ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ15 15/5 ໜ້າ 27-ໜ້າ 28 ຂໍ້ 4
  • ຄຳຖາມ​ຈາກ​ຜູ້​ອ່ານ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຄຳຖາມ​ຈາກ​ຜູ້​ອ່ານ
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2015
  • ເລື່ອງທີ່ຄ້າຍກັນ
  • ໂຄກ​ແຫ່ງ​ມາໂຄກ​ຈະ​ຖືກ​ທຳລາຍ​ໃນ​ອີກ​ບໍ່​ຊ້າ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືການປະຊຸມ 2017
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2015
ຫ15 15/5 ໜ້າ 27-ໜ້າ 28 ຂໍ້ 4

ຄຳຖາມ​ຈາກ​ຜູ້​ອ່ານ

ໃຜ​ຄື​ໂຄກ​ແຫ່ງ​ມາໂຄກ​ທີ່​ກ່າວ​ເຖິງ​ໃນ​ພະທຳ​ເອເຊກຽນ?

ເປັນ​ເວລາ​ຫຼາຍ​ປີ​ແລ້ວ​ທີ່​ໜັງສື​ຕ່າງໆ​ຂອງ​ພວກ​ເຮົາ​ອະທິບາຍ​ວ່າ​ຊື່​ໂຄກ​ແຫ່ງ​ມາໂຄກ​ໝາຍ​ເຖິງ​ຊາຕານ​ຫຼັງ​ຈາກ​ທີ່​ມັນ​ຖືກ​ຖິ້ມ​ລົງ​ມາ​ຈາກ​ສະຫວັນ. ເປັນ​ຫຍັງ​ຈຶ່ງ​ອະທິບາຍ​ແບບ​ນັ້ນ? ເພາະ​ພະທຳ​ຄຳປາກົດ​ລະບຸ​ວ່າ​ຊາຕານ​ເປັນ​ຜູ້​ນຳ​ໜ້າ​ໃນ​ການ​ໂຈມຕີ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ໃນ​ທົ່ວ​ໂລກ. (ຄຳປາກົດ 12:1-17) ດັ່ງ​ນັ້ນ ພວກ​ເຮົາ​ຈຶ່ງ​ເຂົ້າ​ໃຈ​ວ່າ​ໂຄກ​ຕ້ອງ​ເປັນ​ອີກ​ຊື່​ໜຶ່ງ​ຂອງ​ຊາຕານ.

ແຕ່​ຄຳ​ອະທິບາຍ​ນີ້​ເຮັດ​ໃຫ້​ເກີດ​ຄຳຖາມ​ບາງ​ຢ່າງ. ຂໍ​ໃຫ້​ພິຈາລະນາ​ຂໍ້​ພະ​ຄຳພີ​ຕໍ່​ໄປ​ນີ້: ເມື່ອ​ເວົ້າ​ເຖິງ​ການ​ທຳລາຍ​ໂຄກ ພະ​ເຢໂຫວາ​ບອກ​ວ່າ​ພະອົງ​ຈະ​ໃຫ້​ໂຄກ “ເປັນ​ອາຫານ​ສຳລັບ​ຝູງ​ນົກ​ທີ່​ມັກ​ກິນ​ເນື້ອ​ທຸກ​ຢ່າງ​ແລະ​ສຳລັບ​ສັດ​ປ່າ​ທັງ​ຫຼາຍ.” (ເອເຊກຽນ 39:4) ພະ​ເຢໂຫວາ​ບອກ​ຕື່ມ​ວ່າ: “ໃນ​ຄາວ​ນັ້ນ​ເຮົາ​ຈະ​ເອົາ​ບ່ອນ​ໜຶ່ງ​ໃນ​ປະເທດ​ຍິດສະລາເອນ​ໃຫ້​ເປັນ​ປ່າຊ້າ​ສຳລັບ​ທ່ານ​ໂຄກ.” (ເອເຊກຽນ 39:11) ແຕ່​ຊາຕານ​ເປັນ​ກາຍ​ວິນຍານ ສະນັ້ນ​ຈະ​ເປັນ​ໄປ​ໄດ້​ແນວ​ໃດ​ທີ່​ມັນ​ຈະ​ຖືກ​ຝູງ​ນົກ​ແລະ​ສັດ​ປ່າ​ກິນ? ຈະ​ເປັນ​ໄປ​ໄດ້​ແນວ​ໃດ​ທີ່​ມັນ​ຈະ​ຖືກ​ຝັງ​ໃນ​ໂລກ​ນີ້? ຄຳພີ​ໄບເບິນ​ບອກ​ຢ່າງ​ຊັດເຈນ​ວ່າ ຊາຕານ​ຈະ​ຖືກ​ຖິ້ມ​ລົງ​ໃນ​ເຫວ​ເລິກ​ແລະ​ຖືກ​ຂັງ​ເປັນ​ເວລາ 1.000 ປີ. ຊາຕານ​ຈະ​ບໍ່​ຖືກ​ສັດ​ກິນ​ຫຼື​ຖືກ​ຝັງ​ໃນ​ໂລກ​ນີ້.—ຄຳປາກົດ 20:1, 2

