກໍ​ຈະ​ໄປ​ຂໍ​ພະ​ເຢໂຫວາ​ພໍ່​ຂອງ​ເພິ່ນ​ໃຫ້​ຊ່ວຍ​ເຂົາເຈົ້າ. ແຕ່​ພະ​ເຢຊູ​ບອກ​ວ່າ​ເຂົາເຈົ້າ​ບໍ່​ຄວນ​ຄິດ​ແບບ​ນັ້ນ. ຍ້ອນຫຍັງ? ຍ້ອນ​ພະ​ເຢຊູ​ບອກ​ເຂົາເຈົ້າ​ວ່າ: “ພະເຈົ້າ​ຜູ້​ເປັນ​ພໍ່​ຮັກ​ພວກ​ເຈົ້າ.” ນີ້​ສະແດງ​ວ່າ​ພະ​ເຢຊູ​ກຳລັງ​ສອນ​ວ່າ​ພະ​ເຢໂຫວາ​ເອງ​ທີ່​ຢາກ​ຟັງ​ຄຳ​ອະທິດຖານ​ຂອງ​ເຂົາເຈົ້າ. ຄວາມ​ຈິງ​ນີ້​ເປັນ​ຄຳສອນ​ພື້ນຖານ​ໃນ​ຄຳພີ​ໄບເບິນ​ເລື່ອງ​ການ​ອະທິດຖານ. ໃຫ້​ຄິດ​ເບິ່ງ​ວ່າ​ເລື່ອງ​ນີ້​ໝາຍ​ເຖິງ​ຫຍັງ​ສຳລັບ​ເຈົ້າ. ຈາກ​ການ​ຮຽນ​ຄຳພີ​ໄບເບິນ ເຈົ້າ​ໄດ້​ຮູ້​ຈັກ​ແລະ​ຮັກ​ພະ​ເຢຊູ ແລະ​ເຂົ້າ​ມາ​ເປັນ​ລູກສິດ​ຂອງ​ເພິ່ນ. (ຢຮ. 14:21) ຄື​ກັບ​ພວກ​ລູກສິດ​ໃນ​ສະຕະວັດ​ທຳອິດ ເຈົ້າ​ສາມາດ​ອະທິດຖານ​ຫາ​ພະ​ເຢໂຫວາ​ດ້ວຍ​ຄວາມ​ໝັ້ນໃຈ​ຍ້ອນ​ເຈົ້າ​ຮູ້​ວ່າ ‘ພະເຈົ້າ​ຜູ້​ເປັນ​ພໍ່​ຮັກ​ເຈົ້າ.’ ທຸກ​ເທື່ອ​ທີ່​ເຈົ້າ​ອະທິດຖານ ເຈົ້າ​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ເຊື່ອ​ໃນ​ຄຳເວົ້າ​ນີ້.—1ຢຮ. 5:14

ຮູບ: ພີ່ນ້ອງ​ຊາຍ​ນັ່ງ​ຢູ່​ຕັ່ງ​ທາງ​ນອກ ລາວ​ອະທິດຖານ​ກ່ຽວກັບ​ເລື່ອງ​ທີ່​ສຳຄັນ 3 ເລື່ອງ​ແລະ​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຈະ​ຕອບ​ຄຳ​ອະທິດຖານ​ຂອງ​ລາວ. ຮູບ​ທີ 1. ເມຍ​ຂອງ​ລາວ​ນອນ​ປ່ວຍ​ຢູ່​ເທິງ​ຕຽງ​ຕອນ​ທີ່​ລາວ​ເອົາ​ຂອງກິນ​ມາ​ໃຫ້. ຮູບ​ທີ 2. ລູກ​ສາວ​ຂອງ​ລາວ​ຮູ້ສຶກ​ມ່ວນ​ຕອນ​ທີ່​ສຶກສາ​ຄຳພີ​ໄບເບິນ​ກັບ​ລາວ. ຮູບ​ທີ 3. ລາວ​ເບິ່ງ​ບິນ​ຄ່າ​ໃຊ້​ຈ່າຍ​ຕ່າງໆ.

