ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ວຊພໜສ ບົດຄວາມ 7
  • ຈະ​ເຮັດ​ແນວ​ໃດ​ຖ້າ​ບໍ່​ຢາກ​ໄປ​ໂຮງຮຽນ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຈະ​ເຮັດ​ແນວ​ໃດ​ຖ້າ​ບໍ່​ຢາກ​ໄປ​ໂຮງຮຽນ?
  • ໜຸ່ມ​ສາວ​ຖາມ​ວ່າ
  • ເລື່ອງທີ່ຄ້າຍກັນ
  • ຂ້ອຍ​ຄວນ​ອອກ​ໂຮງ​ຮຽນ​ບໍ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 1
ໜຸ່ມ​ສາວ​ຖາມ​ວ່າ
ວຊພໜສ ບົດຄວາມ 7
ເດັກນ້ອຍ​ຊາຍ​ທີ່​ໂສກເສົ້າ​ຢືນ​ຢູ່​ຂ້າງ​ຕູ້​ເກັບ​ເຄື່ອງ​ແຖວ​ທາງ​ຍ່າງ​ຂອງ​ໂຮງຮຽນ.

ໜຸ່ມ​ສາວ​ຖາມ​ວ່າ

ຈະ​ເຮັດ​ແນວ​ໃດ​ຖ້າ​ບໍ່​ຢາກ​ໄປ​ໂຮງຮຽນ?

ອາຈານ​ເຂັ້ມ​ງວດ​ເລື່ອງ​ກົດ​ລະບຽບ ຄວາມ​ກົດ​ດັນ​ຈາກ​ໝູ່ ການ​ສອບ​ເສັງ​ທີ່​ເຄັ່ງ​ຕຶງ ແລະ​ມີ​ວຽກ​ບ້ານ​ຖ້ວມ​ຫົວ. ຖ້າ​ເຈົ້າ​ບໍ່​ມັກ​ໄປ​ໂຮງຮຽນ​ກໍ​ບໍ່​ແປກ. ໄວລຸ້ນ​ຄົນ​ໜຶ່ງ​ທີ່​ຊື່ ຣາເຊວa ບອກ​ວ່າ:

“ຖ້າ​ເລືອກ​ໄດ້​ຂ້ອຍ​ຂໍ​ໄປ​ຢູ່​ບ່ອນ​ອື່ນ​ທີ່​ບໍ່​ແມ່ນ​ໂຮງຮຽນ ໄປ​ແຄມ​ທະເລ ຢູ່​ກັບ​ໝູ່ ຫຼື​ໄປ​ຊ່ວຍ​ພໍ່​ແມ່​ແຕ່ງ​ກິນ​ແລະ​ອະນາໄມ​ເຮືອນ​ກໍ​ຍັງ​ດີ​ກວ່າ!”

ຖ້າ​ເຈົ້າ​ຮູ້ສຶກ​ຄື​ກັບ​ຣາເຊວ ເຈົ້າ​ອາດ​ຈະ​ຮູ້ສຶກ​ວ່າ​ການ​ໄປ​ໂຮງຮຽນ​ເປັນ​ຄື​ກັບ​ການ​ຕິດ​ຄຸກ​ທີ່​ເຈົ້າ​ຕ້ອງ​ອົດທົນ​ຕໍ່​ໄປ​ເລື້ອຍ​ໆ​ຈົນ​ກວ່າ​ຈະ​ຖືກ​ປ່ອຍ​ອອກ​ມາ​ເມື່ອ​ຮຽນ​ຈົບ. ການ​ຄິດ​ແບບ​ນີ້​ອາດ​ເຮັດ​ໃຫ້​ທໍ້ໃຈ. ແລ້ວ​ມີ​ວິທີ​ຄິດ​ແບບ​ອື່ນ​ບໍ​ທີ່​ຈະ​ຊ່ວຍ​ໄດ້?

