ໄຂເງື່ອນ
b ຄຳອະທິບາຍຮູບພາບ: ຜົວເມຍຄູ່ນີ້ໄດ້ສະແດງຄວາມຮັກແລະຄວາມເຫັນອົກເຫັນໃຈຕໍ່ກັນແລະຕໍ່ລູກຊາຍຂອງເຂົາເຈົ້ານຳ ຍ້ອນເຂົາເຈົ້າຖືກສ້າງຕາມແບບຂອງພະເຈົ້າ. ຜົວເມຍຄູ່ນີ້ຮັກພະເຢໂຫວາແລະເຫັນວ່າລູກເປັນຂອງຂວັນ ເຂົາເຈົ້າຈຶ່ງສອນລູກໃຫ້ຮັກແລະຮັບໃຊ້ພະເຢໂຫວາ. ພໍ່ແມ່ໄດ້ໃຊ້ວິດີໂອເພື່ອອະທິບາຍໃຫ້ລູກເຂົ້າໃຈວ່າ ເປັນຫຍັງພະເຢໂຫວາຈຶ່ງໃຫ້ພະເຢຊູມາເປັນຄ່າໄຖ່ ແລະຍັງສອນລູກວ່າອີກບໍ່ດົນໂລກຈະກາຍເປັນອຸທິຍານ ແລະເຂົາເຈົ້າຈະໄດ້ເບິ່ງແຍງລູກແລະສັດສາວາສິ່ງຕະຫຼອດໄປ.