ເອຊາຢາ
28 ຄວາມຈິບຫາຍຈະເກີດຂຶ້ນກັບມົງກຸດທີ່ງາມໆ*ຂອງພວກເອຟຣາຢິມທີ່ຂີ້ເຫຼົ້າ.+
ມົງກຸດນີ້ປະດັບດ້ວຍດອກໄມ້ງາມໆທີ່ກຳລັງຫ່ຽວ.
ມັນຢູ່ບ່ອນສູງໆໃນຮ່ອມພູທີ່ອຸດົມສົມບູນຂອງຄົນທີ່ເມົາເຫຼົ້າແວງ.
2 ຖ້າເບິ່ງເດີ້! ພະເຢໂຫວາຈະສົ່ງຜູ້ໜຶ່ງທີ່ແຂງແຮງແລະມີກຳລັງຫຼາຍມາ.
ລາວຈະດຶກມົງກຸດທີ່ງາມໆນັ້ນລົງພື້ນແຮງໆ
ຄືກັບພາຍຸໝາກເຫັບ ຄືກັບລົມພາຍຸທີ່ທຳລາຍທຸກຢ່າງ
ແລະຄືກັບພາຍຸຝົນທີ່ເຮັດໃຫ້ນ້ຳຖ້ວມໜັກ.
3 ມົງກຸດທີ່ງາມໆຂອງພວກເອຟຣາຢິມທີ່ຂີ້ເຫຼົ້າ
ຈະຖືກຢຽບຢູ່ພື້ນຕີນ.+
4 ຄວາມງາມຂອງມົງກຸດນີ້ເປັນຄືກັບດອກໄມ້ທີ່ກຳລັງຫ່ຽວ.
ມັນຢູ່ບ່ອນສູງໆໃນຮ່ອມພູທີ່ອຸດົມສົມບູນ
ແລະເປັນຄືກັບໝາກເດື່ອທີ່ສຸກກ່ອນຮອດລະດູ.
ເມື່ອຄົນເຫັນມັນກໍຈະເດັດມາກິນໂລດ.
5 ໃນຕອນນັ້ນ ພະເຢໂຫວາຜູ້ບັນຊາການກອງທັບຈະເປັນມົງກຸດແລະເຄື່ອງປະດັບທີ່ງາມໆຢູ່ຫົວສຳລັບປະຊາຊົນຂອງເພິ່ນທີ່ຍັງເຫຼືອຢູ່.+ 6 ເພິ່ນຈະເປັນຜູ້ທີ່ກະຕຸ້ນຜູ້ຕັດສິນໃຫ້ຕັດສິນແບບຍຸຕິທຳ ແລະຈະເປັນກຳລັງໃຫ້ຜູ້ທີ່ປົກປ້ອງປະຕູເມືອງບໍ່ໃຫ້ສັດຕູມາໂຈມຕີ.+
7 ພວກປະໂລຫິດກັບພວກຜູ້ພະຍາກອນກໍຍ່າງຫຼົງທາງຍ້ອນເຫຼົ້າແວງ
ແລະຍ່າງເຊຊ້າຍເຊຂວາຍ້ອນເມົາເຫຼົ້າ.
ເຫຼົ້າແວງເຮັດໃຫ້ເຂົາເຈົ້າສັບສົນ
ເຮັດໃຫ້ເຂົາເຈົ້າຫຼົງທາງ
ແລະຍ່າງເຊໄປເຊມາ.
ນິມິດທີ່ເຂົາເຈົ້າເຫັນເຮັດໃຫ້ເຂົາເຈົ້າຍ່າງຜິດທາງ
ແລະເຮັດໃຫ້ເຂົາເຈົ້າຕັດສິນແບບບໍ່ຖືກຕ້ອງ.+
8 ເຂົາເຈົ້າຮາກໃສ່ໂຕະຈົນເຕັມ.
ຢູ່ໂຕະມີແຕ່ຮາກຂອງເຂົາເຈົ້າ.