ເຈົ້າ​ຮູ້​ບໍ? ຖ້າ​ເຈົ້າ​ປ່ຽນ​ຄວາມ​ຄິດ​ທີ່​ມີ​ຕໍ່​ໂຮງຮຽນ ເຈົ້າ​ກໍ​ຈະ​ຮັບມື​ກັບ​ເລື່ອງ​ຕ່າງ​ໆ​ໄດ້​ດີ​ຂຶ້ນ ແລະ​ບໍ່​ເບິ່ງ​ວ່າ​ການ​ໄປ​ໂຮງຮຽນ​ເປັນ​ການ​ທົດສອບ​ຄວາມ​ອົດທົນ. ທີ່ຈິງ ໂຮງຮຽນ​ເປັນ​ຄື​ກັບ​ເຄື່ອງມື​ໜຶ່ງ​ທີ່​ຈະ​ຊ່ວຍ​ເຈົ້າ​ໃຫ້​ພັດທະນາ​ທັກສະ​ຕ່າງ​ໆ​ທີ່​ຈຳເປັນ​ຕ້ອງ​ໃຊ້​ຕອນ​ທີ່​ເປັນ​ຜູ້​ໃຫຍ່.

ຄວາມ​ຮູ້ສຶກ​ທີ່​ເຈົ້າ​ມີ​ຕໍ່​ໂຮງຮຽນ​ຈະ​ປ່ຽນ​ໄປ ເມື່ອ​ຄິດ​ເຖິງ​ສິ່ງ​ເຫຼົ່າ​ນີ້:

ຮູບ​ປຶ້ມ​ບັນທຶກ​ແລະ​ສໍ.

ຄວາມ​ຮູ້​ທີ່​ໄດ້​ຮັບ. ແຮ່ງ​ເຈົ້າ​ມີ​ຄວາມ​ຮູ້​ຫຼາຍ ເຈົ້າ​ກໍ​ແຮ່ງ​ຈະ​ຮູ້​ວິທີ​ແກ້ໄຂ​ບັນຫາ​ໃນ​ອະນາຄົດ​ໄດ້​ດີ​ຂຶ້ນ​ຕອນ​ທີ່​ໄປ​ເຮັດ​ວຽກ ຫຼື​ບັນຫາ​ອື່ນ​ໆ​ໃນ​ຊີວິດ​ໂດຍ​ທີ່​ບໍ່​ຕ້ອງ​ເພິ່ງພາ​ຄົນ​ອື່ນ​ຕະຫຼອດ​ເວລາ. ໃຫ້​ຖາມ​ໂຕເອງ​ວ່າ: ‘ເຖິງ​ວ່າ​ຢູ່​ໂຮງຮຽນ​ຈະ​ມີ​ບາງ​ຢ່າງ​ທີ່​ຂ້ອຍ​ບໍ່​ມັກ ແຕ່​ຄວາມ​ຮູ້​ທີ່​ຂ້ອຍ​ໄດ້​ຮັບ​ເປັນ​ປະໂຫຍດ​ຕໍ່​ຂ້ອຍ​ໃນ​ທາງ​ໃດ​ແດ່?’

ຫຼັກການ​ໃນ​ຄຳພີ​ໄບເບິນ: “ໃຫ້​ປົກປ້ອງ​ສະຕິ​ປັນຍາ​ທີ່​ໃຊ້​ໄດ້​ແທ້​ແລະ​ຄວາມ​ສາມາດ​ໃນ​ການ​ຄິດ.”—ສຸພາສິດ 3:21

ສຳລັບ​ຂໍ້ມູນ​ເພີ່ມເຕີມ ໃຫ້​ເບິ່ງ​ບົດ​ຄວາມ “ຈະ​ເຮັດ​ແນວ​ໃດ​ຖ້າ​ຜົນ​ການ​ຮຽນ​ບໍ່​ດີ?” (ພາສາ​ໄທ)

ຮູບ​ລາຍການ​ກວດ​ສອບ.

