ເຈົ້າຄິດຄືກັບພະເຢໂຫວາບໍ?
“ໃຫ້ປ່ຽນແປງຕົວເອງໂດຍປ່ຽນຄວາມຄິດຂອງເຈົ້າໃໝ່.”—ໂລມ 12:2, ລ.ມ.
1, 2. ເມື່ອເຮົາກ້າວໜ້າຕໍ່ໆໄປ ເຮົາໄດ້ເຂົ້າໃຈເລື່ອງຫຍັງຫຼາຍຂຶ້ນ? ຂໍໃຫ້ຍົກຕົວຢ່າງ.
ຂໍໃຫ້ນຶກພາບວ່າມີຄົນໜຶ່ງໃຫ້ຂອງຂວັນກັບເດັກນ້ອຍ. ພໍ່ແມ່ຂອງເດັກນ້ອຍໄດ້ບອກລາວໃຫ້ “ຂອບໃຈ.” ລາວຈຶ່ງຂອບໃຈຍ້ອນພໍ່ແມ່ບອກໃຫ້ເຮັດ. ແຕ່ເມື່ອເຕີບໃຫຍ່ຂຶ້ນ ລາວຈຶ່ງເລີ່ມເຂົ້າໃຈຄວາມຄິດຂອງພໍ່ແມ່ວ່າເປັນຫຍັງການຂອບໃຈເປັນເລື່ອງສຳຄັນເມື່ອຄົນອື່ນເຮັດສິ່ງດີໆໃຫ້. ໃນທີ່ສຸດ ການໄດ້ຮຽນຮູ້ທີ່ຈະສຳນຶກບຸນຄຸນກະຕຸ້ນລາວໃຫ້ຂອບໃຈຄົນອື່ນ.
2 ຄ້າຍຄືກັນ ເມື່ອເຮົາເລີ່ມຮຽນຄວາມຈິງເຮົາກໍໄດ້ຮຽນຮູ້ວ່າການເຊື່ອຟັງຄຳສັ່ງພື້ນຖານຂອງພະເຢໂຫວາສຳຄັນຫຼາຍສ່ຳໃດ. ແຕ່ເມື່ອເຮົາກ້າວໜ້າຕໍ່ໆໄປ ເຮົາກໍເຂົ້າໃຈຄວາມຄິດຂອງພະອົງຫຼາຍຂຶ້ນ ເຊັ່ນ: ພະອົງມັກຫຍັງແລະບໍ່ມັກຫຍັງ ແລະພະອົງເບິ່ງເລື່ອງຕ່າງໆແບບໃດ. ຖ້າເຮົາໃຫ້ຄວາມຄິດຂອງພະເຢໂຫວາສົ່ງຜົນຕໍ່ການເລືອກສ່ວນຕົວແລະການກະທຳຂອງເຮົາ ເຮົາກໍເຮັດໃຫ້ເຮົາເອງຄິດຄືກັບພະເຢໂຫວາ.
3. ເປັນຫຍັງຈຶ່ງຍາກທີ່ເຮົາຈະຄິດຄືພະເຢໂຫວາຄິດ?
3 ເຖິງວ່າເຮົາຢາກຈະຄິດຄືກັບພະເຢໂຫວາ ແຕ່ບາງເທື່ອມັນກໍຍາກທີ່ຈະຄິດຄືກັບພະອົງຍ້ອນເຮົາບໍ່ສົມບູນແບບ. ຕົວຢ່າງເຊັ່ນ: ເຮົາຮູ້ວ່າພະເຢໂຫວາຄິດແນວໃດກ່ຽວກັບຄວາມສະອາດທາງສິນລະທຳ ການນິຍົມວັດຖຸ ວຽກປະກາດ ການໃຊ້ເລືອດໃນທາງທີ່ຜິດ ແລະອື່ນໆ. ແຕ່ອາດເປັນເລື່ອງຍາກສຳລັບເຮົາທີ່ຈະເຂົ້າໃຈວ່າເປັນຫຍັງພະເຢໂຫວາຈຶ່ງຄິດແນວນັ້ນ. ດັ່ງນັ້ນ ເຮົາຈະຮຽນຮູ້ທີ່ຈະຄິດຄືກັບພະເຢໂຫວາຫຼາຍຂຶ້ນໄດ້ແນວໃດ? ແລະການຄິດແບບນີ້ຈະຊ່ວຍໃຫ້ເຮົາເຮັດສິ່ງທີ່ຖືກຕ້ອງທັງໃນຕອນນີ້ແລະໃນອະນາຄົດແນວໃດ?
ວິທີທີ່ເຮົາຈະເຮັດໃຫ້ຕົວເອງຄິດຄືກັບພະເຢໂຫວາ
4. ການປ່ຽນຄວາມຄິດຂອງຕົວເອງໃໝ່ໝາຍຄວາມວ່າແນວໃດ?