9 ມີຄົນເວົ້າໃຫ້ວ່າ: “ລາວກຳລັງສອນໃຜ?
ລາວກຳລັງອະທິບາຍຂ່າວສານໃຫ້ໃຜຟັງ?
ໃຫ້ເດັກນ້ອຍທີ່ຫາກໍເຊົານົມຟັງຕີ້
ຫຼືໃຫ້ແອນ້ອຍຟັງບໍ?
10 ທຸກເທື່ອກໍມີແຕ່ສັ່ງກັບສັ່ງ
ໃຫ້ເຮັດຕາມກົດ*ນັ້ນກົດນີ້+
ແລະໃຫ້ເຮັດຈັ່ງຊັ້ນຈັ່ງຊີ້.”*
11 ພະເຈົ້າຈະໃຊ້ຄົນທີ່ເວົ້າກະຕຸກກະຕັກແລະເວົ້າພາສາຕ່າງປະເທດມາເວົ້າກັບຄົນຊາດນີ້.+ 12 ເພິ່ນເຄີຍບອກຄົນຊາດນີ້ວ່າ: “ນີ້ແມ່ນບ່ອນພັກ. ໃຫ້ຄົນທີ່ເມື່ອຍມາພັກຢູ່ນີ້ ຍ້ອນວ່າບ່ອນນີ້ຈະເຮັດໃຫ້ສົດຊື່ນ.” ແຕ່ເຂົາເຈົ້າກໍບໍ່ສົນໃຈຟັງ.+ 13 ສຳລັບເຂົາເຈົ້າ ຄຳເວົ້າຂອງພະເຢໂຫວາເປັນແບບນີ້:
ດັ່ງນັ້ນ ຕອນທີ່ເຂົາເຈົ້າຍ່າງ
ເຂົາເຈົ້າຈະສະດຸດແລະລົ້ມຫງາຍຫຼັງ.
ເຂົາເຈົ້າຈະບາດເຈັບ ຖືກກັບດັກ ແລະຖືກຈັບ.+
14 ພວກຜູ້ປົກຄອງທີ່ຂີ້ໂມ້
ພວກເຈົ້າທີ່ປົກຄອງຊາດນີ້ໃນເມືອງເຢຣູຊາເລັມ ໃຫ້ຟັງສິ່ງທີ່ພະເຢໂຫວາເວົ້າ.
15 ຍ້ອນພວກເຈົ້າເວົ້າຂີ້ໂມ້ວ່າ:
ເມື່ອນ້ຳໄຫຼມາຖ້ວມ
ມັນຈະບໍ່ໄຫຼມາຮອດພວກເຮົາ
ຍ້ອນພວກເຮົາໃຫ້ຄຳເວົ້າຂີ້ຕົວະເປັນບ່ອນລີ້ໄພ
ແລະໃຫ້ຄຳສອນທີ່ບໍ່ຖືກຕ້ອງເປັນບ່ອນລີ້ຂອງພວກເຮົາ.”+
16 ຍ້ອນແນວນີ້ ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດຈຶ່ງເວົ້າວ່າ:
“ເຮົາເປັນຜູ້ວາງຫີນທີ່ຖືກທົດສອບແລ້ວເພື່ອໃຫ້ເປັນຮາກຖານຢູ່ຊີໂອນ+
ແລະເປັນຫີນຫົວແຈ*ທີ່ມີຄ່າຫຼາຍ+ເຊິ່ງຈະເປັນຮາກຖານທີ່ໝັ້ນຄົງ.+
ທຸກຄົນທີ່ສະແດງຄວາມເຊື່ອໃນຫີນນີ້ຈະບໍ່ຢ້ານ.+
ໝາກເຫັບຈະທຳລາຍຄຳເວົ້າຕົວະທີ່ເປັນບ່ອນລີ້ໄພ
ແລະນ້ຳກໍຈະຖ້ວມທຳລາຍບ່ອນລີ້ຂອງພວກເຈົ້າ.
