ຊ່ວຍລູກຂອງ “ຄົນຕ່າງຊາດ”
“ເຮົາບໍ່ມີຄວາມຍິນດີໃຫຍ່ກວ່ານີ້ ຄືວ່າທີ່ເຮົາໄດ້ຍິນຂ່າວວ່າລູກທັງຫຼາຍຂອງເຮົາກະທຳ [“ໃຊ້ຊີວິດ,” ລ.ມ.] ຕາມຄວາມຈິງ.”—3 ໂຢຮັນ 4
ເພງ: 134, 133
1, 2. (ກ) ສ່ວນຫຼາຍເດັກນ້ອຍທີ່ເປັນຄົນອົບພະຍົບພົບກັບບັນຫາຫຍັງ? (ຂ) ເຮົາຈະເບິ່ງຄຳຖາມຫຍັງໃນບົດຄວາມນີ້?
ໂຢຊວຍເວົ້າວ່າ: “ຕັ້ງແຕ່ຍັງນ້ອຍ ຂ້ອຍເວົ້າພາສາຂອງພໍ່ແມ່ຢູ່ເຮືອນແລະຢູ່ຫໍປະຊຸມ. ແຕ່ເມື່ອເລີ່ມເຂົ້າໂຮງຮຽນ ຂ້ອຍກໍມັກເວົ້າພາສາຂອງປະເທດທີ່ເຮົາອາໄສຢູ່ ຫຼາຍກວ່າເວົ້າພາສາຂອງພໍ່ແມ່. ພາຍໃນບໍ່ເທົ່າໃດປີ ຂ້ອຍມີແຕ່ເວົ້າພາສາຂອງປະເທດນັ້ນ. ຂ້ອຍບໍ່ເຂົ້າໃຈເລື່ອງທີ່ເວົ້າຢູ່ການປະຊຸມ ແລະຂ້ອຍບໍ່ຮູ້ສຶກຜູກພັນກັບວັດທະນະທຳຂອງພໍ່ແມ່.” ປະສົບການຂອງໂຢຊວຍບໍ່ແມ່ນເລື່ອງແປກ.
2 ໃນທຸກມື້ນີ້ມີປະຊາກອນຫຼາຍກວ່າ 240 ລ້ານຄົນທີ່ບໍ່ໄດ້ອາໄສຢູ່ໃນປະເທດບ້ານເກີດຂອງຕົວເອງ. ຖ້າເຈົ້າເປັນຄົນອົບພະຍົບ ເຈົ້າຈະເຮັດແນວໃດເພື່ອໃຫ້ລູກຂອງເຈົ້າມີໂອກາດທີ່ດີທີ່ສຸດໃນການຮຽນຮູ້ທີ່ຈະຮັກພະເຢໂຫວາແລະ “ກະທຳ [“ໃຊ້ຊີວິດ,” ລ.ມ.] ຕາມຄວາມຈິງ”? (3 ໂຢຮັນ 4) ແລະຄົນອື່ນຈະຊ່ວຍໄດ້ແນວໃດ?
ພໍ່ແມ່ເປັນຕົວຢ່າງທີ່ດີໃຫ້ລູກ
3, 4. (ກ) ພໍ່ແມ່ຈະເປັນຕົວຢ່າງທີ່ດີໃຫ້ລູກໄດ້ແນວໃດ? (ຂ) ເຂົາເຈົ້າບໍ່ຄວນຄາດຫວັງຫຍັງຈາກລູກ?
3 ຕົວຢ່າງຂອງພໍ່ແມ່ສຳຄັນຫຼາຍແທ້ໆ ຖ້າເຈົ້າຢາກໃຫ້ລູກມີສາຍສຳພັນເປັນສ່ວນຕົວກັບພະເຢໂຫວາແລະໄດ້ຮັບຊີວິດຕະຫຼອດໄປ. ເມື່ອລູກເຫັນວ່າເຈົ້າ “ຊອກຫາແຜ່ນດິນ [ລາຊະອານາຈັກ] ແຫ່ງພະເຈົ້າກ່ອນ” ລູກກໍຮຽນຮູ້ທີ່ຈະເພິ່ງພະເຢໂຫວາສຳລັບສິ່ງຈຳເປັນໃນແຕ່ລະວັນ. (ມັດທາຍ 6:33, 34) ໃຫ້ເຈົ້າຈັດເອົາການຮັບໃຊ້ພະເຢໂຫວາມາເປັນອັນດັບທຳອິດ ແທນທີ່ຈະຊອກຫາວັດຖຸເງິນຄຳຫຼາຍຂຶ້ນ. ໃຫ້ໃຊ້ຊີວິດແບບຮຽບງ່າຍແລະພະຍາຍາມບໍ່ເປັນໜີ້. ໃຫ້ຊອກຫາ “ຊັບສົມບັດໃນຟ້າສະຫວັນ” ເຊິ່ງໝາຍເຖິງການເຮັດໃຫ້ພະເຢໂຫວາພໍໃຈ ແທນທີ່ຈະຊອກຫາເງິນຄຳຫຼື “ຄຳຍົກຍ້ອງຈາກມະນຸດ.”—ອ່ານມາລະໂກ 10:21, 22; ໂຢຮັນ 12:43, ລ.ມ.