4 ອ່ານໂລມ 12:2.a ໃນຂໍ້ນີ້ອັກຄະສາວົກໂປໂລອະທິບາຍສິ່ງທີ່ເຮົາຕ້ອງເຮັດເພື່ອຈະຄິດຄືກັບພະເຢໂຫວາ. ລາວບອກວ່າເຮົາຕ້ອງ “ເຊົາຮຽນແບບຄົນໃນໂລກນີ້.” ດັ່ງທີ່ໄດ້ຮຽນໃນບົດຄວາມກ່ອນ ຂໍ້ນີ້ໝາຍຄວາມວ່າເຮົາຕ້ອງບໍ່ຍອມຮັບຄວາມຄິດແບບໂລກ. ແຕ່ໂປໂລຍັງບອກວ່າເຮົາຕ້ອງປ່ຽນຄວາມຄິດຂອງຕົວເອງໃໝ່. ສະນັ້ນ ເຮົາຕ້ອງສຶກສາຄຳພີໄບເບິນ ເຂົ້າໃຈໃນຄວາມຄິດຂອງພະອົງ ຄິດຕຶກຕອງຄວາມຄິດຂອງພະອົງ ແລະພະຍາຍາມຢ່າງເຕັມທີທີ່ຈະຄິດຄືກັບພະອົງ.
5. ຂໍໃຫ້ອະທິບາຍວ່າການອ່ານແລະການສຶກສາຕ່າງກັນແນວໃດ.
5 ການສຶກສາໝາຍເຖິງບໍ່ພຽງແຕ່ອ່ານ ຫຼືຂີດເອົາຄຳຕອບເທົ່ານັ້ນ. ເມື່ອເຮົາສຶກສາ ໃຫ້ເຮົາຄິດວ່າເລື່ອງນີ້ສອນໃຫ້ຮູ້ວ່າພະເຢໂຫວາເປັນແນວໃດ ຄິດເຖິງສິ່ງທີ່ພະອົງເຮັດ ແລະວິທີທີ່ພະອົງຄິດ. ເຮົາຄວນພະຍາຍາມເຂົ້າໃຈວ່າເປັນຫຍັງພະເຢໂຫວາບອກໃຫ້ເຮົາເຮັດແບບນີ້ ຫຼືບໍ່ໃຫ້ເຮັດແບບນັ້ນ. ເຮົາຄວນຄິດເຖິງວິທີທີ່ເຮົາຈະນຳໃຊ້ສິ່ງທີ່ເຮົາໄດ້ຮຽນໂດຍປ່ຽນແປງສິ່ງທີ່ເຮົາເຮັດແລະວິທີທີ່ເຮົາຄິດ. ອາດເປັນໄປບໍ່ໄດ້ທີ່ເຮົາຈະຄິດຕຶກຕອງເຖິງຈຸດເຫຼົ່ານີ້ທັງໝົດໃນການສຶກສາແຕ່ລະຄັ້ງ. ແຕ່ເປັນສິ່ງທີ່ດີທີ່ຈະໃຊ້ເວລາ ອາດຈະເປັນເຄິ່ງໜຶ່ງຂອງເວລາທີ່ເຮົາໃຊ້ສຶກສາເພື່ອຄິດຕຶກຕອງກ່ຽວກັບສິ່ງທີ່ເຮົາໄດ້ອ່ານ.—ຄຳເພງ 119:97; 1 ຕີໂມເຕ 4:15
6. ເມື່ອເຮົາຄິດຕຶກຕອງຄຳສອນໃນຄຳພີໄບເບິນມີສິ່ງທີ່ພິເສດຫຍັງເກີດຂຶ້ນ?
6 ເມື່ອເຮົາຄິດຕຶກຕອງຄຳສອນໃນຄຳພີໄບເບິນເປັນປະຈຳຈະມີສິ່ງທີ່ພິເສດເກີດຂຶ້ນ. ນັ້ນຄືເຮົາໄດ້ “ກວດເບິ່ງຈົນແນ່ໃຈ” ຫຼືໝັ້ນໃຈວ່າຄວາມຄິດຂອງພະເຢໂຫວາສົມບູນແບບ. ເຮົາເລີ່ມເຂົ້າໃຈວິທີທີ່ພະເຢໂຫວາເບິ່ງແຕ່ລະເລື່ອງແລະໃນທີ່ສຸດເຮົາກໍເຫັນດີກັບຄວາມຄິດຂອງພະອົງ. ໂດຍວິທີນີ້ ເຮົາໄດ້ປ່ຽນຄວາມຄິດແລະເລີ່ມຄິດແບບໃໝ່. ແລ້ວເຮົາກໍຈະຄ່ອຍໆເຮັດໃຫ້ເຮົາເອງຄິດຄືກັບພະເຢໂຫວາ.
ຄວາມຄິດຂອງເຮົາສົ່ງຜົນຕໍ່ການກະທຳຂອງເຮົາ
7, 8. (ກ) ພະເຢໂຫວາຄິດແນວໃດຕໍ່ວັດຖຸສິ່ງຂອງ? (ເບິ່ງຮູບທຳອິດ) (ຂ) ຖ້າເຮົາຄິດຄືພະເຢໂຫວາໃນເລື່ອງວັດຖຸສິ່ງຂອງ ອັນໃດສຳຄັນທີ່ສຸດສຳລັບເຮົາສະເໝີ?