ຝຶກ​ນິດໄສ. ຊີວິດ​ໃນ​ໂຮງຮຽນ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮູ້​ວິທີ​ບໍລິຫານ​ເວລາ ມີ​ລະບຽບ​ວິໄນ​ຕໍ່​ໂຕເອງ ແລະ​ເປັນ​ຄົນ​ດຸ​ໝັ່ນ​ເຮັດ​ວຽກ. ສິ່ງ​ເຫຼົ່າ​ນີ້​ເປັນ​ສິ່ງ​ທີ່​ເຈົ້າ​ຈຳເປັນ​ຕ້ອງ​ມີ​ເມື່ອ​ເປັນ​ຜູ້​ໃຫຍ່. ໃຫ້​ຖາມ​ໂຕເອງ​ວ່າ: ‘ກິດຈະກຳ​ຢູ່​ໂຮງຮຽນ​ຊ່ວຍ​ຂ້ອຍ​ແນວ​ໃດ​ໃຫ້​ເປັນ​ຄົນ​ທີ່​ມີ​ລະບຽບ​ວິໄນ​ແລະ​ດຸ​ໝັ່ນ​ເຮັດ​ວຽກ? ຂ້ອຍ​ຕ້ອງ​ປັບປຸງ​ໂຕເອງ​ໃນ​ເລື່ອງ​ເຫຼົ່າ​ນີ້​ແນວ​ໃດ?’

ຫຼັກການ​ໃນ​ຄຳພີ​ໄບເບິນ: “ການ​ເຮັດ​ວຽກ​ໜັກ​ທຸກ​ຢ່າງ​ມີ​ປະໂຫຍດ.”—ສຸພາສິດ 14:23

ສຳລັບ​ຂໍ້ມູນ​ເພີ່ມເຕີມ ໃຫ້​ເບິ່ງ​ບົດ​ຄວາມ “ຈະ​ຈັດ​ເວລາ​ແນວ​ໃດ​ດີ?” (ພາສາ​ໄທ)

ຮູບ​ທີ່​ມີ​ຄົນ​ສອງ​ຄົນ​ກຳລັງ​ລົມ​ກັນ.

ຮູ້​ຈັກ​ເຂົ້າ​ສັງຄົມ. ການ​ລົມ​ກັບ​ໝູ່​ແລະ​ເຮັດ​ກິດຈະກຳ​ນຳ​ກັນ​ຢູ່​ໂຮງຮຽນ​ຈະ​ຊ່ວຍ​ເຈົ້າ​ໃຫ້​ເປັນ​ຄົນ​ເຫັນອົກເຫັນໃຈ​ແລະ​ນັບຖື​ຄົນ​ອື່ນ. ຜູ້​ຊາຍ​ໄວລຸ້ນ​ທີ່​ຊື່ ໂຈຊົວ​ບອກ​ວ່າ: “ການ​ຮຽນ​ຮູ້​ວິທີ​ລົມ​ກັບ​ຄົນ​ອື່ນ​ມີ​ຄວາມ​ສຳຄັນ​ສ່ຳ​ກັນ​ກັບ​ການ​ຮຽນ​ປະຫວັດສາດ​ແລະ​ວິທະຍາສາດ ເພາະ​ມັນ​ເປັນ​ທັກສະ​ທີ່​ເຈົ້າ​ໃຊ້​ໄດ້​ຕະຫຼອດ​ຊີວິດ.” ໃຫ້​ຖາມ​ໂຕເອງ​ວ່າ ‘ຕອນ​ຢູ່​ໂຮງຮຽນ ຂ້ອຍ​ໄດ້​ຮຽນ​ຮູ້​ວິທີ​ປັບ​ໂຕ​ໃຫ້​ເຂົ້າ​ກັບ​ຄົນ​ອື່ນ​ລວມ​ທັງ​ຄົນ​ທີ່​ມີ​ພູມ​ຫຼັງ​ຫຼື​ຄວາມ​ເຊື່ອ​ຕ່າງ​ຈາກ​ຂ້ອຍ​ແນວ​ໃດ?’

