ເພງສັນລະເສີນ
ເພງສຳລັບຍ່າງຂຶ້ນ.*
125 ຄົນທີ່ໄວ້ໃຈໃນພະເຢໂຫວາ+
ຈະເປັນຄືກັບພູຊີໂອນທີ່ໝັ້ນຄົງຕະຫຼອດໄປ
ແລະບໍ່ມີວັນສັ່ນສະເທືອນ.+
2 ຄືກັບພູທີ່ອ້ອມເຢຣູຊາເລັມໄວ້+
ພະເຢໂຫວາກໍອ້ອມປະຊາຊົນຂອງເພິ່ນໄວ້+
ຕັ້ງແຕ່ຕອນນີ້ຈົນຕະຫຼອດໄປ.
5 ຄົນທີ່ຖິ້ມທາງຂອງພະເຈົ້າແລະໄປໃນທາງຊົ່ວ
ພະເຢໂຫວາຈະກຳຈັດເຂົາເຈົ້າໄປພ້ອມກັບຄົນອື່ນໆທີ່ເຮັດຜິດ.+
ຂໍໃຫ້ອິດສະຣາເອນມີຄວາມສະຫງົບສຸກ.