ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ25 ພະຈິກ ໜ້າ 8-9
  • ຂ້ອຍ​ຄວນ​ເຊົາ​ຂັບ​ລົດ​ບໍ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຂ້ອຍ​ຄວນ​ເຊົາ​ຂັບ​ລົດ​ບໍ?
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
  • ຫົວຂໍ້ຍ່ອຍ
  • ປະເມີນ​ຄວາມ​ສາມາດ​ໃນ​ການ​ຂັບ​ລົດ​ຂອງ​ເຈົ້າ
  • ເຮັດ​ຕາມ​ຫຼັກການ​ໃນ​ຄຳພີ​ໄບເບິນ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
ຫ25 ພະຈິກ ໜ້າ 8-9
ພີ່ນ້ອງ​ຊາຍ​ສູງ​ອາຍຸ​ຄົນ​ໜຶ່ງ​ນັ່ງ​ຢູ່​ໃກ້​ປ່ອງ​ຢ້ຽມ​ແລະ​ແນມ​ເບິ່ງ​ລົດ​ຂອງ​ລາວ. ລາວ​ຖື​ກະແຈ​ລົດ​ໄວ້​ໃນ​ມື​ຕອນ​ທີ່​ນັ່ງ​ຄິດ​ທົບທວນ.

ຂ້ອຍ​ຄວນ​ເຊົາ​ຂັບ​ລົດ​ບໍ?

ເຈົ້າ​ຂັບ​ລົດ​ມາ​ຫຼາຍ​ສິບ​ປີ​ແລ້ວ ແລະ​ເຈົ້າ​ມັກ​ທີ່​ມີ​ລົດ​ເປັນ​ຂອງ​ໂຕເອງ​ແລະ​ຂັບ​ໄປ​ຫັ້ນ​ໄປ​ນີ້​ຢ່າງ​ອິດສະຫຼະ. ແຕ່​ໝູ່​ແລະ​ຄົນ​ໃນ​ຄອບຄົວ​ເປັນ​ຫ່ວງ​ເລື່ອງ​ຄວາມ​ປອດໄພ​ຂອງ​ເຈົ້າ ແລະ​ເຂົາເຈົ້າ​ຢາກ​ໃຫ້​ເຈົ້າ​ເຊົາ​ຂັບ​ລົດ. ເຈົ້າ​ບໍ່​ເຂົ້າໃຈ​ເຫດຜົນ​ວ່າ​ເປັນ​ຫຍັງ​ເຂົາເຈົ້າ​ຈຶ່ງ​ເປັນ​ຫ່ວງ.

ເຈົ້າ​ກຳລັງ​ເຈິ​ກັບ​ສະຖານະການ​ຄ້າຍຄື​ກັນ​ນີ້​ບໍ? ຖ້າ​ແມ່ນ ອັນ​ໃດ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຕັດສິນໃຈ​ວ່າ​ຄວນ​ຂັບ​ລົດ​ຕໍ່​ໄປ​ຫຼື​ບໍ່?

ໃນ​ບາງ​ປະເທດ ເມື່ອ​ຄົນ​ທີ່​ຂັບ​ລົດ​ມີ​ອາຍຸ​ກາຍ​ທີ່​ກົດໝາຍ​ກຳນົດ​ໄວ້​ແລະ​ຢາກ​ຕໍ່​ໃບ​ຂັບ​ຂີ່ ລາວ​ຕ້ອງ​ໄດ້​ໃຫ້​ທ່ານ​ໝໍ​ກວດ​ເບິ່ງ​ສຸຂະພາບ​ກ່ອນ​ຫຼື​ຕ້ອງ​ໄດ້​ຮັບ​ອະນຸຍາດ​ຈາກ​ທ່ານ​ໝໍ​ກ່ອນ. ພະຍານ​ພະ​ເຢໂຫວາ​ທີ່​ຢູ່​ໃນ​ປະເທດ​ເຫຼົ່າ​ນີ້​ຕ້ອງ​ເຮັດ​ຕາມ​ກົດໝາຍ. (ຣມ. 13:1) ເຖິງ​ວ່າ​ປະເທດ​ທີ່​ເຈົ້າ​ຢູ່​ບໍ່​ມີ​ກົດໝາຍ​ແບບ​ນີ້ ແຕ່​ກໍ​ມີ​ຄຳ​ແນະນຳ​ຕ່າງໆ​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮູ້​ວ່າ​ເຈົ້າ​ຍັງ​ຂັບ​ລົດ​ໄດ້​ຢ່າງ​ປອດໄພ​ຫຼື​ບໍ່.