7 ຄວາມຄິດຂອງເຮົາສົ່ງຜົນຕໍ່ສິ່ງທີ່ເຮົາເຮັດ. (ມາລະໂກ 7:21-23; ຢາໂກໂບ 2:17) ເພື່ອຈະເຂົ້າໃຈຈຸດນີ້ແຈ້ງຂຶ້ນ ຂໍໃຫ້ພິຈາລະນາບາງຕົວຢ່າງ. ຕົວຢ່າງທຳອິດແມ່ນຕອນທີ່ພະເຍຊູເກີດ ເລື່ອງນີ້ສະແດງໃຫ້ເຫັນຈະແຈ້ງວ່າພະເຢໂຫວາຄິດແນວໃດກ່ຽວກັບວັດຖຸສິ່ງຂອງ. ພະເຢໂຫວາເອງໄດ້ເລືອກໂຢເຊບກັບມາລີໃຫ້ລ້ຽງລູກຂອງພະອົງ ເຖິງວ່າເຂົາເຈົ້າເປັນຄົນທຸກຍາກ. (ພວກເລວີ 12:8; ລືກາ 2:24) ເມື່ອພະເຍຊູເກີດ ມາລີເອົາພະເຍຊູ “ວາງໄວ້ໃນຮາງຫຍ້າ ເພາະວ່າບໍ່ມີບ່ອນສຳລັບເຂົາໃນໂຮງຮັບແຂກນັ້ນ.” (ລືກາ 2:7) ຖ້າພະເຢໂຫວາຢາກໃຫ້ພະເຍຊູເກີດໃນບ່ອນທີ່ດີກວ່າ ພະອົງກໍເຮັດໄດ້. ແຕ່ພະອົງຢາກໃຫ້ພະເຍຊູເຕີບໃຫຍ່ໃນຄອບຄົວທີ່ໃຫ້ການນະມັດສະການພະອົງມາເປັນອັນດັບທຳອິດ. ນັ້ນເປັນສິ່ງສຳຄັນທີ່ສຸດສຳລັບພະເຢໂຫວາ.
8 ເລື່ອງທີ່ພະເຍຊູເກີດສອນເຮົາໃຫ້ຮູ້ວ່າ ພະເຢໂຫວາຄິດແນວໃດຕໍ່ວັດຖຸສິ່ງຂອງ. ພໍ່ແມ່ບາງຄົນຢາກໃຫ້ລູກມີສິ່ງຂອງທີ່ດີທີ່ສຸດເຖິງວ່າຈະກໍ່ຜົນເສຍຫາຍຕໍ່ສາຍສຳພັນຂອງລູກກັບພະເຢໂຫວາ. ແຕ່ເຫັນໄດ້ແຈ້ງວ່າພະເຢໂຫວາຖືວ່າສາຍສຳພັນກັບພະອົງເປັນສິ່ງສຳຄັນທີ່ສຸດ. ເຈົ້າຍອມຮັບຄວາມຄິດຂອງພະເຢໂຫວາໃນເລື່ອງນີ້ບໍ? ການກະທຳຂອງເຈົ້າສະແດງເຖິງຫຍັງ?—ອ່ານເຫບເລີ 13:5
9, 10. ເຮົາຈະສະແດງໃຫ້ເຫັນແນວໃດວ່າເຮົາຄິດຄືກັບພະເຢໂຫວາໃນເລື່ອງການເຮັດໃຫ້ຄົນອື່ນສະດຸດ?
9 ອີກຕົວຢ່າງໜຶ່ງແມ່ນວິທີທີ່ພະເຢໂຫວາເບິ່ງຄົນທີ່ເຮັດໃຫ້ຄົນອື່ນສະດຸດ ເຮັດບາບ ຫຼືເຊົາຮັບໃຊ້ພະອົງ. ພະເຍຊູບອກວ່າ: “ຄົນທຸກຄົນທີ່ຈະກະທຳຄົນຜູ້ໜຶ່ງແຕ່ພວກເດັກນ້ອຍ [“ຄົນທີ່ຕ່ຳຕ້ອຍ,” ລ.ມ.] ທີ່ເຊື່ອໃນເຮົາໃຫ້ຕົກໃນບາບ ແມ່ນຈະເອົາຫີນໂມ້ເຂົ້າແປ້ງມາຜູກຄໍຜູ້ນັ້ນແລະໄປຖິ້ມເສຍໃນນ້ຳທະເລກໍດີກວ່າ.” (ມາລະໂກ 9:42) ນັ້ນເປັນຄຳເວົ້າທີ່ແຮງແທ້ໆ! ແລະພະເຍຊູຄິດຄືພໍ່ຂອງເພິ່ນ. ດັ່ງນັ້ນ ເຮົາແນ່ໃຈໄດ້ວ່າພະເຢໂຫວາຈະບໍ່ພໍໃຈຫຼາຍຖ້າຄົນໜຶ່ງເຮັດໃຫ້ລູກສິດຂອງພະເຍຊູສະດຸດ.—ໂຢຮັນ 14:9
10 ເຮົາຄິດກັບຄືກັບພະເຢໂຫວາແລະພະເຍຊູໃນເລື່ອງການເຮັດໃຫ້ຄົນອື່ນສະດຸດບໍ? ການກະທຳຂອງເຮົາສະແດງເຖິງຫຍັງ? ຕົວຢ່າງເຊັ່ນ: ເຮົາອາດມີຄວາມມັກສ່ວນຕົວໃນເລື່ອງການແຕ່ງຕົວແລະເຄື່ອງນຸ່ງ. ແຕ່ເຮົາຈະເຮັດແນວໃດ ຖ້າການເລືອກຂອງເຮົາເຮັດໃຫ້ຄົນອື່ນໃນປະຊາຄົມບໍ່ສະບາຍໃຈ ຫຼືກະຕຸ້ນຄວາມຮູ້ສຶກທາງເພດ? ຄວາມຮັກທີ່ເຮົາມີຕໍ່ພີ່ນ້ອງຈະກະຕຸ້ນເຮົາໃຫ້ສະລະຄວາມມັກສ່ວນຕົວນັ້ນບໍ?—1 ຕີໂມເຕ 2:9, 10
11, 12. ການຮຽນຮູ້ທີ່ຈະກຽດຊັງສິ່ງທີ່ພະເຢໂຫວາກຽດຊັງແລະການຝຶກຄວບຄຸມຕົວເອງຊ່ວຍປົກປ້ອງເຮົາແນວໃດ?