ຄຳພີ​ໄບເບິນ​ບອກ​ວ່າ​ເມື່ອ 1.000 ປີ​ສິ້ນ​ສຸດ​ລົງ ຊາຕານ​ຈະ​ຖືກ​ປ່ອຍ​ອອກ​ມາ​ແລະ “ມັນ​ຈະ​ອອກ​ໄປ​ເພື່ອ​ຈະ​ລໍ້​ລວງ​ພວກ​ຕ່າງ​ປະເທດ​ທີ່​ທັງ​ສີ່​ທິດ​ແຫ່ງ​ແຜ່ນດິນ​ໂລກ ທັງ​ໂຄກ​ແລະ​ມາໂຄກ ໃຫ້​ເຂົາ​ມາ​ຊຸມນຸມ​ກັນ​ສຳລັບ​ການ​ທຳ​ເສິກ.” (ຄຳປາກົດ 20:8) ແຕ່​ຖ້າ​ຊາຕານ​ເປັນ​ໂຄກ ນີ້​ກໍ​ໝາຍ​ຄວາມ​ວ່າ​ຊາຕານ​ຈະ​ລໍ້​ລວງ​ມັນ​ເອງ. ດັ່ງ​ນັ້ນ “ໂຄກ” ທີ່​ກ່າວ​ເຖິງ​ໃນ​ພະທຳ​ເອເຊກຽນ​ແລະ​ຄຳປາກົດ​ຈຶ່ງ​ບໍ່​ໄດ້​ໝາຍ​ເຖິງ​ຊາຕານ.

ຄັນ​ຊັ້ນ ໂຄກ​ແຫ່ງ​ມາໂຄກ​ແມ່ນ​ໃຜ? ເພື່ອ​ຈະ​ໄດ້​ຄຳຕອບ ເຮົາ​ຕ້ອງ​ຄົ້ນ​ຄວ້າ​ເບິ່ງ​ໃນ​ຄຳພີ​ໄບເບິນ​ວ່າ​ໃຜ​ທີ່​ໂຈມຕີ​ປະຊາຊົນ​ຂອງ​ພະ​ເຢໂຫວາ. ຄຳພີ​ໄບເບິນ​ບອກ​ວ່າ​ການ​ໂຈມຕີ​ຈະ​ມາ​ຈາກ ‘ໂຄກ​ແຫ່ງ​ມາໂຄກ’ ມາ​ຈາກ “ກະສັດ​ທິດ​ອຸດອນ [ທິດ​ເໜືອ]” ແລະ​ມາ​ຈາກ “ບັນດາ​ກະສັດ​ແຫ່ງ​ແຜ່ນດິນ​ໂລກ.” (ເອເຊກຽນ 38:2, 10-13; ດານຽນ 11:40, 44, 45; ຄຳປາກົດ 17:14; 19:19) ການ​ໂຈມຕີ​ເຫຼົ່າ​ນີ້​ແຕກຕ່າງ​ກັນ​ບໍ? ບໍ່​ແຕກຕ່າງ​ເລີຍ. ເບິ່ງ​ຄື​ວ່າ​ຄຳພີ​ໄບເບິນ​ໃຊ້​ຊື່​ທີ່​ຕ່າງ​ກັນ​ເພື່ອ​ເວົ້າ​ເຖິງ​ການ​ໂຈມຕີ​ອັນ​ດຽວ​ກັນ. ເປັນ​ຫຍັງ​ເຮົາ​ຈຶ່ງ​ເວົ້າ​ແນວ​ນັ້ນ? ເພາະ​ຄຳພີ​ໄບເບິນ​ບອກ​ເຮົາ​ວ່າ ທຸກ​ຊາດ​ທົ່ວ​ໂລກ​ຈະ​ມີ​ສ່ວນ​ໃນ​ການ​ໂຈມຕີ​ຄັ້ງ​ສຸດ​ທ້າຍ​ນີ້​ເຊິ່ງ​ເປັນ​ການ​ເລີ່ມ​ຕົ້ນ​ຂອງ​ສົງຄາມ​ອະລະມະເຄໂດນ.—ຄຳປາກົດ 16:14, 16