ປະເມີນ​ຄວາມ​ສາມາດ​ໃນ​ການ​ຂັບ​ລົດ​ຂອງ​ເຈົ້າ

ໃນ​ເວັບໄຊ​ຂອງ​ສະຖາບັນ​ຜູ້​ສູງ​ອາຍຸ​ແຫ່ງ​ຊາດ (NIA) ຢູ່​ປະເທດ​ອາເມຣິກາ​ແນະນຳ​ໃຫ້​ຜູ້​ສູງ​ອາຍຸ​ຖາມ​ໂຕເອງ​ວ່າ:

  • ຂ້ອຍ​ອ່ານ​ປ້າຍ​ສັນຍານ​ຈາ​ລະ​ຈອນ​ໄດ້​ຍາກ​ຫຼື​ຕາ​ຂ້ອຍ​ເບິ່ງ​ບໍ່​ເຫັນ​ແຈ້ງ​ຕອນ​ກາງຄືນ​ບໍ?

  • ຂ້ອຍ​ຍັງ​ສາມາດ​ປິ່ນ​ໜ້າ​ໄປ​ເບິ່ງ​ກະຈົກ​ທາງ​ຂ້າງ ເງີຍ​ຫົວ​ເບິ່ງ​ກະຈົກ​ຫຼັງ ແລະ​ກົ້ມ​ກວດ​ເບິ່ງ​ຈຸດ​ຕ່າງໆ​ຂອງ​ລົດ​ທີ່​ແນມ​ບໍ່​ເຫັນ​ໄດ້​ບໍ?

  • ຂ້ອຍ​ຍັງ​ຕອບ​ສະໜອງ​ໄດ້​ໄວ​ຢູ່​ບໍ ເຊັ່ນ: ສາມາດ​ປ່ຽນ​ຈາກ​ຢຽບ​ຄັນ​ເລັ່ງ​ໄປ​ຢຽບ​ເບກ​ທັນທີ?

  • ຂ້ອຍ​ຂັບ​ລົດ​ຊ້າ​ຫຼາຍ​ຈົນ​ເຮັດ​ໃຫ້​ການ​ຈາ​ລະ​ຈອນ​ຕິດ​ຂັດ​ບໍ?

  • ບໍ່​ດົນ​ມາ​ນີ້ ຂ້ອຍ​ເກືອບ​ເກີດ​ອຸບັດຕິເຫດ​ຫຼາຍ​ເທື່ອ​ບໍ ຫຼື​ລົດ​ຂອງ​ຂ້ອຍ​ມີ​ຮອຍ​ຂູດ​ແລະ​ບຸ້ມ​ຍ້ອນ​ຂັບ​ລົດ​ໄປ​ຕຳ​ບາງ​ຢ່າງ​ບໍ?

  • ຂ້ອຍ​ເຄີຍ​ຖືກ​ຕຳຫຼວດ​ເອີ້ນ​ໃຫ້​ຈອດ​ບໍ​ຍ້ອນ​ວິທີ​ທີ່​ຂ້ອຍ​ຂັບ​ລົດ?

  • ຂ້ອຍ​ເຄີຍ​ຫຼັບ​ໃນ​ຕອນ​ຂັບ​ລົດ​ບໍ?