4 ຢ່າຫຍຸ້ງຫຼາຍເກີນໄປຈົນບໍ່ມີເວລາໃຫ້ລູກ. ຄວນບອກໃຫ້ລູກຮູ້ວ່າເຈົ້າພູມໃຈໃນຕົວລາວທີ່ຕັດສິນໃຈຈັດໃຫ້ການຮັບໃຊ້ພະເຢໂຫວາມາກ່ອນການຊອກຫາຊື່ສຽງຫຼືເງິນຄຳເພື່ອຕົວເອງຫຼືເພື່ອເຈົ້າ. ບໍ່ເຮັດໃຫ້ລູກມີຄວາມຄິດຜິດໆທີ່ວ່າ ລາວຕ້ອງລ້ຽງດູພໍ່ແມ່ໃຫ້ມີຊີວິດທີ່ສະດວກສະບາຍທີ່ສຸດ. ໃຫ້ຈື່ວ່າ: “ລູກບໍ່ຕ້ອງໂຮມເອົາຂອງໄວ້ສຳລັບພໍ່ແມ່ ແຕ່ວ່າພໍ່ແມ່ຕ້ອງໂຮມເອົາໄວ້ສຳລັບລູກ.”—2 ໂກລິນໂທ 12:14
ໃຫ້ພໍ່ແມ່ພະຍາຍາມເອົາຊະນະອຸປະສັກທາງດ້ານພາສາ
5. ເປັນຫຍັງພໍ່ແມ່ຕ້ອງສອນລູກເລື້ອຍໆກ່ຽວກັບພະເຢໂຫວາ?
5 ດັ່ງທີ່ມີການບອກໄວ້ລ່ວງໜ້າວ່າ: “ຄົນຈາກທຸກຊາດທຸກພາສາ” ກຳລັງເຂົ້າມາສົມທົບໃນອົງການຂອງພະເຢໂຫວາ. (ຊາກາລີ 8:23, ລ.ມ.) ແຕ່ຖ້າລູກບໍ່ເຂົ້າໃຈພາສາຂອງເຈົ້າເປັນຢ່າງດີກໍຍາກທີ່ເຈົ້າຈະສອນຄວາມຈິງໃຫ້ເຂົາເຈົ້າ. ລູກເປັນນັກສຶກສາຄົນສຳຄັນທີ່ສຸດຂອງເຈົ້າ ແລະຖ້າລູກ “ຮູ້ຈັກ” ພະເຢໂຫວາ ເຂົາເຈົ້າກໍຈະມີໂອກາດໄດ້ຊີວິດຕະຫຼອດໄປ. (ໂຢຮັນ 17:3) ເພື່ອລູກຈະຮຽນຮູ້ເລື່ອງຄຳສອນຂອງພະເຢໂຫວາ ເຈົ້າຕ້ອງ “ປາກ [“ສອນ,” ລ.ມ.] ແຕ່ຄຳນັ້ນ” ເລື້ອຍໆ.—ອ່ານພະບັນຍັດ 6:6, 7
ລູກເປັນນັກສຶກສາຄົນສຳຄັນທີ່ສຸດຂອງເຈົ້າ
6. ລູກອາດໄດ້ຮັບປະໂຫຍດຫຍັງຈາກການຮຽນພາສາຂອງເຈົ້າ? (ເບິ່ງຮູບທຳອິດ)
6 ເມື່ອຢູ່ໂຮງຮຽນແລະຢູ່ກັບຄົນອື່ນ ລູກອາດຈະຮຽນພາສາຂອງປະເທດທີ່ເຂົາເຈົ້າອາໄສຢູ່. ແຕ່ລູກສາມາດຮຽນພາສາຂອງເຈົ້າ ເມື່ອເຈົ້າລົມກັບເຂົາເຈົ້າເປັນປະຈຳ. ຖ້າລູກເວົ້າພາສາຂອງເຈົ້າໄດ້ ກໍງ່າຍທີ່ລູກຈະລົມກັບເຈົ້າແລະບອກໃຫ້ເຈົ້າຮູ້ວ່າເຂົາເຈົ້າຮູ້ສຶກແນວໃດ. ນອກຈາກນັ້ນ ເມື່ອລູກຮູ້ຫຼາຍກວ່າໜຶ່ງພາສາ ເຂົາເຈົ້າຈະມີຄວາມສາມາດໃນການຄິດທີ່ດີຂຶ້ນແລະເຂົ້າໃຈຄວາມຄິດຂອງຄົນອື່ນ ແລະນີ້ອາດເປີດໂອກາດໃຫ້ເຂົາເຈົ້າໄດ້ເຮັດຫຼາຍຂຶ້ນໃນວຽກປະກາດ. ຄາໂຣລີນ້າມີພໍ່ແມ່ເປັນຄົນອົບພະຍົບບອກວ່າ: “ການຮັບໃຊ້ໃນປະຊາຄົມທີ່ໃຊ້ພາສາຕ່າງປະເທດມ່ວນຫຼາຍ ແລະຂ້ອຍຮູ້ສຶກຕື່ນເຕັ້ນທີ່ໄດ້ຊ່ວຍໃນເຂດທີ່ມີຄວາມຈຳເປັນຫຼາຍກວ່າ.”