11 ຕົວຢ່າງທີສາມ: ພະເຢໂຫວາກຽດຊັງສິ່ງຊົ່ວ. (ເອຊາອີ 61:8) ພະອົງຮູ້ວ່າບາງຄັ້ງມັນຍາກທີ່ເຮົາຈະເຮັດສິ່ງທີ່ຖືກຕ້ອງເພາະວ່າເຮົາບໍ່ສົມບູນແບບ. ແຕ່ພະອົງກໍຍັງຢາກໃຫ້ເຮົາກຽດຊັງສິ່ງຊົ່ວຄືກັບທີ່ພະອົງກຽດຊັງ. (ອ່ານຄຳເພງ 97:10) ຖ້າເຮົາຄິດຕຶກຕອງເຖິງເຫດຜົນທີ່ພະເຢໂຫວາກຽດຊັງສິ່ງຊົ່ວ ສິ່ງນີ້ຈະຊ່ວຍເຮົາໃຫ້ຄິດຄືກັບພະອົງ ແລະຈະຊ່ວຍເຮົາໃຫ້ເຂັ້ມແຂງບໍ່ໃຫ້ເຮັດສິ່ງທີ່ບໍ່ດີ.
ມີບາງຢ່າງທີ່ຊົ່ວເຊິ່ງຄຳພີໄບເບິນບໍ່ໄດ້ບອກກົງໆ
12 ຖ້າເຮົາຮຽນຮູ້ທີ່ຈະກຽດຊັງສິ່ງຊົ່ວ ສິ່ງນີ້ຈະຊ່ວຍເຮົາເຂົ້າໃຈວ່າມີບາງຢ່າງທີ່ຊົ່ວເຊິ່ງຄຳພີໄບເບິນບໍ່ໄດ້ບອກກົງໆ. ຕົວຢ່າງ: ມີການກະທຳທີ່ຜິດສິນລະທຳແບບໜຶ່ງທີ່ເອີ້ນວ່າ: ການເຕັ້ນເທິງຕັກ ເຊິ່ງກຳລັງແຜ່ລາມຫຼາຍໃນທຸກມື້ນີ້. ບາງຄົນບໍ່ໄດ້ຮູ້ສຶກວ່າມັນຄືກັບການມີເພດສຳພັນ ດັ່ງນັ້ນ ເຂົາເຈົ້າຮູ້ສຶກວ່າມັນກໍບໍ່ໄດ້ຜິດຫຍັງ.b (ເບິ່ງໄຂເງື່ອນ) ແຕ່ພະເຢໂຫວາຮູ້ສຶກແບບນັ້ນແທ້ໆບໍ? ຂໍໃຫ້ຈື່ໄວ້ວ່າພະອົງກຽດຊັງຄວາມຊົ່ວທຸກຮູບແບບ. ສະນັ້ນ ຂໍໃຫ້ເຮົາຢູ່ຫ່າງໆຈາກສິ່ງຊົ່ວທຸກຢ່າງໂດຍຝຶກຄວບຄຸມຕົວເອງ ແລະກຽດຊັງສິ່ງທີ່ພະເຢໂຫວາກຽດຊັງ.—ໂລມ 12:9
ໃຫ້ຄິດເຖິງສິ່ງທີ່ເຈົ້າຈະເຮັດໃນອະນາຄົດ
13. ເປັນຫຍັງເຮົາຄວນຄິດເຖິງວິທີທີ່ພະເຢໂຫວາເບິ່ງເລື່ອງຕ່າງໆໃນຕອນນີ້ເພື່ອຈະຕັດສິນໃຈຢ່າງຮອບຄອບໃນອະນາຄົດ?
