ຄຳພີໄບເບິນເວົ້າແນວໃດກ່ຽວກັບການໃຫ້?
ຄຳຕອບຈາກຄຳພີໄບເບິນ
ຄຳພີໄບເບິນສະໜັບສະໜູນການໃຫ້ທີ່ເຮັດດ້ວຍຄວາມເຕັມໃຈແລະເຈຕະນາທີ່ຖືກຕ້ອງ. ການໃຫ້ແບບນີ້ເປັນປະໂຫຍດກັບທັງຜູ້ໃຫ້ແລະຜູ້ຮັບ. (ສຸພາສິດ 11:25; ລູກາ 6:38) ພະເຢຊູບອກວ່າ: “ການໃຫ້ເຮັດໃຫ້ມີຄວາມສຸກຫຼາຍກວ່າການຮັບ.”—ກິດຈະການ 20:35
ການໃຫ້ແບບໃດທີ່ເປັນປະໂຫຍດ?
ການໃຫ້ຈະເປັນປະໂຫຍດເມື່ອໃຫ້ດ້ວຍຄວາມເຕັມໃຈ. ຄຳພີໄບເບິນບອກວ່າ: “ໃຫ້ແຕ່ລະຄົນເຮັດຕາມທີ່ຕັ້ງໃຈໄວ້ ບໍ່ແມ່ນເຮັດແບບບໍ່ເຕັມໃຈຫຼືຝືນໃຈ ຍ້ອນພະເຈົ້າຮັກຄົນທີ່ມີຄວາມສຸກໃນການໃຫ້.”—2 ໂກຣິນໂທ 9:7
ການໃຫ້ທີ່ມາຈາກໃຈເປັນສ່ວນໜຶ່ງຂອງ “ການນະມັດສະການ” ທີ່ພະເຈົ້າຍອມຮັບ. (ຢາໂກໂບ 1:27) ຄົນທີ່ສະແດງນ້ຳໃຈເອື້ອເຟື້ອເພື່ອຊ່ວຍເຫຼືອຄົນທີ່ຂັດສົນກໍກຳລັງເຮັດວຽກຮ່ວມກັບພະເຈົ້າ ເພາະພະເຈົ້າຖືວ່າການໃຫ້ຂອງລາວເປັນຄືກັບໃຫ້ເພິ່ນຢືມ. (ສຸພາສິດ 19:17) ຄຳພີໄບເບິນບອກວ່າພະເຈົ້າຈະຕອບແທນຄົນທີ່ມີນ້ຳໃຈ.—ລູກາ 14:12-14
ການໃຫ້ແບບໃດທີ່ບໍ່ເປັນປະໂຫຍດ?
ຖ້າການໃຫ້ນັ້ນມາຈາກການເຫັນແກ່ໂຕເຊັ່ນ:
ເພື່ອໃຫ້ຄົນອື່ນປະທັບໃຈ.—ມັດທາຍ 6:2
ເພື່ອຈະໄດ້ສິ່ງຕອບແທນ.—ລູກາ 14:12-14
ເພື່ອພະເຈົ້າຈະຊ່ວຍໃຫ້ລອດ.—ເພງສັນລະເສີນ 49:6, 7
ຖ້າການໃຫ້ນັ້ນສະໜັບສະໜູນກິດຈະກຳຫຼືຄວາມຄິດທີ່ພະເຈົ້າຕຳໜິ. ເຊັ່ນ: ການໃຫ້ເງິນບາງຄົນເພື່ອໄປຫຼິ້ນການພະນັນ ຊື້ຢາເສບຕິດ ຫຼືດື່ມແອວກໍຮໍແບບຜິດໆ. (1 ໂກຣິນໂທ 6:9, 10; 2 ໂກຣິນໂທ 7:1) ແລະການໃຫ້ເງິນຄົນທີ່ບໍ່ຍອມໄປທຳມາຫາກິນທັງທີ່ສາມາດເຮັດໄດ້. ການໃຫ້ແບບນີ້ກໍບໍ່ມີປະໂຫຍດ.—2 ເທຊະໂລນິກ 3:10
ຖ້າການໃຫ້ນັ້ນເຮັດໃຫ້ຄອບຄົວເດືອດຮ້ອນ. ຄຳພີໄບເບິນບອກວ່າ ຫົວໜ້າຄອບຄົວຕ້ອງຫາລ້ຽງຄົນໃນຄອບຄົວ. (1 ຕີໂມທຽວ 5:8) ຄືຊິບໍ່ຖືກຕ້ອງຖ້າຫົວໜ້າຄອບຄົວຈະມີນ້ຳໃຈກັບຄົນອື່ນຫຼາຍຈົນເຮັດໃຫ້ຄອບຄົວໂຕເອງເດືອດຮ້ອນ. ພະເຢຊູກໍຕຳໜິຄົນທີ່ບໍ່ຍອມເບິ່ງແຍງພໍ່ແມ່ທີ່ສູງອາຍຸ ໂດຍອ້າງວ່າຊັບສິນທີ່ລາວມີເປັນ “ຂອງທີ່ອຸທິດໃຫ້ພະເຈົ້າແລ້ວ.”—ມາຣະໂກ 7:9-13