ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອັດຊະຣາ 3
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອັດຊະຣາ

      • ສ້າງ​ແທ່ນ​ບູຊາ​ຄືນ​ໃໝ່​ແລະ​ເຜົາ​ເຄື່ອງ​ບູຊາ (1-​6)

      • ເລີ່ມ​ສ້າງ​ວິຫານ​ຄືນ​ໃໝ່ (7-​9)

      • ວາງ​ຮາກ​ຖານ​ວິຫານ (10-​13)

ເອັດຊະຣາ 3:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 8:2

ເອັດຊະຣາ 3:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮກ 1:1
  • +ອຊຣ 1:7, 8; ລກ 3:23, 27
  • +1ຂຄ 3:17; ມທ 1:12
  • +ອພຍ 20:24; 40:29

ເອັດຊະຣາ 3:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 4:4
  • +ຈຊບ 28:3, 4

ເອັດຊະຣາ 3:4

ໄຂເງື່ອນ

  • *

    ເອີ້ນ​ອີກ​ຊື່​ໜຶ່ງ​ວ່າ​ເທດສະການ​ເກັບ​ກ່ຽວ​ຜົນລະປູກ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 29:38; ຈຊບ 29:12, 13
  • +ອພຍ 23:16; ລລວ 23:34

ເອັດຊະຣາ 3:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 29:39, 42
  • +ຈຊບ 10:10; ພສ 81:3
  • +ພບຍ 16:16
  • +ພບຍ 12:5, 6

ເອັດຊະຣາ 3:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 29:1

ເອັດຊະຣາ 3:7

ໄຂເງື່ອນ

  • *

    ໄມ້​ແປກ​ຊະນິດໜຶ່ງ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 5:17
  • +ອຊຣ 5:8
  • +ຢຊ 19:46, 48; 1ຂຄ 22:3, 4; 2ຂຄ 2:10, 16
  • +ອຊຣ 1:2, 3; 6:3, 4

ເອັດຊະຣາ 3:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 7:6, 7

ເອັດຊະຣາ 3:9

ໄຂເງື່ອນ

  • *

    ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ໂຮດາວີຢາ​ໃນ ອຊຣ 2:40 ແລະ​ລາວ​ມີ​ອີກ​ຊື່​ໜຶ່ງ​ວ່າ​ໂຫດວາ​ໃນ ນຮຢ 7:43

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 3:18

ເອັດຊະຣາ 3:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຊຄຢ 4:9
  • +ຈຊບ 10:8
  • +1ຂຄ 6:31, 32; 23:5; 25:1

ເອັດຊະຣາ 3:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 15:21; ນຮຢ 12:24
  • +1ຂຄ 16:34; 2ຂຄ 7:3

ເອັດຊະຣາ 3:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 6:22; ຮກ 2:3
  • +ພສ 126:1, 6; ອຊຢ 35:10; ຊຄຢ 4:9

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    3/2022, ໜ້າ 16

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊຣ. 3:11ກສ 8:2
ອຊຣ. 3:2ຮກ 1:1
ອຊຣ. 3:2ອຊຣ 1:7, 8; ລກ 3:23, 27
ອຊຣ. 3:21ຂຄ 3:17; ມທ 1:12
ອຊຣ. 3:2ອພຍ 20:24; 40:29
ອຊຣ. 3:3ອຊຣ 4:4
ອຊຣ. 3:3ຈຊບ 28:3, 4
ອຊຣ. 3:4ອພຍ 29:38; ຈຊບ 29:12, 13
ອຊຣ. 3:4ອພຍ 23:16; ລລວ 23:34
ອຊຣ. 3:5ອພຍ 29:39, 42
ອຊຣ. 3:5ຈຊບ 10:10; ພສ 81:3
ອຊຣ. 3:5ພບຍ 16:16
ອຊຣ. 3:5ພບຍ 12:5, 6
ອຊຣ. 3:6ຈຊບ 29:1
ອຊຣ. 3:71ກສ 5:17
ອຊຣ. 3:7ອຊຣ 5:8
ອຊຣ. 3:7ຢຊ 19:46, 48; 1ຂຄ 22:3, 4; 2ຂຄ 2:10, 16
ອຊຣ. 3:7ອຊຣ 1:2, 3; 6:3, 4
ອຊຣ. 3:8ນຮຢ 7:6, 7
ອຊຣ. 3:9ນຮຢ 3:18
ອຊຣ. 3:10ຊຄຢ 4:9
ອຊຣ. 3:10ຈຊບ 10:8
ອຊຣ. 3:101ຂຄ 6:31, 32; 23:5; 25:1
ອຊຣ. 3:11ອພຍ 15:21; ນຮຢ 12:24
ອຊຣ. 3:111ຂຄ 16:34; 2ຂຄ 7:3
ອຊຣ. 3:121ກສ 6:22; ຮກ 2:3
ອຊຣ. 3:12ພສ 126:1, 6; ອຊຢ 35:10; ຊຄຢ 4:9
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
ຄຳພີໄບເບິນສະບັບແປໂລກໃໝ່
ເອັດຊະຣາ 3:1-13

