ບາບແມ່ນຫຍັງ?
ຄຳຕອບຈາກຄຳພີໄບເບິນ
ບາບແມ່ນຄວາມຄິດ ຄວາມຮູ້ສຶກ ຫຼືການກະທຳທີ່ຂັດກັບມາດຕະຖານຂອງພະເຈົ້າ ລວມເຖິງການຝ່າຝືນກົດໝາຍຂອງພະເຈົ້າໂດຍເຮັດສິ່ງທີ່ຜິດຫຼືບໍ່ຖືກຕ້ອງໃນສາຍຕາຂອງເພິ່ນ. (1 ໂຢຮັນ 3:4; 5:17) ຄຳພີໄບເບິນຍັງບອກວ່າການບໍ່ເຮັດສິ່ງທີ່ຖືກຕ້ອງກໍຖືວ່າບາບນຳ.—ຢາໂກໂບ 4:17
ໃນພາສາເດີມຂອງຄຳພີໄບເບິນ ຄຳວ່າ ບາບໝາຍເຖິງ “ພາດເປົ້າ” ຕົວຢ່າງເຊັ່ນ ທະຫານກອງໜຶ່ງຂອງຊາດອິດສະຣາເອນສະໄໝບູຮານຊຳນານໃນການໃຊ້ເຊືອກແກວ່ງກ້ອນຫີນແບບທີ່ “ບໍ່ພາດ” ເລີຍ. ສຳນວນໃນຂໍ້ນີ້ ຖ້າແປແບບຕາມໂຕກໍຄື “ບໍ່ເຮັດບາບ.” (ຜູ້ຕັດສິນ 20:16, ລ.ມ.) ດັ່ງນັ້ນ ການເຮັດບາບຈຶ່ງໝາຍເຖິງການພາດໄປຈາກມາດຕະຖານທີ່ດີເລີດຂອງພະເຈົ້າ.
ເນື່ອງຈາກພະເຈົ້າເປັນຜູ້ສ້າງທຸກສິ່ງ ເພິ່ນຈຶ່ງມີສິດກຳນົດມາດຕະຖານຕ່າງໆໃຫ້ມະນຸດ. (ພະນິມິດ 4:11) ພະເຈົ້າຖືວ່າເຮົາຕ້ອງຮັບຜິດຊອບທຸກສິ່ງທີ່ເຮົາເຮັດໄປ.—ໂຣມ 14:12
ເປັນໄປໄດ້ບໍທີ່ເຮົາຈະບໍ່ເຮັດບາບເລີຍ?
ບໍ່ມີທາງ! ຄຳພີໄບເບິນບອກວ່າ: “ທຸກຄົນເຮັດບາບແລະບໍ່ໄດ້ສະແດງຄຸນລັກສະນະທີ່ດີເລີດຂອງພະເຈົ້າແບບທີ່ຄວນຈະສະແດງ.” (ໂຣມ 3:23; 1 ກະສັດ 8:46; ຜູ້ເທສະໜາປ່າວປະກາດ 7:20; 1 ໂຢຮັນ 1:8) ເປັນຫຍັງຈຶ່ງເປັນແບບນັ້ນ?
ຕອນທີ່ອາດາມກັບເອວາມະນຸດຄູ່ທຳອິດຖືກສ້າງຂຶ້ນ ເຂົາເຈົ້າບໍ່ມີບາບ ເພາະເຂົາເຈົ້າຖືກສ້າງຢ່າງສົມບູນແບບຕາມແບບຂອງພະເຈົ້າ. (ປະຖົມມະການ 1:27) ແຕ່ເມື່ອເຂົາເຈົ້າບໍ່ເຊື່ອຟັງພະເຈົ້າ ເຂົາເຈົ້າຈຶ່ງບໍ່ແມ່ນຄົນສົມບູນແບບອີກຕໍ່ໄປ. (ປະຖົມມະການ 3:5, 6, 17-19) ຕໍ່ມາເມື່ອມີລູກ ເຂົາເຈົ້າກໍຖ່າຍທອດບາບແລະຄວາມບໍ່ສົມບູນແບບໃຫ້ກັບລູກ. (ໂຣມ 5:12) ກະສັດດາວິດເຄີຍເວົ້າເຖິງຕົວເອງວ່າ “ຂ້ອຍມີຄວາມຜິດຕັ້ງແຕ່ເກີດແລ້ວ.”—ຄຳເພງ 51:5, ລ.ມ.
ມີບາບແບບໃດບໍທີ່ຖືວ່າຮ້າຍແຮງກວ່າບາບຊະນິດອື່ນໆ
ມີ! ຕົວຢ່າງເຊັ່ນ ຄຳພີໄບເບິນເວົ້າເຖິງຄົນເມືອງໂຊໂດມໃນຍຸກບູຮານວ່າ: ‘ເປັນຄົນຊົ່ວຫຼາຍແລະເຮັດບາບຮ້າຍແຮງ.’ (ປະຖົມມະການ 13:13; 18:20) ໃຫ້ເຮົາມາເບິ່ງວ່າມີ 3 ປັດໄຈຫຍັງແດ່ທີ່ເປັນມາດຕະຖານໃນການຕັດສິນລະດັບຄວາມຮຸນແຮງຂອງບາບ.
