ຮຽນແບບຄວາມອີ່ດູສົງສານຂອງພະເຢໂຫວາ
“ພະເຢໂຫວາ ພະເຢໂຫວາ ພະເຈົ້າຜູ້ໂຜດອີ່ດູ ໂຜດພະຄຸນ [“ສົງສານ,” ລ.ມ.]”—ອົບພະຍົບ 34:6
ເພງ: 57, 147
1. ພະເຢໂຫວາເປີດເຜີຍພະອົງເອງຕໍ່ໂມເຊແນວໃດ? ເປັນຫຍັງເລື່ອງນີ້ຈຶ່ງສຳຄັນ?
ໃນໂອກາດໜຶ່ງ ພະເຈົ້າໄດ້ເປີດເຜີຍຕົວເອງຕໍ່ໂມເຊໂດຍບອກຊື່ແລະຄຸນລັກສະນະບາງຢ່າງຂອງພະອົງ. ແທນທີ່ພະເຢໂຫວາຈະເວົ້າວ່າພະອົງເປັນພະເຈົ້າທີ່ມີອຳນາດແລະສະຕິປັນຍາ ແຕ່ພະອົງພັດເວົ້າເຖິງຄວາມເມດຕາແລະຄວາມອີ່ດູສົງສານເປັນສິ່ງທຳອິດ. (ອ່ານອົບພະຍົບ 34:5-7) ຕອນນັ້ນ ໂມເຊຢາກຮູ້ວ່າພະເຢໂຫວາຈະຊ່ວຍເຫຼືອລາວຫຼືບໍ່. ພະເຢໂຫວາຈຶ່ງບອກໃຫ້ລາວຮູ້ກ່ຽວກັບຄຸນລັກສະນະຕ່າງໆຂອງພະອົງເພື່ອເຮັດໃຫ້ລາວໝັ້ນໃຈວ່າພະອົງຢາກຊ່ວຍຜູ້ຮັບໃຊ້ຂອງພະອົງແທ້ໆ. (ອົບພະຍົບ 33:13) ເຈົ້າຮູ້ສຶກແນວໃດເມື່ອຮູ້ວ່າພະເຢໂຫວາຫ່ວງໃຍເຮົາຫຼາຍ? ໃນບົດຄວາມນີ້ຈະເວົ້າເຖິງຄວາມອີ່ດູສົງສານ ເຊິ່ງເປັນຄວາມຮູ້ສຶກເຫັນອົກເຫັນໃຈຄົນອື່ນທີ່ປະສົບກັບຄວາມທຸກແລະຢາກຈະຊ່ວຍເຫຼືອເຂົາເຈົ້າ.
2, 3. (ກ) ເປັນຫຍັງມະນຸດທຸກຄົນຈຶ່ງມີຄວາມອີ່ດູສົງສານ? (ຂ) ເປັນຫຍັງເຮົາຄວນຮຽນຮູ້ຫຼາຍຂຶ້ນກ່ຽວກັບຄວາມອີ່ດູສົງສານ?
2 ພະເຢໂຫວາເປັນພະເຈົ້າທີ່ມີຄວາມອີ່ດູສົງສານແລະມະນຸດກໍຖືກສ້າງຕາມຮູບຂອງພະອົງ. ດັ່ງນັ້ນຈຶ່ງເປັນເລື່ອງທຳມະຊາດທີ່ເຮົາຈະເປັນຫ່ວງຄົນອື່ນ. ແມ່ນແຕ່ຄົນທີ່ບໍ່ຮູ້ຈັກພະເຢໂຫວາກໍສະແດງຄວາມສົງສານເລື້ອຍໆ. (ຕົ້ນເດີມ 1:27) ຄຳພີໄບເບິນມີເລື່ອງຂອງຫຼາຍຄົນທີ່ສະແດງຄວາມອີ່ດູສົງສານ. ຕົວຢ່າງ: ເມື່ອກະສັດຊາໂລໂມນຢາກຮູ້ວ່າລະຫວ່າງຍິງສອງຄົນໃຜເປັນແມ່ແທ້ໆຂອງແອນ້ອຍ ລາວໄດ້ທົດສອບໂດຍສັ່ງໃຫ້ຕັດແອນ້ອຍອອກເປັນ 2 ທ່ອນ. ຜູ້ເປັນແມ່ຮູ້ສຶກອີ່ຕົນລູກຫຼາຍ ລາວຈຶ່ງຂໍໃຫ້ກະສັດມອບລູກໃຫ້ຍິງອີກຄົນໜຶ່ງ. (1 ກະສັດ 3:23-27) ອີກຕົວຢ່າງໜຶ່ງແມ່ນລູກສາວຂອງຟາໂລ. ເມື່ອລາວພົບແອນ້ອຍໂມເຊ ລາວຮູ້ວ່າແອນ້ອຍນັ້ນເປັນຄົນເຫບເລີແລະຈະຕ້ອງຖືກຂ້າ. ແຕ່ ‘ລາວໄດ້ອີ່ດູເພິ່ນ’ ຈຶ່ງໄດ້ຕັດສິນໃຈເອົາແອນ້ອຍນັ້ນມາເປັນລູກຂອງຕົນ.—ອົບພະຍົບ 2:5, 6