ຫຼັກການ​ໃນ​ຄຳພີ​ໄບເບິນ: “ໃຫ້​ພະຍາຍາມ​ສ້າງ​ສັນຕິສຸກ​ກັບ​ທຸກ​ຄົນ.”—ເຮັບເຣີ 12:14

ສຳລັບ​ຂໍ້ມູນ​ເພີ່ມເຕີມ ໃຫ້​ເບິ່ງ​ບົດ​ຄວາມ “ຂ້ອຍ​ຈະ​ລົມ​ເກັ່ງ​ຂຶ້ນ​ໄດ້​ແນວ​ໃດ?” (ພາສາ​ໄທ)

ຮູບ​ຄົນ​ຍ່າງ​ຢູ່​ຫົນທາງ

ອະນາຄົດ​ຂອງ​ເຈົ້າ. ໂຮງຮຽນ​ສາມາດ​ຊ່ວຍ​ເຈົ້າ​ໃຫ້​ຮູ້​ວ່າ​ເຈົ້າ​ມີ​ຄວາມ​ສາມາດ​ດ້ານ​ໃດ​ແລະ​ຕັ້ງ​ເປົ້າໝາຍ​ທີ່​ເໝາະ​ກັບ​ໂຕເອງ​ໄດ້. ຜູ້​ຍິງ​ໄວລຸ້ນ​ທີ່​ຊື່ ບຣຸກ​ບອກ​ວ່າ: “ຕອນ​ຢູ່​ໂຮງຮຽນ ຂ້ອຍ​ໄດ້​ຮຽນ​ຮູ້​ທັກສະ​ບາງ​ຢ່າງ​ໂດຍ​ສະເພາະ ເຈົ້າ​ກໍ​ຈະ​ໄດ້​ຮຽນ​ແບບ​ນັ້ນ​ຄື​ກັນ ແລະ​ເມື່ອ​ຮຽນ​ຈົບ ເຈົ້າ​ກໍ​ຈະ​ຊອກ​ວຽກ​ເຮັດ​ໄດ້​ງ່າຍ​ຂຶ້ນ​ເພາະ​ເຈົ້າ​ມີ​ທັກສະ​ນັ້ນ​ແລ້ວ.” ໃຫ້​ຖາມ​ໂຕເອງ​ວ່າ: ‘ຂ້ອຍ​ຈະ​ເຮັດ​ວຽກ​ຫຍັງ​ຫຼັງ​ຈາກ​ຮຽນ​ຈົບ? ຂ້ອຍ​ຈະ​ເລືອກ​ຮຽນ​ສາຍ​ໃດ​ເພື່ອ​ໃຫ້​ເໝາະ​ກັບ​ວຽກ​ທີ່​ຂ້ອຍ​ຢາກ​ເຮັດ?’

ຫຼັກການ​ໃນ​ຄຳພີ​ໄບເບິນ: “ໃຫ້​ເອົາ​ສິ່ງ​ທີ່​ຂວາງ​ທາງ​ອອກ​ຈາກ​ທາງ​ຂອງ​ລູກ ແລ້ວ​ທາງ​ຂອງ​ລູກ​ຈະ​ປອດໄພ.”—ສຸພາສິດ 4:26, ໄຂເງື່ອນ

a ບາງ​ຊື່​ໃນ​ບົດ​ຄວາມ​ນີ້​ເປັນ​ຊື່​ສົມມຸດ.

ໝູ່​ຂອງ​ເຈົ້າ​ຄິດ​ແນວ​ໃດ

  • ເມ​ດິ​ຊັນ.