  • ຕອນນີ້​ຂ້ອຍ​ກິນ​ຢາ​ບາງ​ຢ່າງ​ທີ່​ມີ​ຜົນ​ຕໍ່​ການ​ຂັບ​ລົດ​ບໍ?

  • ໝູ່​ຫຼື​ຄົນ​ໃນ​ຄອບຄົວ​ເລີ່ມ​ເປັນ​ຫ່ວງ​ທີ່​ຂ້ອຍ​ຂັບ​ລົດ​ບໍ?

ຖ້າ​ເຈົ້າ​ຕອບ​ວ່າ​ແມ່ນ 1 ຫຼື 2 ຂໍ້ ເຈົ້າ​ອາດ​ຕ້ອງ​ປັບ​ປ່ຽນ​ບາງ​ຢ່າງ. ຕົວຢ່າງ​ເຊັ່ນ: ເຈົ້າ​ອາດ​ຕ້ອງ​ຂັບ​ລົດ​ໜ້ອຍ​ລົງ​ໂດຍ​ສະເພາະ​ຕອນ​ກາງຄືນ. ໃຫ້​ກວດ​ເບິ່ງ​ໂຕເອງ​ເປັນ​ໄລຍະໆ​ເລື່ອງ​ການ​ຂັບ​ລົດ. ເຈົ້າ​ອາດ​ຖາມ​ຄອບຄົວ​ຫຼື​ໝູ່​ວ່າ​ເຈົ້າ​ຂັບ​ລົດ​ເປັນ​ແນວ​ໃດ. ນອກ​ຈາກ​ນັ້ນ ເຈົ້າ​ອາດ​ຮຽນ​ຂັບ​ລົດ​ອີກ​ເພື່ອ​ຈະ​ຮູ້​ວິທີ​ຂັບ​ລົດ​ໃຫ້​ປອດໄພ​ຫຼາຍ​ຂຶ້ນ. ແຕ່​ຖ້າ​ເຈົ້າ​ຕອບ​ວ່າ​ແມ່ນ​ຫຼາຍ​ຂໍ້ ຄື​ຊິ​ດີ​ກວ່າ​ທີ່​ເຈົ້າ​ຈະ​ເຊົາ​ຂັບ​ລົດ.a

ເຮັດ​ຕາມ​ຫຼັກການ​ໃນ​ຄຳພີ​ໄບເບິນ

ມັນ​ອາດ​ຍາກ​ທີ່​ຈະ​ເບິ່ງ​ວ່າ​ເຈົ້າ​ຂັບ​ລົດ​ບໍ່​ເກັ່ງ​ຄື​ກັບ​ແຕ່​ກີ້ ແລະ​ການ​ລົມ​ກັນ​ວ່າ​ເຈົ້າ​ຈະ​ບໍ່​ໄດ້​ຂັບ​ລົດ​ອີກ​ຕໍ່​ໄປ​ກໍ​ເປັນ​ເລື່ອງ​ທີ່​ຮັບ​ໄດ້​ຍາກ. ຫຼັກການ​ໃນ​ຄຳພີ​ໄບເບິນ​ຈະ​ຊ່ວຍ​ເຈົ້າ​ແນວ​ໃດ​ໃຫ້​ເບິ່ງ​ສະຖານະການ​ຕາມ​ຄວາມ​ເປັນ​ຈິງ​ແລະ​ຕັດສິນໃຈ​ຢ່າງ​ຖືກຕ້ອງ? ໃຫ້​ເຮົາ​ເບິ່ງ​ຫຼັກການ 2 ຢ່າງ​ນຳ​ກັນ.