ເອັດຊະຣາ

3 ຫຼັງ​ຈາກ​ພວກ​ອິດສະຣາເອນ​ກັບ​ໄປ​ຢູ່​ເມືອງ​ຂອງ​ໂຕເອງ​ແລ້ວ ໃນ​ເດືອນ​ທີ 7+ ເຂົາ​ເຈົ້າ​ກໍ​ມາ​ລວມ​ກັນ​ຢູ່​ເມືອງ​ເຢຣູຊາເລັມ. 2 ເຢຊູອາ+​ລູກ​ຊາຍ​ຂອງ​ເຢໂຮຊາດັກ​ກັບພວກ​ປະໂລຫິດ​ຄົນ​ອື່ນ​ໆ​ ແລະ​ເຊຣູບາເບນ+​ລູກ​ຊາຍ​ຂອງ​ເຊອານຕີເອນ+​ກັບ​ພວກ​ພີ່ນ້ອງ​ຂອງ​ລາວ​ໄດ້​ສ້າງ​ແທ່ນ​ບູຊາ​ໃຫ້​ພະເຈົ້າ​ຂອງ​ອິດສະຣາເອນ ເພື່ອ​ເຜົາ​ເຄື່ອງ​ບູຊາ​ໃຫ້​ເພິ່ນ​ຢູ່​ຫັ້ນ​ຕາມ​ທີ່​ຂຽນ​ໄວ້​ໃນ​ກົດ​ໝາຍ​ຂອງ​ໂມເຊ+​ຜູ້​ຮັບ​ໃຊ້ຂອງ​ພະເຈົ້າ​ທ່ຽງແທ້.

3 ເຖິງ​ຈະ​ຢ້ານ​ຊາດ​ຕ່າງ​ໆ​ທີ່​ຢູ່​ອ້ອມ​ຂ້າງ+ ແຕ່​ເຂົາ​ເຈົ້າ​ກໍ​ສ້າງ​ແທ່ນ​ບູຊາ​ໄວ້​ບ່ອນ​ເກົ່າ. ແລ້ວ​ເຂົາ​ເຈົ້າ​ໄດ້​ເລີ່ມ​ເຜົາ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາ​ຢູ່​ແທ່ນ​ນັ້ນ​ທຸກ​ໆ​ມື້ທັງ​ຕອນ​ເຊົ້າ​ແລະ​ຕອນ​ແລງ.+ 4 ເຂົາ​ເຈົ້າ​ສະຫຼອງ​ເທດສະການ​ປຸກ​ຕູບ* ແລະ​ໃນ​ແຕ່​ລະ​ມື້+​ເຂົາ​ເຈົ້າເຜົາ​ເຄື່ອງ​ບູຊາ​ຕາມ​ຈຳນວນ​ທີ່ກົດ​ໝາຍ​ກຳນົດ​ໄວ້.+ 5 ນັບ​ຕັ້ງ​ແຕ່​ມື້​ນັ້ນ​ເປັນ​ຕົ້ນ​ມາ ເຂົາ​ເຈົ້າ​ກໍ​ເຜົາ​ເຄື່ອງ​ບູຊາ​ເຜົາ+​ທຸກ​ໆ​ມື້. ເຂົາ​ເຈົ້າ​ເຜົາ​ເຄື່ອງ​ບູຊາ​ສຳລັບ​ມື້​ເດືອນ​ອອກ​ໃໝ່+ ເຄື່ອງ​ບູຊາ​ສຳລັບເທດສະການ​ຕ່າງ​ໆ​+​ຂອງ​ພະ​ເຢໂຫວາ ແລະ​ເຄື່ອງ​ບູຊາ​ທີ່​ປະຊາຊົນ​ເອົາ​ມາ​ໃຫ້​ພະ​ເຢໂຫວາດ້ວຍ​ຄວາມ​ສະໝັກ​ໃຈ.+ 6 ນັບ​ຕັ້ງ​ແຕ່​ວັນ​ທີ 1 ຂອງ​ເດືອນ​ທີ 7+ ເຂົາ​ເຈົ້າ​ໄດ້​ເລີ່ມ​ເຜົາ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາ​ເຖິງ​ວ່າ​ເຂົາ​ເຈົ້າ​ຍັງ​ບໍ່​ໄດ້​ວາງ​ຮາກ​ຖານ​ວິຫານ​ຂອງ​ພະ​ເຢໂຫວາ​ເທື່ອ.