7. ຖ້າພາສາເປັນອຸປະສັກໃນຄອບຄົວ ເຈົ້າຄວນເຮັດຫຍັງ?
7 ໃນຂະນະທີ່ເດັກນ້ອຍອົບພະຍົບຮຽນຮູ້ວັດທະນະທຳແລະພາສາຂອງປະເທດທີ່ເຂົາເຈົ້າອາໄສຢູ່ ບາງຄົນອາດບໍ່ຢາກໃຊ້ພາສາຂອງພໍ່ແມ່ ແລະເຖິງຂັ້ນເວົ້າພາສານັ້ນບໍ່ໄດ້ຊ້ຳ. ພໍ່ແມ່ທັງຫຼາຍ ຖ້າລູກຂອງເຈົ້າຕົກໃນກໍລະນີນີ້ ເຈົ້າຄວນຮຽນພາສາຂອງປະເທດທີ່ເຈົ້າອາໄສຢູ່ຈັກເລັກຈັກໜ້ອຍ. ຖ້າເຈົ້າເຂົ້າໃຈເລື່ອງທີ່ລູກລົມກັນ ຄວາມບັນເທີງທີ່ລູກເບິ່ງ ແລະວຽກບ້ານຂອງລູກ ແລະເຈົ້າລົມກັບນາຍຄູໄດ້ໂດຍກົງ ສິ່ງເຫຼົ່ານັ້ນຈະຊ່ວຍເຈົ້າໃນການລ້ຽງລູກໃຫ້ເປັນຄລິດສະຕຽນ. ແມ່ນຢູ່ວ່າການຮຽນພາສາໃໝ່ຕ້ອງໃຊ້ເວລາ ຄວາມພະຍາຍາມ ແລະຄວາມຖ່ອມ ແຕ່ການເຮັດແນວນັ້ນກໍຄຸ້ມຄ່າແທ້ໆ. ຕົວຢ່າງເຊັ່ນ: ຖ້າພໍ່ແມ່ມີລູກເປັນຄົນຫູໜວກ ເຂົາເຈົ້າກໍຕ້ອງຮຽນພາສາມືເພື່ອສື່ສານກັບລູກໃຫ້ໄດ້ ດັ່ງນັ້ນ ຖ້າລູກຂອງເຈົ້າເຂົ້າໃຈພາສາອື່ນໄດ້ດີເຈົ້າກໍຄວນຮຽນພາສານັ້ນເພື່ອສື່ສານກັບລູກ.a—ເບິ່ງໄຂເງື່ອນ
8. ເຈົ້າຈະຊ່ວຍລູກແນວໃດ ຖ້າເຈົ້າເວົ້າພາສາຂອງປະເທດທີ່ອາໄສຢູ່ໄດ້ບໍ່ຄ່ອຍດີປານໃດ?
8 ການເວົ້າພາສາໃໝ່ຂອງລູກໃຫ້ລ່ຽນໄຫຼ ອາດເປັນເລື່ອງຍາກສຳລັບພໍ່ແມ່ທີ່ເປັນຄົນອົບພະຍົບ. ຈຶ່ງບໍ່ງ່າຍທີ່ເຂົາເຈົ້າຈະຊ່ວຍລູກໃຫ້ເຂົ້າໃຈ “ພະຄຳພີອັນບໍລິສຸດ.” (2 ຕີໂມເຕ 3:15) ເຖິງວ່າຕົກໃນສະພາບການແບບນັ້ນ ເຈົ້າກໍຊ່ວຍລູກໃຫ້ຮູ້ຈັກພະເຢໂຫວາແລະຮັກພະອົງໄດ້. ຜູ້ເຖົ້າແກ່ຊື່ຊັນເວົ້າວ່າ: “ເຮົາມີແຕ່ແມ່ ພາສາທີ່ເຮົາເຂົ້າໃຈດີທີ່ສຸດ ແມ່ພັດບໍ່ເຂົ້າໃຈດີ ຂ້ອຍກັບເອື້ອຍນ້ອງກໍເວົ້າພາສາຂອງເພິ່ນບໍ່ໄດ້ດີ. ແຕ່ເມື່ອເຫັນແມ່ສຶກສາສ່ວນຕົວ ອະທິດຖານ ແລະເຮັດສຸດຄວາມສາມາດເພື່ອນຳການນະມັດສະການຄອບຄົວທຸກໆອາທິດ ເຮົາກໍເຂົ້າໃຈວ່າການຮູ້ຈັກພະເຢໂຫວາເປັນເລື່ອງສຳຄັນຫຼາຍ.”
9. ພໍ່ແມ່ຈະເຮັດແນວໃດເພື່ອຊ່ວຍລູກທີ່ອາດຈຳເປັນຕ້ອງສຶກສາໃນສອງພາສາ?