ເຈົ້າ​ສາມາດ​ອະທິດຖານ​ຫາ​ພະ​ເຢໂຫວາ​ດ້ວຍ​ຄວາມ​ໝັ້ນໃຈ​ຍ້ອນ​ເຈົ້າ​ຮູ້​ວ່າ ‘ພະເຈົ້າ​ຜູ້​ເປັນ​ພໍ່​ຮັກ​ເຈົ້າ’ (ເບິ່ງ​ຂໍ້ 9-10)b


ໃຫ້​ຮູ້​ວ່າ​ອັນ​ໃດ​ທີ່​ເຮັດ​ໃຫ້​ເຈົ້າ​ສົງໄສ

11. ເປັນ​ຫຍັງ​ຊາຕານ​ຈຶ່ງ​ດີ​ໃຈ​ຖ້າ​ເຮົາ​ສົງໄສ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ​ຫຼື​ບໍ່?

11 ອັນ​ໃດ​ອາດ​ເຮັດ​ໃຫ້​ເຮົາ​ສົງໄສ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ​ຫຼື​ບໍ່? ເຈົ້າ​ອາດ​ຕອບ​ວ່າ​ຊາຕານ​ເຮັດ​ໃຫ້​ເຮົາ​ຄິດ​ແບບ​ນັ້ນ ສ່ວນ​ໜຶ່ງ​ກໍ​ເປັນ​ແບບ​ນັ້ນ​ແທ້. ຊາຕານ “ຊອກ​ຫາ​ເຫຍື່ອ​ທີ່​ມັນ​ຈະ​ກັດ​ກິນ​ໄດ້” ແລະ​ມັນ​ຈະ​ດີ​ໃຈ​ຫຼາຍ​ຖ້າ​ເຮົາ​ສົງໄສ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ​ຫຼື​ບໍ່. (1ປຕ. 5:8) ທີ່​ຈິງ ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ກະຕຸ້ນ​ເພິ່ນ​ໃຫ້​ຈັດ​ກຽມ​ຄ່າໄຖ່ ແຕ່​ຊາຕານ​ຢາກ​ໃຫ້​ເຮົາ​ຄິດ​ວ່າ​ເຮົາ​ບໍ່​ສົມຄວນ​ທີ່​ຈະ​ໄດ້​ຮັບ​ປະໂຫຍດ​ຈາກ​ຄ່າໄຖ່​ນີ້. (ຮຣ. 2:9) ແຕ່​ໃຜ​ຈະ​ດີ​ໃຈ​ຖ້າ​ເຮົາ​ສົງໄສ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ​ຫຼື​ບໍ່? ຊາຕານ​ຫັ້ນ​ແຫຼະ. ໃຜ​ຈະ​ດີ​ໃຈ​ຖ້າ​ເຮົາ​ທໍ້ໃຈ​ຫຼາຍ​ຈົນ​ເຊົາ​ຮັບໃຊ້​ພະ​ເຢໂຫວາ? ກໍ​ແມ່ນ​ຊາຕານ. ມັນ​ຢາກ​ໃຫ້​ເຮົາ​ຄິດ​ວ່າ​ພະ​ເຢໂຫວາ​ບໍ່​ຮັກ​ເຮົາ ແຕ່​ຄວາມ​ຈິງ​ບໍ່​ໄດ້​ເປັນ​ແນວ​ນັ້ນ. ຊາຕານ​ຫັ້ນ​ແຫຼະ​ທີ່​ພະ​ເຢໂຫວາ​ບໍ່​ຮັກ. “ກົນ​ອຸບາຍ” ຢ່າງ​ໜຶ່ງ​ທີ່​ຊາຕານ​ມັກ​ໃຊ້​ຫຼາຍ​ທີ່​ສຸດ​ແມ່ນ​ມັນ​ພະຍາຍາມ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ວ່າ​ພະ​ເຢໂຫວາ​ບໍ່​ຮັກ​ແລະ​ບໍ່​ຍອມຮັບ​ເຮົາ. (ອຟຊ. 6:11) ເມື່ອ​ຮູ້​ແລ້ວ​ວ່າ​ຊາຕານ​ສັດຕູ​ຂອງ​ເຮົາ​ພະຍາຍາມ​ເຮັດ​ແບບ​ນີ້ ເຮົາ​ກໍ​ແຮ່ງ​ຢາກ​ຕັ້ງໃຈ​ຫຼາຍ​ຂຶ້ນ​ທີ່​ຈະ “ຕໍ່ຕ້ານ​ມານ​ຮ້າຍ.”—ຢກບ. 4:7