7 ເຂົາ​ເຈົ້າ​ເອົາ​ເງິນ​ໃຫ້​ຊ່າງ​ຕັດ​ຫີນ+​ກັບ​ຊ່າງ​ໄມ້+ ແລະ​ເອົາ​ຂອງກິນ ເຫຼົ້າແວງກັບ​ນ້ຳມັນ​ໝາກກອກ​ໄປ​ໃຫ້​ພວກ​ຊີໂດນ​ແລະ​ພວກ​ຕີເຣ ເພື່ອ​ໃຫ້​ເຂົາ​ເຈົ້າ​ມັດ​ໄມ້​ຊີດ້າ*​ໃສ່​ກັນ​ເປັນ​ແພ​ແລ້ວ​ລ່ອງ​ລົງ​ມາ​ໃຫ້​ທາງ​ທະເລ​ຈາກ​ເລບານອນ​ຈົນ​ຮອດ​ເມືອງ​ຢົບປາ+​ຕາມ​ທີ່​ໄຊຣັດ​ກະສັດ​ຂອງ​ເປີເຊຍ+​ອະນຸຍາດ.

8 ໃນ​ເດືອນ​ທີ 2 ຂອງ​ປີ​ທີ 2 ຫຼັງ​ຈາກ​ເຂົາ​ເຈົ້າ​ກັບ​ມາ​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້​ທີ່​ຢູ່​ເມືອງ​ເຢຣູຊາເລັມ ເຊຣູບາເບນ​ລູກ​ຊາຍ​ຂອງ​ເຊອານຕີເອນ ເຢຊູອາ​ລູກ​ຊາຍ​ຂອງ​ເຢໂຮຊາດັກ​ແລະ​ພວກພີ່ນ້ອງ​ຂອງ​ເຂົາ​ເຈົ້າ​ທີ່​ເປັນປະໂລຫິດ​ກັບ​ຄົນ​ເລວີ ລວມ​ທັງ​ປະຊາຊົນ​ທຸກ​ຄົນ​ທີ່​ກັບ​ມາ​ເມືອງ​ເຢຣູຊາເລັມ+​ກໍ​ເລີ່ມສ້າງ​ວິຫານ​ຄືນ​ໃໝ່. ເຂົາ​ເຈົ້າ​ໄດ້​ແຕ່ງຕັ້ງ​ຄົນ​ເລວີ​ທີ່​ມີ​ອາຍຸ 20 ປີ​ຂຶ້ນ​ໄປ​ໃຫ້​ເບິ່ງ​ແຍງ​ວຽກ​ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ. 9 ເຢຊູອາ​ກັບ​ພວກ​ລູກ​ຊາຍ​ແລະ​ພວກ​ພີ່ນ້ອງ​ຂອງ​ລາວ ແລະ​ກັດມີເອນ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ ເຊິ່ງ​ເປັນລູກ​ຫຼານ​ຂອງຢູດາ*​ໄດ້​ຊ່ວຍ​ກັນ​ເບິ່ງ​ແຍງ​ຄົນ​ທີ່​ເຮັດ​ວຽກ​ສ້າງ​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້. ລູກ​ຫຼານ​ຂອງ​ເຮນາດາດ+​ທີ່​ເປັນ​ຄົນ​ເລວີ​ກໍ​ໄດ້​ຊ່ວຍ​ເຂົາ​ເຈົ້າ​ເບິ່ງ​ແຍງ​ຄົນ​ເຮັດ​ວຽກ​ຄື​ກັນ.

