ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເພງສັນລະເສີນ 42
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເພງສັນລະເສີນ

      • ສັນລະເສີນ​ພະເຈົ້າ​ຜູ້​ດຽວ​ທີ່​ຊ່ວຍ​ໃຫ້​ລອດ​ໄດ້

        • ຊອກຫາ​ພະເຈົ້າ​ຄື​ກັບ​ໂຕ​ກວາງ​ທີ່​ຫິວ​ນ້ຳ​ຊອກຫາ​ນ້ຳ (1, 2)

        • “ເປັນຫຍັງ​ຂ້ອຍ​ຄື​ທໍ້ໃຈ​ແທ້?” (5, 11)

        • “ລໍ​ຖ້າ​ພະເຈົ້າ” (5, 11)

ເພງສັນລະເສີນ 42:ຫົວບົດ

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 20:19

ດັດສະນີ

  • ຄູ່ມືຄົ້ນຄວ້າ

ເພງສັນລະເສີນ 42:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 63:1
  • +ພສ 27:4; 84:2

ເພງສັນລະເສີນ 42:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 3:2; 42:10; 79:10

ເພງສັນລະເສີນ 42:4

ໄຂເງື່ອນ

  • *

    ຫຼື “ຍ່າງ​ຊ້າ​ໆ​”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 16:14, 16; 2ຂຄ 30:23, 24

ເພງສັນລະເສີນ 42:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 55:4; ມຣກ 14:34
  • +ພສ 37:7; ສສ 3:24; ມກ 7:7
  • +ພສ 43:5

ເພງສັນລະເສີນ 42:6

ໄຂເງື່ອນ

  • *

    ຫຼື “ພູ​ນ້ອຍ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 22:1; ຢຮ 12:27
  • +ຢນ 2:7

ເພງສັນລະເສີນ 42:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 88:7

ເພງສັນລະເສີນ 42:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 27:1

ເພງສັນລະເສີນ 42:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 13:1
  • +ພສ 38:6; 43:2

ເພງສັນລະເສີນ 42:10

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ຄື​ກັບ​ກຳລັງ​ບົດ​ກະດູກ​ຂອງ​ຂ້ອຍ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 3:2; 42:3; 79:10

ເພງສັນລະເສີນ 42:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 37:7
  • +ພສ 42:5; 43:5

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ພສ. 42:ຫົວບົດ2ຂຄ 20:19
ພສ. 42:2ພສ 63:1
ພສ. 42:2ພສ 27:4; 84:2
ພສ. 42:3ພສ 3:2; 42:10; 79:10
ພສ. 42:4ພບຍ 16:14, 16; 2ຂຄ 30:23, 24
ພສ. 42:5ພສ 55:4; ມຣກ 14:34
ພສ. 42:5ພສ 37:7; ສສ 3:24; ມກ 7:7
ພສ. 42:5ພສ 43:5
ພສ. 42:6ພສ 22:1; ຢຮ 12:27
ພສ. 42:6ຢນ 2:7
ພສ. 42:7ພສ 88:7
ພສ. 42:8ພສ 27:1
ພສ. 42:9ພສ 13:1
ພສ. 42:9ພສ 38:6; 43:2
ພສ. 42:10ພສ 3:2; 42:3; 79:10
ພສ. 42:11ພສ 37:7
ພສ. 42:11ພສ 42:5; 43:5
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
ຄຳພີໄບເບິນສະບັບແປໂລກໃໝ່
ເພງສັນລະເສີນ 42:1-11

ເພງສັນລະເສີນ

ຫົວ​ທີ 2

(ເພງ​ສັນລະເສີນ 42-72)

ເຖິງ​ຜູ້​ຄວບຄຸມ​ດົນຕີ. ມັດ​ຄິວ*​ຂອງ​ລູກ​ຫຼານ​ໂກຣາ.+

42 ພະເຈົ້າ​ເອີ້ຍ ລູກ​ຊອກຫາ​ພະອົງ

ຄື​ກັບ​ໂຕ​ກວາງ​ທີ່​ຫິວ​ນ້ຳ​ຊອກ​ຫາ​ນ້ຳ​ຫ້ວຍ.

 2 ຄື​ກັບ​ຄົນ​ທີ່​ຕ້ອງການ​ນ້ຳ ລູກ​ກໍ​ຕ້ອງການ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່.+

ປານ​ໃດ​ລູກ​ຈະ​ໄດ້​ໄປ​ຢູ່​ຕໍ່​ໜ້າ​ພະອົງ?+

 3 ລູກ​ກິນ​ນ້ຳຕາ​ຂອງ​ໂຕເອງ​ເປັນ​ອາຫານ​ທັງເວັນ​ທັງຄືນ.

ຄົນ​ພາກັນ​ເຍາະເຍີ້ຍ​ລູກ​ໝົດ​ມື້​ແລະ​ເວົ້າ​ວ່າ: “ຢູ່​ໃສ​ພະເຈົ້າ​ຂອງ​ເຈົ້າ​ຫັ້ນນະ?”+

 4 ລູກ​ຍັງ​ຈື່​ໄດ້​ດີວ່າ​ລູກ​ລະບາຍ​ຄວາມ​ຮູ້ສຶກ​ຂອງ​ລູກ​ໃຫ້​ພະອົງ​ຮູ້

ແລະຕອນ​ທີ່​ຍ່າງ​ໄປ​ກັບ​ຄົນ​ຫຼາຍ​ໆ​

ລູກ​ຍ່າງ​ແບບ​ຈິງ​ຈັງ*​ແລະ​ນຳ​ໜ້າ​ເຂົາເຈົ້າ​ໄປ​ວິຫານ​ຂອງ​ພະເຈົ້າ.