18 ສັນຍາທີ່ພວກເຈົ້າເຮັດກັບຄວາມຕາຍຈະຖືກຍົກເລີກ
ແລະສັນຍາທີ່ພວກເຈົ້າເຮັດກັບບ່ອນຝັງສົບ*ກໍຈະຖືກລົບລ້າງຄືກັນ.+
ຕອນທີ່ນ້ຳໄຫຼມາຖ້ວມ
ພວກເຈົ້າຈະຖືກທຳລາຍ.
19 ທຸກເທື່ອທີ່ນ້ຳນັ້ນໄຫຼຜ່ານມາ
ມັນຈະພັດເອົາພວກເຈົ້າໄປ.+
ນ້ຳນັ້ນຈະໄຫຼມາທຸກໆມື້
ທັງຕອນກາງເວັນແລະຕອນກາງຄືນ.
ເມື່ອເຈິສິ່ງທີ່ເປັນຕາຢ້ານແບບນີ້ ເຂົາເຈົ້າຈະເຂົ້າໃຈໃນສິ່ງທີ່ເຄີຍໄດ້ຍິນ.”*
20 ຕຽງນອນຈະສັ້ນໂພດຈົນຢຽດໂຕບໍ່ໄດ້
ແລະຜ້າຫົ່ມກໍຈະນ້ອຍໂພດຈົນຫົ່ມບໍ່ໝົດໂຕ.
21 ພະເຢໂຫວາຈະລຸກຂຶ້ນຈັດການຄືກັບທີ່ເພິ່ນເຄີຍເຮັດຢູ່ພູເປຣາຊີມ.
ເພິ່ນຈະລົງມືເຮັດຄືກັບຕອນທີ່ຢູ່ຮ່ອມພູໃກ້ກິເບໂອນ.+
ສິ່ງທີ່ເພິ່ນເຮັດຈະເປັນເລື່ອງທີ່ຄິດບໍ່ເຖິງ
ແລະຕາມປົກກະຕິແລ້ວ ເພິ່ນຈະບໍ່ເຮັດແບບນີ້.+
22 ຢ່າເປັນຄົນມັກເຍາະເຍີ້ຍ+
ຄັນບໍ່ຊັ້ນ ເຊືອກທີ່ມັດເຈົ້າຢູ່ແຮ່ງຈະຮັດເຈົ້າແໜ້ນຂຶ້ນ
ຍ້ອນພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຜູ້ຍິ່ງໃຫຍ່ສູງສຸດບອກຂ້ອຍວ່າ
ເພິ່ນໄດ້ຕັດສິນໃຈໄວ້ແລ້ວວ່າຈະທຳລາຍແຜ່ນດິນທັງໝົດ.+
23 ໃຫ້ຕັ້ງໃຈຟັງສຽງຂອງເຮົາ
ແລະໃຫ້ໃສ່ໃຈຟັງສິ່ງທີ່ເຮົາເວົ້າ.
24 ຄົນທີ່ເຮັດນາຈະໄຖນາໝົດມື້ໂດຍທີ່ບໍ່ຫວ່ານເມັດເຂົ້າເລີຍບໍ?
ລາວຈະຊ່າວແຕ່ດິນແລະໄຖໄປໄຖມາຢູ່ແບບນັ້ນບໍ?+
25 ເມື່ອລາວກຽມດິນແລ້ວໆ
ລາວກໍຈະຫວ່ານເມັດຄູມິນດຳ*ແລະເມັດຄູມິນທຳມະດາ*
ແຕ່ຈະໃຊ້ໄມ້ເຄາະຕົ້ນຄູມິນດຳ
ແລະຕົ້ນຄູມິນທຳມະດາ.
28 ຕອນທີ່ຟາດເຂົ້າ ຄົນເຮົາຈະຟາດໃຫ້ມຸ່ນຈົນເປັນແປ້ງເຮັດເຂົ້າຈີ່ເລີຍບໍ?