ຂ່າວຄາວສະບັບທີສອງ
13 ໃນປີທີ 18 ທີ່ກະສັດເຢໂຣໂບອາມປົກຄອງອິດສະຣາເອນ ອາບີຢາ*ກໍເປັນກະສັດປົກຄອງຢູດາ.+ 2 ອາບີຢາປົກຄອງຢູ່ເມືອງເຢຣູຊາເລັມ 3 ປີ. ແມ່ຂອງລາວຊື່ມີກາຢາ*+ທີ່ເປັນລູກສາວຂອງອຸຣີເອນຄົນກີເບອາ.+ ອາບີຢາກັບເຢໂຣໂບອາມໄດ້ເຮັດສົງຄາມຕໍ່ສູ້ກັນ.+
3 ອາບີຢາໄດ້ເອົາທະຫານທີ່ເກັ່ງໆແລະຝຶກມາຢ່າງດີ 400.000 ຄົນໄປຕໍ່ສູ້ກັບເຢໂຣໂບອາມ+ ສ່ວນເຢໂຣໂບອາມກໍໄດ້ຍົກກອງທັບທີ່ມີທະຫານທີ່ເກັ່ງໆແລະຝຶກມາຢ່າງດີ 800.000 ຄົນໄປຕໍ່ສູ້ກັບອາບີຢາ. 4 ອາບີຢາຢືນຢູ່ເທິງພູເຊມາຣາຢິມທີ່ຢູ່ແຖວພູໃນເຂດເອຟຣາຢິມ ແລ້ວເວົ້າວ່າ: “ເຢໂຣໂບອາມກັບພວກອິດສະຣາເອນທຸກຄົນ ຟັງຂ້ອຍເດີ້. 5 ພວກເຈົ້າກໍຮູ້ວ່າພະເຢໂຫວາພະເຈົ້າຂອງອິດສະຣາເອນໄດ້ເຮັດສັນຍາຕະຫຼອດໄປ*+ກັບດາວິດວ່າຈະໃຫ້ລາວກັບພວກລູກຫຼານຂອງລາວ+ປົກຄອງອິດສະຣາເອນຕະຫຼອດໄປ.+ 6 ເຢໂຣໂບອາມ+ລູກຊາຍຂອງເນບັດທີ່ເປັນລູກນ້ອງຄົນໜຶ່ງຂອງໂຊໂລໂມນ*ໄດ້ກະບົດຕໍ່ເຈົ້ານາຍຂອງລາວ+ 7 ແລະຍັງມີພວກຄົນຊົ່ວທີ່ບໍ່ເຮັດວຽກໄປຢູ່ຝ່າຍລາວ. ເຂົາເຈົ້າກະບົດຕໍ່ເຣໂຮໂບອາມລູກຊາຍຂອງໂຊໂລໂມນຕອນທີ່ເຣໂຮໂບອາມຍັງນ້ອຍແລະອ່ອນແອ ແລະລາວກໍສູ້ເຂົາເຈົ້າບໍ່ໄຫວ.
8 ຍ້ອນພວກເຈົ້າມີຄົນຫຼາຍແລະມີງົວນ້ອຍຄຳທີ່ເຢໂຣໂບອາມເຮັດເພື່ອເປັນພະເຈົ້າຂອງພວກເຈົ້າ+ ພວກເຈົ້າຈຶ່ງຄິດວ່າຈະຕໍ່ສູ້ກັບການປົກຄອງຂອງພະເຢໂຫວາທີ່ລູກຫຼານຂອງດາວິດເບິ່ງແຍງຢູ່ໄດ້ແມ່ນບໍ? 9 ພວກເຈົ້າໄລ່ລູກຫຼານຂອງອາໂຣນທີ່ເປັນປະໂລຫິດຂອງພະເຢໂຫວາ+ແລະພວກເລວີໜີ ແລ້ວພວກເຈົ້າກໍຕັ້ງປະໂລຫິດຂຶ້ນມາເອງຄືກັບຊາດອື່ນໆ.+ ຖ້າໃຜເອົາງົວມາໃຫ້ໂຕໜຶ່ງກັບແກະໂຕຜູ້ 7 ໂຕກະໄດ້ເປັນປະໂລຫິດແລ້ວ ແຕ່ພັດເປັນປະໂລຫິດຂອງຮູບປັ້ນທີ່ບໍ່ແມ່ນພະເຈົ້າຊ້ຳ. 10 ສຳລັບພວກເຮົາ ພະເຢໂຫວາເປັນພະເຈົ້າຂອງພວກເຮົາ+ແລະພວກເຮົາບໍ່ໄດ້ປະຖິ້ມເພິ່ນ. ປະໂລຫິດຂອງພວກເຮົາທີ່ເປັນລູກຫຼານຂອງອາໂຣນກໍຍັງຮັບໃຊ້ພະເຢໂຫວາຢູ່ ແລະພວກເລວີກໍຍັງຊ່ວຍວຽກເຂົາເຈົ້າຄືເກົ່າ. 11 ເຂົາເຈົ້າເຜົາເຄື່ອງບູຊາເຜົາກັບເຄື່ອງຫອມ+ໃຫ້ພະເຢໂຫວາທຸກເຊົ້າທຸກແລງ+ ເອົາເຂົ້າຈີ່ໄປຢອງຊ້ອນກັນ*+ຢູ່ເທິງໂຕະທີ່ເປັນຄຳແທ້ ແລະທຸກແລງເຂົາເຈົ້າກໍໄຕ້ຕະກຽງ+ທີ່ຢູ່ເທິງຂາຕະກຽງຄຳ.