13 ເມື່ອເຮົາສຶກສາຄຳພີໄບເບິນ ເຮົາຄວນຄິດເຖິງວິທີທີ່ພະເຢໂຫວາເບິ່ງເລື່ອງຕ່າງໆເພາະຈະຊ່ວຍເຮົາໃຫ້ຕັດສິນໃຈຢ່າງຮອບຄອບ. ດັ່ງນັ້ນ ຖ້າເຮົາປະເຊີນກັບເຫດການທີ່ຕ້ອງຕັດສິນໃຈຢ່າງກະທັນຫັນ ເຮົາກໍຈະບໍ່ຕື່ນຕົກໃຈ. (ສຸພາສິດ 22:3) ໃຫ້ເຮົາມາພິຈາລະນາບາງຕົວຢ່າງໃນຄຳພີໄບເບິນ.
14. ເຮົາໄດ້ຮຽນຮູ້ຫຍັງຈາກວິທີທີ່ໂຢເຊບຕອບເມຍຂອງໂປຕີຟາ?
14 ເມື່ອເມຍຂອງໂປຕີຟາພະຍາຍາມຍົວະເຍົ້າໂຢເຊບ ລາວກໍປະຕິເສດທັນທີ. ເຫັນໄດ້ແຈ້ງວ່າ ໂຢເຊບໄດ້ຄິດຕຶກຕອງມາແລ້ວວ່າພະເຢໂຫວາຄິດແນວໃດກ່ຽວກັບຊີວິດແຕ່ງດອງ. (ອ່ານຕົ້ນເດີມ 39:8, 9) ໂຢເຊບບອກເມຍຂອງໂປຕີຟາວ່າ: “ຜູ້ຂ້າຈະກະທຳບາບໃຫຍ່ດັ່ງນີ້ ແລະທຳຜິດພະເຈົ້າໄດ້ຫຼື?” ຄຳເວົ້ານີ້ສະແດງວ່າລາວຄິດຄືກັບພະເຈົ້າ. ເຮົາເດ? ເຮົາຈະເຮັດແນວໃດຖ້າຄົນທີ່ຢູ່ບ່ອນເຮັດວຽກມາຈີບເຮົາ? ຫຼືມີຄົນໜຶ່ງສົ່ງຂໍ້ມູນຫຼືຮູບກ່ຽວກັບເລື່ອງເພດທາງໂທລະສັບໃຫ້ເຮົາ?c (ເບິ່ງໄຂເງື່ອນ) ຖ້າເຮົາໄດ້ຮຽນຮູ້ກ່ຽວກັບຄວາມຄິດຂອງພະເຢໂຫວາແລະຍອມຮັບຄວາມຄິດຂອງພະອົງໃນເລື່ອງຕ່າງໆເຫຼົ່ານີ້ແລະຕັດສິນໃຈໄວ້ແລ້ວວ່າຈະເຮັດແນວໃດ ມັນກໍງ່າຍຂຶ້ນທີ່ເຮົາຈະສັດຊື່ຕໍ່ພະເຢໂຫວາ.
15. ເຮົາຈະສັດຊື່ຕໍ່ພະເຢໂຫວາສະເໝີຄືກັບຊາຍເຫບເລີສາມຄົນນັ້ນໄດ້ແນວໃດ?
15 ໃຫ້ພິຈາລະນາຕົວຢ່າງຂອງຊາຍເຫບເລີສາມຄົນຊື່ຊາດຣາກ ເມຊາກ ແລະອາເບດເນໂຄ. ເມື່ອກະສັດເນບຶກາດເນດຊາຣສັ່ງໃຫ້ເຂົາເຈົ້ານະມັດສະການຮູບປັ້ນທອງຄຳທີ່ລາວສ້າງຂຶ້ນມາ ເຂົາເຈົ້າໄດ້ປະຕິເສດຢ່າງໜັກແໜ້ນ. ຄຳຕອບທີ່ຈະແຈ້ງຂອງເຂົາເຈົ້າຕໍ່ກະສັດສະແດງໃຫ້ເຫັນວ່າເຂົາເຈົ້າຄິດໄວ້ແລ້ວວ່າຜົນຈະເປັນແນວໃດຖ້າຮັກສາຄວາມສັດຊື່ຕໍ່ພະເຢໂຫວາສະເໝີ. (ອົບພະຍົບ 20:4, 5; ດານຽນ 3:4-6, 12, 16-18) ແລ້ວໃນປັດຈຸບັນນີ້ເດ? ເຈົ້າຈະເຮັດແນວໃດຖ້າຫົວໜ້າຂໍໃຫ້ເຈົ້າບໍລິຈາກເງິນສຳລັບງານລ້ຽງສະຫຼອງທີ່ກ່ຽວຂ້ອງກັບສາສະໜາປອມ? ແທນທີ່ເຈົ້າຈະຖ້າຈົນເຫດການແບບນັ້ນເກີດຂຶ້ນ ເຮົາຄວນຈະຄິດຕຶກຕອງຕັ້ງແຕ່ຕອນນີ້ວ່າພະເຢໂຫວາຄິດແນວໃດກັບເລື່ອງນີ້. ດັ່ງນັ້ນ ຖ້າເຫດການແບບນີ້ເກີດຂຶ້ນກັບເຮົາ ກໍຈະເປັນເລື່ອງງ່າຍຂຶ້ນທີ່ເຮົາຈະເວົ້າແລະເຮັດສິ່ງທີ່ຖືກຕ້ອງຄືກັບຊາຍເຫບເລີສາມຄົນນັ້ນໄດ້ເຮັດ.