12-13. ເປັນ​ຫຍັງ​ບາບ​ທີ່​ເຮົາ​ໄດ້​ຮັບ​ມາອາດ​ເຮັດ​ໃຫ້​ເຮົາ​ສົງໄສ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ​ຫຼື​ບໍ່?

12 ຍັງ​ມີ​ອີກ​ສິ່ງ​ໜຶ່ງ​ທີ່​ເຮັດ​ໃຫ້​ເຮົາ​ສົງໄສ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ​ຫຼື​ບໍ່. ສິ່ງ​ນັ້ນ​ແມ່ນ​ບາບ​ທີ່​ເຮົາ​ໄດ້​ຮັບ​ມາ​ຈາກ​ອາດາມ​ກັບ​ເອວາ. (ພສ. 51:5; ຣມ. 5:12) ບາບ​ທຳລາຍ​ສາຍ​ສຳພັນ​ທີ່​ມະນຸດ​ມີ​ກັບ​ພະເຈົ້າ​ແລະ​ມັນ​ຍັງ​ທຳລາຍ​ຄວາມ​ຄິດ ຄວາມ​ຮູ້ສຶກ ແລະ​ຮ່າງກາຍ​ຂອງ​ເຮົາ​ນຳ.

13 ບາບ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ຮູ້ສຶກ​ໃນ​ແງ່​ລົບ ມັນ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ຜິດ ຢ້ານ ບໍ່​ໝັ້ນຄົງ ແລະ​ອາຍ. ເຮົາ​ອາດ​ຮູ້ສຶກ​ແບບ​ນີ້​ເມື່ອ​ເຮົາ​ເຮັດ​ຜິດ ແຕ່​ຄວາມ​ຮູ້ສຶກ​ເຫຼົ່າ​ນີ້​ກໍ​ເກີດຂຶ້ນ​ໄດ້​ຄື​ກັນ​ຍ້ອນ​ເຮົາ​ເປັນ​ຄົນ​ບໍ່​ສົມບູນແບບ​ເຊິ່ງ​ບໍ່​ໄດ້​ເປັນ​ໄປ​ຕາມ​ທີ່​ພະ​ເຢໂຫວາ​ສ້າງ​ມະນຸດ​ໃນ​ຕອນ​ທຳອິດ. (ຣມ. 8:20, 21) ຄື​ກັບ​ທີ່​ລົດ​ຕີນ​ຮົ່ວ​ບໍ່​ສາມາດ​ແລ່ນ​ໄປ​ໄດ້​ສະດວກ ເຮົາ​ທີ່​ເປັນ​ຄົນ​ບໍ່​ສົມບູນແບບ​ກໍ​ບໍ່​ສາມາດ​ຄິດ ຮູ້ສຶກ ແລະ​ເຮັດ​ຄື​ກັບ​ຄົນ​ທີ່​ສົມບູນແບບ​ໄດ້. ສະນັ້ນ​ຈຶ່ງ​ບໍ່​ແປກ​ທີ່​ບາງ​ເທື່ອ​ເຮົາ​ສົງໄສ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ​ຫຼື​ບໍ່. ຕອນ​ໃດ​ທີ່​ຮູ້ສຶກ​ແບບ​ນັ້ນ ເຮົາ​ຄວນ​ຈື່​ໄວ້​ວ່າ​ພະ​ເຢໂຫວາ “ຍິ່ງໃຫຍ່​ແລະ​ສົມຄວນ​ໄດ້​ຮັບ​ຄວາມ​ນັບຖື. . . . ພະອົງ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕໍ່​ຄົນ​ທີ່​ຮັກ​ພະອົງ​ແລະ​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ພະອົງ.”—ນຮຢ. 1:5