3 ເປັນຫຍັງເຮົາຄວນຮຽນຮູ້ຫຼາຍຂຶ້ນກ່ຽວກັບຄວາມອີ່ດູສົງສານ? ເພາະພະເຢໂຫວາຢາກໃຫ້ເຮົາຮຽນແບບພະອົງ. (ເອເຟດ 5:1) ເຖິງວ່າເຮົາຖືກສ້າງໃຫ້ມີຄວາມອີ່ດູສົງສານ ແຕ່ເຮົາກໍບໍ່ສົມບູນແບບແລະມີແນວໂນ້ມທີ່ຈະເຫັນແກ່ຕົວ. ບາງເທື່ອອາດບໍ່ງ່າຍທີ່ເຮົາຈະເລືອກວ່າຈະຊ່ວຍຄົນອື່ນຫຼືຈະຄິດເຖິງຕົວເອງກ່ອນ. ດັ່ງນັ້ນ ສິ່ງໃດຈະຊ່ວຍເຮົາໃຫ້ສົນໃຈຄົນອື່ນຫຼາຍຂຶ້ນ? ທຳອິດໃຫ້ເຮົາມາເບິ່ງວ່າພະເຢໂຫວາແລະຄົນອື່ນໆສະແດງຄວາມອີ່ດູສົງສານແນວໃດ. ຈາກນັ້ນ ເຮົາຈະມາເບິ່ງວ່າເຮົາຈະຮຽນແບບຄວາມອີ່ດູສົງສານຂອງພະເຈົ້າໄດ້ແນວໃດແລະເປັນຫຍັງຈຶ່ງສຳຄັນທີ່ເຮົາຈະເຮັດແບບນັ້ນ.
ພະເຢໂຫວາເປັນຕົວຢ່າງທີ່ສົມບູນແບບໃນເລື່ອງຄວາມອີ່ດູສົງສານ
4. (ກ) ເປັນຫຍັງພະເຢໂຫວາສົ່ງທູດສະຫວັນໄປເມືອງຊໍດົມ? (ຂ) ເຮົາຮຽນໄດ້ຫຍັງຈາກປະສົບການຂອງຄອບຄົວໂລດ?
4 ຄຳພີໄບເບິນມີຫຼາຍຕົວຢ່າງທີ່ເວົ້າເຖິງຄວາມອີ່ດູສົງສານຂອງພະເຢໂຫວາ. ຕົວຢ່າງ: ໃຫ້ຄິດເຖິງສິ່ງທີ່ພະອົງເຮັດເພື່ອໂລດ. ການເຮັດຜິດສິນລະທຳຂອງຄົນໃນເມືອງຊໍດົມແລະໂຄໂມລາເຮັດໃຫ້ໂລດເຊິ່ງເປັນຄົນຊອບທຳ “ມີຄວາມທຸກຫຼາຍ.” ຄົນເຫຼົ່ານັ້ນບໍ່ໄດ້ນັບຖືພະເຈົ້າ ພະເຢໂຫວາຈຶ່ງຕັດສິນວ່າເຂົາເຈົ້າສົມຄວນຕາຍ. (2 ເປໂຕ 2:7, 8) ພະເຢໂຫວາສົ່ງທູດສະຫວັນໄປບອກໂລດວ່າເມືອງຊໍດົມແລະໂຄໂມລາຈະຖືກທຳລາຍແລະລາວຕ້ອງໜີໄປ. ຄຳພີໄບເບິນບອກວ່າ: ‘ເມື່ອ [ໂລດ] ຍັງຊ້າຢູ່ ແລະ [ທູດສະຫວັນ] ໄດ້ຈັບເອົາມືຂອງທ່ານແລະມືເມຍແລະມືລູກສາວທັງສອງຂອງທ່ານໄປ ເພາະພະເຢໂຫວາໄດ້ອີ່ດູທ່ານ ແລະເຂົາໄດ້ຈູງທ່ານອອກໄປແລະລະໄວ້ພາຍນອກເມືອງນັ້ນ.’ (ຕົ້ນເດີມ 19:16) ພະເຢໂຫວາເຂົ້າໃຈສະຖານະການຂອງໂລດ ເຮົາກໍໝັ້ນໃຈວ່າພະອົງເຂົ້າໃຈບັນຫາທີ່ເຮົາປະສົບເຊັ່ນກັນ.—ເອຊາອີ 63:7-9; ຢາໂກໂບ 5:11; 2 ເປໂຕ 2:9
ພະເຢໂຫວາເຂົ້າໃຈບັນຫາທີ່ເຮົາປະສົບ
5. ຄຳພີໄບເບິນສອນເຮົາແນວໃດກ່ຽວກັບວິທີສະແດງຄວາມອີ່ດູສົງສານ?