9 ເດັກນ້ອຍບາງຄົນອາດຕ້ອງຮຽນຮູ້ເລື່ອງຂອງພະເຢໂຫວາໃນສອງພາສາ. ຍ້ອນຫຍັງ? ຍ້ອນວ່າເຂົາເຈົ້າເວົ້າພາສາໜຶ່ງຢູ່ໂຮງຮຽນແລະເວົ້າອີກພາສາໜຶ່ງຢູ່ເຮືອນ. ດ້ວຍເຫດນີ້ ພໍ່ແມ່ບາງຄົນຈຶ່ງໃຊ້ໜັງສື ບັນທຶກສຽງ ແລະວິດີໂອໃນສອງພາສາ. ເຫັນໄດ້ແຈ້ງວ່າພໍ່ແມ່ທີ່ເປັນຄົນອົບພະຍົບຕ້ອງເຮັດວຽກຫຼາຍຂຶ້ນເພື່ອຊ່ວຍລູກໃຫ້ໃກ້ຊິດພະເຢໂຫວາ.
ຄວນເຂົ້າຮ່ວມກັບປະຊາຄົມທີ່ໃຊ້ພາສາໃດ?
10. (ກ) ໃຜຕ້ອງຕັດສິນໃຈວ່າຄອບຄົວຄວນເຂົ້າຮ່ວມກັບປະຊາຄົມທີ່ໃຊ້ພາສາໃດ? (ຂ) ຫົວໜ້າຄອບຄົວຄວນເຮັດຫຍັງກ່ອນຈະຕັດສິນໃຈ?
10 ເມື່ອ “ຄົນຕ່າງຊາດ” ຢູ່ໄກຈາກພະຍານພະເຢໂຫວາຄົນອື່ນໆທີ່ເວົ້າພາສາດຽວກັບເຂົາເຈົ້າ ຄົນເຫຼົ່ານີ້ຈຳເປັນຕ້ອງເຂົ້າຮ່ວມກັບປະຊາຄົມທີ່ເວົ້າພາສາຂອງປະເທດນັ້ນ. (ຄຳເພງ 146:9) ແຕ່ຖ້າປະຊາຄົມທີ່ຢູ່ໃກ້ໆໃຊ້ພາສາຂອງເຂົາເຈົ້າ ຫົວໜ້າຄອບຄົວຕ້ອງຕັດສິນໃຈວ່າປະຊາຄົມໃດຈະດີທີ່ສຸດສຳລັບຄອບຄົວ. ກ່ອນຕັດສິນໃຈ ລາວຕ້ອງຄິດຢ່າງຮອບຄອບແລະອະທິດຖານກ່ຽວກັບເລື່ອງນັ້ນ ແລະຕ້ອງໄດ້ລົມກັບຄອບຄົວ. (1 ໂກລິນໂທ 11:3) ລາວຄວນຄິດເຖິງເລື່ອງໃດແດ່? ແລະມີຫຼັກການຫຍັງແດ່ໃນຄຳພີໄບເບິນຈະຊ່ວຍລາວຕັດສິນໃຈ?
ຫົວໜ້າຄອບຄົວຕ້ອງຕັດສິນໃຈວ່າປະຊາຄົມໃດຈະດີທີ່ສຸດສຳລັບຄອບຄົວ
11, 12. (ກ) ເດັກນ້ອຍຈະໄດ້ຮັບປະໂຫຍດຫຼາຍຫຼືໜ້ອຍຈາກການປະຊຸມ ພາສາມີຜົນກະທົບແນວໃດ? (ຂ) ເປັນຫຍັງເດັກນ້ອຍບາງຄົນບໍ່ຢາກຮຽນພາສາຂອງພໍ່ແມ່?
11 ພໍ່ແມ່ຕ້ອງເບິ່ງວ່າອັນໃດຄືຄວາມຈຳເປັນຂອງລູກ. ເພື່ອທີ່ລູກຈະເຂົ້າໃຈຄວາມຈິງໄດ້ດີ ລູກຕ້ອງໄດ້ຮັບການສອນຈາກຄຳພີໄບເບິນອາທິດໜຶ່ງຫຼາຍກວ່າສອງສາມຊົ່ວໂມງ. ໃຫ້ສົມທຽບດັ່ງນີ້: ຖ້າລູກເຂົ້າຮ່ວມປະຊຸມໃນພາສາທີ່ເຂົ້າໃຈດີທີ່ສຸດ ເຂົາເຈົ້າອາດໄດ້ຮັບປະໂຫຍດໃນທັນທີ ແລະອາດຮຽນຮູ້ຫຼາຍກວ່າທີ່ພໍ່ແມ່ຄິດໄວ້. ກົງກັນຂ້າມ ຖ້າລູກບໍ່ເຂົ້າໃຈພາສາຢ່າງເຕັມທີ ກໍອາດຈະບໍ່ໄດ້ຮັບປະໂຫຍດຫຍັງເລີຍ. (ອ່ານ 1 ໂກລິນໂທ 14:9, 11) ບໍ່ແມ່ນວ່າພາສາຂອງພໍ່ແມ່ຈະເຂົ້າເຖິງຄວາມຄິດແລະຄວາມຮູ້ສຶກຂອງລູກສະເໝີ. ເຖິງວ່າເດັກນ້ອຍບາງຄົນສາມາດຝຶກອອກຄວາມຄິດເຫັນ ເປັນນັກຮຽນ ແລະເຮັດສາທິດໃນພາສາຂອງພໍ່ແມ່ໄດ້ ແຕ່ເຂົາເຈົ້າກໍບໍ່ໄດ້ເວົ້າອອກມາຈາກຄວາມຄິດແລະຄວາມຮູ້ສຶກຂອງເຂົາເຈົ້າແທ້ໆ.