ເປັນ​ຄົນ​ຈຽມ​ໂຕ. (ສພສ. 11:2) ເມື່ອ​ອາຍຸ​ຫຼາຍ​ຂຶ້ນ ຕາ​ເຮົາ​ກໍ​ບໍ່​ເຫັນ​ແຈ້ງ ຫູ​ກໍ​ບໍ່​ໄດ້​ຍິນ​ຄັກ ກ້າມເນື້ອ​ກໍ​ອ່ອນ​ເພຍ ແລະ​ປະຕິກິລິຍາ​ຕອບ​ສະໜອງ​ກໍ​ຊ້າ​ລົງ. ຕົວຢ່າງ​ເຊັ່ນ: ບາງ​ຄົນ​ເມື່ອ​ອາຍຸ​ຫຼາຍ​ຂຶ້ນ​ກໍ​ເຊົາ​ຫຼິ້ນ​ກິລາ​ບາງ​ຢ່າງ​ຍ້ອນ​ຮູ້​ວ່າ​ຖ້າ​ຫຼິ້ນ​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ບາດເຈັບ​ໄດ້​ງ່າຍ. ຫຼັກການ​ທີ່​ຄ້າຍໆ​ກັນ​ນີ້​ກໍ​ໃຊ້​ກັບ​ການ​ຂັບ​ລົດ​ໄດ້​ຄື​ກັນ. ເມື່ອ​ຮອດ​ຈຸດ​ໃດ​ຈຸດ​ໜຶ່ງ ຄົນ​ທີ່​ຈຽມ​ໂຕ​ຈະ​ຮູ້​ວ່າ​ຄວນ​ເຊົາ​ຂັບ​ລົດ​ເພື່ອ​ຄວາມ​ປອດໄພ​ຂອງ​ລາວ​ເອງ. (ສພສ. 22:3) ເມື່ອ​ມີ​ຄົນ​ສະແດງ​ຄວາມ​ເປັນ​ຫ່ວງ ຄົນ​ທີ່​ຈຽມ​ໂຕ​ກໍ​ພ້ອມ​ທີ່​ຈະ​ຟັງ.—ສົມທຽບ​ກັບ 2 ຊາມູເອນ 21:15-17

ເຮົາ​ບໍ່​ຢາກ​ເຮັດ​ໃຫ້​ໃຜ​ບາດເຈັບ​ຫຼື​ເສຍ​ຊີວິດ. (ພບຍ. 22:8) ເມື່ອ​ຄົນ​ຂັບ​ລົດ​ບໍ່​ສາມາດ​ຂັບ​ລົດ​ຢ່າງ​ປອດໄພ ລົດ​ທີ່​ລາວ​ຂັບ​ກໍ​ຈະ​ເປັນ​ອາວຸດ​ທີ່​ທຳຮ້າຍ​ຫຼື​ຂ້າ​ຄົນ​ອື່ນ. ຄົນ​ທີ່​ຍັງ​ຂັບ​ລົດ​ຕໍ່​ໄປ​ທັງໆ​ທີ່​ຂັບ​ບໍ່​ໄດ້​ແລ້ວ​ກໍ​ເຮັດ​ໃຫ້​ໂຕເອງ​ແລະ​ຄົນ​ອື່ນ​ສ່ຽງ​ຊີວິດ ແລະ​ຖ້າ​ລາວ​ເຮັດ​ໃຫ້​ຜູ້​ໃດ​ຜູ້​ໜຶ່ງ​ບາດເຈັບ​ຫຼື​ເສຍ​ຊີວິດ ລາວ​ຕ້ອງ​ຮັບ​ຜິດ​ຊອບ.