5 ພະເຢໂຫວາຍັງສອນປະຊາຊົນໃຫ້ສະແດງຄວາມອີ່ດູສົງສານ. ຂໍໃຫ້ຄິດເຖິງກົດໝາຍໜຶ່ງທີ່ພະອົງໃຫ້ກັບຊາດອິດສະລາແອນ ເຊັ່ນ: ຖ້າມີການກູ້ຢືມກັນ ເຈົ້າໜີ້ອາດຍຶດເສື້ອຄຸມຂອງລູກໜີ້ໄວ້ເພື່ອຄ້ຳປະກັນວ່າລາວຈະໃຊ້ໜີ້ຄືນ. (ອ່ານອົບພະຍົບ 22:26, 27) ແຕ່ເຈົ້າໜີ້ຕ້ອງຄືນເສື້ອຄຸມໃຫ້ລາວກ່ອນຕາເວັນຕົກດິນເພື່ອລາວຈະມີເສື້ອອຸ່ນໆໃສ່ໃນຕອນກາງຄືນ. ເຈົ້າໜີ້ບາງຄົນທີ່ບໍ່ມີຄວາມອີ່ດູສົງສານອາດບໍ່ຢາກສົ່ງເສື້ອຄຸມໃຫ້ຄືນ ແຕ່ພະເຢໂຫວາສອນປະຊາຊົນຂອງພະອົງໃຫ້ສະແດງຄວາມອີ່ດູສົງສານ. ເຮົາໄດ້ຮຽນຫຼັກການຫຍັງຈາກກົດໝາຍນີ້? ເຮົາຕ້ອງບໍ່ເບິ່ງຂ້າມຄວາມຈຳເປັນຂອງພີ່ນ້ອງ. ແລະຖ້າເຮົາສາມາດຊ່ວຍພີ່ນ້ອງທີ່ມີຄວາມທຸກ ເຮົາກໍໜ້າຈະເຮັດແບບນັ້ນ.—ໂກໂລດ 3:12; ຢາໂກໂບ 2:15, 16; ອ່ານ 1 ໂຢຮັນ 3:17
6. ເຮົາໄດ້ຮຽນຫຍັງຈາກການທີ່ພະເຈົ້າສະແດງຄວາມອີ່ດູສົງສານຕໍ່ຊາວອິດສະລາແອນທີ່ຜິດບາບ?
6 ພະເຢໂຫວາຮູ້ສຶກອີ່ດູສົງສານຊາວອິດສະລາແອນແມ່ນແຕ່ຕອນທີ່ເຂົາເຈົ້າເຮັດບາບຕໍ່ພະອົງ. ຄຳພີໄບເບິນບອກວ່າ: “ພະເຢໂຫວາພະເຈົ້າແຫ່ງປູ່ຍ່າຕານາຍຂອງເຂົາໄດ້ໃຊ້ພວກຮັບໃຊ້ຂອງພະອົງໄປຢາມ ເຂົາໄດ້ລຸກແຕ່ເຊົ້າແລະໄດ້ໃຊ້ໄປ ເຫດວ່າພະອົງໄດ້ອີ່ດູພວກຂອງພະອົງແລະວິຫານທີ່ພະອົງໄດ້ສະຖິດຢູ່ຫັ້ນ.” (2 ຂ່າວຄາວ 36:15) ຄ້າຍກັນ ເຮົາຄວນຮູ້ສຶກອີ່ດູສົງສານຄົນທີ່ຍັງບໍ່ຮູ້ຈັກພະເຢໂຫວາເຊິ່ງອາດຈະກັບໃຈແລະກາຍມາເປັນເພື່ອນຂອງພະອົງ. ພະເຢໂຫວາບໍ່ຢາກໃຫ້ໃຜຖືກທຳລາຍໃນວັນພິພາກສາທີ່ໃກ້ຈະມາເຖິງນີ້. (2 ເປໂຕ 3:9) ດັ່ງນັ້ນ ຕອນທີ່ຍັງມີໂອກາດ ເຮົາຢາກຈະບອກຂ່າວສານທີ່ເປັນຄຳເຕືອນກັບທຸກຄົນແລະຊ່ວຍຜູ້ຄົນໃຫ້ຫຼາຍທີ່ສຸດເພື່ອເຂົາເຈົ້າຈະໄດ້ຮັບປະໂຫຍດຈາກຄວາມອີ່ດູສົງສານຂອງພະເຈົ້າ.