ເສັ້ນ​ສະແດງ​ເວລາ​ການ​ໂຈມຕີ​ຂອງ​ໂຄກ​ແຫ່ງ​ມາໂຄກ ການ​ໂຈມຕີ​ນີ້​ຈະ​ເກີດ​ຂຶ້ນ​ຕອນ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່​ເລີ່ມ​ຕົ້ນ

ເມື່ອ​ສົມ​ທຽບ​ຂໍ້​ພະ​ຄຳພີ​ທັງ​ໝົດ​ທີ່​ຄຳພີ​ໄບເບິນ​ອ້າງ​ເຖິງ​ເລື່ອງ​ການ​ໂຈມຕີ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ຄັ້ງ​ສຸດ​ທ້າຍ ຈຶ່ງ​ເຫັນ​ໄດ້​ແຈ້ງ​ວ່າ​ຊື່​ໂຄກ​ແຫ່ງ​ມາໂຄກ​ບໍ່​ໄດ້​ໝາຍ​ເຖິງ​ຊາຕານ. ແຕ່​ໂຄກ​ແຫ່ງ​ມາໂຄກ​ໝາຍ​ເຖິງ​ກຸ່ມ​ຊາດ​ຕ່າງໆ. ‘ກະສັດ​ທິດ​ເໜືອ’ ຈະ​ເປັນ​ຜູ້​ນຳ​ໜ້າ​ຂອງ​ກຸ່ມ​ນີ້​ບໍ? ເຮົາ​ບໍ່​ຮູ້. ແຕ່​ເບິ່ງ​ຄື​ວ່າ​ຄຳ​ອະທິບາຍ​ນີ້​ສອດ​ຄ່ອງ​ກັບ​ສິ່ງ​ທີ່​ພະ​ເຢໂຫວາ​ເວົ້າ​ເຖິງ​ໂຄກ​ທີ່​ວ່າ: “ເຈົ້າ​ຈະ​ມາ​ແຕ່​ບ່ອນ​ຢູ່​ຂອງ​ເຈົ້າ​ແຕ່​ທີ່​ສຸດ​ທິດ​ອຸດອນ [ທິດ​ເໜືອ] ທັງ​ເຈົ້າ​ກັບ​ຊາວ​ປະເທດ​ທັງ​ຫຼາຍ​ນຳ​ເຈົ້າ​ຂີ່​ມ້າ​ທຸກ​ຄົນ​ເປັນ​ພວກ​ຊຸມນຸມ​ອັນ​ໃຫຍ່​ເປັນ​ກອງທັບ​ອັນ​ໃຫຍ່.”—ເອເຊກຽນ 38:6, 15