    “ຕອນ​ທີ່​ເຮັດ​ວຽກ​ເປັນ​ກຸ່ມ ຂ້ອຍ​ຕ້ອງ​ໄດ້​ເຮັດ​ວຽກ​ກັບ​ໝູ່​ຫຼາຍ​ຄົນ​ທີ່​ມີ​ນິດໄສ​ແລະ​ຮູບ​ແບບ​ການ​ໃຊ້​ຊີວິດ​ຕ່າງ​ຈາກ​ຂ້ອຍ. ນີ້​ເຮັດ​ໃຫ້​ຂ້ອຍ​ຮຽນ​ຮູ້​ທີ່​ຈະ​ຟັງ​ຄົນ​ອື່ນ. ສ່ວນ​ຫຼາຍ​ແລ້ວ​ໝູ່​ຂ້ອຍ​ກໍ​ເປັນ​ຄົນ​ໃຈ​ດີ​ແລະ​ໃຫ້​ກຽດ​ຂ້ອຍ ຍ້ອນ​ເຂົາເຈົ້າ​ຮູ້​ວ່າ​ຂ້ອຍ​ເປັນ​ມິດ​ແລະ​ບໍ່​ເຄີຍ​ເວົ້າ​ເຖິງ​ເຂົາເຈົ້າ​ໃນ​ທາງ​ທີ່​ບໍ່​ດີ.”—ເມ​ດິ​ຊັນ

  • ໄຣອັນ.

    “ຂ້ອຍ​ໄດ້​ຮຽນ​ຮູ້​ທີ່​ຈະ​ເບິ່ງ​ຂໍ້​ດີ​ຂອງ​ໝູ່. ເຂົາເຈົ້າ​ສ່ວນ​ຫຼາຍ​ພະຍາຍາມ​ເຮັດ​ສິ່ງ​ທີ່​ດີ. ດັ່ງນັ້ນ ຂ້ອຍ​ຈຶ່ງ​ຫາ​ໂອກາດ​ທີ່​ຈະ​ໃຫ້​ກຳລັງ​ໃຈ​ເຂົາເຈົ້າ​ຈາກ​ຄຳພີ​ໄບເບິນ.”—ໄຣອັນ

  • ບຣຸກ.

    “ໂຮງຮຽນ​ສາມາດ​ຊ່ວຍ​ເຈົ້າ​ໃຫ້​ພັດທະນາ​ທັກສະ​ທີ່​ຈະ​ຢູ່​ຮ່ວມ​ກັບ​ຄົນ​ອື່ນ. ເນື່ອງ​ຈາກ​ເຈົ້າ​ຕ້ອງ​ຢູ່​ກັບ​ໝູ່​ໃນ​ໂຮງຮຽນ​ໝົດ​ມື້ ເຈົ້າ​ຈຶ່ງ​ຮູ້​ວ່າ​ສິ່ງ​ໃດ​ທີ່​ຄວນ​ເວົ້າ ຫຼື​ບໍ່​ຄວນ​ເວົ້າ ໄດ້​ຝຶກ​ຄວາມ​ອົດທົນ ແລະ​ຝຶກ​ເປັນ​ຄົນ​ມີ​ນ້ຳໃຈ. ຕອນ​ທີ່​ຮຽນ​ວິຊາ​ພາລະ​ສຶກສາ ເຈົ້າ​ອາດ​ຈະ​ໄດ້​ຫຼິ້ນ​ກິລາ​ເປັນ​ທີມ ແລະ​ນັ້ນ​ຈະ​ສອນ​ເຈົ້າ​ໃຫ້​ຮູ້​ເຮັດ​ວຽກ​ຮ່ວມ​ກັບ​ຄົນ​ອື່ນ​ເຊິ່ງ​ເປັນ​ສິ່ງ​ທີ່​ເຈົ້າ​ບໍ່​ສາມາດ​ຮຽນ​ຮູ້​ໄດ້​ຖ້າ​ເຈົ້າ​ຢູ່​ຄົນ​ດຽວ.”—ບຣຸກ

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