7, 8. ເປັນຫຍັງຄອບຄົວໜຶ່ງໝັ້ນໃຈວ່າພະເຢໂຫວາອີ່ດູສົງສານແລະຊ່ວຍເຂົາເຈົ້າ?
7 ທຸກມື້ນີ້ ຜູ້ຮັບໃຊ້ຂອງພະເຢໂຫວາຫຼາຍຄົນໄດ້ປະສົບດ້ວຍຕົວເອງວ່າພະອົງອີ່ດູສົງສານແລະຢາກຊ່ວຍເຂົາເຈົ້າແທ້ໆ. ຕົວຢ່າງ: ໃນຊຸມປີ 1990 ມີກຸ່ມຄົນຫຼາຍເຊື້ອຊາດໄດ້ຕໍ່ສູ້ແລະຂ້າກັນໃນປະເທດບອດສະນີ. ຄອບຄົວໜຶ່ງທີ່ອາໄສຢູ່ທີ່ນັ້ນມີລູກຊາຍອາຍຸ 12 ປີ ຊື່ວ່າມິລານ. ລາວກັບນ້ອງຊາຍ ພໍ່ແມ່ ແລະພະຍານພະເຢໂຫວາຄົນອື່ນໆຂີ່ລົດເມຈາກບອດສະນີເພື່ອໄປປະຊຸມໃຫຍ່ຢູ່ເຊີເບຍ. ພໍ່ແມ່ຂອງມິລານຕັ້ງໃຈຈະຮັບບັບເຕມາໃນການປະຊຸມນີ້. ເມື່ອມາຮອດຊາຍແດນ ພວກທະຫານບາງຄົນສັງເກດວ່າຄອບຄົວນີ້ເປັນຄົນເຊື້ອຊາດອື່ນຈຶ່ງໃຫ້ເຂົາເຈົ້າລົງຈາກລົດ ແຕ່ໃຫ້ພີ່ນ້ອງທີ່ເຫຼືອເດີນທາງໄປຕໍ່. ທະຫານກັກຄອບຄົວຂອງມິລານໄວ້ 2 ມື້. ໃນທີ່ສຸດ ເຈົ້າໜ້າທີ່ກໍໂທຖາມຫົວໜ້າວ່າຈະໃຫ້ເຮັດແນວໃດກັບຄອບຄົວນີ້. ຕອນນັ້ນ ຄອບຄົວຂອງມິລານຢືນຢູ່ທີ່ນັ້ນແລະອາດໄດ້ຍິນສຽງຂອງຫົວໜ້າຕອບວ່າ: “ພາພວກມັນໄປຍິງຖິ້ມຊະ!”
8 ຕອນທີ່ທະຫານກຳລັງລົມກັນຢູ່ ມີຄົນແປກໜ້າສອງຄົນເຂົ້າມາຫາຄອບຄົວຂອງມິລານແລະຊິ່ມວ່າເປັນພະຍານພະເຢໂຫວາຄືກັນແລະພີ່ນ້ອງທີ່ຢູ່ເທິງລົດເມບອກເຂົາເຈົ້າແລ້ວວ່າເກີດຫຍັງຂຶ້ນ. ພະຍານທັງສອງຄົນນີ້ບອກໃຫ້ມິລານແລະນ້ອງຊາຍຂຶ້ນລົດເຂົາເຈົ້າເພື່ອຂ້າມຊາຍແດນໄປ ເພາະທະຫານບໍ່ໄດ້ກວດເອກະສານຂອງເດັກນ້ອຍ. ຈາກນັ້ນ ເຂົາເຈົ້າກໍບອກພໍ່ແມ່ຂອງມິລານໃຫ້ຍ່າງອ້ອມໄປທາງດ້ານຫຼັງປ້ອມຊາຍແດນເພື່ອໄປພົບກັນອີກຟາກໜຶ່ງ. ມິລານຢ້ານຫຼາຍຈົນບໍ່ຮູ້ວ່າຈະຫົວຫຼືໄຫ້ດີ. ພໍ່ແມ່ຂອງລາວຖາມພີ່ນ້ອງສອງຄົນນັ້ນວ່າ: “ພວກທະຫານຈະຍອມໃຫ້ພວກເຮົາຍ່າງອອກໄປງ່າຍໆຫວາ?” ແຕ່ເຂົາເຈົ້າກໍເຮັດຕາມແລະເບິ່ງຄືວ່າທະຫານເບິ່ງຢູ່ແຕ່ກໍບໍ່ເຫັນເຂົາເຈົ້າ. ມິລານແລະນ້ອງຊາຍໄດ້ພົບພໍ່ແມ່ຢູ່ທີ່ຊາຍແດນອີກຟາກໜຶ່ງແລ້ວກໍໄປປະຊຸມໃຫຍ່ນຳກັນ. ເຂົາເຈົ້າໝັ້ນໃຈວ່າພະເຢໂຫວາຕອບຄຳອະທິດຖານຂອງເຂົາເຈົ້າ. ເຮົາຮູ້ຈາກຄຳພີໄບເບິນວ່າພະເຢໂຫວາບໍ່ໄດ້ປົກປ້ອງຜູ້ຮັບໃຊ້ຂອງພະອົງແບບນີ້ສະເໝີ. (ກິດຈະການ 7:58-60) ແຕ່ເຫດການນີ້ ມິລານບອກວ່າ: “ມັນຄືກັບວ່າທູດສະຫວັນມາປິດຕາພວກທະຫານໄວ້ ພະເຢໂຫວາໄດ້ຊ່ວຍພວກເຮົາແທ້ໆ.”—ຄຳເພງ 97:10
ເຈົ້າຢາກຊ່ວຍຄົນອື່ນແລະສອນເຂົາເຈົ້າເລື່ອງພະເຢໂຫວາເຊັ່ນດຽວກັບພະເຍຊູບໍ?