12 ບໍ່ໄດ້ມີແຕ່ພາສາເທົ່ານັ້ນທີ່ສົ່ງຜົນກະທົບຕໍ່ຫົວໃຈຂອງເດັກນ້ອຍ. ໂຢຊວຍທີ່ກ່າວເຖິງກ່ອນໜ້ານີ້ຮູ້ສຶກແບບນັ້ນ. ເອດສະເທີ້ເອື້ອຍຂອງລາວບອກວ່າ: “ເດັກນ້ອຍໄດ້ຮັບອິດທິພົນຈາກພາສາ ວັດທະນະທຳ ແລະສາສະໜາຂອງພໍ່ແມ່.” ຖ້າເດັກນ້ອຍບໍ່ຮູ້ສຶກ ເຂົາເຈົ້າອາດບໍ່ຢາກຮຽນຮູ້ກ່ຽວກັບພາສາແລະສາສະໜາຂອງພໍ່ແມ່ເລີຍ. ພໍ່ແມ່ທີ່ເປັນຄົນອົບພະຍົບຈະເຮັດຫຍັງໄດ້ແດ່?
13, 14. (ກ) ເປັນຫຍັງຄອບຄົວໜຶ່ງຈຶ່ງຍ້າຍໄປປະຊາຄົມທີ່ເວົ້າພາສາຂອງປະເທດທີ່ອາໄສຢູ່? (ຂ) ສ່ວນຜູ້ເປັນພໍ່ແມ່ຮັກສາຄວາມເຊື່ອໃຫ້ເຂັ້ມແຂງໄດ້ແນວໃດ?
13 ພໍ່ແມ່ທີ່ເປັນຄລິດສະຕຽນຈັດໃຫ້ຄວາມຈຳເປັນຂອງລູກມາກ່ອນຄວາມມັກຂອງຕົວເອງ. (1 ໂກລິນໂທ 10:24) ພີ່ນ້ອງຊາເມືອນພໍ່ຂອງໂຢຊວຍແລະເອັດສະເທີ້ບອກວ່າ: “ຂ້ອຍກັບເມຍຈະສັງເກດເບິ່ງວ່າພາສາໃດທີ່ເຮັດໃຫ້ຄວາມຈິງເຂົ້າເຖິງຫົວໃຈຂອງລູກ ແລະເຮົາກໍອະທິດຖານຂໍສະຕິປັນຍາ. ຄຳຕອບແມ່ນບໍ່ໄດ້ຂຶ້ນຢູ່ກັບຄວາມສະດວກຂອງເຮົາ. ແຕ່ເມື່ອເຫັນວ່າລູກບໍ່ໄດ້ຮັບປະໂຫຍດຢ່າງເຕັມທີຈາກການປະຊຸມໃນພາສາຂອງເຮົາ ດັ່ງນັ້ນ ເຮົາຈຶ່ງຕັດສິນໃຈຍ້າຍໄປປະຊາຄົມທີ່ໃຊ້ພາສາຂອງປະເທດທີ່ເຮົາອາໄສຢູ່. ເຮົາໄປປະຊຸມແລະປະກາດນຳກັນເປັນປະຈຳ. ເຮົາຍັງເຊີນພີ່ນ້ອງໃນປະຊາຄົມທ້ອງຖິ່ນໃຫ້ມາກິນເຂົ້າແລະໄປທ່ຽວໃກ້ໆນຳກັນ. ການເຮັດແບບນີ້ຊ່ວຍລູກໃຫ້ຮູ້ຈັກກັບພີ່ນ້ອງ ແລະໃຫ້ຮູ້ວ່າພະເຢໂຫວາບໍ່ພຽງແຕ່ເປັນພະເຈົ້າຂອງເຂົາເຈົ້າ ແຕ່ພະອົງຍັງເປັນພໍ່ແລະໝູ່ຂອງເຂົາເຈົ້ານຳອີກ. ເຮົາຄິດວ່າເລື່ອງນີ້ສຳຄັນຫຼາຍກວ່າການທີ່ລູກເວົ້າພາສາຂອງເຮົາໄດ້ເກັ່ງ.”
