ໄຂເງື່ອນ
a ພະເຢໂຫວາເປັນໝູ່ທີ່ດີທີ່ສຸດຂອງເຮົາ ເຮົາຈຶ່ງຢາກໃກ້ຊິດກັບເພິ່ນແລະຢາກຮູ້ຈັກເພິ່ນຫຼາຍຂຶ້ນ. ແຕ່ເພື່ອຈະຮູ້ຈັກກັບໃຜຄົນໜຶ່ງຕ້ອງໃຊ້ເວລາ ເພື່ອຈະໃກ້ຊິດກັບພະເຢໂຫວາກໍຕ້ອງໃຊ້ເວລາຄືກັນ. ແຕ່ໃນຊີວິດຂອງເຮົາມີຫຼາຍຢ່າງຕ້ອງເຮັດ ຄັນຊັ້ນ ເຮົາຈະຈັດເວລາແນວໃດເພື່ອຈະໃກ້ຊິດກັບພະເຢໂຫວາ ແລະການເຮັດແນວນັ້ນຈະໄດ້ປະໂຫຍດຫຍັງ?