ໄຂເງື່ອນ
d ກະສັດອາຊາເຄີຍເຮັດຜິດຮ້າຍແຮງ. (2ຂຄ. 16:7, 10) ແຕ່ຄຳພີໄບເບິນບອກວ່າລາວເປັນກະສັດທີ່ດີ. ຕອນທີ່ຜູ້ພະຍາກອນຂອງພະເຢໂຫວາມາຕັກເຕືອນອາຊາ ຕອນທຳອິດລາວບໍ່ຍອມຟັງ ແຕ່ເປັນໄປໄດ້ທີ່ຕໍ່ມາລາວໄດ້ກັບໃຈ. ພະເຢໂຫວາເຫັນຈຸດດີຫຼາຍກວ່າຈຸດເສຍຂອງລາວ. ສິ່ງສຳຄັນແມ່ນອາຊານະມັດສະການພະເຢໂຫວາແຕ່ຜູ້ດຽວແລະຕັ້ງໃຈທຳລາຍຮູບບູຊາທັງໝົດທົ່ວແຜ່ນດິນທີ່ລາວປົກຄອງ.—1ກສ. 15:11-13; 2ຂຄ. 14:2-5