ໃນ​ຕອນ​ນັ້ນ ພວກ​ເຮົາ​ທຸກ​ຄົນ​ຮ້ອງ​ດ້ວຍ​ຄວາມ​ດີໃຈ​ແລະ​ຂອບໃຈ​ພະເຈົ້າ.

ພວກ​ເຮົາ​ເປັນ​ຄົນ​ກຸ່ມ​ໃຫຍ່​ທີ່​ກຳລັງ​ສະຫຼອງ​ເທດສະການ.+

 5 ເປັນຫຍັງ​ຂ້ອຍ​ຄື​ທໍ້ໃຈ​ແທ້?+

ເປັນຫຍັງ​ຂ້ອຍ​ກະວົນກະວາຍ​ໃຈ​ແບບ​ນີ້?

ຂ້ອຍ​ຈະ​ລໍ​ຖ້າ​ພະເຈົ້າ.+

ຂ້ອຍ​ຈະ​ສັນລະເສີນ​ເພິ່ນ ຍ້ອນ​ເພິ່ນ​ເປັນ​ຜູ້​ດຽວ​ທີ່​ຊ່ວຍ​ຂ້ອຍ​ໃຫ້​ລອດ​ໄດ້.+

 6 ພະເຈົ້າ​ຂອງ​ລູກ ລູກ​ທໍ້ໃຈ​ແຮງ+

ລູກ​ຈຶ່ງ​ຄິດເຖິງ​ພະອົງ+

ຕອນ​ທີ່​ຢູ່​ແຜ່ນດິນ​ຈໍແດນ​ແລະ​ຢູ່​ຈອມພູ​ເຮີໂມນ

ແລະ​ຕອນ​ທີ່​ຢູ່​ພູ​ມີຊາເຣ.*

 7 ລູກ​ໄດ້​ຍິນ​ສຽງ​ນ້ຳ​ໄຫຼ​ແຮງ

ມັນ​ເປັນ​ສຽງ​ນ້ຳ​ຕົກ​ຂອງ​ພະອົງ.

ບັນຫາ​ຕ່າງ​ໆ​ຊັດ​ໃສ່​ລູກ​ຄື​ກັບ​ຄື້ນ​ໃຫຍ່​ໆ​ຂອງ​ພະອົງ.+

 8 ໃນ​ຕອນ​ກາງເວັນ ພະ​ເຢໂຫວາ​ຈະ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕໍ່​ຂ້ອຍ.

ໃນ​ຕອນ​ກາງຄືນ ຂ້ອຍ​ຈະ​ຮ້ອງ​ເພງ​ກ່ຽວກັບ​ພະອົງ​ແລະ​ຈະ​ອະທິດຖານ​ຫາ​ພະເຈົ້າ​ຜູ້​ໃຫ້​ຊີວິດ​ຂ້ອຍ.+

 9 ຂ້ອຍ​ຈະ​ຖາມ​ພະເຈົ້າ​ຜູ້​ເປັນ​ຫີນ​ຜາ​ຂອງ​ຂ້ອຍ​ວ່າ:

“ເປັນຫຍັງ​ພະອົງ​ຈຶ່ງ​ລືມ​ລູກ?+

ເປັນຫຍັງ​ລູກ​ຈຶ່ງ​ຕ້ອງ​ຍ່າງ​ດ້ວຍ​ຄວາມ​ໂສກເສົ້າ​ຍ້ອນ​ຖືກ​ສັດຕູ​ກົດຂີ່​ຂົ່ມເຫງ?”+

10 ສັດຕູ​ກໍ​ພາກັນ​ປະຈານ​ຂ້ອຍ​ຢ່າງ​ຮຸນແຮງ.*

ເຂົາເຈົ້າ​ເຍາະເຍີ້ຍ​ຂ້ອຍ​ໝົດ​ມື້​ແລະ​ເວົ້າ​ວ່າ: “ຢູ່​ໃສ​ພະເຈົ້າ​ຂອງ​ເຈົ້າ​ຫັ້ນນະ?”+

11 ເປັນຫຍັງ​ຂ້ອຍ​ຄື​ທໍ້ໃຈ​ແທ້?

ເປັນຫຍັງ​ຂ້ອຍ​ກະວົນກະວາຍ​ໃຈ​ແບບ​ນີ້?

ຂ້ອຍ​ຈະ​ລໍ​ຖ້າ​ພະເຈົ້າ.+

ຂ້ອຍ​ຈະ​ສັນລະເສີນ​ເພິ່ນ ຍ້ອນ​ເພິ່ນ​ເປັນ​ຜູ້​ດຽວ​ທີ່​ຊ່ວຍ​ຂ້ອຍ​ໃຫ້​ລອດ​ໄດ້​ແລະ​ເປັນ​ພະເຈົ້າ​ຂອງ​ຂ້ອຍ.+

ໜັງສືພາສາລາວ (1993-2026)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