9. ພະເຍຊູຮູ້ສຶກແນວໃດຕໍ່ຝູງຄົນທີ່ຕິດຕາມພະອົງ? (ເບິ່ງຮູບທຳອິດ)
9 ພະເຍຊູເປັນຕົວຢ່າງທີ່ດີເລີດໃນການສະແດງຄວາມອີ່ດູສົງສານ. ພະເຍຊູຮູ້ສຶກສົງສານຜູ້ຄົນເພາະເພິ່ນເຫັນວ່າ “ເຂົາເປັນທຸກໃຈແລະພັດພາກຈາກກັນເໝືອນດັ່ງແກະທີ່ບໍ່ມີຜູ້ລ້ຽງ.” ເພິ່ນກໍເລີຍ “ຕັ້ງຕົ້ນສັ່ງສອນເຂົາເປັນຫຼາຍສິ່ງຫຼາຍຂໍ້.” (ມັດທາຍ 9:36; ອ່ານມາລະໂກ 6:34) ບໍ່ຄືກັບພວກຟາລິຊຽນທີ່ບໍ່ຮູ້ສຶກອີ່ດູສົງສານແລະບໍ່ຢາກຊ່ວຍຄົນອື່ນ. (ມັດທາຍ 12:9-14; 23:4; ໂຢຮັນ 7:49) ເຈົ້າຢາກຊ່ວຍຄົນອື່ນແລະສອນເຂົາເຈົ້າເລື່ອງພະເຢໂຫວາເຊັ່ນດຽວກັບພະເຍຊູບໍ?
10, 11. ເປັນເລື່ອງເໝາະສົມບໍທີ່ຈະສະແດງຄວາມອີ່ດູສົງສານໃນທຸກສະພາບການ? ຂໍໃຫ້ອະທິບາຍ
10 ນີ້ບໍ່ໄດ້ໝາຍຄວາມວ່າການສະແດງຄວາມອີ່ດູສົງສານທຸກສະພາບການເປັນເລື່ອງທີ່ເໝາະສົມ. ຕົວຢ່າງ: ກະສັດຊາອຶລບໍ່ໄດ້ຂ້າອາຄາກກະສັດຂອງອາມາເລກເຊິ່ງເປັນສັດຕູກັບປະຊາຊົນຂອງພະເຈົ້າແລະລາວຍັງບໍ່ໄດ້ຂ້າສັດທັງໝົດຂອງພວກອາມາເລກ. ລາວອາດຄິດວ່າການເຮັດແບບນີ້ເປັນການສະແດງຄວາມອີ່ດູສົງສານ ແຕ່ແທ້ໆແລ້ວລາວບໍ່ໄດ້ເຊື່ອຟັງພະເຢໂຫວາທີ່ໃຫ້ຂ້າທັງຄົນແລະສັດ. ດັ່ງນັ້ນ ພະອົງຈຶ່ງບໍ່ຍອມຮັບຊາອຶລໃຫ້ເປັນກະສັດອີກຕໍ່ໄປ. (1 ຊາເມືອນ 15:3, 9, 15) ພະເຢໂຫວາເປັນຜູ້ພິພາກສາທີ່ຍຸຕິທຳເຊິ່ງສາມາດອ່ານຫົວໃຈຄົນໄດ້ແລະພະອົງຮູ້ວ່າເມື່ອໃດທີ່ບໍ່ຄວນສະແດງຄວາມອີ່ດູສົງສານ. (ບົດຄວາມເພງຮ່ຳໄຮ 2:17; ເອເຊກຽນ 5:11) ອີກບໍ່ດົນພະເຢໂຫວາກໍຈະຈັດການກັບທຸກຄົນທີ່ບໍ່ເຊື່ອຟັງ. (2 ເທຊະໂລນີກ 1:6-10) ແລະຕອນນັ້ນບໍ່ແມ່ນເວລາທີ່ພະອົງຈະສະແດງຄວາມອີ່ດູສົງສານຄົນຊົ່ວ. ແທນທີ່ຈະເປັນແບບນັ້ນ ເມື່ອທຳລາຍຄົນຊົ່ວພະອົງຈະສະແດງຄວາມອີ່ດູສົງສານຕໍ່ຄົນຊອບທຳໂດຍການຊ່ວຍເຂົາເຈົ້າໃຫ້ລອດ.