14 ພີ່ນ້ອງຊາເມືອນເວົ້າຕື່ມອີກວ່າ: “ເພື່ອຮັກສາຄວາມເຊື່ອໃຫ້ເຂັ້ມແຂງ ຂ້ອຍກັບເມຍຍັງເຂົ້າຮ່ວມການປະຊຸມໃນພາສາຂອງເຮົາເອງ. ໃນຊີວິດເຮົາມີວຽກທີ່ຫຍຸ້ງຫຼາຍແລະກໍເມື່ອຍ. ແຕ່ເຮົາຂອບໃຈພະເຢໂຫວາທີ່ອວຍພອນຄວາມພະຍາຍາມແລະການເສຍສະລະຂອງເຮົາ ເພາະລູກທັງສາມຄົນຮັບໃຊ້ພະອົງໃນຮູບແບບເຕັມເວລາ.”
ສ່ວນທີ່ໄວໜຸ່ມເຮັດໄດ້
15. ເປັນຫຍັງຄລິດສະຕິນ້າຮູ້ສຶກວ່າຈະຮັບໃຊ້ໄດ້ດີຂຶ້ນເມື່ອຢູ່ປະຊາຄົມທີ່ໃຊ້ພາສາເຊິ່ງລາວເຂົ້າໃຈດີທີ່ສຸດ?
15 ເມື່ອເດັກນ້ອຍໃຫຍ່ຂຶ້ນ ເຂົາເຈົ້າອາດຮູ້ສຶກວ່າຈະຮັບໃຊ້ໄດ້ດີຂຶ້ນເມື່ອຢູ່ປະຊາຄົມທີ່ໃຊ້ພາສາເຊິ່ງຕົວເອງເຂົ້າໃຈດີທີ່ສຸດ. ຖ້າເປັນແບບນີ້ ພໍ່ແມ່ບໍ່ຄວນຮູ້ສຶກວ່າຖືກລູກປະຖິ້ມ. ຄລິດສະຕິນ້າເລົ່າວ່າ: “ໃນພາສາຂອງພໍ່ແມ່ ຂ້ອຍຮູ້ແຕ່ຄຳງ່າຍໆ ສະນັ້ນ ພາສາທີ່ໃຊ້ຢູ່ການປະຊຸມຈຶ່ງຍາກໂພດສຳລັບຂ້ອຍ. ຕອນອາຍຸ 12 ປີ ຂ້ອຍໄດ້ເຂົ້າຮ່ວມການປະຊຸມພາກໃນພາສາທີ່ໃຊ້ຢູ່ໂຮງຮຽນເຊິ່ງເປັນພາສາທີ່ຂ້ອຍເຂົ້າໃຈດີທີ່ສຸດ ແລະເປັນຄັ້ງທຳອິດທີ່ຂ້ອຍເຂົ້າໃຈວ່າເລື່ອງທີ່ກຳລັງຟັງນັ້ນເປັນຄວາມຈິງ! ນອກຈາກນັ້ນ ເມື່ອເລີ່ມອະທິດຖານໃນພາສາທີ່ຂ້ອຍເຂົ້າໃຈດີທີ່ສຸດ ຂ້ອຍສາມາດເວົ້າກັບພະເຢໂຫວາຈາກຫົວໃຈ!” (ກິດຈະການ 2:11, 41) ຕອນອາຍຸ 18 ປີ ຄລິດສະຕິນ້າລົມກັບພໍ່ແມ່ແລະຕັດສິນໃຈຍ້າຍໄປປະຊາຄົມທີ່ໃຊ້ພາສາເຊິ່ງລາວເຂົ້າໃຈດີທີ່ສຸດ. ລາວເວົ້າວ່າ: “ເມື່ອຮຽນເລື່ອງພະເຢໂຫວາໃນພາສານັ້ນ ຂ້ອຍຖືກກະຕຸ້ນໃຫ້ລົງມືເຮັດ.” ຕໍ່ມາບໍ່ດົນ ລາວກໍເປັນໄພໂອເນຍປະຈຳແລະມີຄວາມສຸກຫຼາຍ.
16. ເປັນຫຍັງນາເດຍຈຶ່ງດີໃຈທີ່ຍັງຢູ່ປະຊາຄົມທີ່ໃຊ້ພາສາຂອງພໍ່ແມ່?