ຖ້າ​ເຈົ້າ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ຕັດສິນໃຈ​ວ່າ​ຄວນ​ເຊົາ​ຂັບ​ລົດ​ຫຼື​ບໍ່ ຢ່າ​ຄິດ​ວ່າ​ຖ້າ​ເຈົ້າ​ເຊົາ​ຂັບ​ລົດ​ເຈົ້າ​ຈະ​ເສຍ​ສັກສີ​ແລະ​ຄົນ​ອື່ນ​ຈະ​ບໍ່​ເຫັນຄ່າ​ເຈົ້າ. ພະ​ເຢໂຫວາ​ຮັກ​ເຈົ້າ​ຍ້ອນ​ເຈົ້າ​ມີ​ຄຸນລັກສະນະ​ທີ່​ດີ​ຫຼາຍ​ຢ່າງ​ເຊິ່ງ​ລວມ​ເຖິງ​ຄວາມ​ຈຽມ​ໂຕ ຄວາມ​ຖ່ອມ ແລະ​ຄິດ​ຫາ​ຄວາມ​ປອດໄພ​ຂອງ​ຄົນ​ອື່ນ. ເພິ່ນ​ສັນຍາ​ວ່າ​ຈະ​ຊ່ວຍ​ເຈົ້າ​ແລະ​ໃຫ້​ກຳລັງ​ໃຈ​ເຈົ້າ. (ອຊຢ. 46:4) ພະ​ເຢໂຫວາ​ຈະ​ບໍ່​ປະ​ບໍ່​ຖິ້ມ​ເຈົ້າ. ສະນັ້ນ ໃຫ້​ເຈົ້າ​ອະທິດຖານ​ຂໍ​ໃຫ້​ເພິ່ນ​ຊ່ວຍ​ເຈົ້າ​ໃຫ້​ມີ​ສະຕິ​ປັນຍາ​ແລະ​ເຂົ້າໃຈ​ຫຼັກການ​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ເພື່ອ​ຈະ​ຕັດສິນໃຈ​ໄດ້​ວ່າ​ເຈົ້າ​ຄວນ​ເຊົາ​ຂັບ​ລົດ​ຫຼື​ບໍ່.

ຄົນ​ອື່ນ​ຈະ​ຊ່ວຍ​ໄດ້​ແນວ​ໃດ?

ຕາມ​ປົກກະຕິ​ແລ້ວ ຄົນ​ໃນ​ຄອບຄົວ​ເປັນ​ຜູ້​ທີ່​ເໝາະສົມ​ທີ່​ສຸດ​ທີ່​ຈະ​ລົມ​ກັບ​ຜູ້​ສູງ​ອາຍຸ​ເລື່ອງ​ການ​ຂັບ​ລົດ. ຫຼື​ຖ້າ​ເຈົ້າ​ເປັນ​ໝູ່​ກັບ​ລາວ​ແລະ​ໄດ້​ຍິນ​ວ່າ​ມີ​ຄົນ​ເປັນ​ຫ່ວງ​ເລື່ອງ​ຄວາມ​ປອດໄພ​ຂອງ​ລາວ​ໃນ​ການ​ຂັບ​ລົດ ຢ່າ​ເບິ່ງ​ຂ້າມ​ເລື່ອງ​ນີ້. ເຈົ້າ​ອາດ​ຂໍ​ນັ່ງ​ລົດ​ໄປ​ນຳ​ລາວ​ເພື່ອ​ຈະ​ສັງເກດ​ເບິ່ງ. ຖ້າ​ຈຳເປັນ​ຕ້ອງ​ລົມ​ກັນ​ເລື່ອງ​ການ​ຂັບ​ລົດ​ຂອງ​ລາວ ໃຫ້​ຄິດ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ລາວ. ໃຫ້​ເວົ້າ​ແບບ​ກະລຸນາ​ແຕ່​ກົງ​ໄປ​ກົງ​ມາ. ໃຫ້​ຈື່​ໄວ້​ວ່າ​ສິ່ງ​ທີ່​ສຳຄັນ​ບໍ່​ແມ່ນ​ອາຍຸ​ຂອງ​ລາວ ແຕ່​ແມ່ນ​ເລື່ອງ​ຄວາມ​ສາມາດ​ຂອງ​ລາວ​ໃນ​ການ​ຂັບ​ລົດ. ໃຫ້​ເວົ້າ​ວ່າ “ຫຼານ​ເປັນ​ຫ່ວງ​ເລື່ອງ​ຄວາມ​ປອດໄພ​ຂອງ​ລຸງ​ຫຼື​ຂອງ​ປ້າ​ຕອນ​ທີ່​ຂັບ​ລົດ” ແທນ​ທີ່​ຈະ​ເວົ້າ​ວ່າ “ລຸງ​ຫຼື​ປ້າ​ບໍ່​ຄວນ​ຂັບ​ລົດ​ອີກ​ຕໍ່​ໄປ​ຍ້ອນ​ຂັບ​ລົດ​ບໍ່​ປອດໄພ​ຈັກ​ໜ້ອຍ.” ເຕືອນ​ລາວ​ໃຫ້​ຄິດ​ເຖິງ​ຫຼັກການ 2 ຂໍ້​ທີ່​ຢູ່​ໃນ​ຄຳພີ​ໄບເບິນ​ທີ່​ເວົ້າ​ເຖິງ​ໃນ​ບົດ​ນີ້.