ເຈົ້າໄດ້ຄົ້ນຄວ້າ ຂຽນເອກະສານທາງການແພດທີ່ມີຜົນດ້ານກົດໝາຍ ແລະລົມກັບທ່ານໝໍແລ້ວບໍ? (ເບິ່ງຂໍ້ 16)
16. ການເຂົ້າໃຈວິທີທີ່ພະເຢໂຫວາຄິດຢ່າງຈະແຈ້ງຈະຊ່ວຍເຮົາໃຫ້ກຽມພ້ອມສຳລັບກໍລະນີສຸກເສີນທາງການແພດແນວໃດ?
16 ການຄິດຕຶກຕອງກ່ຽວກັບວິທີທີ່ພະເຢໂຫວາຄິດຈະຊ່ວຍເຮົາໃຫ້ສັດຊື່ສະເໝີແມ່ນແຕ່ໃນກໍລະນີສຸກເສີນທາງການແພດ. ແນ່ນອນ ເຮົາຕັ້ງໃຈແລ້ວທີ່ຈະບໍ່ຮັບການໃສ່ເລືອດຫຼືສ່ວນປະກອບຫຼັກ 4 ຢ່າງຂອງເລືອດ. (ກິດຈະການ 15:28, 29) ແຕ່ມີບາງວິທີການທາງດ້ານການແພດທີ່ກ່ຽວຂ້ອງກັບເລືອດເຊິ່ງຄິດສະຕຽນແຕ່ລະຄົນຕ້ອງຕັດສິນໃຈດ້ວຍຕົວເອງໂດຍອີງໃສ່ຫຼັກການໃນຄຳພີໄບເບິນ. ເມື່ອໃດຈະດີທີ່ສຸດທີ່ຈະຕັດສິນໃຈໃນເລື່ອງນີ້? ເມື່ອເຮົາຢູ່ໂຮງໝໍບໍ ເຊັ່ນ: ຕອນທີ່ເຈັບໜັກແລະຖືກກົດດັນໃຫ້ຕັດສິນໃຈໄວໆ? ບໍ່ແມ່ນ. ແຕ່ເວລາທີ່ເໝາະສົມຄືຕອນນີ້ທີ່ເຮົາຈະຕ້ອງຄົ້ນຄວ້າແລະຂຽນເອກະສານທາງການແພດທີ່ມີຜົນດ້ານກົດໝາຍເຊິ່ງອະທິບາຍຈະແຈ້ງກ່ຽວກັບສິ່ງທີ່ເຮົາຕ້ອງການ ແລະທັງລົມກັບທ່ານໝໍ.d (ເບິ່ງໄຂເງື່ອນ)
17-19. ເປັນຫຍັງການຮຽນຮູ້ຄວາມຄິດຂອງພະເຢໂຫວາໃນເລື່ອງຕ່າງໆຕັ້ງແຕ່ຕອນນີ້ຈຶ່ງສຳຄັນ? ໃຫ້ຍົກຕົວຢ່າງ.
17 ສຸດທ້າຍແມ່ນຕົວຢ່າງຂອງພະເຍຊູ. ຂໍໃຫ້ຄິດເຖິງຕອນທີ່ເປໂຕແນະນຳເພິ່ນຢ່າງບໍ່ສະຫຼາດວ່າ: “ອາຈານ ອີ່ຕົນຕົວເອງແດ່” ພະເຍຊູໄດ້ຕອບເປໂຕທັນທີ. ນີ້ສະແດງວ່າພະເຍຊູໄດ້ຄິດຕຶກຕອງຫຼາຍກ່ຽວກັບສິ່ງທີ່ພະເຈົ້າຕ້ອງການໃຫ້ເພິ່ນເຮັດ ເລື່ອງຄຳພະຍາກອນຕ່າງໆກ່ຽວກັບຊີວິດ ແລະການຕາຍຂອງເພິ່ນ. ຄວາມຮູ້ນີ້ເຮັດໃຫ້ເພິ່ນສັດຊື່ຕໍ່ພະເຢໂຫວາສະເໝີແລະເຮັດໃຫ້ເພິ່ນສະລະຊີວິດເພື່ອເຮົາທຸກຄົນ.—ອ່ານມັດທາຍ 16:21-23e
