ໄຂເງື່ອນ
b ການອະທິບາຍຄຳສັບ: ໃນບົດນີ້ແລະບົດຕໍ່ໄປ ຄຳວ່າ “ຄົບຫາເປັນແຟນກັນ” ໝາຍເຖິງຕອນທີ່ຜູ້ຊາຍກັບຜູ້ຍິງຢາກຮູ້ຈັກກັນຫຼາຍຂຶ້ນເພື່ອເບິ່ງວ່າເຂົາເຈົ້າເໝາະສົມທີ່ຈະແຕ່ງດອງກັນບໍ່. ໃນບາງປະເທດອາດເອີ້ນວ່າເປັນແຟນກັນຫຼືກຳລັງເບິ່ງໃຈກັນ. ການຄົບຫາເປັນແຟນກັນເລີ່ມຕົ້ນຕອນທີ່ຜູ້ຊາຍກັບຜູ້ຍິງບອກກັນແຈ້ງໆວ່າເຂົາເຈົ້າສົນໃຈກັນ. ການຄົບຫາເປັນແຟນກັນຈະດຳເນີນຕໍ່ໄປຈົນຮອດຕອນທີ່ເຂົາເຈົ້າຕັດສິນໃຈແຕ່ງດອງກັນ ຫຼືເຊົາເປັນແຟນກັນ.