ເຮົາ​ທຸກ​ຄົນ​ຄວນ​ເຫັນອົກເຫັນໃຈ​ແລະ​ເຂົ້າໃຈ​ຄວາມ​ຮູ້ສຶກ​ຂອງ​ຜູ້​ສູງ​ອາຍຸ​ທີ່​ຕ້ອງ​ເຊົາ​ຂັບ​ລົດ. ລາວ​ອາດ​ຮູ້ສຶກ​ວ່າ​ໂຕເອງ​ກຳລັງ​ສູນ​ເສຍ​ອິດສະຫຼະ​ແລະ​ບໍ່​ສາມາດ​ເຮັດ​ຫຍັງ​ດ້ວຍ​ໂຕເອງ​ອີກ​ຕໍ່​ໄປ. ເຈົ້າ​ຈະ​ຊ່ວຍ​ລາວ​ແນວ​ໃດ? ໃຫ້​ສະແດງ​ຄວາມ​ກະລຸນາ​ແລະ​ສະເໜີ​ທີ່​ຈະ​ຊ່ວຍ​ລາວ. (ສພສ. 17:17) ຢ່າ​ຖ້າ​ໃຫ້​ລາວ​ມາ​ຂໍ​ໃຫ້​ເຈົ້າ​ຂັບ​ລົດ​ພາ​ໄປ​ຫັ້ນ​ໄປ​ນີ້ ເພາະ​ລາວ​ອາດ​ຮູ້ສຶກ​ວ່າ​ກຳລັງ​ເປັນ​ພາລະ​ໃຫ້​ເຈົ້າ. ເຈົ້າ​ອາດ​ສະເໜີ​ທີ່​ຈະ​ພາ​ລາວ​ໄປ​ເຮັດ​ສິ່ງ​ທີ່​ສຳຄັນ ເຊັ່ນ: ໄປ​ປະຊຸມ ໄປ​ປະກາດ ໄປ​ຊື້​ເຄື່ອງ ແລະ​ໄປ​ຫາ​ໝໍ. ເຮັດ​ໃຫ້​ລາວ​ໝັ້ນໃຈ​ວ່າ​ເຈົ້າ​ຢາກ​ຊ່ວຍ​ລາວ​ແບບ​ນີ້​ແລະ​ຢາກ​ໃຊ້​ເວລາ​ກັບ​ລາວ.—ຣມ. 1:11, 12

a ສຳລັບ​ຂໍ້ມູນ​ເພີ່ມເຕີມ ໃຫ້​ເບິ່ງ​ບົດ​ຄວາມ “ອຸບັດຕິເຫດ​ທາງ​ລົດ—ເຈົ້າ​ປອດໄພ​ບໍ?” ໃນ​ຕື່ນເຖີດ! 8 ກັນຍາ 2002. (ພາສາ​ໄທ)

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