ວັນເສົາທີ 1 ພະຈິກ
ພະອົງເຮັດໃຫ້ມີຄຳສັນລະເສີນອອກຈາກປາກຂອງເດັກນ້ອຍແລະແອນ້ອຍ.—ມທ. 21:16
ຖ້າເຈົ້າເປັນພໍ່ແມ່ ໃຫ້ຊ່ວຍລູກກຽມໂຕອອກຄຳຄິດເຫັນແບບທີ່ເໝາະກັບອາຍຸຂອງລາວ. ບາງເທື່ອເນື້ອເລື່ອງໃນການປະຊຸມອາດເປັນເລື່ອງຍາກ ເຊັ່ນ ເລື່ອງບັນຫາຄອບຄົວຫຼືເລື່ອງສິນລະທຳ. ແຕ່ກໍຈະມີຂໍ້ໜຶ່ງຫຼືສອງຂໍ້ໃນບົດຄວາມນັ້ນທີ່ເດັກນ້ອຍຈະອອກຄວາມຄິດເຫັນໄດ້. ນອກຈາກນັ້ນ ໃຫ້ຊ່ວຍລູກເຂົ້າໃຈວ່າເປັນຫຍັງລາວອາດບໍ່ໄດ້ຖືກເອີ້ນທຸກເທື່ອທີ່ຍົກມື. ການອະທິບາຍໃຫ້ລູກເຂົ້າໃຈເລື່ອງນີ້ຈະຊ່ວຍລູກບໍ່ໃຫ້ຜິດຫວັງຕອນທີ່ຜູ້ນຳເອີ້ນຄົນອື່ນແທນທີ່ຈະເອີ້ນລາວ. (1ຕມ. 6:18) ເຮົາທຸກຄົນສາມາດກຽມຄຳຕອບທີ່ເປັນການສັນລະເສີນພະເຢໂຫວາແລະໃຫ້ກຳລັງໃຈພີ່ນ້ອງຄົນອື່ນ. (ສພສ. 25:11) ບາງເທື່ອເຮົາອາດເລົ່າປະສົບການສ່ວນໂຕສັ້ນໆໄດ້ ແຕ່ເຮົາບໍ່ຄວນເຮັດໃຫ້ຄົນອື່ນສົນໃຈໂຕເຮົາຫຼາຍເກີນໄປ. (ສພສ. 27:2; 2ກຣ. 10:18) ເຮົາຄວນພະຍາຍາມໃຫ້ພີ່ນ້ອງສົນໃຈພະເຢໂຫວາ ຄຳພີໄບເບິນ ແລະຜູ້ຮັບໃຊ້ຂອງເພິ່ນ.—ພນມ. 4:11. ຫ23.04 ໜ້າ 24-25 ຂໍ້ 17-18
ວັນອາທິດທີ 2 ພະຈິກ
ຢ່າໃຫ້ພວກເຮົາຫຼັບຄືກັບຄົນອື່ນໆ ແຕ່ໃຫ້ຕື່ນໂຕແລະມີສະຕິຢູ່ສະເໝີ.—1ທຊ. 5:6
ຄວາມຮັກຊ່ວຍເຮົາໃຫ້ຕື່ນໂຕແລະມີສະຕິຢູ່ສະເໝີ. (ມທ. 22:37-39) ຄວາມຮັກທີ່ມີຕໍ່ພະເຈົ້າຈະຊ່ວຍເຮົາໃຫ້ອົດທົນແລະຍັງສາມາດປະກາດຕໍ່ໆໄປໄດ້ເຖິງວ່າການເຮັດແບບນັ້ນອາດເຮັດໃຫ້ເຮົາຕ້ອງເຈິກັບບັນຫາ. (2ຕມ. 1:7, 8) ແຕ່ຍ້ອນເຮົາຮັກຄົນອື່ນ ເຮົາຈຶ່ງປະກາດແລະສອນຕໍ່ໆໄປ. ເຮົາຍັງປະກາດທາງໂທລະສັບແລະທາງຈົດໝາຍນຳ. ເຮົາຫວັງວ່າຈັກມື້ໜຶ່ງຄົນທີ່ເຮົາປະກາດຈະປ່ຽນໃຈແລ້ວເລີ່ມເຮັດສິ່ງທີ່ຖືກຕ້ອງ. (ອຊກ. 18:27, 28) ເຮົາຕ້ອງຮັກພີ່ນ້ອງຂອງເຮົານຳ. ເຮົາສະແດງຄວາມຮັກຕໍ່ເຂົາເຈົ້າໂດຍ “ໃຫ້ກຳລັງໃຈກັນແລະເສີມສ້າງກັນໃຫ້ເຂັ້ມແຂງ.” (1ທຊ. 5:11) ຄືກັບທະຫານທີ່ຕໍ່ສູ້ຄຽງບ່າຄຽງໄຫຼ່ກັນ ເຮົາກໍໃຫ້ກຳລັງໃຈກັນສະເໝີ. ເຮົາຈະບໍ່ຕັ້ງໃຈເຮັດໃຫ້ພີ່ນ້ອງເຈັບ ແລະເຖິງວ່າພີ່ນ້ອງຈະເຮັດໃຫ້ເຮົາເຈັບ ເຮົາກໍຈະບໍ່ເຮັດໃສ່ເຂົາເຈົ້າຄືນ. (1ທຊ. 5:13, 15) ນອກຈາກນັ້ນ ເຮົາສະແດງຄວາມຮັກໂດຍນັບຖືພີ່ນ້ອງທີ່ນຳໜ້າໃນປະຊາຄົມ.—1ທຊ. 5:12. ຫ23.06 ໜ້າ 10 ຂໍ້ 6; ໜ້າ 11 ຂໍ້ 10-11
ວັນຈັນທີ 3 ພະຈິກ
ຖ້າ [ພະເຢໂຫວາ] ເວົ້າແລ້ວ ເພິ່ນຊິບໍ່ເຮັດບໍ?—ຈຊບ. 23:19
ວິທີໜຶ່ງທີ່ເຮົາຈະມີຄວາມເຊື່ອເຂັ້ມແຂງຂຶ້ນແມ່ນ ການຄິດຕຶກຕອງເລື່ອງຄ່າໄຖ່. ຄ່າໄຖ່ເຮັດໃຫ້ເຮົາໝັ້ນໃຈວ່າຄຳສັນຍາທຸກຢ່າງຂອງພະເຈົ້າຈະເປັນຈິງ. ເມື່ອເຮົາຄິດດີໆວ່າເປັນຫຍັງພະເຢໂຫວາຈຶ່ງໃຫ້ມີຄ່າໄຖ່ແລະເພິ່ນຕ້ອງເສຍສະລະຫຼາຍຂະໜາດໃດ ມັນຈະເຮັດໃຫ້ເຮົາໝັ້ນໃຈຫຼາຍຂຶ້ນໃນຄຳສັນຍາຂອງພະເຈົ້າເລື່ອງຊີວິດຕະຫຼອດໄປໃນໂລກໃໝ່ທີ່ດີກວ່າວ່າຈະຕ້ອງເກີດຂຶ້ນແທ້ໆ. ເປັນຫຍັງເຮົາຈຶ່ງເວົ້າແບບນັ້ນ? ໃຫ້ຄິດເບິ່ງວ່າພະເຢໂຫວາຕ້ອງເສຍສະລະຫຍັງແດ່? ເພິ່ນສົ່ງລູກຊາຍສຸດທີ່ຮັກຂອງເພິ່ນເຊິ່ງເປັນຜູ້ທີ່ເພິ່ນສະໜິດທີ່ສຸດມາເກີດຢູ່ໂລກນີ້ເພື່ອເປັນມະນຸດທີ່ສົມບູນແບບ. ຕອນທີ່ພະເຢຊູຢູ່ໃນໂລກ ເພິ່ນຕ້ອງເຈິຄວາມລຳບາກຫຼາຍຢ່າງແລະຕໍ່ມາເພິ່ນກໍຕ້ອງທົນທຸກແລະຕາຍດ້ວຍຄວາມເຈັບປວດ. ພະເຢໂຫວາຍອມສະລະສິ່ງທີ່ມີຄ່າຫຼາຍແທ້ໆ. ດັ່ງນັ້ນ ເພິ່ນຈະບໍ່ມີທາງຍອມໃຫ້ລູກຊາຍຂອງເພິ່ນຕ້ອງເຈັບປວດທໍລະມານແລະຕາຍເພື່ອໃຫ້ເຮົາມີຊີວິດທີ່ດີພຽງແຕ່ຊ່ວງເວລາສັ້ນໆເທົ່ານັ້ນ. (ຢຮ. 3:16; 1ປຕ. 1:18, 19) ຖ້າພະເຢໂຫວາຍອມສະລະສິ່ງທີ່ມີຄ່າຫຼາຍຂະໜາດນີ້ ເພິ່ນກໍຕ້ອງເຮັດໃຫ້ຊີວິດຕະຫຼອດໄປໃນໂລກໃໝ່ເກີດຂຶ້ນແທ້ຢ່າງແນ່ນອນ. ຫ23.04 ໜ້າ 27 ຂໍ້ 8-9