ຄ້າຍ​ກັນ ຜູ້​ພະຍາກອນ​ດານຽນ​ທີ່​ມີ​ຊີວິດ​ຢູ່​ໃນ​ສະໄໝ​ດຽວ​ກັບ​ເອເຊກຽນ​ເວົ້າ​ເຖິງ​ກະສັດ​ທິດ​ເໜືອ​ວ່າ: “ມີ​ຂ່າວ​ມາ​ແຕ່​ທິດ​ບົວລະພາ [ທິດ​ຕາເວັນ​ອອກ] ມາ​ແຕ່​ທິດ​ອຸດອນ [ທິດ​ເໜືອ] ຈະ​ໃຫ້​ເພິ່ນ​ຕົກໃຈ ແລະ​ເພິ່ນ​ຈະ​ອອກ​ໄປ​ດ້ວຍ​ຄວາມ​ຄຽດ​ຮ້າຍ​ຫຼາຍ​ຈຶ່ງ​ທຳລາຍ​ຫຼາຍ​ຄົນ​ໃຫ້​ຈິບຫາຍ​ໝົດ​ສ້ຽງ. ແລະ​ເພິ່ນ​ຈະ​ຕັ້ງ​ທັບ​ທັງ​ຫຼາຍ​ແຫ່ງ​ລາຊະວັງ​ຂອງ​ຕົນ​ໄວ້​ຫວ່າງ​ກາງ​ນ້ຳ​ທະເລ​ກັບ​ພູ​ໜ່ວຍ​ງາມ​ບໍລິສຸດ ແລະ​ເພິ່ນ​ຈະ​ເຖິງ​ທີ່​ສຸດ​ແຫ່ງ​ຕົນ​ແລະ​ບໍ່​ມີ​ຜູ້​ໃດ​ຈະ​ຊ່ອຍ​ເພິ່ນ.” (ດານຽນ 11:44, 45) ຄຳ​ເວົ້າ​ນີ້​ຄ້າຍ​ຄື​ກັບ​ສິ່ງ​ທີ່​ພະທຳ​ເອເຊກຽນ​ເວົ້າ​ເຖິງ​ສິ່ງ​ທີ່​ໂຄກ​ຈະ​ເຮັດ.—ເອເຊກຽນ 38:8-12, 16

ຈະ​ເກີດ​ຫຍັງ​ຂຶ້ນ​ຫຼັງ​ຈາກ​ການ​ໂຈມຕີ​ຄັ້ງ​ສຸດ​ທ້າຍ? ດານຽນ​ບອກ​ວ່າ: ‘ໃນ​ຄາວ​ນັ້ນ​ມີກາເອນ [ພະ​ເຍຊູ​ຄລິດ] ຈະ​ລຸກ​ຂຶ້ນ [ໃນ​ລະຫວ່າງ​ສົງຄາມ​ອະລະມະເຄໂດນ] ຜູ້​ເຊິ່ງ​ເປັນ . . . ຫົວ​ໜ້າ​ອົງ​ໃຫຍ່​ທີ່​ຢືນ​ຢູ່ [ຕັ້ງ​ແຕ່​ປີ 1914] ຝ່າຍ​ລູກ​ຫຼານ​ຊາດ​ຂອງ​ເຈົ້າ. ແລະ​ຄາວ​ນັ້ນ​ຈະ​ເປັນ​ຄາວ​ແຫ່ງ​ຄວາມ​ຂັດສົນ [ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່] ທີ່​ບໍ່​ມີ​ຢ່າງ​ນັ້ນ​ຕັ້ງ​ແຕ່​ຊາວ​ປະເທດ​ໜຶ່ງ​ໄດ້​ເກີດ​ຈົນ​ເຖິງ​ຄາວ​ນັ້ນ. ແລະ​ໃນ​ຄາວ​ນັ້ນ​ຊາດ​ຂອງ​ເຈົ້າ​ຈະ​ໄດ້​ພົ້ນ [ຄື] ຄົນ​ທຸກ​ຄົນ​ທີ່​ຈະ​ມີ​ຊື່​ພົບ​ຂຽນ​ໄວ້​ໃນ​ໜັງສື​ນັ້ນ.’ (ດານຽນ 12:1) ເຮົາ​ອ່ານ​ຄຳ​ພັນລະນາ​ຄ້າຍໆກັນ​ນີ້​ໃນ​ຄຳປາກົດ 19:11-21 ກ່ຽວ​ກັບ​ສິ່ງ​ທີ່​ພະ​ເຍຊູ​ຈະ​ເຮັດ.