14. ການ​ຄິດ​ຕຶກຕອງ​ກ່ຽວກັບ​ຄ່າໄຖ່​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ໝັ້ນໃຈ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ? (ໂຣມ 5:8) (ເບິ່ງ​ຂອບ “ໃຫ້​ລະວັງ ‘ແຮງ​ຊັກ​ຈູງ​ຂອງ​ບາບ’” ນຳ)

14 ບາງ​ເທື່ອ​ເຮົາ​ອາດ​ຮູ້ສຶກ​ວ່າ​ເຮົາ​ບໍ່​ສົມຄວນ​ທີ່​ຈະ​ໄດ້​ຮັບ​ຄວາມ​ຮັກ​ຈາກ​ພະ​ເຢໂຫວາ. ກະ​ແມ່ນ​ແທ້​ທີ່​ເຮົາ​ບໍ່​ສົມຄວນ​ໄດ້​ຮັບ​ຄວາມ​ຮັກ​ຈາກ​ເພິ່ນ ຍ້ອນ​ແນວ​ນີ້​ແຫຼະ​ຈຶ່ງ​ເຮັດ​ໃຫ້​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ພິເສດ​ຫຼາຍ​ແທ້ໆ. ເຮົາ​ບໍ່​ໄດ້​ເຮັດ​ຫຍັງ​ທີ່​ສົມຄວນ​ໄດ້​ຮັບ​ຄວາມ​ຮັກ​ຈາກ​ພະ​ເຢໂຫວາ ແຕ່​ເພິ່ນ​ກໍ​ຈັດ​ກຽມ​ໃຫ້​ມີ​ຄ່າໄຖ່​ເພື່ອ​ເພິ່ນ​ຈະ​ຍົກໂທດ​ຄວາມ​ຜິດ​ຂອງ​ເຮົາ​ໄດ້. ເພິ່ນ​ຈັດ​ກຽມ​ແບບ​ນີ້​ກໍ​ຍ້ອນ​ເພິ່ນ​ຮັກ​ເຮົາ. (1ຢຮ. 4:10) ໃຫ້​ເຮົາ​ຈື່​ໄວ້​ນຳ​ວ່າ​ພະ​ເຢຊູ​ມາ​ໂລກ​ນີ້​ເພື່ອ​ຊ່ວຍ​ຄົນ​ບາບ ເພິ່ນ​ບໍ່​ໄດ້​ມາ​ເພື່ອ​ຊ່ວຍ​ຄົນ​ສົມບູນແບບ. (ອ່ານ​ໂຣມ 5:8) ໃນ​ພວກ​ເຮົາ​ບໍ່​ມີ​ໃຜ​ທີ່​ຈະ​ເຮັດ​ທຸກ​ຢ່າງ​ໄດ້​ດີ​ສົມບູນແບບ ແລະ​ພະ​ເຢໂຫວາ​ກໍ​ບໍ່​ໄດ້​ຄາດໝາຍ​ໃຫ້​ເຮົາ​ເຮັດ​ແບບ​ນັ້ນ. ເມື່ອ​ເຮົາ​ເຂົ້າໃຈ​ວ່າ​ບາບ​ເຮັດ​ໃຫ້​ເຮົາ​ສົງໄສ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ​ຫຼື​ບໍ່ ເຮົາ​ກໍ​ແຮ່ງ​ຕັ້ງໃຈ​ຫຼາຍ​ຂຶ້ນ​ທີ່​ຈະ​ຕໍ່ສູ້​ກັບ​ຄວາມ​ຄິດ​ແບບ​ນີ້.—ຣມ. 7:24, 25