18 ທຸກມື້ນີ້ພະເຢໂຫວາຢາກໃຫ້ເຮົາເປັນໝູ່ກັບພະອົງແລະປະກາດຂ່າວດີຢ່າງສຸດຄວາມສາມາດ. (ມັດທາຍ 6:33; 28:19, 20; ຢາໂກໂບ 4:8) ແຕ່ບາງຄົນທີ່ຫວັງດີອາດພະຍາຍາມໃຫ້ເຮົາເຊົາເຮັດວຽກນີ້ຄືກັບທີ່ເປໂຕໄດ້ເຮັດກັບພະເຍຊູ. ຕົວຢ່າງ: ຫົວໜ້າອາດຈະສະເໜີຂຶ້ນເງິນເດືອນໃຫ້ຫຼາຍໆ ແຕ່ເຈົ້າຮູ້ວ່າຕ້ອງໃຊ້ເວລາເຮັດວຽກຫຼາຍຂຶ້ນແລະເຮັດໃຫ້ບໍ່ຄ່ອຍມີເວລາເຂົ້າຮ່ວມປະຊຸມແລະໄປປະກາດ. ຫຼືສົມມຸດວ່າອາຈານຢູ່ໂຮງຮຽນສະເໜີໂອກາດໃຫ້ເຈົ້າໄປຮຽນຕໍ່ຢູ່ບ່ອນທີ່ຫ່າງໄກຈາກບ້ານ. ຖ້າເກີດເຫດການແບບນີ້ ເຈົ້າຈະອະທິດຖານ ຄົ້ນຄວ້າແລະລົມກັບຄອບຄົວຫຼືຜູ້ເຖົ້າແກ່ກ່ອນຈະຕັດສິນໃຈບໍ? ເປັນເລື່ອງທີ່ດີກວ່າທີ່ຕອນນີ້ເຮົາຈະຮຽນຮູ້ວ່າພະເຢໂຫວາຄິດແນວໃດໃນເລື່ອງເຫຼົ່ານີ້ແລະເຮັດໃຫ້ເຮົາເອງຄິດຄືກັບພະອົງ. ຖ້າພະຍາຍາມເຮັດແບບນີ້ ເຈົ້າກໍຈະເຫັນວ່າສິ່ງຕ່າງໆເຫຼົ່ານັ້ນບໍ່ໄດ້ໜ້າດຶງດູດໃຈ ແຕ່ເຈົ້າຮູ້ວ່າເຈົ້າຄວນເຮັດຫຍັງຍ້ອນໄດ້ຕັດສິນໃຈໄປແລ້ວວ່າຈະຈົດຈໍ່ຢູ່ທີ່ການຮັບໃຊ້ພະເຢໂຫວາ.
19 ເຈົ້າອາດຄິດເຖິງສະຖານະການອື່ນໆເຊິ່ງເກີດຂຶ້ນຢ່າງກະທັນຫັນທີ່ອາດທົດສອບຄວາມສັດຊື່ຂອງເຈົ້າທີ່ມີຕໍ່ພະເຢໂຫວາ. ແນ່ນອນວ່າ ເຮົາບໍ່ສາມາດທີ່ຈະກຽມພ້ອມສຳລັບທຸກສະຖານະການໄດ້. ແຕ່ຖ້າເຮົາຄິດຕຶກຕອງຄວາມຄິດຂອງພະເຢໂຫວາໃນລະຫວ່າງທີ່ເຮົາສຶກສາສ່ວນຕົວ ເຮົາກໍອາດຈະຈື່ສິ່ງທີ່ເຮົາຮຽນຮູ້ແລະຮູ້ນຳໃຊ້ສິ່ງເຫຼົ່ານັ້ນໃນທຸກສະຖານະການ. ດັ່ງນັ້ນ ເມື່ອເຮົາສຶກສາສ່ວນຕົວ ໃຫ້ເຮົາເບິ່ງວິທີທີ່ພະເຢໂຫວາຄິດໃນເລື່ອງຕ່າງໆ ໃຫ້ເຮົາຄິດຄືກັບພະອົງແລະໃຫ້ຄິດວ່າສິ່ງນີ້ຈະຊ່ວຍເຮົາແນວໃດໃຫ້ຕັດສິນໃຈຢ່າງຮອບຄອບທັງໃນຕອນນີ້ແລະໃນອະນາຄົດ.
ຄວາມຄິດຂອງພະເຢໂຫວາແລະອະນາຄົດຂອງເຈົ້າ
20, 21. (ກ) ເປັນຫຍັງໃນໂລກໃໝ່ເຮົາຈະມີຄວາມຍິນດີກັບອິດສະຫຼະຂອງເຮົາ? (ຂ) ເຮົາຈະມີຄວາມສຸກໄດ້ແນວໃດໃນຕອນນີ້?
20 ເຮົາທຸກຄົນຕັ້ງໃຈລໍຖ້າໃຫ້ໂລກໃໝ່ມາ. ພວກເຮົາຫຼາຍຄົນຫວັງຈະມີຊີວິດຕະຫຼອດໄປໃນສວນອຸທິຍານເທິງໂລກ. ພາຍໃຕ້ການປົກຄອງຂອງພະເຈົ້າ ເຮົາຈະເປັນອິດສະຫຼະຈາກຄວາມເຈັບປ່ວຍແລະຄວາມທຸກທໍລະມານທຸກຢ່າງທີ່ເຮົາປະສົບໃນໂລກນີ້. ນອກຈາກນັ້ນ ເຮົາຍັງຈະມີອິດສະຫຼະເລືອກຕາມສິ່ງທີ່ເຮົາມັກແລະຢາກເຮັດ.