10 ເມື່ອ​ພວກ​ຊ່າງ​ກໍ່​ສ້າງ​ວາງ​ຮາກ​ຖານ​ວິຫານ​ຂອງ​ພະ​ເຢໂຫວາແລ້ວ​ໆ​+ ພວກ​ປະໂລຫິດ​ທີ່​ໃສ່​ຊຸດ​ປະຈຳ​ຕຳແໜ່ງ​ເຊິ່ງ​ຖື​ແກ+ ແລະ​ພວກເລວີ​ທີ່​ເປັນ​ລູກ​ຫຼານ​ຂອງ​ອາສັບ​ເຊິ່ງ​ຖື​ແສ່ງ​ກໍ​ມາ​ລວມ​ກັນ​ຮ້ອງ​ເພງສັນລະເສີນ​ພະ​ເຢໂຫວາ​ຄື​ກັບ​ທີ່​ດາວິດ​ກະສັດ​ຂອງ​ອິດສະຣາເອນ​ໄດ້​ສັ່ງ​ໄວ້.+ 11 ເຂົາ​ເຈົ້າ​ສະຫຼັບ​ກັນ​ຮ້ອງ​ເພງ+​ເພື່ອ​ສັນລະເສີນ​ແລະ​ຂອບໃຈ​ພະ​ເຢໂຫວາ​ວ່າ: “ພະອົງ​ດີ​ແທ້​ໆ​ ພະອົງ​ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕະຫຼອດ​ໄປ+​ຕໍ່​ພວກ​ອິດສະຣາເອນ.” ຈາກ​ນັ້ນ ປະຊາຊົນ​ທຸກ​ຄົນ​ກໍ​ຮ້ອງ​ເພງ​ສັນລະເສີນ​ພະ​ເຢໂຫວາ ຍ້ອນ​ເຂົາ​ເຈົ້າ​ໄດ້​ວາງ​ຮາກ​ຖານ​ວິຫານ​ຂອງ​ພະ​ເຢໂຫວາ​ແລ້ວ​ໆ​. 12 ເມື່ອ​ເຫັນ​ຮາກ​ຖານ​ຂອງ​ວິຫານ ບາງຄົນ​ທີ່​ເປັນ​ປະໂລຫິດ ຄົນ​ເລວີ ແລະ​ຫົວ​ໜ້າ​ໃນ​ຈຸ້ມເຈື້ອ​ຕ່າງ​ໆ​ທີ່​ເຖົ້າ​ຫຼາຍ​ແລ້ວ​ເຊິ່ງ​ເຄີຍ​ເຫັນ​ວິຫານ​ຫຼັງ​ເກົ່າ+​ໄດ້​ພາກັນ​ຮ້ອງ​ໄຫ້​ສຽງ​ດັງ. ສ່ວນ​ຄົນ​ອື່ນ​ໆ​ກໍ​ຮ້ອງ​ສຽງ​ດັງ​ດ້ວຍ​ຄວາມ​ດີ​ໃຈ.+ 13 ສຽງ​ເຂົາ​ເຈົ້າ​ດັງ​ຫຼາຍ ຂະໜາດ​ຢູ່​ບັກ​ໄກ​ໆ​ກໍ​ຍັງ​ໄດ້​ຍິນ​ຈົນ​ແຍກ​ບໍ່​ອອກ​ວ່າ​ສຽງ​ໃດ​ເປັນ​ສຽງ​ດີ​ໃຈ​ຫຼື​ສຽງ​ໃດ​ເປັນ​ສຽງ​ຮ້ອງ​ໄຫ້.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