16 ໄວໜຸ່ມທັງຫຼາຍ ເຈົ້າຄິດວ່າຢາກໄປຢູ່ປະຊາຄົມທີ່ໃຊ້ພາສາເຊິ່ງເຈົ້າເຂົ້າໃຈດີທີ່ສຸດບໍ? ຖ້າແມ່ນ ໃຫ້ຖາມຕົວເອງວ່າຍ້ອນຫຍັງ. ຍ້ອນວ່າຈະຊ່ວຍເຈົ້າໃຫ້ໃກ້ຊິດກັບພະເຢໂຫວາຫຼາຍຂຶ້ນບໍ? (ຢາໂກໂບ 4:8) ຫຼືຍ້ອນວ່າເຈົ້າຢາກຢູ່ໄກຫູໄກຕາພໍ່ແມ່ ຫຼືຍ້ອນວ່າເຈົ້າບໍ່ຢາກພະຍາຍາມເຮັດຫຍັງເລີຍບໍ? ຕອນນີ້ນາເດຍຮັບໃຊ້ຢູ່ເບເທນ ລາວເລົ່າວ່າ: “ຕອນທີ່ຂ້ອຍກັບພວກອ້າຍເອື້ອຍນ້ອງເຂົ້າສູ່ໄວໜຸ່ມ ເຮົາຢາກໄປຢູ່ປະຊາຄົມທີ່ໃຊ້ພາສາທ້ອງຖິ່ນ.” ແຕ່ພໍ່ແມ່ຮູ້ວ່າຖ້າຍ້າຍໄປຕອນນັ້ນກໍບໍ່ໄດ້ຊ່ວຍໃຫ້ລູກໃກ້ຊິດກັບພະເຢໂຫວາຫຼາຍຂຶ້ນ. ນາເດຍເລົ່າຕື່ມອີກວ່າ: “ຕອນນີ້ເຮົາຮູ້ຄຸນຄ່າທີ່ພໍ່ແມ່ໄດ້ພະຍາຍາມຫຼາຍເພື່ອສອນເຮົາໃຫ້ຮູ້ພາສາຂອງເພິ່ນແລະໃຫ້ເຮົາຢູ່ຕໍ່ໄປໃນປະຊາຄົມທີ່ໃຊ້ພາສານັ້ນ. ສິ່ງນີ້ເຮັດໃຫ້ຊີວິດເຮົາມີຄວາມໝາຍຫຼາຍຂຶ້ນແລະເປີດໂອກາດໃຫ້ເຮົາຊ່ວຍຄົນອື່ນໃຫ້ຮູ້ຈັກພະເຢໂຫວາ.”
ຄົນອື່ນຈະຊ່ວຍໄດ້ແນວໃດ?
17. (ກ) ພະເຢໂຫວາມອບໜ້າທີ່ໃຫ້ໃຜສອນຄວາມຈິງໃຫ້ລູກ? (ຂ) ໃນເລື່ອງນີ້ ພໍ່ແມ່ຈະໄດ້ຄວາມຊ່ວຍເຫຼືອແນວໃດ?
17 ພະເຢໂຫວາມອບໜ້າທີ່ໃຫ້ພໍ່ແມ່ສອນຄວາມຈິງໃຫ້ລູກ. ພະອົງບໍ່ໄດ້ມອບໜ້າທີ່ນີ້ໃຫ້ພໍ່ຕູ້ແມ່ຕູ້ ປູ່ຍ່າ ຫຼືຄົນອື່ນ. (ອ່ານສຸພາສິດ 1:8; 31:10, 27, 28) ແຕ່ພໍ່ແມ່ທີ່ບໍ່ຮູ້ພາສາຂອງປະເທດທີ່ຕົນອາໄສຢູ່ອາດຈຳເປັນຕ້ອງໄດ້ຮັບການຊ່ວຍເຫຼືອເພື່ອຈະສອນຄວາມຈິງໃຫ້ເຂົ້າເຖິງຫົວໃຈລູກ. ເມື່ອພໍ່ແມ່ຂໍຄວາມຊ່ວຍເຫຼືອ ບໍ່ໄດ້ໝາຍຄວາມວ່າເຂົາເຈົ້າກຳລັງພະຍາຍາມຫຼີກລ່ຽງຄວາມຮັບຜິດຊອບໃນການສອນຄວາມຈິງໃຫ້ລູກ ເພາະການເຮັດແບບນັ້ນເປັນສ່ວນໜຶ່ງໃນການລ້ຽງລູກຕາມ ‘ການຕີສອນແລະຄຳເຕືອນສະຕິຂອງພະເຢໂຫວາ.’ (ເອເຟດ 6:4) ຕົວຢ່າງເຊັ່ນ: ພໍ່ແມ່ອາດຂໍຄຳແນະນຳຈາກຜູ້ເຖົ້າແກ່ໃນເລື່ອງການນະມັດສະການປະຈຳຄອບຄົວແລະເລື່ອງການຊ່ວຍລູກໃຫ້ມີໝູ່ທີ່ດີໃນປະຊາຄົມ.
ທັງພໍ່ແມ່ແລະລູກໄດ້ຮັບປະໂຫຍດຈາກການຄົບຫາກັບພີ່ນ້ອງໃນປະຊາຄົມ (ເບິ່ງຂໍ້ 18, 19)
18, 19. (ກ) ພີ່ນ້ອງຮ່ວມຄວາມເຊື່ອຈະຊ່ວຍໄວໜຸ່ມໄດ້ແນວໃດ? (ຂ) ພໍ່ແມ່ຕ້ອງເຮັດສິ່ງໃດຕໍ່ໆໄປ?
