ໄຂເງື່ອນ
a ເປັນເລື່ອງທີ່ດີທີ່ເຮົາຈະຄິດເຖິງສິ່ງທີ່ໄດ້ເກີດຂຶ້ນໃນຊີວິດ ແຕ່ເຮົາກໍບໍ່ຢາກຈົມຢູ່ກັບອະດີດຈົນເຊົາເຮັດສິ່ງທີ່ເຮົາເຮັດໄດ້ໃນຕອນນີ້ເພື່ອຮັບໃຊ້ພະເຢໂຫວາ ຫຼືລືມຄຳສັນຍາຂອງພະເຢໂຫວາກ່ຽວກັບສິ່ງທີ່ຈະເກີດຂຶ້ນໃນອະນາຄົດ. ໃນບົດນີ້ເຮົາຈະເວົ້າເຖິງກັບດັກ 3 ຢ່າງທີ່ສາມາດເຮັດໃຫ້ເຮົາຈົມຢູ່ແຕ່ກັບອະດີດ. ເຮົາຈະເບິ່ງວ່າຫຼັກການໃນຄຳພີໄບເບິນແລະຕົວຢ່າງຂອງພີ່ນ້ອງໃນປັດຈຸບັນຊ່ອຍເຮົາແນວໃດບໍ່ໃຫ້ຕົກລົງໄປໃນກັບດັກເຫຼົ່ານີ້.