11 ແນ່ນອນວ່າບໍ່ແມ່ນໜ້າທີ່ເຮົາທີ່ຈະຕັດສິນຄົນອື່ນວ່າໃຜຄວນລອດຫຼືຕາຍ. ແຕ່ເຮົາຕ້ອງເຮັດທຸກຢ່າງທີ່ເຮົາເຮັດໄດ້ເພື່ອຊ່ວຍຜູ້ຄົນ. ມີວິທີໃດແດ່ທີ່ເຮົາເຮັດໄດ້ເພື່ອຈະສະແດງຄວາມອີ່ດູສົງສານຕໍ່ຜູ້ຄົນ? ໃຫ້ເຮົາມາເບິ່ງບາງວິທີນຳກັນ.
ວິທີທີ່ເຮົາຈະສະແດງຄວາມອີ່ດູສົງສານ
12. ເຈົ້າຈະສະແດງຄວາມອີ່ດູສົງສານໂດຍການຊ່ວຍຄົນອື່ນແນວໃດ?
12 ພ້ອມຊ່ວຍເຫຼືອຄົນອື່ນໃນເລື່ອງທົ່ວໆໄປໃນຊີວິດປະຈຳວັນ. ພະເຢໂຫວາຕ້ອງການໃຫ້ຄລິດສະຕຽນສະແດງຄວາມອີ່ດູສົງສານຄົນອື່ນແລະພີ່ນ້ອງຮ່ວມຄວາມເຊື່ອ. (ໂຢຮັນ 13:34, 35; 1 ເປໂຕ 3:8) ຄວາມໝາຍໜຶ່ງຂອງຄວາມອີ່ດູສົງສານຄື “ທົນທຸກຮ່ວມກັນ.” ຄົນທີ່ສະແດງຄວາມອີ່ດູສົງສານຈະພະຍາຍາມຊ່ວຍເຫຼືອຄົນທີ່ມີຄວາມທຸກ. ດັ່ງນັ້ນ ເຮົາຄວນຫາໂອກາດທີ່ຈະຊ່ວຍຄົນອື່ນ ເຮົາອາດສະເໜີຊ່ວຍເຮັດວຽກເຮືອນຫຼືຊ່ວຍວຽກບາງຢ່າງໃຫ້ກັບເຂົາເຈົ້າ.—ມັດທາຍ 7:12
ສະແດງຄວາມອີ່ດູສົງສານຄົນອື່ນໂດຍການຊ່ວຍເຫຼືອເຂົາເຈົ້າ (ເບິ່ງຂໍ້ 12)
13. ເມື່ອເກີດໄພທຳມະຊາດພະຍານພະເຢໂຫວາໄດ້ເຮັດຫຍັງ?
13 ຊ່ວຍວຽກບັນເທົາທຸກ. ເມື່ອເຮົາເຫັນຜູ້ຄົນປະສົບຄວາມລຳບາກຍ້ອນໄພທຳມະຊາດ ເຮົາກໍຢາກສະແດງຄວາມອີ່ດູສົງສານເຂົາເຈົ້າ. ພະຍານພະເຢໂຫວາມີຊື່ສຽງໃນເລື່ອງການຊ່ວຍເຫຼືອຄົນອື່ນໃນສະພາບການແບບນີ້. (1 ເປໂຕ 2:17) ຕົວຢ່າງ: ພີ່ນ້ອງຍີ່ປຸ່ນຄົນໜຶ່ງອາໄສຢູ່ໃນເຂດທີ່ແຜ່ນດິນໄຫວແລະຊຶນາມິໃນປີ 2011. ລາວເລົ່າວ່າ: ລາວ “ໄດ້ຮັບກຳລັງໃຈແລະການປອບໂຍນຫຼາຍແທ້ໆ” ເມື່ອເຫັນອາສາສະໝັກທີ່ມາຈາກບ່ອນຕ່າງໆຂອງປະເທດຍີ່ປຸ່ນແລະຈາກຕ່າງປະເທດເພື່ອມາຊ່ວຍກັນສ້ອມແປງເຮືອນແລະຫໍປະຊຸມ. ລາວເລົ່າຕໍ່ວ່າ: “ປະສົບການຄັ້ງນີ້ຊ່ວຍຂ້ອຍໃຫ້ຮູ້ວ່າພະເຢໂຫວາເປັນຫ່ວງເຮົາ ແລະພີ່ນ້ອງຮ່ວມຄວາມເຊື່ອເປັນຫ່ວງກັນແລະກັນ. ນອກຈາກນັ້ນ ຍັງມີພີ່ນ້ອງຫຼາຍຄົນທົ່ວໂລກທີ່ກຳລັງອະທິດຖານເພື່ອພວກເຮົາ.”