18 ເພື່ອຊ່ວຍລູກ ບາງຄັ້ງພໍ່ແມ່ອາດເຊີນຄອບຄົວອື່ນມາຮ່ວມນະມັດສະການປະຈຳຄອບຄົວນຳເຂົາເຈົ້າ. ນອກຈາກນັ້ນ ໄວໜຸ່ມຫຼາຍຄົນກໍຮຽນຮູ້ຈາກພີ່ນ້ອງຄົນອື່ນເມື່ອໄປປະກາດແລະເຮັດສິ່ງຕ່າງໆນຳເຂົາເຈົ້າ. (ສຸພາສິດ 27:17) ພີ່ນ້ອງຊັນທີ່ກ່າວເຖິງກ່ອນໜ້ານີ້ເວົ້າວ່າ: “ຂ້ອຍບໍ່ເຄີຍລືມທີ່ພີ່ນ້ອງໄດ້ຊ່ວຍເຫຼືອຂ້ອຍເປັນພິເສດ. ທຸກຄັ້ງທີ່ເຂົາເຈົ້າຊ່ວຍຂ້ອຍເຮັດສ່ວນມອບໝາຍນັກຮຽນໃນການປະຊຸມ ຂ້ອຍກໍຮຽນຮູ້ຫຼາຍຂຶ້ນເລື້ອຍໆ ແລະຂ້ອຍກໍມ່ວນແທ້ໆເມື່ອເຮັດກິດຈະກຳທີ່ພັກຜ່ອນຢ່ອນໃຈແບບເປັນກຸ່ມ.”
19 ເມື່ອພໍ່ແມ່ເລືອກພີ່ນ້ອງໃຫ້ເປັນຜູ້ຊ່ວຍລູກເຂົາເຈົ້າ ຄົນເຫຼົ່ານັ້ນຄວນປູກຝັງໃຫ້ລູກນັບຖືພໍ່ແມ່ ໂດຍເວົ້າເຖິງຜູ້ເປັນພໍ່ແມ່ໃນແງ່ບວກແລະບໍ່ຄວນຍາດເອົາໜ້າທີ່ຮັບຜິດຊອບຂອງພໍ່ແມ່ໃນການສອນຄວາມຈິງໃຫ້ລູກ. ນອກຈາກນີ້ ພີ່ນ້ອງທີ່ມາຊ່ວຍຄວນຫຼີກລ່ຽງການປະພຶດຕ່າງໆເຊິ່ງອາດເຮັດໃຫ້ບາງຄົນທີ່ຢູ່ໃນແລະນອກປະຊາຄົມຮູ້ສຶກວ່າເປັນການກະທຳທີ່ບໍ່ດີ. (1 ເປໂຕ 2:12) ເຖິງວ່າອາດຂໍຄວາມຊ່ວຍເຫຼືອຈາກຄົນອື່ນ ແຕ່ພໍ່ແມ່ຍັງມີຄວາມຮັບຜິດຊອບໃນການສອນຄວາມຈິງໃຫ້ລູກ. ເຂົາເຈົ້າຕ້ອງຕິດຕາມເບິ່ງວ່າພີ່ນ້ອງຊ່ວຍເຫຼືອລູກຂອງຕົນແນວໃດ.
20. ພໍ່ແມ່ຈະຊ່ວຍລູກໃຫ້ມາເປັນຜູ້ຮັບໃຊ້ທີ່ສັດຊື່ຂອງພະເຢໂຫວາໄດ້ແນວໃດ?
20 ໃຫ້ພໍ່ແມ່ອະທິດຖານຂໍຄວາມຊ່ວຍເຫຼືອຈາກພະເຢໂຫວາແລະເຮັດສຸດຄວາມສາມາດເພື່ອຊ່ວຍລູກ. (ອ່ານ 2 ຂ່າວຄາວ 15:7) ໃຫ້ຈັດເອົາສາຍສຳພັນຂອງລູກກັບພະເຢໂຫວາມາກ່ອນຄວາມມັກຂອງເຈົ້າ. ໃຫ້ເຮັດທຸກວິທີເພື່ອໃຫ້ຄຳສອນຂອງພະເຈົ້າເຂົ້າເຖິງຫົວໃຈລູກ. ໃຫ້ເຊື່ອໝັ້ນຕໍ່ໆໄປວ່າລູກຈະເຂົ້າມາເປັນຜູ້ຮັບໃຊ້ພະເຢໂຫວາ. ເມື່ອລູກເຮັດຕາມຄຳສອນນັ້ນແລະເຮັດຕາມຕົວຢ່າງທີ່ດີຂອງເຈົ້າ ເຈົ້າຈະຮູ້ສຶກຄືກັບອັກຄະສາວົກໂຢຮັນທີ່ຖືວ່າພີ່ນ້ອງຮ່ວມຄວາມເຊື່ອເປັນລູກແລະໄດ້ເວົ້າວ່າ: “ເຮົາບໍ່ມີຄວາມຍິນດີໃຫຍ່ກວ່ານີ້ ຄືວ່າທີ່ເຮົາໄດ້ຍິນຂ່າວວ່າລູກທັງຫຼາຍຂອງເຮົາກະທຳ [“ໃຊ້ຊີວິດ,” ລ.ມ.] ຕາມຄວາມຈິງ.”—3 ໂຢຮັນ 4
a ເບິ່ງບົດຄວາມ “ເຈົ້າສາມາດຮຽນພາສາອື່ນໄດ້!” ໃນຕື່ນເຖີດ! ມີນາ 2007 ໜ້າ 10-12 (ບໍ່ມີໃນພາສາລາວ).