ຂ່າວຄາວສະບັບທີສອງ
27 ໂຢທາມ+ເປັນກະສັດຕອນອາຍຸ 25 ປີ ແລະລາວປົກຄອງຢູ່ເມືອງເຢຣູຊາເລັມ 16 ປີ. ແມ່ຂອງລາວຊື່ເຢຣຸຊາເປັນລູກສາວຂອງຊາໂດກ.+ 2 ລາວເຮັດສິ່ງທີ່ພະເຢໂຫວາເບິ່ງວ່າຖືກຕ້ອງຄືກັບອຸດຊີຢາພໍ່ຂອງລາວ.+ ແຕ່ມີສິ່ງໜຶ່ງທີ່ລາວບໍ່ໄດ້ເຮັດຕາມພໍ່ ນັ້ນຄືລາວບໍ່ໄດ້ລ່ວງເຂົ້າໄປໃນວິຫານຂອງພະເຢໂຫວາ.+ ປະຊາຊົນກໍຍັງບໍ່ເຊົາເຮັດຊົ່ວ. 3 ໂຢທາມສ້າງປະຕູໜຶ່ງຢູ່ວິຫານຂອງພະເຢໂຫວາຊື່ວ່າປະຕູທາງເທິງ+ ແລະລາວໄດ້ສ້າງຫຼາຍຢ່າງຢູ່ເທິງກຳແພງໂອເຟນ.+ 4 ລາວຍັງໄດ້ສ້າງເມືອງຕ່າງໆ+ຢູ່ແຖວພູໃນເຂດຂອງຢູດາ+ແລະສ້າງປ້ອມທະຫານ+ກັບປ້ອມສູງໆ+ຫຼາຍບ່ອນໃນປ່າ. 5 ໂຢທາມເຮັດສົງຄາມຕໍ່ສູ້ກັບກະສັດອຳໂມນ+ແລະໃນທີ່ສຸດລາວກໍຊະນະ. ພວກອຳໂມນຈຶ່ງເອົາເງິນໜັກ 100 ຕະລັນ* ເຂົ້າວີດ* 10.000 ໂຄເຣ* ແລະເຂົ້າບາເລ 10.000 ໂຄເຣໃຫ້ລາວທຸກປີ. ເຂົາເຈົ້າເຮັດແບບນີ້ເປັນເວລາ 3 ປີ.+ 6 ໂຢທາມມີອຳນາດຫຼາຍຂຶ້ນເລື້ອຍໆ ຍ້ອນລາວຕັ້ງໃຈເຊື່ອຟັງພະເຢໂຫວາພະເຈົ້າຂອງລາວ.
7 ເລື່ອງຕ່າງໆຂອງໂຢທາມ ສົງຄາມ ແລະສິ່ງຕ່າງໆທີ່ລາວເຮັດກໍຂຽນໄວ້ໃນປຶ້ມຂອງພວກກະສັດອິດສະຣາເອນແລະພວກກະສັດຢູດາ.+ 8 ໂຢທາມເປັນກະສັດຕອນອາຍຸ 25 ປີ ແລະລາວປົກຄອງຢູ່ເມືອງເຢຣູຊາເລັມ 16 ປີ.+ 9 ເມື່ອໂຢທາມຕາຍ ເຂົາເຈົ້າໄດ້ຝັງລາວໄວ້ຢູ່ເມືອງຂອງດາວິດ.+ ອາຮາດລູກຊາຍຂອງລາວກໍເປັນກະສັດແທນ.+