14. ເຈົ້າຈະຊ່ວຍຄົນເຈັບປ່ວຍແລະຄົນສູງອາຍຸໄດ້ແນວໃດ?
14 ຊ່ວຍເຫຼືອຄົນເຈັບປ່ວຍແລະຜູ້ສູງອາຍຸ. ເມື່ອເຮົາເຫັນຜູ້ຄົນທົນທຸກກັບຄວາມເຈັບປ່ວຍແລະຄວາມແກ່ເຖົ້າ ເຮົາຮູ້ສຶກອີ່ດູສົງສານ. ເຮົາລໍຖ້າເວລາທີ່ບັນຫາເຫຼົ່ານີ້ໝົດໄປ ເຮົາຈຶ່ງອະທິດຖານຂໍໃຫ້ລາຊະອານາຈັກຂອງພະເຈົ້າມາປົກຄອງ. ແຕ່ກ່ອນຈະເຖິງເວລານັ້ນ ເຮົາສາມາດເຮັດທຸກຢ່າງທີ່ເຮັດໄດ້ເພື່ອຊ່ວຍຄົນເຈັບປ່ວຍແລະຄົນສູງອາຍຸ. ນັກປະພັນຄົນໜຶ່ງຂຽນວ່າ ມື້ໜຶ່ງແມ່ຂອງລາວທີ່ເຖົ້າແລ້ວເຊິ່ງເປັນພະຍາດຄວາມຈຳເສື່ອມໄປຫ້ອງນ້ຳບໍ່ທັນເລີຍຖ່າຍໃສ່ເຄື່ອງນຸ່ງ ຕອນທີ່ແມ່ພະຍາຍາມເຮັດຄວາມສະອາດ ສຽງກະດິງກໍດັງຂຶ້ນ ນັ້ນຄືພະຍານພະເຢໂຫວາສອງຄົນທີ່ມາຢາມລາວເປັນປະຈຳ. ພີ່ນ້ອງຍິງສອງຄົນສະເໜີວ່າຈະຊ່ວຍລາວ ແມ່ກໍບອກວ່າ: “ມັນເປັນຕາອາຍຫຼາຍ ແຕ່ຂໍໃຫ້ຊ່ວຍແດ່ເດີ້.” ພີ່ນ້ອງທັງສອງຊ່ວຍກັນເຮັດຄວາມສະອາດ. ຈາກນັ້ນ ເຂົາເຈົ້າກໍເຮັດນ້ຳຊາໃຫ້ລາວແລະນັ່ງລົມກັບລາວ. ລູກຊາຍຂອງລາວຮູ້ສຶກຂອບໃຈຫຼາຍແທ້ໆແລະບອກວ່າພະຍານພະເຢໂຫວາ “ເຮັດຕາມສິ່ງທີ່ເຂົາເຈົ້າປະກາດ.” ຄວາມອີ່ດູສົງສານຕໍ່ຄົນເຈັບປ່ວຍແລະຄົນສູງອາຍຸກະຕຸ້ນເຈົ້າໃຫ້ເຮັດທຸກຢ່າງທີ່ເຈົ້າເຮັດໄດ້ເພື່ອຊ່ວຍເຂົາເຈົ້າບໍ?—ຟີລິບ 2:3, 4
15. ວຽກປະກາດຊ່ວຍຄົນອື່ນໆແນວໃດ?