ແຕ່​ໃນ​ຄຳປາກົດ 20:8 ໃຜ​ເປັນ “ໂຄກ​ແລະ​ມາໂຄກ”? ຊື່​ນີ້​ກ່າວ​ເຖິງ​ທຸກ​ຄົນ​ທີ່​ຕໍ່​ຕ້ານ​ພະ​ເຢໂຫວາ​ແລະ​ໂຈມຕີ​ປະຊາຊົນ​ຂອງ​ພະອົງ​ໃນ​ລະຫວ່າງ​ການ​ທົດ​ສອບ​ຄັ້ງ​ສຸດ​ທ້າຍ​ໃນ​ຕອນ​ທ້າຍ 1.000 ປີ. ເຂົາ​ເຈົ້າ​ມີ​ຄວາມ​ກຽດ​ຊັງ​ແບບ​ດຽວ​ກັບ​ໂຄກ​ແຫ່ງ​ມາໂຄກ ຄື​ກັບ​ຊາດ​ຕ່າງໆ​ທີ່​ຈະ​ໂຈມຕີ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ໃນ​ຕອນ​ທ້າຍ​ຂອງ​ຄວາມ​ທຸກ​ລຳບາກ​ຄັ້ງ​ໃຫຍ່ ຄື​ກັບ​ຊາດ​ຕ່າງໆ​ທີ່​ຈະ​ຖືກ​ທຳລາຍ​ໃນ​ສົງຄາມ​ອະລະມະເຄໂດນ ໂຄກ​ແລະ​ມາໂຄກ​ກໍ​ຈະ​ຖືກ​ທຳລາຍ​ຄື​ກັນ. (ຄຳປາກົດ 19:20, 21; 20:9) ດັ່ງ​ນັ້ນ ເບິ່ງ​ຄື​ວ່າ​ເໝາະ​ສົມ​ແລ້ວ​ທີ່​ຈະ​ເອີ້ນ​ທຸກ​ຄົນ​ທີ່​ຂັດຂືນ​ໃນ​ຕອນ​ທ້າຍ 1.000 ປີ​ວ່າ​ເປັນ “ໂຄກ​ແລະ​ມາໂຄກ.”

ເສັ້ນ​ສະແດງ​ເວລາ​ການ​ໂຈມຕີ​ຂອງ​ໂຄກ​ແລະ​ມາໂຄກ​ໃນ​ຕອນ​ທ້າຍ 1.000 ປີ

ເນື່ອງ​ຈາກ​ເປັນ​ນັກ​ສຶກສາ​ຄຳພີ​ໄບເບິນ​ທີ່​ຈິງ​ຈັງ ພວກ​ເຮົາ​ຈຶ່ງ​ຢາກ​ຮູ້​ວ່າ​ໃຜ​ຈະ​ເປັນ ‘ກະສັດ​ທິດ​ເໜືອ’ ທີ່​ຈະ​ປາກົດ​ຕົວ​ໃນ​ອະນາຄົດ. ບໍ່​ວ່າ​ຄົນ​ທີ່​ນຳ​ໜ້າ​ໃນ​ການ​ຕໍ່​ສູ້​ກັບ​ປະຊາຊົນ​ຂອງ​ພະ​ເຢໂຫວາ​ຈະ​ເປັນ​ໃຜ​ກໍ​ຕາມ ແຕ່​ພວກ​ເຮົາ​ໝັ້ນ​ໃຈ​ໄດ້​ໃນ​ສອງ​ເລື່ອງ​ຕໍ່​ໄປ​ນີ້: (1) ໂຄກ​ແຫ່ງ​ມາໂຄກ​ແລະ​ກອງ​ທະຫານ​ຂອງ​ມັນ​ຈະ​ພ່າຍ​ແພ້​ແລະ​ຖືກ​ທຳລາຍ. (2) ພະ​ເຍຊູ​ຄລິດ​ກະສັດ​ຂອງ​ເຮົາ​ຈະ​ປົກ​ປ້ອງ​ປະຊາຊົນ​ຂອງ​ພະ​ເຢໂຫວາ ແລະ​ຈະ​ພາ​ເຂົາ​ເຈົ້າ​ເຂົ້າ​ໄປ​ສູ່​ໂລກ​ໃໝ່​ທີ່​ມີ​ຄວາມ​ສະຫງົບ​ສຸກ​ແລະ​ຄວາມ​ປອດໄພ​ທີ່​ແທ້​ຈິງ.—ຄຳປາກົດ 7:14-17

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