ໃຫ້​ລະວັງ “ແຮງ​ຊັກ​ຈູງ​ຂອງ​ບາບ”

ຄຳພີ​ໄບເບິນ​ເວົ້າ​ເຖິງ “ແຮງ​ຊັກ​ຈູງ​ຂອງ​ບາບ.” (ຮຣ. 3:13) ນອກ​ຈາກ​ລໍ້ໃຈ​ໃຫ້​ເຮົາ​ເຮັດ​ຜິດ​ແລ້ວ ບາບ​ຍັງ​ເຮັດ​ໃຫ້​ເຮົາ​ສົງໄສ​ເລື້ອຍໆ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ​ຫຼື​ບໍ່. ເຫັນ​ໄດ້​ແຈ້ງ​ວ່າບາບ​ມີ “ແຮງ​ຊັກ​ຈູງ” ຫຼາຍ​ແທ້ໆ.

ເຮົາ​ອາດ​ຄິດ​ວ່າ​ບໍ່​ມີ​ໃຜ​ຈະ​ຕົວະ​ເຮົາ​ໄດ້. ຕົວຢ່າງ​ເຊັ່ນ: ເຮົາ​ອາດ​ຄິດ​ວ່າ​ເຮົາ​ບໍ່​ມີ​ທາງ​ຖືກ​ນັກ​ຕົ້ມ​ຕຸ໋ນ​ຕົວະ​ໄດ້. ແຕ່​ຖ້າ​ເຮົາ​ບໍ່​ລະວັງ​ໃນ​ເລື່ອງ​ນີ້ ເຮົາ​ອາດ​ຈະ​ຖືກ​ຕົວະ​ຈົນ​ໝົດ​ໂຕ.

ຄ້າຍຄື​ກັນ ເຮົາ​ຕ້ອງ​ລະວັງ​ບໍ່​ໃຫ້​ບາບ​ທີ່​ຢູ່​ໃນ​ໂຕ​ເຮົາ “ຕົວະ” ເຮົາ​ໃຫ້​ເຊື່ອ​ວ່າ​ພະ​ເຢໂຫວາ​ບໍ່​ຮັກ​ເຮົາ. ບາບ​ນີ້​ອາດ​ເຮັດ​ໃຫ້​ເຮົາ​ຄິດ​ເຖິງ​ແຕ່​ຄວາມ​ອ່ອນແອ​ແລະ​ຂໍ້​ຜິດ​ພາດ​ຂອງ​ໂຕເອງ. ສິ່ງ​ເຫຼົ່າ​ນີ້​ແມ່ນ “ແຮງ​ຊັກ​ຈູງ​ຂອງ​ບາບ” ທີ່​ເຮົາ​ຕ້ອງ​ປະຕິເສດ.

ເລືອກ​ທີ່​ຈະ​ພັກດີ​ສະເໝີ

15-16. ຖ້າ​ເຮົາ​ພັກດີ​ຕໍ່​ພະ​ເຢໂຫວາ​ສະເໝີ ເຮົາ​ສາມາດ​ໝັ້ນໃຈ​ໃນ​ເລື່ອງ​ໃດ ແລະ​ຍ້ອນຫຍັງ? (2 ຊາມູເອນ 22:26)

15 ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ຕັດສິນໃຈ​ຢ່າງ​ຖືກຕ້ອງ​ໂດຍ​ເລືອກ​ທີ່​ຈະ “ສັດຊື່​ຕໍ່​ເພິ່ນ​ສະເໝີ.” (ພບຍ. 30:19, 20) ຖ້າ​ເຮົາ​ເຮັດ​ແບບ​ນັ້ນ ເຮົາ​ກໍ​ໝັ້ນໃຈ​ໄດ້​ວ່າ​ພະ​ເຢໂຫວາ​ກໍ​ຈະ​ສັດຊື່​ພັກດີ​ຕໍ່​ເຮົາ. (ອ່ານ 2 ຊາມູເອນ 22:26) ເມື່ອ​ເຮົາ​ພັກດີ​ຕໍ່​ພະ​ເຢໂຫວາ ເຮົາ​ກໍ​ໝັ້ນໃຈ​ໄດ້​ວ່າ​ເພິ່ນ​ຈະ​ຊ່ວຍ​ເຮົາ​ໃຫ້​ຜ່ານ​ບັນຫາ​ຕ່າງໆ​ໃນ​ຊີວິດ​ໄດ້.