15 ຊ່ວຍຜູ້ຄົນໃຫ້ຮູ້ຈັກພະເຢໂຫວາ. ວິທີທີ່ດີທີ່ສຸດທີ່ຈະຊ່ວຍຜູ້ຄົນແມ່ນການສອນເຂົາເຈົ້າໃຫ້ຮູ້ຈັກພະເຢໂຫວາແລະລັດຖະບານຂອງພະອົງ. ອີກວິທີໜຶ່ງແມ່ນຊ່ວຍຜູ້ຄົນໃຫ້ເຫັນວ່າເປັນຫຍັງການເຊື່ອຟັງແລະເຮັດຕາມມາດຕະຖານຂອງພະເຢໂຫວາຈຶ່ງເປັນປະໂຫຍດຕໍ່ເຂົາເຈົ້າ. (ເອຊາອີ 48:17, 18) ວຽກຮັບໃຊ້ເປັນວິທີທີ່ດີເລີດທີ່ເຮົາສາມາດໃຫ້ກຽດພະເຢໂຫວາແລະສະແດງຄວາມອີ່ດູສົງສານຕໍ່ຄົນອື່ນໆ. ເຈົ້າຈະເຮັດວຽກຮັບໃຊ້ຫຼາຍຂຶ້ນໄດ້ບໍ?—1 ຕີໂມເຕ 2:3, 4
ຄວາມອີ່ດູສົງສານເປັນປະໂຫຍດສຳລັບເຈົ້າຄືກັນ!
16. ເມື່ອເຮົາສະແດງຄວາມອີ່ດູສົງສານເຮົາຈະໄດ້ຮັບປະໂຫຍດແນວໃດ?
16 ຜູ້ຊ່ຽວຊານດ້ານສຸຂະພາບຈິດບອກວ່າການສະແດງຄວາມອີ່ດູສົງສານຈະຊ່ວຍໃຫ້ເຮົາມີສຸຂະພາບທີ່ດີຂຶ້ນແລະສາຍສຳພັນທີ່ມີກັບຄົນອື່ນກໍຈະດີຂຶ້ນນຳ. ເມື່ອເຈົ້າຊ່ວຍຄົນທີ່ກຳລັງມີຄວາມທຸກ ເຈົ້າຈະມີຄວາມສຸກຫຼາຍຂຶ້ນ ມີຄວາມຫວັງຫຼາຍຂຶ້ນ ເຫງົາໜ້ອຍລົງ ແລະມີຄວາມຄິດໃນແງ່ລົບໜ້ອຍລົງ. ການສະແດງຄວາມອີ່ດູສົງສານເປັນປະໂຫຍດຕໍ່ເຈົ້າເອງ. (ເອເຟດ 4:31, 32) ເມື່ອເຮົາຊ່ວຍຄົນອື່ນໆດ້ວຍຄວາມຮັກ ເຮົາຈະຮູ້ສຶກດີແລະສະບາຍໃຈເພາະຮູ້ວ່າເຮົາກຳລັງເຮັດສິ່ງທີ່ພະເຢໂຫວາຢາກໃຫ້ເຮົາເຮັດ. ຄວາມອີ່ດູສົງສານຈະຊ່ວຍເຮົາໃຫ້ເປັນພໍ່ແມ່ ເປັນຄູ່ສົມລົດ ແລະເປັນໝູ່ທີ່ດີຂຶ້ນ. ນອກຈາກນັ້ນ ຄົນທີ່ສະແດງຄວາມອີ່ດູສົງສານຕໍ່ຄົນອື່ນກໍມັກຈະໄດ້ຮັບຄວາມຊ່ວຍເຫຼືອໃນເວລາທີ່ເຂົາເຈົ້າຕ້ອງການຄືກັນ.—ອ່ານມັດທາຍ 5:7; ລືກາ 6:38
17. ເປັນຫຍັງເຈົ້າຈຶ່ງຢາກສະແດງຄວາມອີ່ດູສົງສານ?
17 ເຖິງວ່າການສະແດງຄວາມອີ່ດູສົງສານເປັນປະໂຫຍດຕໍ່ເຮົາ ແຕ່ເຫດຜົນຫຼັກທີ່ເຮົາສະແດງຄວາມອີ່ດູສົງສານກໍຄືເຮົາຢາກຮຽນແບບພະເຢໂຫວາແລະຢາກເຮັດໃຫ້ພະອົງໄດ້ຮັບກຽດ. ພະອົງເປັນແຫຼ່ງຂອງຄວາມຮັກແລະຄວາມອີ່ດູສົງສານ. (ສຸພາສິດ 14:31) ພະອົງວາງແບບຢ່າງທີ່ສົມບູນແບບໄວ້ໃຫ້ເຮົາ. ດັ່ງນັ້ນ ໃຫ້ເຮົາເຮັດທຸກຢ່າງທີ່ເຮັດໄດ້ເພື່ອຮຽນແບບພະເຈົ້າໃນການສະແດງຄວາມອີ່ດູສົງສານ ແລ້ວເຮົາຈະໃກ້ຊິດກັບພີ່ນ້ອງແລະມີສາຍສຳພັນທີ່ດີກັບຜູ້ຄົນທີ່ຢູ່ອ້ອມຕົວເຮົາ.—ຄາລາຊີ 6:10; 1 ໂຢຮັນ 4:16