ຄວາມຮ້າຍແຮງ. ຄຳພີໄບເບິນເຕືອນເຮົາໃຫ້ລະວັງທີ່ຈະບໍ່ເຮັດບາບຮ້າຍແຮງໃນເລື່ອງເຫຼົ່ານີ້ ເຊັ່ນ: ການເຮັດຜິດສິນລະທຳທາງເພດ ການໄຫວ້ຮູບບູຊາ ການຂີ້ລັກ ການເມົາເຫຼົ້າ ການຂູດຮີດ ການຂ້າຄົນ ແລະການຫຼິ້ນໄສຍະສາດ. (1 ໂກຣິນໂທ 6:9-11; ພະນິມິດ 21:8) ຄຳພີໄບເບິນທຽບໃຫ້ເຫັນວ່າບາບເຫຼົ່ານັ້ນຕ່າງຈາກບາບທີ່ເກີດຈາກການເວົ້າຫຼິ້ນໆຫຼືບາບທີ່ເຮັດໂດຍບໍ່ຕັ້ງໃຈ ເຊັ່ນ ການເວົ້າຫຼືການເຮັດໃຫ້ຄົນອື່ນເຈັບ. (ສຸພາສິດ 12:18; ເອເຟໂຊ 4:31, 32) ແຕ່ຄຳພີໄບເບິນກໍເຕືອນວ່າ ເຮົາບໍ່ຄວນຄິດວ່າການເຮັດບາບນ້ອຍໆໂດຍບໍ່ເຮັດໃຫ້ໃຜມີບັນຫາກໍບໍ່ເປັນຫຍັງ ເພາະຈາກຈຸດເລີ່ມຕົ້ນນ້ອຍໆກໍອາດເຮັດໃຫ້ເຮົາເຮັດບາບຮ້າຍແຮງທີ່ຂັດກັບກົດໝາຍຂອງພະເຈົ້າໄດ້.—ມັດທາຍ 5:27, 28
ເຈຕະນາທີ່ເຮັດ. ບາງຄົນອາດເຮັດບາບບາງຢ່າງເພາະເຂົາເຈົ້າບໍ່ຮູ້ວ່າເລື່ອງນັ້ນຜິດໃນສາຍຕາຂອງພະເຈົ້າ. (ກິດຈະການ 17:30; 1 ຕີໂມທຽວ 1:13) ເຖິງຈະບໍ່ມີຂໍ້ແກ້ໂຕສຳລັບການເຮັດບາບແບບນັ້ນ ແຕ່ຄຳພີໄບເບິນກໍແຍກໃຫ້ເຫັນຢ່າງຈະແຈ້ງເມື່ອເວົ້າເຖິງບາບທີ່ເຮັດຍ້ອນບໍ່ຮູ້ກັບບາບທີ່ຍ້ອນຈົງໃຈຝ່າຝືນກົດໝາຍຂອງພະເຈົ້າ. (ຈົດເຊັນບັນຊີ 15:30, 31) ດັ່ງນັ້ນ ບາບທີ່ເຮັດໂດຍເຈຕະນາຈຶ່ງເກີດຈາກ “ໃຈຊົ່ວ.”—ເຢເຣມີ 16:12, ລ.ມ.
ຄວາມຖີ່. ຄຳພີໄບເບິນຍັງແຍກໃຫ້ເຫັນຢ່າງຊັດເຈນລະຫວ່າງບາບທີ່ເຮັດພຽງເທື່ອດຽວກັບບາບທີ່ເຮັດເປັນປະຈຳໃນຊ່ວງເວລາໜຶ່ງ. (1 ໂຢຮັນ 3:4-8) ຖ້າຄົນນັ້ນໄດ້ຮຽນຮູ້ແລ້ວວ່າຈະເຮັດສິ່ງທີ່ຖືກຕ້ອງໃນສາຍຕາຂອງພະເຈົ້າໄດ້ແນວໃດ ແຕ່ກໍ “ຍັງຈົງໃຈເຮັດບາບຢູ່” ລາວກໍຄວນຖືກພະເຈົ້າຕັດສິນລົງໂທດ.—ເຮັບເຣີ 10:26, 27
ຄົນທີ່ເຮັດຜິດຮ້າຍແຮງອາດຮູ້ສຶກບໍ່ດີຈົນຊິທົນບໍ່ໄຫວເມື່ອນຶກພາບເຖິງຄວາມຜິດເຫຼົ່ານັ້ນ. ຕົວຢ່າງເຊັ່ນ ກະສັດດາວິດໄດ້ຂຽນໄວ້ວ່າ: “ຄວາມຜິດຂອງລູກຖ້ວມຫົວລູກແລ້ວ. ມັນເປັນຄືກັບພາລະໜັກຫຼາຍໂພດຈົນລູກແບກບໍ່ໄຫວ.” (ຄຳເພງ 38:4, ລ.ມ) ແຕ່ຄຳພີໄບເບິນກໍໃຫ້ຄວາມຫວັງວ່າ “ໃຫ້ຄົນຊົ່ວຖິ້ມແນວທາງຊີວິດທີ່ຊົ່ວໆຂອງລາວ ແລະໃຫ້ຄົນບໍ່ດີຖິ້ມຄວາມຄິດທີ່ບໍ່ດີ. ໃຫ້ກັບມາຫາພະເຢໂຫວາ ແລ້ວເພິ່ນຈະອີ່ຕົນລາວ. ໃຫ້ກັບມາຫາພະເຈົ້າຂອງພວກເຮົາເພາະເພິ່ນຈະຍົກໂທດໃຫ້ແທ້ໆ.”—ເອຊາຢາ 55:7,ລ.ມ