+ ພວກເຮົາເຮັດຕາມໜ້າທີ່ທີ່ຕ້ອງເຮັດເພື່ອພະເຢໂຫວາພະເຈົ້າຂອງພວກເຮົາ ແຕ່ພວກເຈົ້າພັດປະຖິ້ມເພິ່ນ. 12 ຕອນນີ້ພະເຈົ້າທ່ຽງແທ້ຢູ່ກັບພວກເຮົາແລະກຳລັງນຳໜ້າພວກເຮົາ. ພວກປະໂລຫິດຂອງເພິ່ນກໍຢູ່ນີ້ເພື່ອເປົ່າແກເປັນສັນຍານໃຫ້ພວກເຮົາໄປຕໍ່ສູ້ກັບພວກເຈົ້າ. ພວກອິດສະຣາເອນເອີ້ຍ ຢ່າຕໍ່ສູ້ກັບພະເຢໂຫວາພະເຈົ້າຂອງປູ່ຍ່າຕານາຍຂອງພວກເຈົ້າ ເພາະຈັ່ງໃດພວກເຈົ້າກໍບໍ່ຊະນະດອກ.”+
13 ແຕ່ເຢໂຣໂບອາມໃຫ້ທະຫານໄປລີ້ໂຈມຕີພວກຢູດາຢູ່ທາງຫຼັງ. ເຢໂຣໂບອາມກັບກອງທັບຂອງລາວຈຶ່ງຢູ່ທາງໜ້າແລະທາງຫຼັງຂອງພວກຢູດາ. 14 ເມື່ອພວກຢູດາຫຼຽວໄປເບິ່ງກໍເຫັນວ່າເຂົາເຈົ້າຕ້ອງຕໍ່ສູ້ກັບພວກອິດສະຣາເອນທັງທາງໜ້າແລະທາງຫຼັງ. ເຂົາເຈົ້າຈຶ່ງຂໍຮ້ອງໃຫ້ພະເຢໂຫວາຊ່ວຍ+ ແລະພວກປະໂລຫິດກໍເປົ່າແກບັກດັງໆ. 15 ພວກຢູດາຈຶ່ງທັງຮ້ອງທັງແລ່ນອອກໄປຕໍ່ສູ້ ແລ້ວພະເຈົ້າທ່ຽງແທ້ກໍໃຫ້ອາບີຢາກັບພວກຢູດາຊະນະເຢໂຣໂບອາມກັບພວກອິດສະຣາເອນ. 16 ພວກອິດສະຣາເອນພາກັນແຕກໜີ ຍ້ອນພະເຈົ້າເຮັດໃຫ້ພວກຢູດາຊະນະເຂົາເຈົ້າ. 17 ອາບີຢາກັບພວກທະຫານຂອງລາວຂ້າພວກທະຫານອິດສະຣາເອນທີ່ເກັ່ງໆຕາຍຮອດ 500.000 ຄົນ. 18 ພວກອິດສະຣາເອນອັບອາຍທີ່ຕໍ່ສູ້ບໍ່ຊະນະ ແຕ່ພວກຢູດາຊະນະຍ້ອນເຂົາເຈົ້າເພິ່ງພະເຢໂຫວາພະເຈົ້າຂອງປູ່ຍ່າຕານາຍຂອງເຂົາເຈົ້າ.+ 19 ອາບີຢາໄລ່ລ່າເຢໂຣໂບອາມແລະຍຶດເມືອງຕ່າງໆຂອງລາວໄດ້. ເມືອງເຫຼົ່ານັ້ນມີ: ເມືອງເບເທນ+ກັບເມືອງນ້ອຍໆທີ່ຢູ່ອ້ອມແອ້ມເມືອງນັ້ນ ເມືອງເຢຊານາກັບເມືອງນ້ອຍໆທີ່ຢູ່ອ້ອມແອ້ມເມືອງນັ້ນ ແລະເມືອງເອັບຟະໂຣນ+ກັບເມືອງນ້ອຍໆທີ່ຢູ່ອ້ອມແອ້ມເມືອງນັ້ນ. 20 ຫຼັງຈາກເຫດການນັ້ນ ຕະຫຼອດໄລຍະທີ່ອາບີຢາປົກຄອງ ເຢໂຣໂບອາມກໍບໍ່ມີອຳນາດອີກເລີຍ. ໃນທີ່ສຸດ ພະເຢໂຫວາກໍລົງໂທດເຢໂຣໂບໂບອາມແລ້ວລາວກໍຕາຍ.+
21 ອາບີຢາມີອຳນາດຫຼາຍຂຶ້ນເລື້ອຍໆ. ລາວມີເມຍ 14 ຄົນ+ ມີລູກຊາຍ 22 ຄົນແລະລູກສາວ 16 ຄົນ. 22 ເລື່ອງຕ່າງໆຂອງອາບີຢາ ສິ່ງທີ່ລາວເຮັດ ແລະສິ່ງທີ່ລາວເວົ້າກໍຂຽນໄວ້ໃນປຶ້ມຂອງຜູ້ພະຍາກອນອິດໂດ.+