16 ຄື​ກັບ​ທີ່​ເຮົາ​ໄດ້​ຮຽນ​ມາ​ແລ້ວ ເຮົາ​ມີ​ເຫດຜົນ​ຫຼາຍ​ຢ່າງ​ທີ່​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ໝັ້ນຄົງ​ຄື​ກັບ​ເຮືອ​ທີ່​ຖືກ​ສະໝໍ​ຍຶດ​ໄວ້. ຕອນ​ທີ່​ເຮົາ​ເຈິ​ກັບ​ບັນຫາ ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ​ແລະ​ຈະ​ຊ່ວຍ​ເຫຼືອ​ເຮົາ. ເລື່ອງ​ນີ້​ເປັນ​ຄຳສອນ​ພື້ນຖານ​ໃນ​ຄຳພີ​ໄບເບິນ. ຖ້າ​ເຮົາ​ສົງໄສ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ​ຫຼື​ບໍ່ ໃຫ້​ເຮົາ​ຄິດ​ຕຶກຕອງ​ໃນ​ສິ່ງ​ທີ່​ເຮົາ​ຮູ້​ກ່ຽວກັບ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ແທນ​ທີ່​ຈະ​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ເຮົາ​ໃນ​ຕອນ​ນັ້ນ. ໃຫ້​ເຮົາ​ໝັ້ນໃຈ​ສະເໝີ​ໃນ​ຄຳສອນ​ພື້ນຖານ​ໃນ​ຄຳພີ​ໄບເບິນ​ທີ່​ວ່າ ພະ​ເຢໂຫວາ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕະຫຼອດ​ໄປ.

ເຈົ້າ​ຈະ​ຕອບ​ແນວ​ໃດ?

  •  ການ​ຈື່​ວ່າ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ເປັນ​ຄຳສອນ​ພື້ນຖານ​ໃນ​ຄຳພີ​ໄບເບິນ​ເປັນ​ປະໂຫຍດ​ຕໍ່​ເຮົາ​ແນວ​ໃດ?

  •  ເປັນ​ຫຍັງ​ບາບ​ທີ່​ເຮົາ​ໄດ້​ຮັບ​ມາອາດ​ເຮັດ​ໃຫ້​ເຮົາ​ສົງໄສ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ​ຫຼື​ບໍ່?

  •  ອັນ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ເຊົາ​ສົງໄສ​ວ່າ​ພະ​ເຢໂຫວາ​ຮັກ​ເຮົາ​ຫຼື​ບໍ່?

ເພງ​ທີ 159 ສັນລະເສີນ​ພະ​ເຢໂຫວາ

a ຕົວຢ່າງ​ອື່ນໆ​ຢູ່​ໃນ​ພະ​ບັນຍັດ 31:8 ເພງ​ສັນລະເສີນ 94:14 ແລະ​ເອຊາຢາ 49:15

b ຄຳ​ອະທິບາຍ​ຮູບ: ພີ່ນ້ອງ​ຊາຍ​ຄົນ​ໜຶ່ງ​ອະທິດຖານ​ຂໍ​ພະ​ເຢໂຫວາ​ໃຫ້​ຊ່ວຍ​ລາວ​ເບິ່ງແຍງ​ເມຍ​ທີ່​ເຈັບ​ປ່ວຍ ໃຫ້​ໃຊ້​ຈ່າຍ​ເງິນ​ຢ່າງ​ສະຫຼາດ ແລະ​ໃຫ້​ສອນ​ລູກ​ສາວ​ໃຫ້​ຮັກ​ພະ​ເຢໂຫວາ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