21 ແຕ່ນີ້ບໍ່ໄດ້ໝາຍຄວາມວ່າເຮົາຈະມີອິດສະຫຼະແບບບໍ່ຈຳກັດ. ຄົນທີ່ຖ່ອມຕົວຈະຍັງຕັດສິນໃຈໂດຍອີງໃສ່ກົດໝາຍຂອງພະເຢໂຫວາແລະຄວາມຄິດຂອງພະອົງ. ການເຮັດແບບນີ້ຈະເຮັດໃຫ້ມີຄວາມສຸກແລະຄວາມສະຫງົບສຸກຢ່າງບໍ່ມີວັນສິ້ນສຸດ. (ຄຳເພງ 37:11) ຈົນກວ່າຈະເຖິງມື້ນັ້ນ ເຮົາກໍສາມາດມີຄວາມສຸກໄດ້ໃນຕອນນີ້ເພາະເຮົາເຮັດໃຫ້ຕົວເອງມີຄວາມຄິດຄືກັບພະເຢໂຫວາ.
a ໂລມ 12:2 (ລ.ມ.): “ເຊົາຮຽນແບບຄົນໃນໂລກນີ້ ແຕ່ໃຫ້ປ່ຽນແປງຕົວເອງໂດຍປ່ຽນຄວາມຄິດຂອງເຈົ້າໃໝ່ ເພື່ອເຈົ້າຈະໄດ້ກວດເບິ່ງໃຫ້ແນ່ໃຈວ່າອັນໃດຄືສິ່ງທີ່ພະເຈົ້າຕ້ອງການໃຫ້ເຮົາເຮັດເຊິ່ງເປັນສິ່ງທີ່ດີ ສົມບູນ ແລະເຮັດໃຫ້ພະອົງພໍໃຈ.”
b ການເຕັ້ນເທິງຕັກ (Lap dancing) ເປັນການກະທຳທີ່ຜູ້ເຕັ້ນເຊິ່ງເກືອບເປືອຍຕົວນັ່ງເທິງຕັກຂອງລູກຄ້າ ແລ້ວເຕັ້ນຍົວະເຍົ້າເພື່ອກະຕຸ້ນໃຫ້ເກີດຄວາມຕ້ອງການທາງເພດ. ເລື່ອງນີ້ອາດຈະຖືວ່າເປັນການເຮັດຜິດສິນລະທຳທາງເພດກໍໄດ້ ແຕ່ຂຶ້ນກັບສະພາບການຕົວຈິງ ແລະຖ້າມີຫຼັກຖານວ່າເຮັດຜິດແທ້ ຄະນະຜູ້ເຖົ້າແກ່ຕ້ອງຕັ້ງຄະນະກຳມະການຕັດສິນຄວາມ. ຄລິດສະຕຽນທີ່ເຄີຍກ່ຽວຂ້ອງກັບການກະທຳແບບນີ້ຄວນຈະຂໍຄວາມຊ່ວຍເຫຼືອຈາກຜູ້ເຖົ້າແກ່.—ຢາໂກໂບ 5:14, 15
c ການໃຊ້ໂທລະສັບມືຖືເພື່ອສົ່ງຂໍ້ມູນ ຮູບ ຫຼືວິດີໂອກ່ຽວກັບເລື່ອງເພດແມ່ນເອີ້ນກັນວ່າ: ເຊັກຕິງ (sexting). ແລ້ວແຕ່ສະພາບການຕົວຈິງຂອງເຫດການ ຄະນະຜູ້ເຖົ້າແກ່ອາດຈະຕ້ອງຕັ້ງຄະນະກຳມະການຕັດສິນຄວາມ. ໃນບາງກໍລະນີ ຕຳຫຼວດເຄີຍດຳເນີນຄະດີທາງກົດໝາຍກັບຄົນທີ່ກ່ຽວຂ້ອງກັບເຊັກຕິງໃນຂໍ້ຫາວ່າເປັນຜູ້ລ່ວງລະເມີດທາງເພດເຖິງວ່າຜູ້ກ່ຽວຍັງເປັນໄວລຸ້ນ. ຂໍ້ມູນເພີ່ມເຕີມເບິ່ງເວັບໄຊ jw.org ແລະອ່ານບົດຄວາມທີ່ຊື່ວ່າ: “ໜຸ່ມສາວຖາມວ່າ—ຂ້ອຍຄວນຮູ້ຫຍັງກ່ຽວກັບ ‘ເຊັກຕິງ’?” (ເບິ່ງຫົວຂໍ້ ຄຳສອນຂອງຄຳພີໄບເບິນ > ໄວລຸ້ນ) ຫຼືເບິ່ງບົດຄວາມ “ຊ່ວຍລູກໄວລຸ້ນໃຫ້ຮູ້ເທົ່າທັນພິດໄພຂອງເຊັກຕິງ” ໃນຕື່ນເຖີດ! ພະຈິກ 2013 ໜ້າ 4-5 (ບໍ່ມີໃນພາສາລາວ).
d ຂໍ້ມູນເພີ່ມເຕີມກ່ຽວກັບຫຼັກການໃນຄຳພີໄບເບິນທີ່ຈະຊ່ວຍເຈົ້າໄດ້ ຕົວຢ່າງ: ປຶ້ມ “ຈົ່ງຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າ” ໜ້າ 215-217.
e ມັດທາຍ 16:22 (ລ.ມ.): “ອາຈານ ອີ່ຕົນຕົວເອງແດ່ ອາຈານຈະບໍ່ປະສົບເລື່ອງຮ້າຍໆແບບນັ້ນດອກ.”